ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ທ່ານ ກິແກ້ວ ຈັນທະບູຣີ, ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໃຫ້ຮູ້ໃນໂອກາດໃຫ້ສໍາພາດຕໍ່ສື່ມວນຊົນລາວເມື່ອບໍ່ດົນມານີ້ວ່າ: ທ່າແຮງໃນການຂັບເຄື່ອນເສດຖະກິດຂອງປະເທດເຮົາໃນຕໍ່ໜ້າ ໄດ້ກຳນົດໄວ້ໃນມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ເພື່ອຜັນຂະຫຍາຍເປັນເສດຖະກິດປາຍແຫລມໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ 9, ຊຶ່ງລວມມີ 7 ທ່າແຮງສໍາຄັນ ຄື: ດ້ານການປຸງແຕ່ງກະສິກໍາເພື່ອສົ່ງອອກ, ດ້ານພະລັງງານໄຟຟ້າ, ດ້ານການປຸງແຕ່ງແຮ່ທາດ, ດ້ານການທ່ອງທ່ຽວ, ດ້ານທີ່ຕັ້ງການເຊື່ອມໂຍງ- ເຊື່ອມຈອດ, ດ້ານທີ່ດິນ ແລະ ດ້ານປະຊາກອນໜຸ່ມ.
ທ່ານກ່າວຕື່ມວ່າ: ໃນສະພາບເສດຖະກິດຂອງປະເທດທີ່ພົບຄວາມຫຍຸ້ງຍາກຫລາຍຢ່າງ. ທັງ 7 ທ່າແຮງນີ້ຄວນໄດ້ຮັບການເອົາໃຈໃສ່ຈັດຕັ້ງປະຕິບັດໃຫ້ດີຂຶ້ນກວ່າເກົ່າ ເຊັ່ນ: ທ່າແຮງດ້ານການປຸງແຕ່ງກະສິກໍາເພື່ອສົ່ງອອກ, ຍ້ອນລາວເຮົາເປັນປະເທດຜະລິດກະສິກໍາທີ່ມີເນື້ອທີ່ກວ້າງຂວາງ, ຖ້າຫາກຜະລິດກະສິກໍາໄດ້ຫລາຍໃນຮູບແບບເປັນນິຄົມ ຫລື ສະຫະກອນໃຫຍ່ແລ້ວມີການປຸງແຕ່ງເພື່ອສົ່ງອອກປະເທດທີ່ລາວເຮົາມີລົດໄຟໄປເຖິງ ທັງທາງດ້ານປະລິມານ ແລະ ຄຸນນະພາບຈະເຮັດໃຫ້ມີລາຍຮັບເພີ່ມຂຶ້ນ ແຕ່ໃນນີ້ພາກລັດຕ້ອງໄດ້ໃຫ້ຊ່ວຍເຫລືອຢ່າງເຕັມທີ່. ທ່າແຮງດ້ານພະລັງງານໄຟຟ້າ: ຕ້ອງນໍາໃຊ້ພະລັງງານໃຫ້ເປັນທ່າແຮງ ໂດຍຫລີກຫລ່ຽງການສົ່ງອອກພະລັງງານຫລາຍແຕ່ເປັນໜີ້ພະລັງງານ. ທ່າແຮງດ້ານແຮ່ທາດ: ລາວມີແຮ່ທາດຫລາຍ ແລະ ສົ່ງອອກແຮ່ທາດຫລາຍແຕ່ເງິນເຂົ້າມາພຽງ 35%, ຕໍ່ໄປຕ້ອງສຶກສາໃຫ້ດີວ່າຈະສືບຕໍ່ສົ່ງອອກເປັນວັດຖຸດິບ ຫລື ມີການປຸງແຕ່ງກ່ອນ, ແຕ່ເຖິງວ່າຈະສົ່ງອອກໃນຮູບແບບໃດກໍຕ້ອງກໍາຂໍ້ມູນລາຄາໃນຕະຫລາດໂລກໃຫ້ຖືກຕ້ອງ.
ດ້ານການທ່ອງທ່ຽວ: ຜ່ານມາຫລາຍວາລະສານລະດັບໂລກໄດ້ຈັດໃຫ້ລາວເປັນເປົ້າໝາຍປາຍທາງການ ທ່ອງທ່ຽວທີ່ດີທີ່ສຸດ, ແຕ່ໃນຕົງຈິງນັກທ່ອງທ່ຽວເຂົ້າມາທ່ອງທ່ຽວຫລາຍສາມາດສ້າງລາຍຮັບໄດ້ແທ້ບໍ່ ຫລື ມາທ່ອງທ່ຽວລາວແຕ່ໃຊ້ບໍລິການຕ່າງໆ ຜ່ານປະເທດຂອງເຂົາເຈົ້າທັງໝົດ ເຮັດໃຫ້ລາວເຮົາໄດ້ຮັບຜົນປະໂຫຍດໜ້ອຍຈາກນັກທ່ອງທ່ຽວ. ທ່າແຮງດ້ານທີ່ຕັ້ງ: ປັດຈຸບັນລາວເຮົາມີລົດໄຟລາວ-ຈີນ, ສະນັ້ນ ຕ້ອງນໍາໃຊ້ທ່າແຮງນີ້ໃຫ້ດີທີ່ສຸດ ທັງການຂົນສົ່ງຜູ້ໂດຍສານ ແລະ ການບໍລິການໂລຊິສຕິກຕ້ອງອໍາຍວນຄວາມສະດວກ ແລະ ຍາດແຍ່ງປະເທດອ້ອມຂ້າງມາໃຊ້ບໍລິການໃຫ້ຫລາຍທີ່ສຸດ.
ທ່າແຮງດ້ານທີ່ດິນ: ຕ້ອງເອົາໃຈໃສ່ຄຸ້ມຄອງໃຫ້ດີ ເປັນຕົ້ນ: ການເກັບລາຍຮັບຈາກທີ່ດິນ, ຄ່າສໍາປະທານ ແລະ ຄ່າທໍານຽມໃນການໂອນກໍາມະສິດ, ຫລີກຫລ່ຽງບໍ່ໃຫ້ເກີດການເຊົ່າສໍາປະທານໄວ້ແລ້ວບໍ່ດໍາເນີນກິດຈະການໃດໆ. ສ່ວນທ່າແຮງດ້ານປະຊາກອນໜຸ່ມ: ລາວເຮົາມີປະຊາກອນໜຸ່ມວມເອົາເກືອບ 60% ຂອງປະຊາກອນໃນທົ່ວປະເທດ, ສະນັ້ນ ຕ້ອງໄດ້ເອົາໃຈໃສ່ໃນການສ້າງ ແລະ ພັດທະນາສີມືແຮງງານ ເພື່ອໃຫ້ເປັນກໍາລັງແຮງງານທີ່ສາມາດສ້າງມູນຄ່າເພີ່ມທາງເສດຖະກິດຢູ່ພາຍໃນປະເທດຫຼາຍຂຶ້ນ.
ທ່ານ ກິແກ້ວ ຈັນທະບູຣີ ກ່າວຢໍ້າວ່າ: ໃນຈໍານວນ 7 ທ່າແຮງທີ່ກໍານົດໄວ້, ມີ 3 ທ່າແຮງສໍາຄັນທີ່ຕ້ອງສຸມໃສ່ຈັດຕັ້ງປະຕິບັດເປັນບຸລິມະສິດສໍາຄັນເພື່ອແກ້ໄຂສະພາບເສດຖະກິດຂອງປະເທດໃນປັດຈຸບັນ ຄື: 1). ອຸດສາຫະກໍາປຸງແຕ່ງກະສິກໍາ ແລະ ແຮ່ທາດເພື່ອສົ່ງອອກ ໂດຍສະເພາະສົ່ງອອກໄປຍັງບັນດາປະເທດທີ່ເຊື່ອມຕໍ່ກັບທາງລົດໄຟລາວ-ຈີນ ເພື່ອກ້າວໄປສູ່ການຢຸດຕິການສົ່ງອອກເປັນວັດຖຸດິບ ແລະ ສ້າງມູນຄ່າເພີ່ມຢູ່ພາຍໃນໃຫ້ຫຼາຍຂຶ້ນ. 2). ນຳໃຊ້ທີ່ຕັ້ງໂດຍຫັນເປັນໂລຈິດສະຕິກທີ່ທັນສະໄຫມຜ່ານທາງລົດໄຟລາວ-ຈີນເຮັດໃຫ້ລາຄາບໍລິການຂົນສົ່ງບໍ່ແພງ, ບໍລິການໄວມີຄຸນນະພາບຮັບໃຊ້ທັງການສົ່ງອອກສິນຄ້າຜະລິດຢູ່ພາຍໃນແລະການບໍລິການຜ່ານຕອ້ງເລັ່ງລັດເຮັດໄວເພາະຖ້າບໍ່ເຮັດໄວອາດເຮັດໃຫ້ປະເທດອອ້ມຂ້າງສ້າງຫລືຫາທາງເລືອກໃຫມ່ ແລະ 3). ການພັດທະນາການທ່ອງທ່ຽວ, ລວມທັງການທ່ອງທ່ຽວຕິດພັນກັບຕ່ອງໂສ້ການທ່ອງທ່ຽວຂອງປະເທດອ້ອມຂ້າງ ແລະ ພາກພື້ນ ໂດຍຕິດພັນກັບລົດໄຟລາວ-ຈີນ.
Cr: BT, ວສລ