
ທ່ານ ອ໋ອງຄໍາ ຄູນສະໄໝ ຮອງຫົວໜ້າພະແນກຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ) ແຂວງອັດຕະປື ໄດ້ລາຍງານ ຕໍ່ກອງປະຊຸມສະຫຼຸບວຽກ ງານ ຖວທແຂວງ ປະຈໍາ 6 ເດືອນຕົ້ນປີ ຂຶ້ນທີ່ຫ້ອງປະຊຸມພະແນກດັ່ງກ່າວເມື່ອບໍ່ດົນມານີ້ວ່າ: ໃນໄລຍະ 6 ດືອນຕົ້ນປີຢູ່ພາຍໃນແຂວງອັດຕະປື ໄດ້ມີນັກທ່ອງ ທ່ຽວເຂົ້າມາທ່ຽວທັງໝົດ 24.265 ຄົນ, ສ່ວນໃຫຍ່ແມ່ນນັກທ່ອງທ່ຽວພາຍໃນປະເທດ,ເມື່ອທຽບໃສ່ແຜນການປີບັນລຸໄດ້ 26% ແລະ ສາມາດກະຈາຍລາຍໄດ້ຈາກການທ່ອງທ່ຽວໄດ້ຫຼາຍກວ່າ 8 ຕື້ກີບ, ພ້ອມດຽວກັນຍັງໄດ້ເອົາໃຈໃສ່ປັບ ປຸງ ແລະ ພັດທະນາການທ່ອງທ່ຽວຂອງແຂວງຢ່າງຕໍ່ເນື່ອງ ແລະ ມີຈຸດສຸມ,ໃນນີ້,ໄດ້ສໍາເລັດການຜ່ານແບບເບື້ອງຕົ້ນຂອງໂຄງການພັດທະນາພູສະພອງ, ຜ່ານແບບແນວຄວາມຄິດການພັດທະນາແຫຼ່ງທ່ອງທ່ຽວເຂດບ້ານຕໍາມໍຢອດ ເມືອງສະໜາມໄຊ, ສໍາເລັດການສ້າງແຜນຟື້ນຟູການທ່ອງທ່ຽວຂອງແຂວງ ຫຼັງການລະ ບາດຂອງພະຍາດໂຄວິດ -19,ສ່ວນໃນ 6 ເດືອນທ້າຍປີ. ຂະແໜງການທ່ອງທ່ຽວ ແຂວງອັດຕະປື ຈະສຸມໃສ່ການສ້າງເງື່ອນໄຂ ເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາທ່ອງທ່ຽວພາຍໃນແຂວງໃຫ້ບັນລຸຕາມແຜນທີ່ວາງໄວ້ໝົດປີ9 ໝື່ນຄົນ ແລະ ກະຈາຍລາຍຮັບໃຫ້ໄດ້ 33 ຕື້ກີບ.

ທ່ານ ອ໋ອງຄໍາ ຄູນສະໄໝ ຍັງໃຫ້ຮູ້ຕື່ມວ່າ: ທົ່ວແຂວງອັດຕະປື ມີແຫຼ່ງທ່ອງທ່ຽວທີ່ໄດ້ຂື້ນບັນຊີແລ້ວຈໍານວນ 68 ແຫ່ງ,ໃນນັ້ນ ແຫຼ່ງທ່ອງທ່ຽວດ້ານທໍາມະຊາດ 38 ແຫ່ງ,ດ້ານວັດທະນະທໍາ 18 ແຫ່ງ ແລະ ແຫຼ່ງທ່ອງທ່ຽວດ້ານປະຫວັດສາດ 12 ແຫ່ງ, ທົ່ວແຂວງມີຫົວໜ່ວຍທຸລະກິດບໍ ລິການທັງໝົດ 161 ແຫ່ງ, ມີບໍລິສັດທ່ອງທ່ຽວ 2 ຫົວໜ່ວຍ,ທົ່ວແຂວງມີໂຮງແຮມ 22 ແຫ່ງ,ເຮືອນພັກ 31 ຫຼັງ, ຮ້ານອາຫານ 62 ຮ້ານ,ຮ້ານກິນດື່ມ 42 ຮ້ານ,ຮ້ານບັນເທິງ 1 ຫົວໜ່ວຍ ແລະ ຮ້ານຄາຣາໂອເກະ 1 ຫົວໜ່ວຍ.

ຂ່າວ: ມີເດຍລາວ