ວັນທີ 13 ສິງຫາ 1960 ວິທະຍຸກະຈາຍສຽງຝ່າຍປະເທດລາວ ໄດ້ສ້າງຕັ້ງຂື້ນໃນທ່າມກາງປະເທດຊາດຕົກຢູ່ໃນພາວະສົງຄາມຕໍ່ສູ້ປົດປ່ອຍຊາດຕ້ານກັບຈັກກະພັດ ຜູ້ຮຸກຮານ ທີ່ເຂດປົດປ່ອຍເມືອງວຽງໄຊ ແຂວງຫົວພັນ ໄດ້ຜ່ານຂະບວນການເຝິກຝົນຫລໍ່ຫລອມຢ່າງຕັ້ງຫນ້າໃນເເປວໄຟປະຕິວັດບໍ່ພຽງແຕ່ດໍາລົງຄົງຕົວຢູ່ໄດ້ ແຕ່ຫາກຍັງເຕີບໃຫຍ່ຂະຫຍາຍຕົວໃນຫລາຍດ້ານ ແບກຫາບພາລະຫນ້າທີ່ຢ່າງມີກຽດສະຫງ່າ ຈົນເຖີງປັດຈຸບັນວິທະຍຸກະຈາຍສຽງແຫ່ງຊາດລາວເປັນ ໄດ້ກາຍເປັນກະບອກສຽງທີ່ແຫລມຄົມ ຂອງພັກ ເປັນເພື່ອນມີດກັບປະຊາຊົນ ພ້ອມທັງເປັນຂົວຕໍ່ລະຫວ່າງພັກ-ລັດ ກັບປະຊາຊົນຢ່າງເເທ້ຈີງ.
ໃນໂອກາດວັນສ້າງຕັ້ງວິທະຍຸກະຈາຍສຽງແຫ່ງຊາດລາວກໍ່ຄືວິທະຍຸກະຈາຍສຽງຝ່າຍປະເທດລາວໃນເມື່ອກ່ອນວັນທີ13ສີງຫາຄົບຮອບ 62ປີ ທ່ານສຸວັນ ວິໄລເເສງ ຜູ້ອໍານວຍການໃຫຍ່ວິທະຍຸ ກະຈາຍສຽງແຫ່ງຊາດລາວ ໃຫ້ສໍາພາດຕໍ່ສື່ມວນຊົນມີບາງຕອນວ່າ: ນັບແຕ່ວິທະຍຸກະຈາຍສຽງຝ່າຍປະເທດໄດ້ຮັບການສ້າງຕັ້ງຂື້ນໃນວັນທີ13ສີງຫາ1960ໄດ້ເຮັດຫນ້າທີ່ປຸກ ລະດົມຂົນຂວາຍປະຊາຊົນລຸກຮື້ຂື້ນເຮັດການປະຕິວັດເພື່ອຕ້ານກັບຈັກກະພັດອາເມລິກາ ແລະ ພວກປະຕິການຂາຍຊາດຢ່າງພິລະອາດຫານ, ເຊິ່ງວິທະຍຸກະຈາຍສຽງ ຝ່າຍປະເທດລາວໃນເວລານັ້ນນອກຈາກເຮັດຫນ້າທີ່ປຸກລະດົມຂົນຂວາຍປະຊາຊົນບັນດາເຜົ່າເຂົ້າຮ່ວມ ການປະຕິວັດເພື່ອຕໍ່ສູ້ຕ້ານກັບຈັກກະພັດຜູ້ຮຸກຮານແລ້ວ ຍັງເຮັດຫນ້າທີ່ສໍາຄັນເປັນກະບອກສຽງທີ່ເເຫລມຄົມຂອງພັກ ແລະລັດ,ເປັນເພື່ອມີດກັບປະຊາຊົນໃນເຂດປົດປ່ອຍ ໃນການສະຫນອງຂໍ້ມູນຂ່າວສານ ອອກສູ່ສັງຄົມ ເພື່ອປຸກລະດົມນໍ້າໃຈຮັກຊາດ,ຮັກບ້ານເກີດເມືອງນອນ ທົ່ວປວງຊົນເຂົ້າຮ່ວມຂະບວນການປະຕິວັດຕໍ່ສູ້ປົດປ່ອຍປະເທດຊາດ.
ນັບແຕ່ປະເທດຊາດໄດ່ຮັບການປົດປ່ອຍ ວິທະຍຸກະຈາຍສຽງຝ່າຍປະເທດລາວໄດ້ປ່ຽນຊື່ມາເປັນວິທະຍຸກະຈາຍສຽງແຫ່ງຊາດລາວ ແລະ ໄດ້ພັດທະນາຕົນເອງໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງທັງທາງດ້ານປະລິມານແລະຄຸນນະພາບ, ດ້ານເນື້ອໃນແລະເຕັກນິກຕ່າງໆທີ່ນໍາໃຊ້ລະບົບທັນສະໄຫມເພື່ອເປັນພື້ນຖານໃນການຂະຫຍາຍ ສະຖານີວິທະຍຸຢູ່ແຕ່ລະທ້ອງຖີ່ນ ແລະ ອື່ນໆ.
62ປີຜ່ານມາວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ຮັບການພັດທະນາດ້ານເຕັກໂນໂລຊີເທື່ອລະກ້າວປັດຈຸບັນໄດ້ພັດທະນາໄປສູ່ຄຸນນະພາບໃຫມ່ ຢ່າງຮອບດ້ານ ເຮັດໃຫ້ການກະຈາຍສຽງໄປໄກ,ສຽງດີ ມີເນື້ອໃນເລີກເຊີ່ງ,ວ່ອງໄວ ທັນເຫດການ ຄຽງຄູ່ ກັນນີ້ຈະເອົາໃຈໃສ່ຍົກສູງຄວາມຮູ້ຄວາມສາມາດໃຫ້ສະມາຊິກພັກ,ພະນັກງານທີ່ຂື້ນກັບຄວາມຮັບຜິດ ຊອບຂອງຕົນຢ່າງຕໍ່ເນື່ອງເພື່ອຮັບປະກັນເຮັດໃຫ້ການສະຫນອງຂໍ້ມູນຂ່າວສານຮັບໃຊ້ສັງຄົມກ້າວໄປ ສູ່ຄຸນນະພາບໃຫມ່.
ທ່ານສຸວັນ ວິໄລເເສງຜູ້ອໍານວຍການໃຫ່ຍ ວິທະຍຸກະຈາຍສຽງແຫ່ງຊາດລາວໃຫ້ຮູ້ອີກສ່າ: ສຳລັບວິທະຍຸແມ່ນເປັນສື່ທີ່ໂຄສະນາເຜີຍແຜ່ແນວທາງຂອງການປະຕິວັດຂອງແນວລາວອິດສະຫຼະ ແລະ ແນວລາວຮັກຊາດໃນສະໄໝຕໍ່ສູ້ກູ້ຊາດ ເພື່ອຍົກສູງຈິດໃຈຕໍ່ສູ້ປົດປ່ອຍຊາດໃນສະໄໝນັ້ນ ເພື່ອເຕົ້າໂຮມສອງແຂວງພາກເໝືອ, ໂດຍການໂຄສະນາໃຫ້ປະຊາຊົນເຂົ້າຮ່ວມຂະບວນການປະຕິວັດ ເປັນກຳລັງຂອງຕົນເອງ ແລະ ໃຫ້ກຳລັງໃຈແກ່ອ້າຍນ້ອງທະຫານທີ່ອອກສູ່ສະໝາມຮົບທີ່ຕໍ່ສູ້ກັບຈັກກະພັດລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່ ໃນໄລຍະນັ້ນວິທະຍຸແມ່ນເປັນອາວຸດທີ່ແຫຼມຄົມທີ່ສຸດ ໃນການລະດົມຈິດໃຈຂອງນັກຮົບປະຕິວັດໃນສະໄໝນັ້ນ ໃນການໂຄສະນາໃຫ້ອ້າຍນ້ອງທະຫານທີ່ຢູ່ແນວໜ້າມີກຳລັງໃຈສູ້ຮົບ ຈົນສາມາດປົດປ່ອຍປະເທດຊາດໄດ້ໃນວັນທີ 2 ທັນ ປີ 1975 ແລະ ຈາກນັ້ນໃນໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ສື່ວິທະຍຸແມ່ນມີບົດບາດທີ່ສຳຄັນທີ່ສຸດເພາະວ່າ ຕອນນັ້ນໂທລະພາບຍັງບໍໍ່ທັງເກີດ ກໍມີແຕ່ສື່ວິທະຍຸທີ່ເຮັດໜ້າທີ່ໂຄສະນາແນວທາງຂອງພັກ-ລັດ ແລະ ເຂົ້າເຖິງປະຊາຊົນ ວ່າປະຊາຊົນມີຄວາມຕ້ອງການອັນໃດ ບ່ອນໃດມີຄວາມຫຍຸ້ງຍາກອັນໃດກໍຕ້ອງສ່ອງແສງລາຍງານຕາມຄວາມເປັນຈິງ ແລະ ບັນຫານີ້ເຮັດໃຫ້ວິທະຍຸ ຂະຫຍາຍຕົວຈົນມາເຖິງປັດຈຸບັນນີ້.
ປະຈຸບັນ ສປປ ລາວ ມີສະຖານີວິທະຍຸກະຈາຍສຽງ ທັງໝົດ 168 ສະຖານີ. ໃນນີ້, ຢູ່ສູນກາງມີ 9 ສະຖານີ (FM 7 ສະຖານີ້, AM 2 ສະຖານີ), ທ້ອງຖິ່ນ 75 ສະຖານີ, ເຄືອຂ່າຍ 77 ສະຖານີ ແລະ ວິທະຍຸສາກົນ 2 ສະຖານີ ວິທະຍຸແມ່ນໄດ້ກະຈາຍສຽງທາງພາກພື້ນດິນຂອງລະບົບ AM ແລະ FM ກວມ 90% ຂອງພື້ນທີ່ທົ່ວປະເທດ. ນອກນັ້ນ, ໄດ້ກະຈາຍຜ່ານດາວທຽມ ແລະ ອິນເຕີເນັດກວມ 100% ຂອງພື້ນທີ່ທົ່ວປະເທດ ແລະ ຫຼາຍປະເທດໃນໂລກ ສາມາດຮັບຟັງໄດ້. ປັດຈຸບັນ ວິທະຍຸສາມາດກະຈາຍສຽງຜ່ານລະບົບສື່ອອນລາຍໄດ້ຢ່າງທົ່ວເຖິງ ໂດຍສະເພາະວິທະຍຸກະຈາຍສຽງແຫ່ງຊາດ ລວມທັງວິທະຍຸບາງທ້ອງຖິ່ນ ກໍໄດ້ກະຈາຍພາກພາສາລາວ, ພາສາຊົນເຜົ່າ (ພາສາມົ້ງ ແລະ ກຶມມຸ) ແລະ ໄດ້ກະຈາຍເປັນພາສາຕ່າງປະເທດເຊັ່ນ: ຫວຽດນາມ, ຈີນ, ອັງກິດ, ຝຣັ່ງ, ຂະແມ ແລະ ໄທ.