ການແຂ່ງຂັນບານເຕະ TPlus Street Football 3×3 ໄດ້ຮັບການສະຫນັບສະຫນູນຫຼັກຈາກບໍລິສັດ Tplus Digital ຈຳກັດຜູ້ດຽວ ໄດ້ຈັດຂື້ນໃນລະຫວ່າງ ວັນທີ 2-3 ເມສາ 2022 ທີ່ໜ້າສູນການຄ້າ ວຽງຈັນເຊັນເຕີ້ ໃນການແຂ່ງຂັນລາຍການນີ້ ມີທີມທີ່ເຂົ້າຮ່ວມແຂ່ງຂັນທັງໝົດ 22 ທີມ ແຂ່ງຂັນແບບເສຍຕົກຮອບ.
ໃນຮອບຮອງຊະນະເລີດ ທີມລູກຊາວນາ ເອົາຊະນະ ທີມຮ້ານ ນ້ຳເຕົ່າຮູ້ ຕຸ້ຍຈ່ອຍ 10-6 ເຮັດໃຫ້ທີມ ລູກຊາວນາ ເຂົ້າມາລໍຖ້າຊີງຊະນະເລີດ ກັບທີມ AN ຮ້ານສ້ອມແປງລົດທົ່ວໄປ ( Air Sport ) ໃນຮອບຮອງຊະນະເລີດ ເອົາຊະນະທີມ ມະຫາວິທະຍາໄລແຫ່ງຊາດມາ 8-6. ສຳລັບການແຂ່ງຂັນນັດຊິງຊະນະເລີດ ທີມ AN ຮ້ານສ້ອມແປງລົດທົ່ວໄປ ( Air Sport ) ອາໄສຜູ້ຫລີ້ນທີ່ມີປະສົບການທີ່ເຫນືອກວ່າ ຍິງອອກນໍາ 3-0 ແຕ່ຫຼັງຈາກນັ້ນ ທີມ ລູກຊາວນາ ແກ້ເກມມາຍິງແຊງ 4-3 ຈົບເຄີ່ງເວລາທີຫນື່ງ ທີມ ລູກຊາວນາ ອອກນຳ 4-3 ຫຼັງຈາກນັ້ນ ເຂົ້າສູ່ການແຂ່ງຂັນເຄີ່ງເວລາທີສອງ ເປັນທີມ AN ຮ້ານສ້ອມແປງລົດທົ່ວໄປ ( Air Sport ) ທີ່ອາໄສປະສົບການທີ່ເໜືອກວ່າ ເອົາຊະນະໄປ 9-5 ຄວ້າແຊ້ມການແຂ່ງຂັນໃນລາຍການນີ້ໄປ ຮັບເງີນລາງວັນ 10 ລ້ານກີບ ພ້ອມຮັບເສື້ຶອຂອງແທ້ຈາກທີມ ດ໋ອດມູນ ທີມດັງຈາກປະເທດ ເຢຍລະມັນ.
ຮອງຊະນະເລີດ ທີມ ລູກຊາວນາ ຮັບເງີນລາງວັນ 5 ລ້ານກີບ ພ້ອມຮັບເບີງາມຈາກ ທີພລັດ ແລະ ຮັບເສື້ຶອຂອງແທ້ຈາກທີມ ດ໋ອດມູນ.
ອັນດັບທີ ສາມ ທີມນ້ຳເຕົ່າຮູ້ຕຸ້ຍ ຈ່ອຍ ຮັບເງີນລາງວັນ 3 ລ້ານກີບ ພ້ອມເບີງາມຈາກ ທີພລັດ ແລະ ເສື້ຶອຂອງແທ້ຈາກທີມ ດ໋ອດມູນ.
ຫຼັງຈາກຈົບການແຂ່ງຂັນ ກໍໄດ້ມີພິທີມອບລາງວັນ ໃຫ້ກຽດມອບລາງວັນໂດຍທ່ານ ເພັດສະຫວັນ ເຄີນວິໄລ ຜູ້ອຳນວຍການໃຫຍ່ ບໍລິສັດ ທີພລັດ ດີຈິຕອນ ຈຳກັດ ຜູ້ດຽວ.
ສຳລັບການແຂ່ງຂັນບານເຕະ TPlus Street Football 3×3 ເປັນຄັ້ງທຳອິດທີ່ຈັດຂື້ນຢູ່ ສປປ ລາວ ໄດ້ຮັບຄວາມສົນໃຈເປັນຢ່າງດີ ແລະ ໃນອານາຄົດ ບໍລິສັດທີ່ ພລັດ ຈະມີແຜນຂະຫຍາຍການແຂ່ງຂັນໄປຈັດຢູ່ຕ່າງແຂວງຕື່ມອີກ ໂດຍສະເພາະ ແຂວງຫຼວງພະບາງ ສະຫວັນນະເຂດ ຈຳປາສັກ ແລະ ແຂວງອື່ນໆທີ່ມີເງື່ອນໄຂສະດວກໃນການຈັດການແຂ່ງຂັນ.


