ທ່ານ ເພັດ ພົມພິພັກ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ໃຫ້ສຳພາດຕໍ່ສື່ມວນຊົນ ໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2022, ລະຫວ່າງວັນທີ 19-20 ມັງກອນ 2023, ທີ່ຫໍປະຊຸມແຫ່ງຊາດ ກ່ຽວກັບການວາງມາດຕະການຊຸກຍູ້ການຜະລິດ ເພື່ອຄ້ຳປະກັນສະບຽງອາຫານຮັບໃຊ້ພາຍໃນ ແລະ ເປັນສິນຄ້າສົ່ງອອກ ໂດຍກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ເປັນແຜນພັດທະນາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ຕາມສິດ ແລະ ໜ້າທີ່ການເມືອງ ຂອງຂະແໜງການ ເປັນ 04 ແຜນງານໃຫຍ່ ຄື: ແຜນງານຄໍ້າປະກັນສະບຽງອາຫານ ແລະ ໂພຊະນາການ; ແຜນງານຜະລິດກະສິກຳເປັນສິນຄ້າ; ແຜນງານຄຸ້ມຄອງປົກປັກຮັກສາປ່າໄມ້ ແລະ ແຜນງານພັດທະນາຊົນນະບົດແກ້ໄຂຄວາມທຸກຍາກ.

ທ່ານ ເພັດ ພົມພິພັກ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ກ່າວວ່າ: ປີ 2022 ສູ້ຊົນເຮັດໃຫ້ຂະແໜງກະສິກຳ ຂະຫຍາຍຕົວ 2,7%, ປະກອບສ່ວນລວມຍອດຜະລິດຕະພັນພາຍໃນ 16,7% ຂອງ GDP ຕາມມະຕິສະພາໄດ້ຮັບຮອງ. ນອກຈາກນັ້ນ, ກະຊວງກະສິກໍາ ແລະ ປ່າໄມ້ ກໍໄດ້ຜັນຂະຫຍາຍ ເນື້ອໃນຈິດໃຈຂອງ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຄື:
ຊຸກຍຸ້ສົ່ງເສີມການຜະລິດກະສິກໍາ ເພື່ອທົດແທນການນໍາເຂົ້າ ທັງເພື່ອຫຼຸດຜ່ອນການໄຫຼອອກເງິນຕາ ໄປຕ່າງປະເທດ; ສຸມໃສ່ການຊຸກຍູ້ການຜະລິດກະສິກໍາ ຕິດພັນກັບການປຸງແຕ່ງເປັນສິນຄ້າ ເພື່ອສົ່ງອອກໄປຕ່າງປະເທດ ນໍາເອົາເງິນຕາເຂົ້າມາໃຫ້ຫຼາຍຂຶ້ນ.
ເພື່ອຕິດພັນກັບເນື້ອໃນຈິດໃຈດັ່ງກ່າວ, ກະຊວງກະສິກໍາ ແລະ ປ່າໄມ້ ໄດອອກຫລາຍມາດຕະການຄື: ປະສານສົມທົບກັບທ້ອງຖິ່ນ ເພື່ອກໍານົດແບ່ງເຂດການຜະລິດ ແລະ ກໍານົດ ພືດ-ສັດ ບຸລິມະສິດຂອງແຂວງໃຫ້ສໍາເລັດ ເພື່ອເປັນຂໍ້ມູນວາງແຜນການຜະລິດ ເພື່ອທົດແທນການນຳເຂົ້າ ແລະ ຜະລິດສິນຄ້າສົ່ງອອກ.
ນອກຈາກນັ້ນຍັງ ປະສານສົມທົບກັບ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ໃນການປຸກລະດົມ ບັນດາຫົວໜ່ວຍວິສາຫະກິດ ທັງພາຍໃນ ແລະ ຕ່າງປະເທດ, ຜູ້ປະກອບການ, ອົງການຈັດຕັ້ງສາກົນ ແລະ ປະເທດເພື່ອນມິດ ປະກອບສ່ວນທຶນຮອນ ເຂົ້າໃນການພັດທະນາກະສິກໍາ ແລະ ປ່າໄມ້ເປັນສິນຄ້າ ໂດຍສະເພາະແມ່ນເນັ້ນໃສ່ການລົງທຶນໃນການພັດທະນາພື້ນຖານໂຄງລ່າງ ແລະ ປັດໄຈການຜະລິດ,ດຳເນີນການເຈລະຈາ ສຸຂານາໄມພືດ ແລະ ສັດ (SPS) ເພື່ອເປີດຕະຫຼາດສິນຄ້າກະສິກໍາເພື່ອສົ່ງອອກ, ມາຮອດປັດຈຸບັນສຳເລັດເຈລະຈາກັບ ສປ ຈີນ ສາມາດຕົກລົງໄດ້ ຈໍານວນ 16 ພືດ ແລະ 1 ສັດໃຫຍ່, ສ່ວນ ສສ ຫວຽດນາມ ສາມາດຕົກລົງໄດ້ ຈໍານວນ 16 ພືດ; ສ່ວນປະເທດໄທ ສາມາດຕົກລົງກັນໄດ້: ຈໍານວນ 15 ພືດ ແລະ ສະຫະພາບເອີຣົບ (EU) ແມ່ນຮັບທຸກປະເພດສິນຄ້າ ແຕ່ຕ້ອງປະຕິບັດໄດ້ຕາມເງື່ອນໄຂການນໍາເຂົ້າຂອງສະຫະພາບເອີຣົບ.

ໄປພ້ອມກັນນັ້ນ ກະຊວງກະສິກໍາ ແລະປ່າໄມ້ ຍັງໄດ້ປັບປຸງວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໃນຂະແໜງການກະສິກຳ ແລະ ປ່າໄມ້ ໂດຍໄດ້ປັບປຸງບັນດານິຕິກຳ ແລະ ກົນໄກຫຼາຍດ້ານ ເພື່ອຫຼຸດຜ່ອນບັນດາຂອດຂັ້ນ ແລະ ສິ່ງອຸດຕັນຕ່າງໆ ໂດຍສະເພາະບັນດາກິດຈະການທີ່ບໍ່ນອນໃນບັນຊີຄວບຄຸມ
ທັງນີ້ກໍ່ເພື່ອຮັບປະກັນໃຫ້ການບໍລິການວຽກງານການລົງທຶນ ໃນຂະແໜງການກະສິກຳ ແລະ ປ່າໄມ້ຂອງພວກເຮົາ ທັງສູນກາງ ແລະ ທ້ອງຖິ່ນມີຄວາມສະດວກ ແລະ ວ່ອງໄວຂຶ້ນ, ທັງໄດ້ສ້າງເງື່ອນໄຂ, ປັດໄຈ ແລະ ສະພາບແວດລ້ອມ ທີ່ເອື້ອອຳນວຍໃຫ້ແກ່ການຜະລິດ ເຊັ່ນ: ໄດ້ສ້າງກຸ່ມຜູ້ຜະລິດ ເພື່ອການເຂົ້າເຖິງແຫຼ່ງທຶນດອກເບ້ຍທີ່ເໝາະສົມ; ສະໜອງຂໍ້ມູນຄວາມຕ້ອງການຂອງຕະຫຼາດໃນແຕ່ລະໄລຍະ; ນະໂຍບາຍການນຳເຂົ້າ ແນວພັນພືດ, ສັດ, ຢາປ້ອງກັນພະຍາດສັດ, ຢາປາບສັດຕູພືດ, ຝຸ່ນເຄມີ ແລະ ກົນຈັກ ທີ່ເຮົາບໍ່ສາມາດຜະລິດໄດ້, ພ້ອມກັນນັ້ນຍັງສົ່ງເສີມໃຫ້ຊາວກະສິກອນນໍາໃຊ້ສິນຄ້າ ຫຼື ປັດໄຈການຜະລິດ, ຝຸ່ນ ທີ່ຜະລິດໄດ້ພາຍໃນ ເພື່ອຫຼຸດຕົ້ນທຶນການຜະລິດ ແລະ ເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ຊາວກະສິກອນສາມາດເຮັດດ້ວຍຕົນເອງ.
ທ່ານ ເພັດ ພົມພິພັກ, ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ໃຫ້ຮູ້ອີກວ່າ ປະຈຸບັນ ກະຊວງກະສິກໍາ ແລະປ່າໄມ້ ພວມສືບຕໍ່ປັບປຸງບັນດາສູນ, ສະຖານີບໍລິການເຕັກນິກ ດ້ວຍການສຸມງົບປະມານ ແລະ ຫັນເອົາພະນັກງານລົງໄປປະຈຳ ເພື່ອເຮັດໃຫ້ເປັນບ່ອນຜະລິດ ແລະ ສະໜອງແນວພັນ, ຖ່າຍທອດເຕັກນິກ ໃຫ້ບັນດາຊາວກະສິກອນ ກໍ່ຄື ກຸ່ມຜູ້ປະກອບການ, ພ້ອມທັງເລັ່ງປັບປຸງ, ຄຸ້ມຄອງ ແລະ ພັດທະນາ ໂຄງລ່າງພື້ນຖານ ແລະ ເຕັກນິກ ການຜະລິດຕິດພັນກັບການປຸງແຕ່ງ ໃຫ້ໄດ້ມາດຕະຖານ ເພື່ອຫັນໄປສູ່ລະບົບທັນສະໄໝ ແລະ ມາດຕະການອື່ນໆ.