ດຣ. ສີສະຫວາດ ສຸດທານີລະໄຊ, ຮອງຫົວໜ້າ ກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນລາວ ໃນຕອນເຊົ້າຂອງວັນທີ 12 ມິຖຸນາ 2020 ນີ້ວ່າ: ພວກເຮົາຕີລາຄາວ່າສະພາບການລະບາດຢູ່ປະເທດເຮົາ ແລະ ປະເທດທີ່ມີຊາຍແດນຕິດຈອດກັບ ສປປ ລາວ ແມ່ນຜ່ອນຄາຍລົງຫຼາຍແລ້ວ. ສະເພາະຢູ່ ສປປ ລາວ 61 ມື້ແລ້ວ ບໍ່ມີຜູ້ຕິດເຊື້ອໃໝ່, ຜູ້ຕິດເຊື້ອສະສົມ 19 ຄົນ ແມ່ນປິ່ນປົວຫາຍດີ ແລະ ອອກໂຮງໝໍ ໝົດທຸກຄົນແລ້ວ.
ຜົນສຳເລັດໃນຄັ້ງນີ້ ຍ້ອນມີການຊີ້ນຳ, ນຳພາທີ່ດີຂອງການນຳຂັ້ນສູງພັກ-ລັດ ກໍ່ຄືອຳນາດການປົກຄອງທຸກຂັ້ນ, ຍ້ອນມີການຮ່ວມແຮງຮ່ວມໃຈຈາກພໍ່ແມ່ປະຊາຊົນບັນດາເຜົ່າ,ມີການສະໜັບສະໜູນຈາກບັນດາປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ, ພາກທຸລະກິດ ແລະ ອົງການຈັດຕັ້ງທາງສັງຄົມທຸກພາກສ່ວນ ເຊິ່ງຈະເປັນບົດຮຽນອັນສຳຄັນໃຫ້ແກ່ພວກເຮົາໃນການກຳນົດນະໂຍບາຍ, ແຜນປະຕິບັດງານ ໃນຕໍ່ ໜ້າ ເພື່ອສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ກໍ່ຄືພະຍາດຕິດຕໍ່ອື່ນໆ ເຊັ່ນ: ພະຍາດໄຂ້ຍຸງລາຍ, ພະຍາດໝາກແດງ.
ຂໍແກ້ຂ່າວ ພະຍາດໄຂ້ຍຸງລາຍ ສຳລັບວານນີ້ ມາຮອດປະຈຸບັນ ພະຍາດໄຂ້ຍຸງລາຍມີຜູ້ຕິດເຊື້ອທັງໝົດ 1,733 ຄົນ (ມີລາຍງານກໍລະນີໃນ 17 ແຂວງ ຍົກເວັ້ນ ແຂວງຊຽງຂວາງ, ໃນນັ້ນ ແຂວງທີ່ມີການລາຍງານຫຼາຍກວ່າໝູ່ແມ່ນ ນະຄອນຫຼວງວຽງຈັນ ເຊິ່ງມີເຖິງ 403 ຄົນ). ຈຳນວນຜູ້ ເສຍຊີວິດຍ້ອນພະຍາດໄຂ້ຍຸງລາຍມີ ທັງ ໝົດ 05 ຄົນ (ນະຄອນຫຼວງ 02 ຄົນ, ບໍລິຄຳໄຊ 01 ຄົນ, ຄຳມ່ວນ 01 ຄົນ ແລະ ໄຊຍະບູລີ 01 ຄົນ) ບໍ່ແມ່ນ 06 ຄົນ ທີ່ບາງ ສື່ໄດ້ຖະແຫຼງຂ່າວອອກວານນີ້, ເນື່ອງຈາກວ່າ ມີການເຂົ້າໃຈຜິດ ກໍລະນີແຂວງບໍລິຄຳໄຊ ແລະ ໂຮງໝໍ 103, ໝາຍຄວາມວ່າ ແມ່ນຄົນຜູ້ດຽວກັນ ມາແຕ່ແຂວງບໍລິຄຳໄຊ ມາປິ່ນປົວຢູ່ໂຮງໝໍ 103 ແລະ ເສຍຊີວິດຢູ່ນະຄອນຫຼວງວຽງຈັນ ເລີຍໄດ້ນັບເຂົ້າເປັນບັນຊີລາຍຊື່ຂອງ
ນະຄອນຫຼວງວຽງຈັນ.
ໄຂ້ຍຸງລາຍສາມາດປ້ອງກັນໄດ້ ໂດຍການປະຕິບັດ 5 ປ:
- ປິດຝາພາຊະນະທີ່ເກັບນ້ຳໃນເຮືອນ ແລະ ນອກເຮືອນ ເພື່ອບໍ່ໃຫ້ຍຸງມາໄຂ່ໃສ່;
- ປ່ຽນນ້ຳໃນພາຊະນະ ເຊັ່ນ: ເຕົ້າດອກໄມ້ ນ້ຳຮອງຕີນຕູ້ ຖ້ານຮອງຈອກນ້ຳ;
- ປ່ອຍປາຫາງນົກຍຸງເພື່ອກິນໜອນນ້ຳ;
- ປັບປຸງການອະນາໄມ ສິ່ງແວດລ້ອມອ້ອມເຮືອນບໍ່ໃຫ້ມີກະໂປະກະປ໋ອງ ຢາງຕີນລົດເກົ່າທີ່ມີນ້ຳຂັງ;
- ປະຕິບັດໃຫ້ເປັນນິໄສປະຈຳທຸກໆອາທິດ;
- ຖ້າເປັນໄຂ້ໃຫ້ໄປພົບແພດໝໍດ່ວນ ຖ້າຫາກທຸກຄົນປະຕິບັດໄດ້ຕາມ 5 ປ ຢ່າງເຂັ້ມງວດກໍ່ຈະສາມາດຫຼຸດຜ່ອນ, ປ້ອງກັນການເຈັບຈາກເປັນ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໄຂ້ຍຸງໃຫ້ຫລຸດລົງເທື່ອລະກ້າວ.