ທົ່ວໂລກມີຜູ້ຕິດເຊືອພະຍາດໂຄວິດ19 ຈໍານວນ 10ລ້ານກວ່າຄົນ, ເສຍຊີວິດ 504.000ຄົນ, ໃນນັ້ນຫລາຍກວ່າໝູ່ແມ່ນສະຫະລັດອາເມຣິກາ ມີ 2.600.000ກວ່າຄົນ.
ດຣ. ສີສະຫວາດ ສຸດທານີລະໄຊ, ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດ COVID-19 ຖະແຫລງຕໍ່ສື່ມວນຊົນ ຕອນເຊົ້າວັນທີ 29 ມິຖຸນານີ້ ເຖິງສະພາບການຄວບຄຸມໂຄວິດ19ວ່າ: ການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 17 ໂມງ ວັນທີ 28 ມິຖຸນາ 2020 ທົ່ວປະເທດມີຜູ້ເດີນທາງເຂົ້າມາລາວທັງໝົດ 1,665 ຄົນ, ໃນນັ້ນຈຸດຜ່ານດ່ານລາວ-ໄທ 1,122 ຄົນ, ມີແຮງງານລາວກັບມາແຕ່ໄທ 337 ຄົນ, ຈຸດຜ່ານດ່ານລາວ – ຈີນ 11 ຄົນ ,ທັງໝົດ ແມ່ນຄົນຂັບລົດສົ່ງສິນຄ້າ , ຈຸດຜ່ານດ່ານລາວ – ຫວຽດນາມ 529 ຄົນ, ມີແຮງງານຫວຽດນາມ 14 ຄົນ, ນັກສືກສາລາວ 4 ຄົນ, ເຫຼືອນັ້ນແມ່ນຄົນຂັບລົດສົ່ງສິນຄ້າ, ຜ່ານສະໜາມບິນສາກົນວັດໄຕ 3 ຄົນ, ທັງໝົດ ແມ່ນພະນັກງານບໍລິສັດລ້ານຊ້າງມິລິໂລນ; ທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແລະເກັບຕົວຢ່າງເພື່ອກວດວິເຄາະຫາເຊື້ອ, ແລ້ວນຳສົ່ງໄປຫາສະຖານທີ່ ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.
ການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ: ວັນທີ 28 ມິຖຸນາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 262 ຄົນ, ໃນນັ້ນ ມີແຮງງານລາວກັບມາແຕ່ໄທ 191 ຄົນ, ແຮງງານລາວມາແຕ່ຈີນ 6 ຄົນ, ແຮງງານຫວຽດນາມ 25 ຄົນ, ແຮງງານໄທ 4 ຄົນ, ແຮງງານຈີນ 19 ຄົນ ແລະ ບຸກຄົນທົ່ວໄປ 17 ຄົນ, ຜົນກວດທັງໝົດແມ່ນ ບໍ່ພົບເຊື້ອ.
ນັບແຕ່ເດືອນມັງກອນ ຮອດ ວັນທີ 28 ມິຖຸນາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 14,907 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ ແລະປິ່ນປົວດີໝົດແລ້ວ 78 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່
ດຣ. ສີສະຫວາດ ສຸດທານີລະໄຊ ໃຫ້ຮູ້ອີກວ່າ: ນອກຈາກຄວບຄຸມການລະບາດພະຍາດໂຄວິດ19ແລ້ວ ພວກເຮົາຍັງຕ້ອງເອົາໃຈໃສ່ເຝົ້າລະວັງພະຍາດຕາມລະດູການອີກ ເປັນຕົ້ນແມ່ນພະຍາດໄຂ້ເລືອດອອກ, ນັບແຕ່ວັນທີ່ 01/01/2020-28/6/2020 ມີຜູ້ຕິດເຊື້ອກໍລະນີສະສົມທັງໝົດ 2,223 ຄົນ, ຫຼາຍກວ່າໝູ່ແມ່ນ ນະຄອນຫຼວງວຽງຈັນ ມີ 499 ກໍລະນີ, ແຂວງ ວຽງຈັນ 304 ກໍລະນີ, ບໍລິຄຳໄຊ 257 ກໍລະນີ ແລະ ແຂວງອັດຕະປື 230 ກໍລະນີ. ມີຜູ້ເສຍຊີວິດທັງໝົດ 6 ຄົນ ໃນນັ້ນນະຄອນຫຼວງວຽງຈັນ 2 ຄົນ, ບໍລິຄຳໄຊ 2 ຄົນ, ຄຳມ່ວນ 1 ຄົນ ແລະ ໄຊຍະບູລີ 1 ຄົນ. ສະນັ້ນພວກເຮົາທຸກຄົນຕ້ອງພ້ອມນັ້ນ ປະຕິບັດ 5 ປ ຢ່າງເຄັ່ງຄັດ ໃຫ້ເປັນປະຈຳ ຈຶ່ງສາມາດທຳລາຍແຫຼ່ງເພາະພັນຂອງຍຸງລາຍໄດ້ ຄື:
- ປິດ: ຝາພາຊະນະທີ່ເກັບນ້ຳໃນເຮືອນ ແລະ ນອກເຮືອນ ເພື່ອບໍ່ໃຫ້ຍຸງລາຍມາໄຂ່ໃສ່;
- ປ່ຽນ: ນ້ຳໃນພາຊະນະ ເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້, ຖ້ານຮອງຈອກນ້ຳ;
- ປ່ອຍ: ປາຫາງນົກຍຸງເພື່ອກິນໜອນນ້ຳ;
- ປັບປຸງ: ການອະນາໄມ ສິ່ງແວດລ້ອມອ້ອມເຮືອນ ບໍ່ໃຫ້ມີກະໂປະກະປ໋ອງ, ຢາງຕີນລົດເກົ່າທີ່ມີນ້ຳຂັງ;
- ປະຕິບັດ: ໃຫ້ເປັນນິໄສ ປະຈຳທຸກໆອາທິດ;