ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງ ກັນຄວາມສະຫງົບ (ປກສ) ໄດ້ຖະແຫຼງຂ່າວເນື່ອງໃນໂອກາດວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 62 ປີ (5 ເມສາ 1961-5 ເມສາ 2023) ຂຶ້ນໃນວັນທີ 3 ເມສາ ນີ້ ທີ່ກະຊວງ ປກສ ໂດຍທ່ານໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາໃນແຕ່ລະໄລຍະ ຊຶ່ງມີເນື້ອໃນບາງຕອນວ່າ: ວັນທີ 5 ເມສາ ແມ່ນວັນກຳ ເນີດ ກໍຄືວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ; ຄືຮູ້ນໍາກັນແລ້ວວ່າ ພັກປະຊາ ຊົນປະຕິວັດລາວເປັນຜູ້ສ້າງຕັ້ງ ແລະ ນໍາພາໂດຍກົງ, ເດັດຂາດ ແລະ ຮອບດ້ານຕໍ່ກຳລັງປ້ອງກັນຄວາມສະຫງົບ, ເປັນກໍາລັງທີ່ແຫຼມຄົມຂອງພັກ, ທີ່ມີຄວາມຈົງຮັກ ພັກດີ ແລະ ຊື່ສັດບໍລິສຸດຕໍ່ພັກ-ລັດ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນລາວບັນດາເຜົ່າ ທັງແມ່ນກໍາລັງທີ່ມາຈາກປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນຢ່າງແທ້ຈິງ.
ເພື່ອເປັນການຫວນຄືນມູນເຊື້ອອັນສະຫງ່າງາມຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ; ທ່ານໄດ້ມີຄໍາເຫັນ ໂດຍສັງເຂບດັ່ງນີ້: ການກຳເນີດຂອງກຳ ລັງປ້ອງກັນຄວາມສະຫງົບປະຊາຊົນ ແມ່ນມີຄວາມໝາຍສຳຄັນທາງດ້ານການເມືອງອັນໃຫຍ່ຫຼວງໃນປະຫວັດສາດຂອງຊາດລາວ; ນັບແຕ່ມື້ສ້າງຕັ້ງ, ກຳລັງປ້ອງ ກັນຄວາມສະຫງົບ ໄດ້ເຊື່ອມຊຶມ ແລະ ປະຕິບັດ 3 ໜ້າທີ່ 4 ການພົວພັນ ໄດ້ເປັນຢ່າງດີ; ທັງເຄື່ອນໄຫວປ້ອງກັນ, ຝຶກແອບຮ່ຳຮຽນ, ປັບປຸງກຳລັງ, ເພີ່ມພູນຜະລິດຜົນ, ສ້າງພະລາທິການກັບທີ່ ແລະ ລົງຂົນຂວາຍກໍ່ສ້າງຮາກຖານ ຊຶ່ງໄດ້ຮັບຄວາມຮັກແພງອຸ້ມຊູຊ່ວຍເຫຼືອຈາກປະຊາຊົນຕະຫຼອດມາ; ເຖິງວ່າໃນເບື້ອງ ຕົ້ນກຳລັງປ້ອງກັນຄວາມສະຫງົບ ຍັງອ່ອນນ້ອຍ, ການປະກອບອາວຸດພາຫະ ນະຫຼ້າສະໄໝ, ລະດັບເຕັກນິກວິທະຍາ ສາດບໍ່ທັນສູງ, ແຕ່ຍ້ອນຄວາມຮຽກຮ້ອງຕ້ອງການຂອງປະເທດຊາດ, ກຳລັງປ້ອງກັນຄວາມສະຫງົບ ໄດ້ເດັດດ່ຽວເສີມຂະຫຍາຍນ້ຳໃຈຮັກຊາດ, ຮັກຄວາມເປັນເອກະລາດ ແລະ ຜືນແຜ່ນດິນອັນອຸດົມຮັ່ງມີຂອງຕົນ, ບໍ່ຍອມເປັນຂ້ອຍຂ້າໃຫ້ແກ່ຊາດອື່ນ, ໄດ້ພ້ອມກັບກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ຕໍ່ສູ້ຕ້ານການຮຸກຮານຂອງຈັກກະພັດພາຍນອກ ແລະ ລູກແຫຼ່ງຕີນມືຂາຍຊາດ.
62 ປີ ແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ, ພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ ແມ່ນປະຫວັດສາດແຫ່ງການທົດສອບອັນໃຫຍ່ຫຼວງ ໃນການຕໍ່ສູ້ອັນຍືດເຍື້ອຍາວນານ ເພື່ອຍາດເອົາຄວາມເປັນເອກະ ລາດແຫ່ງຊາດ; ຕະຫຼອດໄລຍະທາງອັນລະອິດລະອ້ຽວ, ຫຍຸ້ງຍາກລຳບາກທີ່ສຸດນັ້ນ, ແຕ່ກໍປ່ຽມລົ້ນໄປດ້ວຍຜົນງານ, ວິລະກໍາອັນສູງສົ່ງ ແລະ ໄຊຊະນະອັນສະຫງ່າລາສີ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກ, ກຳລັງປ້ອງກັນຄວາມສະຫງົບ ໄດ້ສາມັກຄີເປັນຈິດໜຶ່ງໃຈດຽວ ໃນການປະຕິບັດໜ້າທີ່ການເມືອງ, ທັງປະສານ ແລະ ຕໍ່ສູ້ຢ່າງພິລະອາດຫານ, ຕິດພັນກັບການອອກແຮງປັບປຸງ, ກໍ່ສ້າງກຳລັງຂອງຕົນໃຫ້ນັບມື້ເຂັ້ມແຂງ ແລະ ຂະຫຍາຍຕົວເປັນກ້າວໆມາ.
ຜ່ານການປະຕິບັດໜ້າທີ່ການເມືອງ ຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຕະຫຼອດໄລຍະທີ່ຜ່ານມາ; ພັກ, ລັດຖະ ບານ ໄດ້ຕີລາຄາສູງ ຕໍ່ຜົນສຳເລັດຫຼາຍດ້ານທີ່ກຳລັງປ້ອງກັນຄວາມສະຫງົບຍາດມາໄດ້; ເຖິງແມ່ນວ່າໄລຍະຜ່ານມາສະພາບພາກພື້ນ, ສາກົນ ແລະ ສະພາບພາຍໃນປະເທດ ໄດ້ປະເຊີນກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງກໍຕາມ, ແຕ່ກຳລັງປ້ອງກັນຄວາມສະຫງົບ ກໍໄດ້ມີຄວາມພະຍາຍາມຢ່າງຕັ້ງໜ້າ, ມີຄວາມສູ້ຊົນບຸກບືນ, ມີຄວາມຮັບຜິດ ຊອບສູງໃນການຊີ້ນຳ-ນຳພາ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສືບຕໍ່ຮັບປະກັນສະຖຽນລະພາບ ແລະ ຄວາມໝັ້ນຄົງ ຂອງລະບອບປະຊາທິປະໄຕປະຊາ ຊົນໃຫ້ໜັກແໜ້ນ. ກຳລັງປ້ອງກັນຄວາມສະຫງົບ ຍັງສາມາດຮັກສາບົດບາດເປັນແກ່ນສານ ແລະ ເປັນກຳລັງອັນແຫຼມຄົມຂອງພັກ ໃນການຮັບປະກັນຄວາມເປັນເອກະລາດ ແລະ ຜືນແຜ່ນດິນອັນຄົບ ຖ້ວນຂອງຊາດ, ສ້າງເງື່ອນໄຂເອື້ອອໍາ ນວຍໃນການພັດທະນາເສດຖະ ກິດ- ສັງຄົມ.
ຈາກຜົນສຳເລັດທີ່ຍາດມາໄດ້ໃນໄລຍະຜ່ານມານັ້ນ, ແມ່ນການຈັດຕັ້ງປະຕິບັດແນວທາງຂອງພັກ, ລັດຖະບານຖືກທິດ, ສອດຄ່ອງກັບສະພາບເງື່ອນໄຂ ແລະ ຈຸດພິເສດຂອງກຳລັງປ້ອງກັນຄວາມສະຫງົບ; ແມ່ນໝາກຜົນຂອງຄວາມບາກບັ່ນ, ບຸກບືນສູ້ຊົນດ້ວຍຄວາມມານະອົດທົນ, ເດັດດ່ຽວໜຽວແໜ້ນ ແລະ ຄວາມສາມັກຄີເປັນປຶກແຜ່ນຂອງສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດໃນກຳລັງປ້ອງກັນຄວາມສະຫງົບ ທີ່ໄດ້ຕັ້ງ ໜ້າທຸ້ມເທເຫື່ອແຮງ, ສະຕິປັນຍາ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນດ້ວຍຄວາມຮັບຜິດຊອບສູງ, ອັນໄດ້ສະແດງໃຫ້ເຫັນວ່າ ພາຍໃຕ້ການນຳ ພາຂອງພັກ, ກຳລັງປ້ອງກັນຄວາມສະ ຫງົບ ໄດ້ເສີມຂະຫຍາຍທາດແທ້, ມູນເຊື້ອຂອງກຳລັງປະກອບອາວຸດປະຕິວັດ, ຍາມໃດກໍສະໜອງຕອບ ຕໍ່ຄວາມຮຽກ ຮ້ອງຕ້ອງການຂອງພັກ ແລະ ປະຊາຊົນດ້ວຍຄວາມຈົງຮັກພັກດີ, ຊື່ສັດບໍລິສຸດ ແລະ ຍາມໃດກໍເດັດດ່ຽວໜຽວແໜ້ນ, ກ້າວເດີນຕາມອຸດົມການສັງຄົມນິຍົມຂອງພັກ. ໄດ້ກຳນົດທິດທາງໜ້າທີ່ແຫ່ງການສືບຕໍ່ແນວທາງປ່ຽນແປງໃໝ່ ຢ່າງຮອບດ້ານ ແລະ ມີຫຼັກການຂອງພັກ; ພ້ອມກັນນັ້ນ ກໍໄດ້ວາງຄາດໝາຍສູ້ຊົນ ທີ່ມີລັກສະນະທ້າທາຍ ແລະ ເປັນຍຸດທະ ສາດ ເພື່ອສ້າງພື້ນຖານໃຫ້ແກ່ບາດລ້ຽວໃໝ່ ໃນການພັດທະນາ ເພື່ອນຳພາປະເທດຊາດ ໃຫ້ຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ເທື່ອລະກ້າວ ໂດຍການສ້າງບາດກ້າວບຸກທະລຸທັງ 4 ດ້ານໃຫ້ເປັນຈິງ; ສຳລັບກຳລັງປ້ອງກັນຄວາມສະຫງົບ ເຖິງແມ່ນວ່າໄດ້ເຮັດສຳເລັດໜ້າທີ່ ແລະ ມີຜົນງານຢ່າງຫຼວງ ຫຼາຍກໍຕາມ; ແຕ່ເມື່ອທຽບໃສ່ຄວາມຮຽກຮ້ອງຕ້ອງການໃນສະພາບການໃໝ່ ໂດຍສະເພາະການປະຕິບັດໜ້າທີ່ການເມືອງຂອງຕົນ, ເຫັນວ່າຍັງມີຫຼາຍດ້ານທີ່ຕ້ອງໄດ້ເອົາໃຈໃສ່ ເພື່ອສ້າງການຫັນປ່ຽນໄປສູ່ຄຸນນະພາບ ໃໝ່ຢ່າງຕັ້ງໜ້າ ແລະ ເຂັ້ມແຂງຮອບດ້ານ.
ໃນໂອກາດລະນຶກວັນສ້າງຕັ້ງກຳລັງປ້ອງ ກັນຄວາມສະຫງົບປະຊາຊົນລາວ ຄົບ ຮອບ 62 ປີ, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ໄດ້ຮຽກຮ້ອງມາຍັງນາຍ ແລະ ພົນຕໍາຫຼວດ ທົ່ວກໍາລັງປ້ອງກັນຄວາມສະຫງົບ ເພື່ອພ້ອມກັນສູ້ຊົນຈັດຕັ້ງປະຕິບັດ ໃນຕໍ່ໜ້າບາງບັນຫາດັ່ງນີ້: ໜຶ່ງ: ສືບຕໍ່ເຊື່ອມຊຶມກຳແໜ້ນ ແລະ ຈັດຕັ້ງແນວທາງປ້ອງ ກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານໃຫ້ເລິກເຊິ່ງ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ; ປະຕິບັດມະຕິ ວ່າດ້ວຍການເພີ່ມທະວີວຽກງານປ້ອງກັນຄວາມສະຫງົບ ໃນສະພາບການໃໝ່; ຄໍາສັ່ງ ວ່າດ້ວຍການເພີ່ມທະວີ ແລະ ແກ້ໄຂບັນຫາຢາເສບ ຕິດ; ຄໍາສັ່ງ ວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ທັງສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2021-2023) ແລະ ບັນດານິຕິກໍາອື່ນໆທີ່ກ່ຽວຂ້ອງ ໃຫ້ເປັນແຜນຍຸດທະສາດ, ເປັນແຜນງານ ແລະ ໂຄງການທີ່ນອນໃນຄວາມຮັບຜິດຊອບ ໃຫ້ໄດ້ຮັບໝາກຜົນຕົວຈິງ ໄປພ້ອມກັບການຍູ້ແຮງເຮັດໃຫ້ບັນຫາດັ່ງກ່າວ ກາຍເປັນພັນທະຂອງທົ່ວສັງຄົມ ແນໃສ່ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບ ຮ້ອຍ ແລະ ປອດໄພຂອງສັງຄົມໃຫ້ມີຄວາມໜັກແໜ້ນ. ສອງ: ອອກແຮງປັບປຸງ, ກໍ່ສ້າງພັກ, ກໍ່ສ້າງພະນັກງານ ໃນກຳລັງປ້ອງກັນຄວາມສະຫງົບ ໃຫ້ເຂັ້ມແຂງທຸກດ້ານ; ເຊີດຊູບົດບາດການນຳພາໂດຍກົງ, ເດັດຂາດ ແລະ ຮອບດ້ານຂອງພັກ ຕໍ່ທຸກຂົງເຂດວຽກງານປ້ອງກັນຄວາມສະຫງົບ; ເພີ່ມທະວີການປັບປຸງ, ກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ- ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ມີແບບແຜນກ້າວສູ່ຄວາມທັນສະ ໄໝ, ຕິດພັນກັບການກໍ່ສ້າງກໍາລັງໃຫ້ມີຄວາມຮູ້, ຄວາມສາມາດທາງດ້ານວິຊາສະເພາະ, ວິຊາການຕ່າງໆ ໃຫ້ຮັບປະກັນທາງດ້ານຈໍານວນ ແລະ ຄຸນນະພາບ; ເປັນກຳລັງທີ່ຈົງຮັກພັກດີ, ຊື່ສັດບໍລິສຸດຕໍ່ຊາດ, ຕໍ່ພັກ, ຕໍ່ປະຊາຊົນ ແລະ ອຸດົມ ການສັງຄົມນິຍົມ; ເປັນເຈົ້າການສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ພາຍໃນກຳລັງ ໂດຍສະເພາະການສວຍໃຊ້ສິດໜ້າທີ່ ເພື່ອຫາຜົນປະໂຫຍດບໍ່ຖືກຕ້ອງ, ລະເມີດລະບຽບກົດໝາຍ ທັງສຸມໃສ່ຕ້ານປະກົດການ “ຫັນປ່ຽນດ້ວຍຕົນເອງ”ແລະ “ເສື່ອມຄຸນປ່ຽນທາດເອງ” ຢ່າງແຂງແຮງ. ສາມ: ຕັ້ງໜ້າແກ້ໄຂປະກົດການຫຍໍ້ທໍ້, ຈໍາກັດ ແລະ ສະກັດກັ້ນໜໍ່ ແໜງ ທີ່ຈະກະທົບຕໍ່ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພຂອງສັງຄົມ ກໍຄືຄວາມໝັ້ນຄົງທາງດ້ານເສດ ຖະກິດ ແລະ ວັດທະນະທຳ-ສັງຄົມ, ຕິດພັນກັບການສືບຕໍ່ຫັນກຳລັງລົງກໍ່ສ້າງຮາກຖານການເມືອງ ຢ່າງແຂງແຮງ ຕາມທິດ 3 ສ້າງ ເພື່ອເຮັດໃຫ້ວຽກງານປ້ອງ ກັນຄວາມສະຫງົບ ກາຍເປັນສະຕິ ແລະ ຄວາມຮັບຜິດຊອບຮ່ວມກັນຂອງທົ່ວສັງຄົມ ດ້ວຍຄວາມຕັ້ງໜ້າ. ສີ່: ເພີ່ມທະວີການສະກັດກັ້ນ ແລະ ຕ້ານອາຊະຍາກຳທາງຄອມພີວເຕີ, ການສວຍໃຊ້ສື່ສັງຄົມອອນລາຍ ກໍ່ຄວາມບໍ່ສະຫງົບໃນສັງຄົມ ໂດຍສົມທົບແໜ້ນກັບຂະ ແໜງການກ່ຽວຂ້ອງ, ຕິດພັນກັບການຕອບໂຕ້ຂໍ້ມູນ ຫຼື ຂ່າວບໍ່ມີຄວາມຈິງ, ການໂຄສະນາໃສ່ຮ້າຍປ້າຍສີຕ່າງໆ ໃຫ້ແຫຼມຄົມ ແລະ ທັນການ. ຫ້າ: ຕັ້ງໜ້າຜັນຂະຫຍາຍຍຸດທະ ສາດ ແລະ ແຜນງານດ້ານພະລາທິການ ຮັບໃຊ້ວຽກງານປ້ອງກັນຄວາມສະຫງົບ ໂດຍສຸມໃສ່ສືບຕໍ່ປັບປຸງ, ຍົກສູງຄຸນນະ ພາບວຽກງານພະລາທິການຮອບດ້ານ ຕາມທິດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ສຸມໃສ່ສ້າງ, ປັບປຸງກົນໄກ, ລະບຽບການທັງຕິດຕາມ, ກວດກາ, ຊຸກຍູ້ ແລະ ປະເມີນຜົນການເຄື່ອນໄຫວວຽກງານພະລາທິການຂອງກົມກອງ ໃຫ້ມີປະສິດທິຜົນ. ແລະ ຫົກ: ຜັນຂະຫຍາຍແນວທາງການຕ່າງປະເທດຂອງພັກ, ປະຕິບັດນະໂຍ ບາຍເຊື່ອມໂຍງພາກພື້ນ ແລະ ສາກົນ ໃຫ້ມີປະສິດທິຜົນ ໂດຍສຸມໃສ່ການພົວພັນຮ່ວມມື ກັບກໍາລັງປ້ອງກັນຄວາມສະຫງົບປະເທດເພື່ອນມິດຍຸດທະສາດ, ອົງການຕຳຫຼວດອາຊຽນ ແລະ ອົງການຕຳຫຼວດສາກົນ ຢ່າງມີການເລືອກເຟັ້ນ; ສົມທົບແໜ້ນລະຫວ່າງ ການເຊີດຊູນໍ້າໃຈຮັກ ຊາດ, ຍົກສູງສະຕິເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ກັບການຍາດແຍ່ງເອົາກຳລັງແຮງ ແລະ ກາລະໂອກາດທີ່ອຳນວຍຂອງຍຸກສະໄໝ ແລະ ສາກົນ, ປະກອບສ່ວນຢ່າງສົມກຽດເຂົ້າໃນພາລະກິດປົກປັກຮັກສາຄວາມໝັ້ນຄົງ, ຄວາມສະຫງົບ, ການເຊີດຊູບົດບາດຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ ໃຫ້ສູງຂຶ້ນໃນເວທີສາກົນ ແລະ ພາກພື້ນ.
ໃນໂອກາດດຽວກັນນີ້ ທ່ານກໍໄດ້ອວຍ ພອນໃຫ້ການນຳພັກ-ລັດ ຈົ່ງມີສຸຂະພາບເຂັ້ມແຂງ, ສືບຕໍ່ນຳພາປະເທດຊາດ ກໍຄືກຳລັງປະກອບອາວຸດ ແລະ ປວງຊົນລາວບັນດາເຜົ່າ ກ້າວຂຶ້ນສູ່ຈຸດໝາຍທີ່ວາງໄວ້. ອວຍພອນໃຫ້ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ, ນາຍ ແລະ ພົນຕຳຫຼວດ ທົ່ວກຳລັງປ້ອງກັນຄວາມສະຫງົບ ຈົ່ງມີສຸຂະ ພາບເຂັ້ມແຂງ, ພ້ອມກັນເບີກບານມ່ວນຊື່ນ ຕໍ່ວັນປະຫວັດສາດອັນສຳຄັນ ແລະ ສືບຕໍ່ຈັດຕັ້ງປະຕິບັດໜ້າທີ່ ທີ່ໄດ້ຮັບມອບໝາຍໃຫ້ມີຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າ. ອວຍພອນໃຫ້ພະນັກງານປະຕິວັດອາວຸໂສ, ພະນັກ ງານ-ລັດຖະກອນ, ປະຊາຊົນລາວບັນດາເຜົ່າ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ສືບຕໍ່ອູ້ມຊູຊ່ວຍເຫຼືອ ກໍ່ສ້າງກຳລັງປ້ອງກັນຄວາມສະຫງົບພວກເຮົາ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນໄປເລື້ອຍໆ.
ບົດ-ພາບ ຍຸພິນທອງ
Loading...