1. 1. ໝາກເຜັດ: ​ມີ​ສານ​ແຄບ​ໄຊ​ຊິນ (capsaicin) ຈະ​ເຮັດໃຫ້​ຊ່ວຍ​ໃນ​ການ​ໄຫລ​ວຽນ​ຂອງ​ເລືອດ​ໃນ​ຮ່າງກາຍ​ຂອງ​ເຮົາ ແລະ​ຊ່ວຍ​ໃນ​ການ​ທີ່​ຈະ​ເຮັດໃຫ້​ເກີດ​ຄວາມ​ເຢັນ​ບໍລິເວນ​ປາຍ​ນິ້ວ​ມື ແລະ ນິ້ວ​ຕີນຫ​ລຸດ​ລົງ.
  2. 2. ກະ​ທຽມ: ຈະ​ຊ່ວຍ​ເພີ່ມ​ການ​ໄຫລ​ວຽນ​ຂອງ​ເລືອດ ໂດຍ​ສະເພາະ​ບໍລິເວນ​ຜິວ​ໜັງ ສາມາດ​ນຳ​ມາ​ປຸງ​ເປັນ​ອາຫານ​ ຫລື ກິນ​ສົດໆ ໄດ້​ທັນທີ.
  3. 3. ຂີງ: ເຊິ່ງ​ມີ​ສານ​ ຈິງ​ເກີ​ຣອນ (gingerol) ເຊິ່ງ​ຈະ​ຊ່ວຍ​ຫລຸດ​ໂຄ​ເລດ​ເຕີ​ລໍ​ຊະນິດ​ທີ່​ບໍ່​ດີ​ໃນ​ຮ່າງກາຍ ແລະ ​ຊ່ວຍ​ເຮັດໃຫ້​ຫລອດ​ເລືອດ​ບໍ່​ແຂງ​ໂຕ.
  4. 4. ຂ່າ: ຈະ​ມີ​ປະໂຫຍດ​ໃນ​ການ​ບຳ​ລຸງ​ທາດ​ໄຟ ແລະ​ຊ່ວຍ​ຍ່ອຍ​ອາຫານ​ແຖມ​ຍັງ​ຊ່ວຍ​ແກ້​ອາການ​ປຸ້ນທ້ອງຮາກ ຊ່ວຍ​ຫລຸດ​ຂີ້ກະເທີ່ ບຳ​ລຸງ​ຮ່າງກາຍ ​ແລະ ​ຍັງ​ຊ່ວຍ​ເພີ່ມ​ການ​ໄຫລ​ວຽນ​ຂອງ​ເລືອດ ເປັນ​ສະ​ໝຸນ​ໄພ​ຕ້ານ​ມະ​ເຮັງນໍາ​ອີກ​.
  5. 5. ຫວ້ານຫົດ: ເປັນ​ພືດ​ທີ່​ມີ​ຣົດ​ຮ້ອນ ເຊິ່ງ​ມີ​ວິ​ຕາ​ມິນ​ເອ ບີ12 ແລະ ​ຍັງມີ​ແຄລ​ຊຽມ ຊ່ວຍ​ລະບົບ​ການ​ຍ່ອຍ​ອາຫານ ແລະ ​ຈຸກ ສຽບ​ໃນ​ກະເພາະ​ອາຫານ​ນໍາອີກ​.
  6. 6. ກະ​ເພົາ: ໃບ​ສົດ​ມີ​ນ້ຳ​ມັນ​ຫອມ​ລະ​ເຫີຍ ເຊິ່ງ​ປະກອບ​ດ້ວຍ linalool methyl chavicol ສັບ​ພະຄຸນ ເປັນ​ຢາ​ຂັບ​ລົມ ຊ່ວຍຫ​ລຸດ​ອາການ​ຈຸກ​ສຽບ ຍິ່ງ​ຖ້າ​ນຳ​ໃບ​ສົດ​ມາ​ຄັ້ນ​ໃຫ້ເປັນ​ນ້ຳ​ຊ່ວຍ​ໃນ​ການ​ຂັບ​ຂີ້ກະເທີ່ ຂັບ​ເຫື່ອ ແຕ່​ຖ້າ​ຫາກ​ມີ​ແຜ ​ຫລື ​ເປັນ​ພະຍາດ​ຜິວ​ໜັງ ນຳ​ນ້ຳ​ກະ​ເພົາ​ທີ່​ຄັ້ນ​ແລ້ວ​ມາ​ທາ​ບໍລິເວນ​ຜິວ​ໜັງ​ເຊິ່ງ​ຈະ​ຊ່ວຍ​ຂ້າ​ເຊື້ອ​ຈຸລິນຊີ​ໄດ້​ໃນ​ບາງ​ຊະນິດ ນອກ​ຈາກ​ນີ້​ຍັງ​ສາມາດ​ປ້ອງ​ກັນ​ຍຸງ​ໄດ້​ດົນ 2 ຊົ່ວ​ໂມງ.
  7. 7. ບົວລະພາ: ເລືອກ​ໃຊ້​ແຕ່​ໃບ​ຄັ້ນ​ເອົາ​ນ້ຳ​ປະ​ມານ 1 ຖ້ວຍ ມາ​ປະສົມ​ກັບ​ນ້ຳ​ເຜິ້ງ ກິນ​ແກ້​ໄອ ຈະ​ຊ່ວຍ​ຫລຸດ​ອາການ​ຫລອດລົມ​ອັກ​ເສບ ແລະ​ຍັງ​ສາມາດ​ຊ່ວຍ​ໃນ​ການ​ຂັບ​ເຫື່ອ​ໄດ້​ດີ​ນໍາອີກ.
  8. 8. ກະ​ເດົາ: ມີ​ຄຸນຄ່າ​ທາງ​ອາຫານ​ໄດ້​ແກ່ ໂປ​ຕີນ ຄາ​ໂບ​ໄຮ​ເດ​ດ ​ແຄ​ຊຽມ ຟອດ​ຟໍ​ລັດ ເຫລັກ ເສັ້ນ​ໃຍ ເບ​ຕ້າ​ແຄ​ໂລ​ທີນ ວິ​ຕາ​ມິນ​ເອ ວິ​ຕາ​ມິບີ1 ແລະ 2 ວິ​ຕາ​ມິນ​ຊີ ແລະ ​ໄນ​ອາ​ຊີນ ປະໂຫຍດ​ຂອງ​ກະ​ເດົາ ມີ​ສັບພະຄຸນ​​ບຳ​ລຸງ​ທາດ​ໄຟ ສ້າງ​ພູ​ມ​ຕ້ານ​ທານ​ໃຫ້​ຮ່າງກາຍ ແລະ ​ແກ້​ໄຂ ຊ່ວຍ​ໃຫ້​ຂັບຖ່າຍ​​ລະອຽດ ຂັບ​ຖ່າຍ​ຄ່ອງ ແລະ ​ຊ່ວຍ​ໃຫ້​ນອນ​ຫລັບ​ສະບາຍ ສ່ວນ​ໃຫຍ່​ຈະ​ນິຍົມ​ນຳ​ດອກ ​ແລະ​ໃບ​ນຳ​ມາ​ກິນ.
Loading...