- ໂຢເກິດຍ່ອຍງ່າຍກ່ວານົມ
ຫາກຮັບປະທານໂຢເກິດຮັບຮອງໄດ້ວ່າບໍ່ມີປັນຫາເລື່ອງເຈັບທ້ອງຢ່າງແນ່ນອນ ເພາະຂັ້ນຕອນການເຮັດໂຢເກິດນັ້ນນ້ຳຕານແລັກໂຕດ ຈະຖືກປ່ຽນເປັນນ້ຳຕານຄາແລັກໂຕດ ແລະ ກູຣໂຄດ ໂຢເກິດຈຶ່ງຮັບປະທານງ່າຍ ແລະ ຍັງຍ່ອຍງ່າຍບໍ່ມີປັນຫາ.
- ໂຢເກິດດີຕໍ່ລຳໄສ້
ໂຢເກິດປະກອບໄປດ້ວຍແບັກທີເຣຍແລັກໂຕບາຊີຣັດຫຼາຍ ທີ່ມີປະໂຫຍດຕໍ່ລຳໄສ້ຂອງເຮົາໂດຍກົງ ເພາະວ່າແບັກທີເຣຍນີ້ຈະຊ່ວຍຫລຸດຄວາມຊ່ຽງການເກີດມະເຮັງລຳໄສ້ ແລະ ຍັງຫລຸດຄວາມຊ່ຽງຈາກການເປັນພະຍາດຕ່າງໆ ທີ່ກ່ຽວກັບລຳໄສ້ອີກດ້ວຍ.
- ໂຢເກິດຊ່ວຍເພີ່ມພູມຕ້ານທານຂອງຮ່າງກາຍ
ມີການວິໄຈມາແລ້ວວ່າການກິນໂຢເກິດມື້ລະ 2 ກ່ອງຕິດຕໍ່ກັບເປັນເວລາ 3 ເດືອນຮັບຮອງວ່າແບັກທີເຣຍໃນໂຢເກິດນັ້ນຈະຊ່ວຍສ້າງພູມຕ້ານທານໃຫ້ຮ່າງກາຍຂອງເຮົາໃຫ້ແຂງແຮງຂຶ້ນອີກຫຼາຍເທົ່າ ແລ້ວກໍ່ບໍ່ລະບາຍງ່າຍອີກດ້ວຍ.
- ໂຢເກິດຊ່ວຍຫລຸດເຊື້ອລາຂ້າເຊື້ອພະຍາດ
ເຊື່ອບໍ່ວ່າການກິນໂຢເກິດທຸກມື້ຈະສາມາດຊ່ວຍຫລຸດເຊື້ອລາໃນຊ່ອງຄອດໄດ້ ແຖມຫລຸດການຕິດເຊື້ອໃນຊ່ອງຄອດໄດ້ອີກ ສາວໆຄົນໃດກຸ້ມໃຈກ່ຽວກັບເຊື້ອລາໃນຊ່ອງຄອດຢູ່ນັ້ນ ລອງຫັນມາຮັບປະທານໂຢເກິດຮັບຮອງວ່າເຊົາ ນອກຈາກນີ້ ຍັງຊ່ວຍໃຫ້ຊ່ວງມີປະຈຳເດືອນຄວນຮັບປະທານໂຢເກິດເພາະໂຢເກິດນີ້ສາມາດຫລຸດເຊື້ອລານັ້ນເອງ ແລ້ວກໍຊ່ວຍກຳຈັດເຊື້ອລາໃນຊ່ອງຄອດໄດ້ອີກ.
- ໂຢເກິດອຸດົມໄປດ້ວແຄນຊຽມ
ໂຢເກິດຂອງມັກຂອງເຈົ້ານັ້ນອຸດົມໄປດ້ວຍແຄນຊຽມແບບເຕັມກ່ອງເລີຍ ກິນຕະຫຼອດ ກໍຈະເປັນການເພີ່ມແຄນຊຽມໃຫ້ກັບຮ່າງກາຍເຮົາ ແຖມຍັງຊ່ວຍດູດຊຶມແຄນຊຽມໄດ້ດີອີກ ຮັບຮອງວ່າກິນຕະຫຼອດ ຫ່າງໄກພະຍາດກະດູກຜ່ອຍແນ່ນອນ.
- ໂຢເກິດຊ່ວຍຫລຸດກິ່ນປາກ ແຂ້ວແມງ ເຫືອກອັກເສບ
ມີການວິໄຈຈາກແດນປາດິບວ່າ ການເລືອກກິນໂຢເກິດລົດຈືດນັ້ນຈະຊ່ວຍຫລຸດອາການກິ່ນປາກໄດ້ ນອກຈາກນີ້ແມງກໍບໍ່ມີທາງກິນແຂ້ວໃຫ້ເປັນແມງໄດ້ອີກ ແຖມຍັງບໍ່ເຮັດໃຫ້ເຫືອກອັກເສບ.
- ໂຢເກິດຊ່ວຍປ້ອງກັນພະຍາດຫລອດເລືອດຫົວໃຈ
ແບັກທີເຣຍທີ່ມີຢູ່ຫຼາຍໃນໂຢເກິດນັ້ນ ສາມາດຊ່ວຍຄວບຄຸມປະລິມານຄໍເລັດເຕີຣໍ ແລະ ກີເຊີໄລ ໃນກະແສເລືອດເຮົາບໍ່ໃຫ້ສູງເກີນໄປໄດ້ ເຮັດໃຫ້ເຮົາບໍ່ເປັນພະຍາດຫລອດເລືອດຫົວໃຈ.