ຫວ່າງມໍ່ໆມານີ້, ປະຊາຄົມໂລກໄດ້ສົ່ງສຽງທີ່ເປັນທຳຢ່າງລົ້ນຫຼາມ ເພື່ອຄັດຄ້ານການຫັນບັນຫາການສຳຫຼວດຫາແຫຼ່ງກຳເນີດຂອງເຊື້ອພະຍາດໂຄວິດ-19 ເປັນບັນຫາການເມືອງຢ່າງຈະແຈ້ງ.
ມີ 75 ປະເທດໄດ້ສົ່ງຈົດໝາຍລົງລາຍເຊັນຮ່ວມຫຼືຈົດໝາຍຂອງຕົນເຖິງຜູ້ອຳນວຍການໃຫຍ່ອົງການອະນາໄມໂລກຫຼື WHO,ເພື່ອຄັດຄ້ານການຫັນບັນຫາການສຳຫຼວດຫາແຫຼ່ງກຳເນີດຂອງເຊື້ອພະຍາດໂຄວິດ-19 ເປັນບັນຫາການເມືອງ,ແລະໄດ້ກ່າວເນັ້ນວ່າ:ການສຳຫຼວດຫາແຫຼ່ງກຳເນີດຂອງເຊື້ອພະຍາດໂຄວິດ-19 ແມ່ນໜ້າທີ່ຂອງນັກວິທະຍາສາດສະເພາະ.
ມີ 300 ກວ່າພັກການເມືອງ,ອົງການຈັດຕັ້ງທາງສັງຄົມແລະຄັງປັນຍາຈາກ 100 ກວ່າປະເທດແລະເຂດແຄວ້ນໃນໂລກໄດ້ກ່າວໃນຖະແຫຼງການຮ່ວມທີ່ຍື່ນໃຫ້ກອງເລຂາອົງການອະນາໄມໂລກໂດຍຊີ້ໃຫ້ເຫັນວ່າ: ແຜນການການສຳຫຼວດຫາແຫຼ່ງກຳເນີດຂອງເຊື້ອພະຍາດໂຄວິດ-19 ໄລຍະທີສອງທີ່ກອງເລຂາດັ່ງກ່າວສະເໜີແຕ່ຝ່າຍດຽວບໍ່ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງມະຕິກອງປະຊຸມໃຫຍ່ອົງການອະນາໄມໂລກ, ບໍ່ໄດ້ຜ່ານການປຶກສາຫາລືກັບປະເທດສະມາຊິກອົງການອະນາໄມໂລກຢ່າງເຕັມປ່ຽມ,ທັງບໍ່ໄດ້ສ່ອງແສງໃຫ້ເຫັນເຖິງໝາກຜົນຫຼ້າສຸດໃນການຄົ້ນຄວ້າກ່ຽວກັບການສຳຫຼວດຫາແຫຼ່ງກຳເນີດຂອງເຊື້ອພະຍາດໂຄວິດ-19 ຂອງໂລກຢ່າງຮອບດ້ານ,ບໍ່ມີຜົນດີຕໍ່ການຊີ້ນຳການຮ່ວມມືດ້ານການສຳຫຼວດຫາແຫຼ່ງກຳເນີດຂອງເຊື້ອພະຍາດໂຄວິດ-19 ຂອງໂລກໃຫ້ສາມາດໄດ້ຮັບການຊຸກຍູ້ໃຫ້ເຂົ້າສູ່ລວງເລິກຢ່າງຕໍ່ເນື່ອງ. ຖະແຫຼງການໄດ້ຮຽກຮ້ອງໃຫ້ອົງການອະນາໄມໂລກດຳເນີນການຄົ້ນຄວ້າກ່ຽວກັບການສຳຫຼວດຫາແຫຼ່ງກຳເນີດຂອງເຊື້ອພະຍາດໂຄວິດ-19 ຂອງໂລກຢ່າງພາວະວິໄສແລະຍຸຕິທຳ,ເດັດດ່ຽວຄັດຄ້ານການຫັນບັນຫາການສຳຫຼວດຫາແຫຼ່ງກຳເນີດຂອງເຊື້ອພະຍາດໂຄວິດ-19 ເປັນບັນຫາການເມືອງ.
Loading...