ທ່ານ ສົມພອນ ໄຊດວງຕາ ເຈົ້າເມືອງທົ່ງມີໄຊ ໄດ້ລາຍງານຕໍໍ່ກອງປະຊຸມ ທີ່ສະມາຊິກສະພາແຫ່ງຊາດ ລົງເຜີຍແຜ່ຜົນສຳເລັດ ກອງປະຊຸມ ຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ຢູ່ເມືອງທົ່ງມີໄຊ. ໃນອາທິດຜ່ານມານີ້ວ່າ:
ຕະຫຼອດໄລຍະຜ່ານມາ ຄະນະພັກ, ອົງການປົກຄອງເມືອງ ໄດ້ຖືເອົາວຽກງານການເມືອງແນວຄິດ ຊີ້ນຳ-ນຳພາໃຫ້ຄະນະພັກ, ສະມາຊິກພັກ, ພະນັກງານ, ກຳລັງປະກອບອາວຸດ ແລະ ປະຊາຊົນ ມີສະຕິເຄົາລົບລະບຽບກົດໝາຍ ແລະ ສະໜັບສະໜູນຕໍ່ການນຳພາຂອງພັກ ມີຄວາມຕື່ນຕົວເປັນເຈົ້າການເຂົ້າໃນການປົກປັກຮັກສາ ແລະ ສ້າງສາເມືອງທົ່ງມີໄຊໃຫ້ກ້າວຂຶ້ນ. ໄດ້ຖືເອົາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ກາຍເປັນຂອງທົ່ວປວງຊົນຮອບດ້ານ ສຸມໃສ່ຊຸກຍູ້ວຽກງານຮາກຖານ ໃຫ້ມີຄວາມສະຫງົບຄວາມໜັກແໜ້ນເຂັ້ມແຂງ ປະກົດການຫຍໍ້ທໍ້ເກີດຂຶ້ນໄດ້ຮັບການແກ້ໄຂທັນເວລາ.
- ຂົງເຂດເສດຖະກິດ:
ໄລຍະຜ່ານມາເມືອງພວກເຮົາໄດ້ສຸມໃສ່ທຸກທ່າແຮງບົ່ມຊ້ອນຢູ່ພາຍໃນເມືອງ ເພື່ອມາກໍ່ສ້າງພື້ນຖານໂຄງລ່າງ ອັນຈໍາເປັນຂອງເມືອງ.
- ໃນສົກງົບປະມານ ປີ 2021 ເມືອງຂອງພວກເຮົາ ໄດ້ຮັບຕົວເລກທີ່ແຂວງມອບໃຫ້ເກັບລາຍຮັບ
ພາຍໃນເມືອງທັງໝົດ 1.130,00ລ້ານກີບ, ການຈັດຕັ້ງປະຕິບັດຕົວຈິງ ໃນໄລຍະຜ່ານມາ ຈັດເກັບລາຍຮັບພາຍໃນເມືອງ ໄດ້ທັງໝົດ 610,23 ລ້ານກີບ (ທຽບໃສ່ແຜນປີປະຕິບັດໄດ້ 54%), ດຸ່ນດ່ຽງຈາກແຂວງ 680,42 ລ້ານກີບ; ປະຕິບັດລາຍຈ່າຍ= 488,99 ລ້ານກີບ (ທຽບໃສ່ແຜນປີ ປະຕິບັດໄດ້27,01%),
– ການຜະລິດເປັນສິນຄ້າຂອງປະຊາຊົນ:ໄດ້ເອົາໃຈໃສ່ ຊຸກຍູ້ ສົ່ງເສີມ ໃຫ້ປະຊາຊົນຜະລິດເປັນສິນຄ້າໃຫ້ຫຼາຍ ໂດຍເລັ່ງໃສ່ການປູກຝັງ ແລະ ລ້ຽງສັດປະເພດຕ່າງໆ ເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວເຊັ່ນ:
– ໄດ້ເອົາໃຈໃສ່ຊຸກຍູ້ການປູກເຂົ້ານາແຊງ ເນື້ອທີ່ແຜນການ 12 ເຮັກຕາ, ປະຕິບັດໄດ້ 16,76 ເຮັກຕາ (ທຽບໃສ່ແຜນການ ເພີ່ມຂຶ້ນ 39,66%), ມາຮອດປະຈຸບັນ ເກັບກູ້ສໍາເລັດ 100%, ຜົນຜະລິດ 60,34 ໂຕນ.
– ການປູກພືດລະດູແລ້ງເນື້ອທີ່ 111,88 ເຮັກຕາ, ໃນນີ້ ສາລີຫວານ, ຜັກກິນໃບ, ໝາກແຕງ, ໝາກໂມ ຜັກບົ່ວ, ຜັກທຽມ, ຜັກກະລໍາປີ ແລະ ອື່ນໆ, ມາຮອດປະຈຸບັນ ເກັບກ່ຽວ ສຳເລັດ 100%, ຜົນຜະລິດ 825 ໂຕນ, ຈາກນັ້ນກໍໄດ້ຕິດຕາມ, ຊຸກຍູ້ການລ້ຽງໝູລາດຂອງປະຊາຊົນ.
– ໄດ້ເອົາໃຈໃສ່ ຊຸກຍູ້ການປູກພືດລະດູຝົນ ແລະ ການປູກເຂົ້ານາປີ ເຊັ່ນ: ເນື້ອທີ່ການປູກເຂົ້ານາປີ 1.327 ເຮັກຕາ, ປະຈຸບັນປັກດໍາແລ້ວ 99,77 % ແລະ ພືດລະດູຝົນ ໃນເນື້ອທີ່ແຜນການ 290 ເຮັກຕາ ( ປະຈຸບັນພວມເກັບກຳຂໍ້ມູນຍັງບໍ່ທັນສະຫຼຸບຂາດຕົວໄດ້ ) ເຊັ່ນ: ປູກສາລີ, ໝາກເດືອຍ, ມັນຕົ້ນ ແລະ ອື່ນໆ, ເຊິ່ງປະຈຸບັນພວມປະເຊີນກັບສັດຕູພືດທໍາລາຍເຂົ້ານາປີ (ບົ້ງກິນໃບທໍາລາຍເຂົ້ານາປີ) ຈາກນັ້ນໄດ້ລົງສັກຢາປ້ອງກັນພະຍາດເຕົ້າໂຮມເລືອດ ງົວ-ຄວາຍ, ອະຫິວາໝູ ແລະ ສັດປີກ; ນອກນີ້ມີຫຼາຍຄອບຄົວໄດ້ຫັນມາປູກຫຍ້າເປັນອາຫານສັດ ຈາກລ້ຽງຕາມທໍາມະຊາດ(ໃນເມື່ອກ່ອນ) ເຊິ່ງປະຈຸບັນ ຫັນມາລ້ຽງແບບເປັນຄັງ ຫຼື ເປັນສວນ ເຮັດໃຫ້ຫຼາຍຄອບຄົວມີລາຍຮັບເພີ່ມຂຶ້ນ.
- ໄດ້ເອົາໃຈໃສ່ສະກັດກັ້ນ, ປ້ອງກັນການແຜ່ລະບາດຂອງພະຍາດອະຫິວາໝູ ຢ່າງຕໍ່ເນື່ອງ
ມາຮອດປະຈຸບັນສະພາບການລະບາດຂອງພະຍາດໝູ ແມ່ນບໍ່ພົບໝູຕິດເຊື້ອ ແລະ ຕາຍ. ຄຽງຄູ່ກັບຂົງເຂດເສດຖະກິດນັ້ນ, ຂົງເຂດວັດທະນະທໍາ-ສັງຄົມເອົາໃຈໃສ່ຍົກສູງຄຸນນະພາບຂອງວຽກງານການສຶກສາ ດ້ວຍການປັບປຸງຄຸນນະພາບການຮຽນ-ການສອນຂອງຄູອາຈານ ແລະ ນັກຮຽນຢ່າງໃກ້ຊິດ ແລະ ຕໍ່ເນື່ອງເພື່ອເຮັດໃຫ້ຄຸນນະພາບການສຶກສາ ນັບມື້ນັບດີຂຶ້ນ, ໄດ້ໂຈະການຮຽນ-ການສອນຊົ່ວຄາວ ຍ້ອນການລະບາດຂອງພະຍາດ ໂຄວິດ-19 ນັບແຕ່ວັນທີ 27 ເມສາ ເຖິງປະຈຸບັນ ແລະ ໄດ້ເປີດການຮຽນ-ການສອນ ຈົບຊັ້ນ ປ5, ມ4 ແລະ ມ7 ໃນວັນທີ 31 ພຶດສະພາ 2021 ທີ່ຜ່ານມານີ້. ດ້ານສາທາລະນະສຸກ: ໄດ້ເອົາໃຈໃສ່ປັງປຸງຍົກລະດັບເຄື່ອງມືຮັບໃຊ້ດ້ານວິຊາການ, ປັບປຸງຂອດບໍລິການໃຫ້ສະດວກວ່ອງໄວ ນັບທັງປັບປຸງສະຖານທີ່ບໍລິການຄົນເຈັບໄປຕາມມາດຖານ 5 ດີ 1 ພໍໃຈ ໃຫ້ດີຂຶ້ນເທື່ອລະກ້າວ, ນອກນີ້ ໄດ້ເອົາໃຈໃສ່ປ້ອງກັນ, ຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ ຕາມລະດູການ ໂດຍສະເພາະແມ່ນ ພະຍາດຖອກທ້ອງ, ພະຍາດໄຂ້ຍຸງລາຍ ແລະ ພິເສດໄດ້ສົມທົບກັບຄະນະສະເພາະກິດຂັ້ນເມືອງ ເອົາໃຈໃສ່ຕ້ານ, ສະກັດກັ້ນ, ປ້ອງກັນ ການແຜ່ລະບາດຂອງພະຍາດອັກເສບປອດຈຸລະໂລກສາຍພັນໃໝ່ ໂຄວິດ-19 ຕາມມາດຕະການຕ່າງໆ ທີ່ທາງຄະນະສະເພາະກິດຂັ້ນແຂວງ, ຂັ້ນເມືອງວາງອອກໃນແຕ່ລະໄລຍະ ວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ: ເປັນວຽກງານໜື່ງທີ່ສໍາຄັນ ເປັນກະບອກສຽງຂອງພັກ ໃນການໂຄສະນາເຜີຍແຜ່, ຊຸກຍູ້ ແລະ ຜັນຂະຫຍາຍແນວທາງຂອງພັກ, ລະບຽບກົດໝາຍຂອງລັດ ໃນໄລຍະຜ່ານມາກໍ່ໄດ້ເຄື່ອນໄຫວເພື່ອຕອບສະໜອງຂໍ້ມູນຂ່າວສານ ໃຫ້ສັງຄົມຮັບຮູ້ຢ່າງທົ່ວເຖິງ, ພ້ອມນີ້ໄດ້ສົມທົມກັບຄະນະສະເພາະກິດ ແລະ ຄະນະກໍາມະການຂັ້ນເມືອງ ຕິດຕາມກວດກາຮ້ານບັນເທີງພາຍໃນເມືອງ ໃຫ້ເຄື່ອນໄຫວຖືກຕ້ອງຕາມລະບຽບການໃນແຕ່ລະໄລຍະ, ແຕ່ລະບ້ານກໍ່ມີການກະຈາຍຂ່າວໃຫ້ພໍ່ແມ່ປະຊາຊົນຮັບຮູ້ຢ່າງທົ່ວເຖິງ ວຽກງານແຮງງານແລະ ສະຫວັດດີການສັງຄົມ:ໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມແລະອໍານວຍຄວາມສະດວກໃນການ ຊອກວຽກເຮັດງານທຳ ໃຫ້ຊາວໜຸ່ມ-ໄວໜຸ່ມ ແລະ ປະຊາຊົນຢູ່ພາຍໃນເມືອງ, ຈາກນັ້ນໄດ້ປະຕິບັດນະໂຍບາຍຕໍ່ພະນັກງານ-ລັດຖະກອນ, ບຳນານ, ເສຍອົງຄະ ແລະ ຜູ້ອາຍຸສູງ ຢ່າງເປັນປົກກະຕິ.
ໃນຕໍ່ໜ້າເພື່ອສືບຕໍ່ຈັດຕັ້ງປະຕິບັດໃນແຕ່ລະຂົງເຂດວຽກງານ ໃຫ້ປະກົດຜົນເປັນຈິງ ເມືອງພວກເຮົາໄດ້ວາງທິດທາງແຜນການ ແລະ ຄາດໝາຍສູ້ຊົນລວມບາງດ້ານດັ່ງນີ້:
- ສືບຕໍ່ເພີ່ມທະວີຄວາມສາມັກຄີປອງດອງພາຍໃນເມືອງໃຫ້ໜັກແໜ້ນເຂັ້ມແຂງ, ກໍ່ສ້າງ ແລະ ປັບປຸງລະບອບປະຊາທິປະໄຕປະຊາຊົນ ໃຫ້ກ້າວຂຶ້ນຕາມແນວທາງການເມືອງຂອງພັກ ຕິດພັນກັບການຫັນລົງກໍ່ສ້າງຮາກຖານ-ພັດທະນາຊົນນະບົດຮອບດ້ານ, ປັບປຸງການຈັດຕັ້ງພາຍໃນເມືອງໃຫ້ເຂັ້ມແຂງເທື່ອລະກ້າວ.
- ສືບຕໍ່ຊຸກຍູ້ສົ່ງເສີມການຜະລິດຂອງປະຊາຊົນໃຫ້ເປັນຂະບວນກ້ວາງຂວາງ ແນໃສ່ຍົກສະມັດຕະ
ພາບການຜິດລິດໃຫ້ສູງຂຶ້ນ, ຄຸ້ມຄອງການຂຸດຄົ້ນຊັບພະຍາກອນທຳມະຊາດຢ່າງປະຫຍັດ ແລະ ຄຸ້ມຄ່າ ນັບທັງການຈັດເກັບລາຍຮັບເຂົ້າງົບປະມານ ໃຫ້ໄດ້ຕາມແຜນ ຫຼື ລື່ນແຜນການ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ, ລົງຊຸກຍູ້ການສົ່ງເສີມ ປູກພືດລະດູຝົນ ແລະ ການປູກເຂົ້ານາປີ ໃຫ້ທ່ວງທັນກັບເວລາ, ເຮັດໃຫ້ການເຕີບໂຕທາງເສດຖະກິດຂອງເມືອງສະເລ່ຍບໍ່ໃຫ້ຫຼຸດ 8,84 %.
- ສືບຕໍ່ປົກປັກຮັກສາອຳນາດ, ອະທິປະໄຕແລະ ຜືນແຜ່ນດິນອັນຄົບຖ້ວນໄວ້ໃຫ້ໝັ້ນຄົງ, ສ້າງສະຕິເຄົາລົບລະຽບກົດໝາຍຂອງພົນລະເມືອງໃຫ້ເຂັ້ມງວດ, ຮັບປະກັນໃຫ້ເມືອງມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ຕ້ານ ແລະສະກັດກັ້ນ ທຸກເລ່ລ່ຽມກົນອຸບາຍມ້າງເພທຳລາຍຂອງສັດຕູ, ກຳຈັດປັດເປົ່າປະກົດການຫຍໍ້ທໍ້ດ້ານຕ່າງໆ ທີ່ເກີດຂຶ້ນໃນສັງຄົມໃຫ້ຫລຸດນ້ອຍຖອຍລົງແລະໝົດໄປເທື່ອລະກ້າວ.
- ສືບຕໍ່ພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບ, ກະກຽມຄວາມພ້ອມເພື່ອ ປະກາດເປັນເມືອງສາທາລະນະສຸກແບບຢ່າງ ແລະ ເມືອງວັດທະນະທຳ ສົ່ງເສີມວຽກງານຝຶກອົບຮົມທາງດ້ານສີມືແຮງງານ ແລະ ກວດກາຄຸ້ມຄອງແຮງງານຢູ່ບັນດາຫົວໜ່ວຍແຮງງານຕ່າງໆໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ສົ່ງເສີມການສ້າງວຽກເຮັດງານທຳ ຕິດພັນກັບການພັດທະນາແຫຼ່ງທ່ອງທ່ຽວທີ່ມີຢູ່ໃຫ້ເປັນທີ່ດຶງດູດຈິດໃຈຂອງແຂກພາຍໃນ ແລະ ຕ່າງປະເທດ ໄປຄຽງຄູ່ກັບການປົກປັກຮັກສາ ແລະ ເສີມຂະຫຍາຍຮີດຄອງປະເພນີ, ວັດທະນາທຳອັນດີງາມຂອງຊາດ, ຂອງທ້ອງຖິ່ນຢ່າງຕັ້ງໜ້າ.