ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ອີງຕາມການລາຍງານຈາກ ທ່ານ ສີເມືອງ ອິນທະວົງ ຫົວໜ້າຫ້ອງການ ອຸດສາຫະກຳ ແລະການຄ້າເມືອງຊຽງຮ່ອນ ໄດ້ລາຍງານວ່າການສົ່ງອອກຢາງພາລາຂອງຢູ່ເມືອງຊຽງຮ່ອນ ໂດຍຜ່ານການກວດກາຈາກໝ່ວຍງານຜ່ານປະຕູດຽວຂອງເມືອງໃນໄລຍະ 9 ເດືອນ 2021 ຜ່ານມາ ສາມາດສົ່ງອອກຢາງພາລາໄດ້ຈໍານວນ 1.170 ໂຕນ ສາມາດສ້າງມູນຄ່າໄດ້ທັງໝົດ 7.600.000.000 ກວ່າກີບ ປີ 2020 ຜ່ານມາ ສາມາດສົ່ງອອກຢາງພາລາໄດ້ 770 ໂຕນ ສ້າງມູນຄ່າໄດ້ 1.910.000.000 ກີບ ທຽບໃສ່ປີຜ່ານມາເພີ່ມຂື້ນ 400 ໂຕນ ນອກຈາກການສົ່ງອອກ 9 ເດືອນຜ່ານມາ ຍັງກຳນົດແຜນ 3 ເດືອນຕໍ່ໜ້າ ການສົ່ງອອກຢາງພາລາ ຄາດວ່າຈະບັນລຸໃຫ້ໄດ້ອີກ 390 ໂຕນ ມູນຄ່າ 253.000.000 ກີບ. ທົ່ວເມືອງມີເນື້ອທີ່ປູກຢາງພາລາທັງໝົດ 5.036 ເຮັກຕາ ໃນນັ້ນເນື້ອທີ່ທີ່ໄດ້ປາດແລ້ວ 3.830 ເຮັກຕາ ໂດຍມີການລົງທຶນປູກຂອງບໍລິສັດ ລີລ້ຽງຢູນານ ຈໍາກັດ ໃນເນື້ອທີ່ 642 ເຮັກຕາ, ບໍລິສັດ ຊຽງຕາລີ ຈຳຈັດ 2.885 ເຮັກຕາ, ບໍລິສັດ ບໍ່ແກ້ວ ຈຳກັດ ໃນເນື້ອທີ່ 187 ເຮັກຕາ ແລະ ປະຊາຊົນປູກເອງ ຈໍານວນ ເນື້ອທີ່ 1.320 ເຮັກຕາ ແລະ ໃນປີ 2021 ນີ້ ຫ້ອງການ ກະສິກຳແລະ ປ່າໄມ້ຍັງໄດ້ຊຸກຍູ້ສົ່ງເສີມໃຫ້ຊາວກະສິກອນຂື້ນແຜນປູກຕື່ມຈຳນວນ 200 ກວ່າເຮັກຕາ ທັງໝົດນີ້ກໍ່ເພື່ອປະຕິບັດຕາມຕາມແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງ ຕິດພັນກັບການຊຸກຍູ້ສົ່ງເສີມຊາວກະສິກອນຢູ່ພາຍໃນເມືອງປູກພືດເປັນສິນຄ້າ ສ້າງລາຍຮັບເຂົ້າຄອບຄົວ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂຶ້ນ ແລະ ເຮັດໃຫ້ເມືອງຫຼຸດພົ້ນອອກຈາກເມືອງທຸກຍາກໃນໄວໆນີ້.
ໂດຍ: ດອນ ຂຽວພະນາ
May be an image of 1 person and outdoors