ໃນ 6 ເດືອນ ຕົ້ນປີ 2021 ວິຊາສະເພາະກອງບັນຊາການ ປກສ ເມືອງໂຂງ ແຂວງຈຳປາສັກ ສາມາດມ້າງຄະດີຢາເສບຕິດໄດ້ທັງ 36 ລາຍ, ມີ 67 ຄົນ, ຍິງ 3 ຄົນ; ໃນນີ້ ຢຶດກາງຢາເສບຕິດປະເພດຢາບ້າ 3.221 ເມັດ, ຢາໄອສ 2 ຖົງນ້ອຍ ກັບ 8 ຫຼອດ, ປືນດັດແປງ 2 ບອກ ພ້ອມລູກ 5 ລູກ, ພາຫະນະລົດໄຖນາຍ່າງຕາມ 1 ຄັນ ແລະ ຈັກສະຕີນ 2 ເຄື່ອງ.
ໂຕເລກດັ່ງກ່າວ ໄດ້ຖືກລາຍງານຈາກ ພັນຕີ ບົວລະພັນ ສີມມາລາ ຄະນະ ພັກຮາກຖານ ຫົວໜ້າພະແນກຫ້ອງການ ກອງບັນຊາການ ປກສ ເມືອງໂຂງ ໃນກອງປະຊຸມສະຫຼຸບວຽກງານ ປກສ ປະຈຳ 6 ເດືອນຕົ້ນ 2021; ໃນ 6 ເດືອນຕົ້ນປີ ມີຄະດີອາຍາເກີດຂຶ້ນທັງໝົດ 40 ລາຍ, ໃນນີ້ ລັກຊັບພົນລະເມືອງມີ 15 ລາຍ, ຊຸ້ນຊັບ 2 ລາຍ, ທຳຮ້າຍຮ່າງກາຍ 6 ລາຍ, ເຮັດໃຫ້ຜູ້ອື່ນອັບອາຍ 1 ລາຍ, ອາລະວາດ 1 ລາຍ, ຂົ່ມຂືນກະທຳຊຳເລົາ 4 ລາຍ, ທຳຮ້າຍຮ່າງກາຍ ແລະ ທຳລາມົກ 1 ລາຍ, ທຳມິດສະຈານ 2 ລາຍ, ຊື້-ຂາຍຊັບຜິດກົດໝາຍ 1 ລາຍ, ເຮັດໃຫ້ຜູ້ອື່ນເສຍຊີວິດດ້ວຍຄວາມບໍ່ລະວັງ 2 ລາຍ, ເຮັດໃຫ້ຊັບຄົນອື່ນເປ່ເພໂດຍບໍ່ເຈຕະນາ 1 ລາຍ, ເຮັດໃຫ້ຄົນອື່ນບາດເຈັບດ້ວຍຄວາມບໍ່ລະວັງ 1 ລາຍ, ມີອາວຸດລ່າເນື້ອໄວ້ຄອບຄອງໂດຍບໍ່ຖືກຕ້ອງ 1 ລາຍ ແລະ ໃນນີ້ ສາມາດມ້າງໄດ້ 27 ລາຍ, ມີ 39 ຄົນ, ຍິງ 5 ຄົນ.
ຄະດີອຸປະຕິເຫດ ມີອຸປະຕິເຫດເກີດຂຶ້ນທັງໝົດ 51 ລາຍ, ມີ 161 ຄົນ, ຍິງ 48 ຄົນ, ຈຳນວນນີ້ ມີຜູ້ໄດ້ຮັບບາດເຈັບ 99 ຄົນ, ຍິງ 34 ຄົນ, ເສຍຊີວິດ 6 ຄົນ, ຍິງ 1 ຄົນ, ມີພາຫະນະຮ່ວມອຸປະຕິເຫດ 91 ຄັນ, ລວມມູນຄ່າຜົນເສຍຫາຍທັງໝົດ 881 ລ້ານກີບ ແລະ ຖ້າຫາກທຽບໃສ່ໄລຍະດຽວກັນຂອງປີ 2020 ເຫັນວ່າມີອຸປະຕິເຫດເພີ່ມຂຶ້ນ 5 ລາຍ.
ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ ສະຖານີວິທະຍຸ-ໂທລະພາບເມືອງໂຂງ

