ສະຫງວນລິຂະສິດ © ສະຖານີ ວິທະຍຸກະຈາຍສຽງແຫ່ງຊາດລາວ

ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

   ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຕົວຈິງ

5 ປີ ຜ່ານມາ ມີ 10 ຄົນ ຖືກລຶບຊື່ອອກຈາກການເປັນທະນາຍຄວາມ

ໃນໂອກາດຂຶ້ນຜ່ານບົດລາຍງານການເຄື່ອນໄຫວວຽກ ງານ ແລະ ການຈັດຕັ້ງປະຕິບັດທິດທາງແຜນການວຽກ ງານໃນໄລຍະ 5 ປີຂອງຄະນະບໍລິຫານງານສະພາທະນາຍ ຄວາມ ຊຸດທີ VII ຕໍ່ກອງປະຊຸມໃຫຍ່ທະນາຍຄວາມ ທົ່ວປະເທດ ຄັ້ງທີ VIII ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນ ຫລວງວຽງຈັນ ທ່ານ ວໍລັດສະໝີ ສຸລິປະພັນ ຮອງປະທານສະພາທະນາຍຄວາມລາວ ໃຫ້ຮູ້ກ່ຽວກັບການປະຕິບັດວິ ໄນຕໍ່ທະນາຍຄວາມທີ່ເຮັດຜິດລະບຽບ ວ່າ: ຕະຫຼອດໄລ ຍະ 5 ປີ ຜ່ານມາ (2016-2020) ທະນາຍຄວາມຫລາຍຄົນໄດ້ເຄື່ອນໄຫວວິຊາສະເພາະຂອງຕົນໄດ້ດີ, ແຕ່ໃນນີ້ມີທະນາຍຄວາມຈໍານວນໜຶ່ງທີ່ລະເມີດກົດໝາຍວ່າດ້ວຍທະນາຍຄວາມ, ຕໍ່ກົດລະບຽບພາຍໃນສະພາທະນາຄວາມ ແລະ ຕໍ່ລະບຽບກົດໝາຍຂອງບ້ານເມືອງຂັ້ນຮ້າຍແຮງເຖີງຂັ້ນໄດ້ລຶບຊື່ອອກຈາກການເປັນທະນາຍຄວາມ ຊຶ່ງລວມມີ:
– ຖືກສານປະຊາຊົນຕັດສິນລົງໂທດຕັດອິດສະລະພາບ 2 ຄົນ, ໃນນີ້ ມີທະນາຍຄວາມເຝິກຫັດ 1 ຄົນ.
– ບໍ່ນັບຖືການຈັດຕັ້ງ ແລະ ລະເມີດຕໍ່ກົດໝາຍ, ຕໍ່ກົດລະ ບຽບພາຍໃນຂອງສະພາທະນາຍຄວາມ ຈໍານວນ 10 ຄົນ ເຊີ່ງອີງຕາມ ມາດຕາ 09 (ປັບປຸງ) ຂອງກົດໝາຍວ່າດ້ວຍທະນາຍຄວາມ (ສະບັບປັບປຸງ) ເລກທີ 06/ສພຊ, ລົງວັນ ທີ 9 ພະຈິກ 2016 ແລະ ມາດຕາ 95 ຂອງກົດລະບຽບພາຍໃນສະພາທະນາຍຄວາມ ສະບັບເລກ ທີ 058/ສທຄ, ລົງວັນທີ 31 ມີນາ 2017 ພວກກ່ຽວຈໍານວນ 10 ຄົນ ນີ້ແມ່ນໄດ້ຖືກລຶບຊື່ອອກຈາກການເປັນທະນາຍຄວາມແລ້ວ.
ທ່ານ ວໍລັດສະໝີ ສຸລິປະພັນ ໃຫ້ຮູ້ຕື່ມວ່າ: ນອກຈາກນີ້ ຍັງມີທະນາຍຄວາມອີກຈໍານວນໜຶ່ງທີ່ຖືກຮ້ອງຟ້ອງຈາກລູກຄວາມມາຫາສະພາທະນາຍຄວາມໃນຂໍ້ກ່າວຫາຕ່າງຯ ເຊີ່ງປັດຈຸບັນຄະນະກວດກາສະພາທະນາຍຄວາມໄດ້ກວດກາຄືນແລ້ວ ແລະ ອີກຈໍານວນໜຶ່ງຍັງຢູ່ໃນຂັ້ນຕອນຂອງກະຊວງຍຸຕິທໍາ ພິຈາລະນາ.
ໂດຍ: ມົດແດງນ້ອຍ