ON AIR

ຟັງວິທະຍຸ FM103.7Mhz ອອນລາຍ
Listen to Radio FM103.7Mhz Online

ເມືອງຄອບ ປະຕູໄປສູ່ດ່ານສາກົນ

ເມືອງຄອບ ປະຕູໄປສູ່ດ່ານສາກົນ

ໂດຍ: ວັນໄຊ ຕະວິນຍານ

ເມືອງຄອບ ເປັນເມືອງທາງທິດຕາເວັນຕົກສຽງເໜືອ ຫຼື ເອີ້ນວ່າເມືອງເໜືອສຸດຂອງ ແຂວງໄຊຍະບູລີ, ນັບແຕ່ເທດສະບານແຂວງໄປຫາເທດສະບານເມືອງຄອບຕ້ອງຜ່ານເມືອງຫົງສາ ແລະ ເມືອງຊຽງຮ່ອນ ຊຶ່ງມີຄວາມຍາວທັງໜົດ 250 ກິໂລແມັດ.ນັບແຕ່ເທດສະບານເມືອງຄອບໄປຫາຊາຍແດນປະເທດໄທມີຄວາມຍາວ 18  ກິໂລແມັດ.ພື້ນຖານການຜະລິດຂອງປະຊາຊົນສ່ວນໃຫ່ຍແມ່ນການຜະລິດກະສິກໍາເປັນສິນຄ້າ.ເມື່ອເຂົ້າເຖິງເຂດເມືອງຄອບ ຕາມສອງຟາກທາງນອກຈາກເຫັນທໍາມະຊາດພູຜາສູງຊັນສະລັບສັບຊ້ອນຢ່າງສວຍງາມແລ້ວ ຍັງເຫັນການປູກພືດຕາມລະດູການຂອງຊາວກະສິກອນ ຫຼາຍກວ່າໜູ່ແມ່ນເນື້ອທີ່ປູກເຂົ້າ,ປູກສາລີ,ໜາກເດືອຍ,ຖົ່ວດິນ,ພືດລົ້ມລຸກ ແລະອື່ນໆ.ສົກ 2013 – 2014 ຜ່ານມາ,ທົ່ວເມືອງມີເນື້ອທີ່ນາທັງໜົດ 4 ພັນ 376 ກວ່າເຮັກຕ້າໃນນນີ້ ເນື້ອທີ່ນາແຊງ 185 ເຮັກຕ້າ,ເນື້ອທີ່ປູກເຂົ້າເນີນສູງ 2 ພັນ 600ກວ່າເຮັກຕ້າເນື້ອທີ່ປູກສາລີ 4 ພັນ 300 ກວ່າເຮັກຕ້າ,ປູກໜາກເດືອຍ 3 ພັນ 700 ກວ່າເຮັກຕ້າຖົ່ວດິນ 6 ຮ້ອຍ 80 ກວ່າເຮັກຕ້າ.ປູກຕົ້ນຢາງພະລາ 86 ເຮັກຕ້າ,ໄມ້ສັກ 500 ກວ່າເຮັກຕ້າ,ເນື້ອທີ່ປູກໜາກສົ້ມຂຽວຫວານ, 120 ເຮັກຕ້າ ແລະ ໜາກຫລິ້ນຈີ່ 115 ເຮັກຕ້າ. ເພື່ອຫັນໄປສູ່ການຜະລິດແບບຢືນຍົງ.ໃນແຕ່ລະປີການຜະລິດກະສິກໍາຂອງປະຊາ

ຊົນມີທ່າຂະຫຍາຍຕົວດີຂື້ນເປັນລໍາດັບ ຍ້ອນນໍາໃຊ້ເຕັກນິກການປູກແບບໃໝ່,ອຸປະກອນການຜະລິດທັນສະໄໝກວ່າເກົ່າ,ມີລະບົບຊົນລະປະທານທີ່ສາມາດສະໜອງນໍ້າເຂົ້າສູ່ທົ່ງນາໄດ້ທັງສອງລະດູ ເຮັດໃຫ້ຜົນຜະລິດເຂົ້າກິນໄດ້ເກືອບ 1 ໜື່ນ7ພັນໂຕນ,ສະເລ່ຍໃສ່ຫົວຄົນໄດ້ຜູ້ນຶ່ງ 600 ກວ່າ ກິໂລ,ພືດອຸດສະຫະກໍາໄດ້ 4 ໜື່ນ 3 ພັນກວ່າໂຕນ. ເສດຖະກິດຂອງເມືອງຄອບຂະຫຍາຍຕົວຢ່າງຕໍ່ເນື່ອງໃນລະດັບສະເລ່ຍ 9,2% ຕໍ່ປີ.ລວມຍອດລາຍຮັບທັງໜົດ 231 ຕື້ກີບ,ລາຍຮັບສະເລ່ຍຕໍ່ຫົວຄົນໄດ້ເກືອບ 12 ລ້ານກີບ.ໃນປີ 2015 ນີ້,ເນື້ອທີ່ນາປີມີທັງໜົດເກືອບ16000 ເຮັກຕ້າ ຜົນຜະລິດປີນີ້ຄາດວ່າຈະໄດ້ 8700 ກວ່າໂຕນ,ເນື້ອທີ່ປູກເຂົ້າເນີນສູງ 1 ໜື່ນ 1 ພັນເຮັກຕ້າ,ຄາດວ່າຜົນຜະລິດຈະໄດ້ 4600 ກວ່າໂຕນ,ເນື້ອທີ່ປູກສາລີ 2300 ກວ່າເຕັກຕ້າ,ໜາກເດືອຍ 9800 ກວ່າເຮັກຕ້າ,ຄາດວ່າຜົນຜະລິດຈະໄດ້1 ໜື່ນ 500 ກວ່າໂຕນ.ປັດຈຸບັນ,ເມືອງຄອບກໍາລັງພັດທະນາໂຄງລາງພື້ນຖານ ເປັນຕົ້ນ:ຍົກລະດັບເສັ້ນທາງພາຍໃນເມືອງ ແລະເສັ້ນທາງອອກສູ່ດ່ານສາກົນ ໃຫ້ໄດ້ມາດຕະຖານ ຄາດວ່າໃນປີ 2016 ຈະໃຫ້ສໍາເລັດ.

ທ່ານ ພົມ ມິ່ງບຸບຜາ ເລຂາພັກເມືອງ ເຈົ້າເມືອງ ເມືອງຄອບ ແຂວງໄຊຍະບູລີກ່າວວ່າ:ເມື່ອການກໍ່ສ້າງເສັ້ນທາງສໍາເລັດແລ້ວ ຈະເປັນເງື່ອນໄຂສະດວກຫລາຍດ້ານໃນການພັດທະນາເສດຖະກິດ-ສັງຄົມພາຍໃນເມືອງ,ຈະເຮັດໃຫ້ເມືອງຄອບກາຍເປັນປະຕູໄປສູ່ດ່ານສາກົນ ການຂົນສົ່ງລໍາລຽງສິນຄ້າຂອງປະຊາຊົນພາຍໃນ ແລະ ເມືອງໃກ້ຄ່ຽງຈະສະດວກສະບາຍຍິ່ງຂື້ນ ປະຊາຊົນຈະມີລາຍຮັບນັບມື້ນັບດີຂື້ນ. ເພື່ອຮອງຮັບກັບການພັດທະນາໃນອານາຄົດເມືອງຄອບໄດ້ກະກຽມຄວາມພ້ອມຫລາຍດ້ານໂດຍເລັ່ງໃສ່ປັບປຸງການຈັດຕັ້ງກຸ່ມຜະລິດຂອງປະຊາຊົນພາຍໃນ 25 ບ້ານ ມີ 44 ກຸ່ມໃຫ້ສາມາດເຂົ້າເຖິງແຫຼ່ງທຶນຂອງລັດ,ຂອງໂຄງການຕ່າງໆ ແລະ ທຶນຈາກທະນາຄານ,ຍົກລະດັບດ້ານວິຊາການ,ປັບປຸງດິນກະສິກໍາໃຫ້ມີປະສິດທິພາບເພື່ອໃຫ້ສາມາດປູກພືດໄດ້ຫລາຍຮອບວຽນ ເພື່ອເພີ້ມປະລິມານແລະ ຄຸນນະພາບຂອງພືດກະສິກໍາ ແລະ ອຸດສະຫະກໍາ ໄປຄ່ຽງຄູ່ກັນນັ້ນ ກໍໄດ້ປັບປຸງ ຄຸ້ມຄອງບັນດາໂຮງຈັກໂຮງງານໃນຈໍານວນ 27 ແຫ່ງ ຫົວໜ່ວຍທຸລະກິດ 230 ກວ່າແຫ່ງ,ໃນນີ້ ຮ່ວມທັງໂຮງແຮມ ເຮືອນພັກ ຮ້ານອາຫານ ແຫຼ່ງທ່ອງທ່ຽວທາງທໍາມະຊາດໃຫ້ໄດ້ມາດຕະຖານ ແລະ ເຂົ້າສູ່ລະບຽບໂດຍສະເພາະໂຮງງານສີເຂົ້າ,ໂຮງງານອົບແຫ້ງ ສາລີ ແລະແກະໜາກເດືອຍ.ສົ່ງເສີມການລ້ຽງສັດບາງຊະນິດໃຫ້ເປັນຟາມເພື່ອສະໜອງອາຫານໃຫ້ພຽງພໍກັບຄວາມຕ້ອງການພາຍໃນເມືອງ ທັງເປັນສິນຄ້າສົ່ງອອກ.ໃນຫລາຍປີຜ່ານມານີ້,ຜົນຜະລິດຂອງປະຊາຊົນ ນອກຈາກຂາຍພາຍໃນເມືອງແລ້ວ ສ່ວນນຶ່ງຍັງສົ່ງໄປຂາຍຢູ່ແຂວງ ແລະສົ່ງໄປຂາຍຢູ່ໄທ ຊຶ່ງປີ 2014 ຜ່ານມາ,ມູນຄ່າການສົ່ງອອກສິນຄ້າທຸກຊະນິດພາຍໃນເມືອງໄດ້ເຖິງ16ລ້ານໂດລາສະຫະລັດ.ບັນຫາສໍາຄັນອີກອັນນຶ່ງແມ່ນ ຮັບປະກັນໃຫ້ເມືອງຄອບມີສະເຖຍລະພາບທາງດ້ານການເມືອງ,ມີຄວາມສະຫງົບປອດໄພຮອບດ້ານ ໄປຄ່ຽງຄູ່ກັບການພັດທະນາຊົນນະບົດ ສ້າງກຸ່ມບ້ານໃຫ້ກາຍເປັນເມືອງນ້ອຍໃນຊົນນະບົດ,ສູ້ຊົນສ້າງເມືອງຄອບໃຫ້ເປັນເມືອງ ຜະລິດເປັນສິນຄ້າຕິດພັນກັບອຸດສະຫະກໍາປຸ່ງແຕ່ງ ໄປພ້ອມກັບການສົ່ງເສີມການທ່ອງ

ທ່ຽວ ແລະ ການບໍລິການອອກດ່ານສາກົນ.

ຜົນສໍາເລັດໃນການປົກປັກຮັກສາ ແລະ ພັດທະນາເມືອງຄອບ ແຂວງໄຊຍະບູລີທີ່ສ້າງມາໄດ້ທັງໜົດ ແມ່ນຍ້ອນແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ,ຕິດພັນກັບການພັດທະນາຊົນນະບົດຮອບດ້ານ,ການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ຂະະບວນຮັກຊາດ-ພັດທະນາ ການຈັດຕັ້ງປະຕິບັດວຽກງານສາມສ້າງ ແມ່ນຜົນງານການນໍາພາຂອງອົງຄະນະພັກ ອໍານາດການປົກຄອງເມືອງ ແລະ ການຈັດຕັ້ງປະຕິບັດ ຜັນຂະຫຍາຍມະຕິຄໍາສັ່ງຕ່າງໆຂອງພະນັກງານ ບວກກັບມູນເຊື້ອ ຄວາມສາມັກຄີເປັນປຶກແຜ່ນ ແລະ ຄວາມດຸໜັ່ນຂະຫຍັນພຽນຂອງປະຊາຊົນ.

 

ເພື່ອຄວາມປອດໄພໃນການໃຊ້ລົດ-ໃຊ້ຖະໜົນ ໜັ່ນກວດກາສະພາບເຕັກນິກລົດຂອງຕົນ ໃຫ້ດີຢູ່ສະເໝີ

ໂດຍ:ວັນໄຊ ຕະວິນຍານ

ປະເທດລາວເຮົາ ມີສະຖິການເກີດອຸປະຕິເຫດນັບມື້ ນັບສູງຂື້ນ  ສະເພາະຢູ່ນະຄອນ

ຫຼວງວຽງຈັນໃນປີ 2000 ເກີດອຸປະຕິເຫດທັງໜົດ 1894 ລາຍ,ມີຜູ້ໄດ້ຮັບບາດເຈັບ

1814 ຄົນ,ເສຍຊີວິດ 18 ຄົນ.ປີ 2001 ເກີດອຸປະຕິເຫດທັງໜົດ 2115 ລາຍ,ເພີ້ມຂື້ນ 221 ລາຍ,ມີຄົນໄດ້ຮັບບາດເຈັບ 2390 ຄົນ,ມີພາຫະນະເປ້ເພເສຍຫາຍ 3.350 ຄັນ,ຄິດເປັນມູນຄ່າການເສຍຫາຍ 3 ຕື້ກວ່າກີບ. ໃນປີ 2010 ເກີດ ອຸປະຕິເຫດ ທັງ

ໜົດ 1812 ລາຍ,ມີຜູ້ບາດເຈັບ 1240 ຄົນ,ເສຍຊີວິດ 225 ຄົນ,ພາຫະນະເປ້ເພ   1240 ຄັນ,ຄິດເປັນມູນຄ່າ 11 ຕື້ 700 ກວ່າລ້ານກີບ.ປີ 2011 ເກີດອຸປະຕິເຫດ 2034 ລາຍ,ບາດເຈັບ 1820 ຄົນ,ພາຫານະ ເປ້ເພເສຍຫາຍ 1442 ຄັນ,ເສຍຊີວິດ 206 ຄົນ.ມູນຄ່າຄວາມເສຍຫາຍ 16 ຕື້ 300 ກວ່າລ້ານກີບ. ເວົ້າສະເພາະ 6 ເດືອນຂອງປີ 2012 ນີ້,ຢູ່ນະຄອນຫຼວງວຽງຈັນ ເກີດອຸປະຕິເຫດ ທັງໜົດ 918 ລາຍບາດເຈັບ 700 ຄົນ,ເສຍຊີວິດ 98 ຄົນ,ມູນຄ່າການເສຍຫາຍທັງໜົດ 6 ຕື້ ກວ່າກີບ.

 ນຶ່ງໃນຈໍານວນສາເຫດຂອງການເກີດອຸປະຕິເຫດຕາມທ້ອງຖະໜົນຢູ່ປະເທດເຮົາ ແມ່ນຍ້ອນສະພາບເຕັກນິກລົດບໍ່ຮັບປະກັນ ປະມານ 30 ສ່ວນຮ້ອຍ ເຊັ່ນ:ລົດເກົ່າແກ່ຊຸດໂຊມ,ລົດປະກອບ ຂາດມາດຖານທາງດ້ານເຕັກນິກ ເຊັ່ນ:ຢາງຕີນລົດເສື່ອມຄຸນນະພາບ,ຄັນສົ່ງລູກໜາກໜົດອາຍຸການໃຊ້ງານ,ລະບົບຫ້າມລໍ້,ໄຟບອກທິດທາງບໍ່ຮັບປະ

ກັນ ແລະ ອື່ນໆ.

ສະນັ້ນ ເພື່ອຈໍາກັດ ແລະ ກ້າວໄປເຖິງ ການຈໍາກັດອຸປະຕິເຫດໃຫ້ຫລຸດໜ້ອຍຖອຍລົງ

ເຈົ້າຂອງລົດ ກ່ອນຈະນໍາໃຊ້ລົດ ໄປໃກ້ ແລະ ໄກ ຕ້ອງກວດກາເຄື່ອງຈັກ ແລະ ອຸປະກອນສໍາຄັນຂອງລົດຢ່າງເປັນປະຈໍາ,ເມື່ອສັງເກດເຫັນວ່າ: ພາຫານະຂອງຕົນຜິດປົກກະຕິ ກໍ່ຄວນຮີບຮ້ອນສ້ອມແປງ,ຖ້າບໍ່ທັນມີເງື່ອນໄຂ ຫຼື ບໍ່ມີຄວາມພ້ອມໃນການສ້ອມແປງພາຫານະຂອງຕົນກໍ ບໍ່ຄວນນໍາເອົາລົດຂອງທ່ານ ອອກແລ່ນຕາມທ້ອງຖະໜົນ. ສ່ວນຕໍາຫລວດຈາລາຈອນ ຕ້ອງເພີ້ມຄວາມເຂັ້ມງວດ ໃນການຕິດຕາມກວດກາ ສະພາບເຕັກນິກລົດທີ່ແລ່ນຕາມຖະໜົນ ເມື່ອເຫັນລົດຄັນໃດ ຜິດປົກກະຕິ ທາງດ້ານຮູບຮ່າງ,ເກົ່າແກ່ຊຸດໂຊມກໍ່ຕ້ອງຕັກເຕືອນສຶກສາອົບຮົມ.ພາກສ່ວນກ່ຽວຂ້ອງ ຕ້ອງເຂັ້ມງວດກວດຂັນ ໃນເວລາ ລົດແຕ່ລະຄັນ ໄປກວດກາສະພາບເຕັກນິກລົດປະຈໍາປີ ເພື່ອໃຫ້ສະພາບເຕັກນິກລົດ ໄດ້ມາດຕະຖານກວ່າເກົ່າ. ພາກສ່ວນກ່ຽວຂ້ອງຕ້ອງອອກມາດຕະການຕໍ່ລົດທີ່ດັດແປງ,ໂດຍສະເພາະລົດບັນທຸກທີ່ຕໍ່ເຕີມ ເພື່ອໃຫ້ບັນທຸກໄດ້ປະລິມານເພີ້ມຂື້ນ,ລົດຕຸກໆ,ຈໍາໂບ້ ແລະ ລົດນໍາເຂົ້າມືສອງຈາກຕ່າງປະເທດ ທີ່ເກົ່າແກ່ຊຸດໂຊມ ທີ່ມີສະຖິຕິເກີດ ອຸປະຕິເຫດຫຼາຍກວ່າໝູ່.ຫຼືພາກສ່ວນກ່ຽວຂ້ອງຫາກມີລະບຽບການອື່ນໆທີ່ເໜາະສົມກວ່ານີ້ ກໍ່ຂໍໃຫ້ຮີບຮ້ອນຈັດຕັ້ງປະຕິບັດ. ທັງໜົດເລົ່ານີ້ ກໍ່ເພື່ອຫລຸດຜ່ອນອຸປະຕິເຫດຕາມທ້ອງຖະໜົນ ຫລຸດຜ່ອນ ການສູນເສຍຊີວິດ, ຊັບສິນ ແລະ ຫລຸດຜ່ອນ ຄວາມເດືອດຮ້ອນມາສູ່ສັງຄົມ ແລະ ປະເທດຊາດ.

ຖີ້ມຂີ້ເຫຍື້ອຊະຊາຍ ເປັນການທໍາລາຍສະພາບແວດລ້ອມ ແລະ ພາບພົດຂອງປະເທດ

ໂດຍ: ວັນໄຊ ຕະວິນຍານ

ຂີ້ເຫຍື້ອເປັນສິ່ງເສດເຫຼື່ອຈາກການຊົມໃຊ້ພາຍໃນຄົວເຮືອນຂອງຄົນ,ຈາກໂຮງຈັກ,ໂຮງ

ງານ ແລະ ໂຮງໝໍ… ເມື່ອຂີ້ເຫຍື້ອທີ່ຍ່ອຍສະຫລາຍໄດ້ ມັນເນົ່າເປື້ອຍ ເຮັດໃຫ້ເກີດກິ່ນເໝັນ ອາກາດເປັນພິດ ກາຍເປັນແຫຼ່ງເພາະພັນເຊື້ອພະຍາດໄດ້, ເປັນການທໍາລາຍສະພາບແວດລ້ອມ ແລະ ຄວາມສະອາດງາມຕາຂອງບ້ານເມືອງ.

ໃນໄລຍະທີ່ຜ່ານມາ ສັງເກດເຫັນວ່າ: ຢູ່ບ້ານເຮົາເວົ້າລວມ,ເວົ້າສະເພາະຢູ່ນະຄອນຫຼວງວຽງຈັນ ຍັງມີຄົນຈໍານວນບໍ່ໜ້ອຍຖີ້ມຂີ້ເຫຍື້ອບໍ່ເປັນລະບຽບ ຂີ້ເຫຍື້ອຖີ້ມຊະຊາຍກອງເລັກ-ກອງນ້ອຍຢັ້ງຍາຍຢູ່ບາງສໍານັກງານ-ອົງການ ສະຖານທີ່ສາທາລະນະ, ຖະໜົນຫົນທາງ, ຢູ່ຕາມໜ້າເຮືອນຊານບ້ານຊ່ອງ,ແຈຮົ້ວ,ນອກຈາກນັ້ນ ຍັງມີບາງຄົນມີເຈດຕະນາຖີ້ມຂີ້ເຫຍື້ອລົງໃສ່ຕະຄອງຮ່ອງນໍ້າເຮັດໃຫ້ນໍ້າເປື້ອນ,ສົ່ງກິ່ນເໜັນ ແລະ ເຮັດໃຫ້ຮ່ອງນໍ້າອຸດຕັນ.ຫຼື ມີຄົນຈໍານວນນຶ່ງຕັ້ງໃຈເອົາຂີ້ເຫຍື້ອໄປຖີ້ມໃສ່ຄອກແຄແຈຮົ້ວໂດຍບໍ່ອາຍ.ຍິ່ງໄປກວ່ານັ້ນ,ມີບາງຄົນ ໃນເວລາຂັບລົດ ຍັງມີເຈດຕະນາຖີ້ມເສດອາຫານ,ເສດໜາກໄມ້ ຖົງຢາງ ຕຸກຢາງ ອອກມາຈາກລົດແບບໜ້າຕາເສີຍ. ທັງໆທີ່ຢູ່ຫຼາຍບ່ອນ ໂດຍສະເພາະ ຢູ່ຕາມສວນສາທາລະນະ,ເສັ້ນທາງສາຍສໍາຄັນ ພາກສວ່ນກ່ຽວຂ້ອງໄດ້ວາງຖັງຂີ້ເຫຍື້ອໄວ້ເປັນຈຸດ ແຕ່ບໍ່ຍ່ອມຖີ້ມຂີ້ເຫຍື້ອໃສ່. ຢູ່ຫຼາຍປະເທດໃນໂລກ,ຂີ້ເຫຍື້ອເຂົາເຈົ້າຖືເປັນເລື່ອງທີ່ສໍາຄັນ.ເພາະມັນກ່ຽວກັບບັນຫາຄວາມສະອາດ,ຄວາມສວຍງາມສຸຂະພາບ,ຄວາມເປັນລະບຽບຮຽບຮ້ອຍ ແລະ ບັນຫາສິ່ງແວດລ້ອມ.ເຂົາເຈົ້າຈຶ່ງເອົາໃຈໃສ່,ມີລະບົບລະບຽບ,ມີມາດຕະການປະຕິບັດ ປຸກຈິດສໍານຶກຄົນແຕ່ຍັງນ້ອຍ ເພື່ອໃຫ້ຄົນມີນິໃສເປັນລະບຽບ ບໍ່ໃຫ້ຖີ້ມຂີ້ເຫຍື້ອຊະຊາຍ. ເມື່ອເວົ້າເຖິງລະບົບເກັບມ້ຽນຂີ້ເຫຍື້ອ ຫຼາຍປະເທດເຂົາເຈົ້າປະຕິບັດໄດ້ດີຫຼາຍ ມີລົດສໍາລັບໃສ່ຂີ້ເຫຍື້ອ ທີ່ໄດ້ມາດຕະຖານ ບໍ່ໃຫ້ຕົກເຮ່ຍໃສ່ເສັ້ນທາງ,ບໍ່ໃຫ້ມີກິ່ນ,ຈະມີຖັງຂີ້ເຫຍື້ອສະເພາະ ແລະ ກໍານົດ ໃຫ້ຄົນ ຖີ້ມຂີ້ເຫຍື້ອ ໂດຍແຍກເປັນປະເພດ ຕົວຢ່າງ  ຂີ້ເຫຍື້ອຈາກເສດອາຫານຕ້ອງຖີ້ມໃສຖັງນຶ່ງ, ປະເພດເສດແກ້ວຖີ້ມໃສ່ຖັງນຶ່ງ,ປະເພດໂລຫະ ແລະ ຂີ້ເຫຍື້ອປະເພດເຄມີອັນຕະລາຍຖີ້ມໃສ່ຖັງນຶ່ງ.ນອກຈາກນັ້ນ ເຂົາຍັງຈັດຕັ້ງຄົນອານາໄມປະຈໍາຢູ່ເສັ້ນທາງຕ່າງໆ ເຮັດອານາໄມທຸກໆມື້ ບໍ່ວ່າເຊົ້າ ແລະ ແລງ.ມີການຈັດຕັ້ງທະນາຄານຂີ້ເຫຍື້ອຢູ່ຕາມໂຮງຮຽນ.ສໍາລັບເສດຂີ້ເຫຍື້ອອັນໃດທີ່ພໍເອົາມາໜູນໃຊ້ໄດ້ ກໍ່ເອົາມາປະດິດເປັນສິນຄ້າຂາຍ,ພ້ອມທັງປຸກລະດົມຄົນໃຫ້ມີສ່ວນຮ່ວມ ຫລຸດຜ່ອນຂີ້ເຫຍື້ອ ແລະ ມີວິທີການອື່ນໆອີກ. ສະນັ້ນ ເວລາເຮົາໄປຕ່າງປະເທດ ເຮົາຍ່າງເລາະຫລີ້ນ ຫຼື ໄປຊື້ເຄື່ອງບໍ່ຄອຍເຫັນ ກອງຖີ້ມຂີ້ເຫຍື້ອຊະຊາຍ ບ້ານເມືອງເຂົາຈຶ່ງສະອາດງາມຕາ ເປັນໜ້າທ່ຽວຊົມ.

ເພື່ອຄວາມສະອາດງາມຕາຂອງບ້ານເມືອງ ເພື່ອສິ່ງແວດລ້ອມ,ເພື່ອສຸຂະພາບຂອງທ່ານເອງ,ເພື່ອຄວາມເປັນລະບຽບຮຽບຮ້ອຍ ມາຮ່ວມແຮງ ຮ່ວມໃຈ ບອກສອນລູກຫລານ ຄົນອອ້ມຂ້າງ ຢຸດຕິນິດໃສຂີ້ຄ້ານມັກງ່າຍ ຖີ້ມຂີ້ເຫຍື້ອຊະຊາຍ.ເກັບມ້ຽນຂີເຫຍື້ອໃຫ້ເປັນບ່ອນ.ພ້ອມກັນເຮັດອະນາໄມ ສໍານັກງານອົງການ,ບໍລິສັດ ຫ້າງຮ້ານຕ່າງໆ ໜ້າເຮືອນຂອງຕົນ ໃຫ້ສະອາດຢູ່ສະເໝີ.ຈຶ່ງຈະເຮັດໃຫ້ປະເທດເຮົາໄດ້ຮັບການຍົກຍ້ອງ ຈາກນັກທ່ອງທ່ຽວ ວ່າ ເປັນ ປະເທດທີ່ໜ້າຢູ່ ໜ້າອາໃສ.

ລາວ ເປັນປະເທດທີ່ມີວັດທະນະທຳອັນດີງາມມາແຕ່ດຶກດຳບັນ ໃນນັ້ນລວມມີວັດທະນະທຳທາງດ້ານວັດຖຸ ແລະ ວັດທະນະທຳທາງດ້ານຈິດໃຈ. ສະເພາະຄົນລາວເປັນຄົນທີ່ມີນ້ຳໃຈໄມຕຣີຈິດມິດຕະພາບ, ໂອບເອື້ອອາລີ, ຍີ້ມແຍ່ມແຈ່ມໃສ, ອ່ອນນ້ອມຖ່ອມຕົວ, ເວົ້າຈາສຸພາບອ່ອນໂຍນ ແລະ ນຸ່ງຖືເປັນລະບຽບຮຽບຮ້ອຍ. ວັດທະນະທຳເຫລົ່ານີ້ສາມາດຮັກສາໄດ້ ແລະ ປະຕິບັດສືບທອດກັນມາຈົນຮອດທຸກມື້ນີ້ ເຮັດໃຫ້ຕ່າງປະເທດຄຳຍ້ອງຍໍຊົມເຊີຍວ່າ ລາວເປັນປະເທດໜຶ່ງໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ທີ່ຍັງຮັກສາວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຕົນໄວ້ໄດ້ເປັນຢ່າງດີ.

ປັດຈຸບັນໂລກຂອງພວກເຮົາພວມຢູ່ໃນຍຸກໂລກາພິວັດ ຫລື ຍຸກບໍ່ມີເຂດແດນເຮັດໃຫ້ກະແສວັດທະນະທຳຕາເວັນຕົກຫລັ່ງໄຫລເຂົ້າມາປະເທດລາວໄດ້ຢ່າງງ່າຍດາຍ ປຽບດັ່ງນ້ຳປ່າທີ່ໄຫລສຸໃນຍາມຝົນເຮັດໃຫ້ຍາກທີ່ຈະສາມາດປ້ອງກັນໄວ້ໄດ້ ຊຶ່ງສິ່ງທີ່ເປັນຊ່ອງທາງເຮັດໃຫ້ກະແສວັດທະນະທຳຈາກຕາເວັນຕົກແຊກແຊງເຂົ້າມາລາວໄດ້ຢ່າງວ່ອງໄວ ແລະ ງ່າຍດາຍກໍຄືຄວາມຈະເລີນທາງດ້ານການສື່ສານທີ່ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຮັດໃຫ້ສັງຄົມໂລກຖືກເຊື່ອມໂຍງເຂົ້າກັນ, ພ້ອມນັ້ນ  ເວລາ ແລະ ສະຖານທີ່ກໍບໍ່ໄດ້ເປັນອຸປະສັກໃນການສື່ສານຮ່ວມກັນ.

ຈາກການເຂົ້າມາຂອງວັດທະນະທຳຕາເວັນຕົກ ໂດຍຜ່ານພາຫະນະສື່ມວນຊົນຕ່າງຯ ບໍ່ວ່າຈະເປັນສື່ເກົ່າ ຄື: ວິທະຍຸ, ໂທລະພາບ ແລະ ໜັງສືພິມ ຫລື ສື່ໃໝ່ ຄື: Face book, you tube, Instargramແລະ ອື່ນຯ ສົ່ງຜົນກະທົບໂດຍກົງຕໍ່ວັດທະນະທຳທີ່ດີງາມຂອງລາວ ເພາະປະຊາຊົນລາວໂດຍສະເພາະກຸ່ມຊາວໜຸ່ມຊຶ່ງເປັນກຸ່ມທີ່ຢູ່ໃນໄວຢາກຮູ້ຢາກເຫັນ ໄດ້ກາງແຂນອ້າຮັບເອົາວັດທະນະທຳເຫລົ່ານັ້ນໄດ້ຢ່າງສະດວກສະບາຍ ແລະ ງ່າຍດາຍ. ປັດຈຸບັນຊາວໜຸ່ມລາວຈຳນວນບໍ່ຫນ້ອຍໂດຍສະເພາະຊາວໜຸ່ມຢູ່ບັນດາຕົວເມືອງໃຫຍ່ໄດ້ຮັບອິດທິພົນຈາກວັດທະນະທຳຕາເວັນຕົກຫລາຍສົມຄວນ ເປັນຕົ້ນ: ວັດທະນະທຳການແຕ່ງກາຍ, ປາກເວົ້າ, ການມີເພດສຳພັນກ່ອນໄວອັນຄວນ ແລະ ອື່ນຯ. ການແຕ່ງກາຍຂອງຊາວໜຸ່ມຈຳນວນບໍ່ໜ້ອຍໃນປັດຈຸບັນບໍ່ຖືກຕ້ອງ ແລະ ບໍ່ເໝາະສົມກັບຮີດຄອງປະເພນີທີ່ດີງາມໂດຍສະເພາະການແຕ່ງກາຍຂອງແມ່ຍິງທີ່ມັກນຸ່ງໜ້ອຍຫົ່ມໜ້ອຍ, ນຸ່ງເສື້ອຮັດຫຸ່ນ ຫລື ເສື້ອເກາະເອິກ, ໃສ່ໂສ້ງຂາສັ້ນຯ ຊຶ່ງເປັນການຍົ່ວຍຸອາລົມເພດກົງກັນຂ້າມ. ຂະນະທີ່ຊາວໜຸ່ມຊາຍໄດ້ຍ້ອມສີຜົມຫລາກຫລາຍສີສັນ, ເຈາະຫູ, ເຈາະລີ້ນ, ແລະ ອື່ນຯ.

ນອກຈາກນີ້ ການໃຊ້ພາສາຂອງຊາວໜຸ່ມປະຈຸບັນກໍປ່ຽນໄປ ແລະ ມີລັກສະນະສອດກະຈາ ເຮັດໃຫ້ພາສາລາວເສື່ອມເສຍ. ພ້ອມກັນນີ້ ການຫລີ້ນກິນຟູມເຟືອຍ, ເຂົ້າເທັກ, ເຂົ້າບາ, ກິນຢາບ້າ, ລວມເຖີງການແຕ່ງໂຕໂອ້ອວດກັນດ້ວຍເສື້ອຜ້າ ແລະ ເຄື່ອງປະດັບໃນລາຄາແພງ ຫລື ສິນຄ້າຍີ່ຫໍ່ດັງຂອງຊາວໜຸ່ມກໍມີຫລາຍຂຶ້ນ ເຮັດໃຫ້ຊາວໜຸ່ມທີ່ດ້ອຍໂອກາດແຕ່ຢາກມີຄືຄົນອື່ນປຸ້ນຈີ້ຊີງຊັບ ຫລື ລັກຂະໂມ້ຍເກີດຂຶ້ນ ສ້າງຄວາມບໍ່ສະຫງົບໃນສັງຄົມ. ອີກສິ່ງໜຶ່ງທີ່ສຳຄັນຄືການມີເພດສຳພັນກ່ອນໄວອັນຄວນຂອງຊາວໜຸ່ມໃນສັງຄົມ ກໍນັບມື້ເພີ່ມຂຶ້ນເຊັ່ນດຽວກັນ. ການຮັບເອົາວັດທະນະທຳຕາເວັນຕົກຊອດກະຈາເຫລົ່າານີ້ລ້ວນແຕ່ເປັນສິ່ງທີ່ຜິດຕໍ່ວັດທະນະທຳທີ່ດີງາມຂອງຊາດລາວທີ່ເຄີຍປະຕິບັດສືບທອດກັນມາແຕ່ດຶກດຳບັນ ແລະ ກາຍເປັນບັນຫາໃຫຍ່ລະດັບຊາດທີ່ທຸກພາກສ່ວນໃນສັງຄົມຕ້ອງໄດ້ຮີບຮ້ອນແກ້ໄຂຮ່ວມກັນ.

ການປ່ຽນແປງທີ່ເກີດຂຶ້ນຈາກການພັດທະນາໄປສູ່ຄວາມທັນສະໄໝໃນປັດຈຸບັນ ນອກຈາກນຳໄປສູ່ການປ່ຽນແປງຂອງເສດຖະກິດ-ສັງຄົມທີ່ດີຂຶ້ນ ຍັງນຳໄປສູ່ການປ່ຽນແປງເລື່ອງຄ່ານິຍົມ ແລະ ວັດທະນະທຳຂອງຄົນໃນສັງ ຄົມ ໂດຍສະເພາະຊາວໜຸ່ມທີ່ເຕີບໃຫຍ່ມາໃນຍຸກຂອງໂລກາພິວັດ ເຮັດໃຫ້ວັດທະນະທຳຕາເວັນຕົກມີອິດທິພົນຕໍ່ຊາວໜຸ່ມລາວ ເນື່ອງຈາກມີຊາວໜຸ່ມຈຳນວນບໍ່ໜ້ອຍຖືເອົາວັດທະນະທຳມາເປັນຄ່ານິຍົມຂອງຕົນເອງ ເປັນຕົ້ນ: ຄ່ານິຍົມໃນການແຕ່ງກາຍ, ການບໍລິໂພກ, ການໃຊ້ພາສາ ແລະ ອື່ນຯ ແຕ່ບັນຫາສຳຄັນແມ່ນການແຕ່ງກາຍທີ່ບໍ່ເໝາະສົມຂອງກຸ່ມຊາວໜຸ່ມໃນປັດຈຸບັນຖືເປັນບັນຫາທາງສັງຄົມຢ່າງໜຶ່ງທີ່ຫລາຍຄົນໃຫ້ຄວາມສົນໃຈ ເພາະນອກຈາກຂັດກັບຮີດຄອງປະເພນີ ແລະ ວັດທະນະທຳທີ່ດີງາມຂອງຊາດແລ້ວ ຍັງເຮັດໃຫ້ເກີດບັນຫາທາງສັງຄົມຕາມມາ ເປັນຕົ້ນ: ບັນຫາການລ່ວງລະເມີດທາງເພດ, ອາດຊະຍາກຳ, ການຄ້າມະນຸດ, ການຂົ່ມຂືນອານາຈານ ແລະ ອື່ນຯ.

ວັດທະນະທຳ ຄືສິ່ງບົ່ງບອກເຖີງຄວາມເປັນຊາດ, ແຕ່ລະປະເທດລ້ວນມີວັດທະນະທຳ, ຮີດຄອງປະເພນີ ແລະ ເອກະລັກເປັນຂອງຕົນເອງ. ສຳລັບລາວ ແມ່ນປະເທດໜຶ່ງທີ່ມີວັດທະນະທຳ ແລະ ຮີດຄອງປະເພນີທີ່ດີງາມເປັນຂອງຕົນເອງມາແຕ່ບູຮານນະການ. ແຕ່ເນື່ອງຈາກຍຸກນີ້ເປັນຍຸກໂລກາພິວັດ ຫລື ຍຸກແຫ່ງການສື່ສານບໍ່ມີເຂດແດນ ເຮັດໃຫ້ວັດທະນະທຳຕາເວັນຕົກຫລັ່ງໄຫລເຂົ້າມາລາວໄດ້ຢ່າງງ່າຍດາຍ ເຮັດໃຫ້ວັດທະນະທຳລາວກຳລັງຖືກກີນກິນຈາກວັດທະນະທຳຕາເວັນຕົກ ແລະ ກຸ່ມຄົນທີ່ເຮັດໃຫ້ວັດທະນະທຳລາວຖືກກີນກິນຈາກວັດທະນະທຳຕາເວັນຕົກ ຕົ້ນຕໍແມ່ນຊາວໜຸ່ມທີ່ເປັນຜູ້ສືບທອດພາລະກິດຂອງຊາດ, ຊຶ່ງເປັນໄວແຫ່ງການຮຽນຮູ້ ແລະ ພ້ອມທີ່ຈະຮັບເອົາສິ່ງໃໝ່ຯ ເຂົ້າມາຕະຫລອດເວລາ.  ດັ່ງນັ້ນ ເພື່ອເຮັດໃຫ້ວັດທະນະທຳ ແລະ ຮີດຄອງປະເພນີທີ່ດີງາມຂອງລາວໄດ້ຮັບການປົກປັກຮັກສາ ແລະ ເສີມຂະຫຍາຍໃຫ້ມີຄວາມຍືນຍົງຕະຫລອດໄປ ຈິ່ງຮຽກຮ້ອງມາຍັງປະຊາຊົນລາວບັນດາເຜົ່າ ໂດຍສະ ເພາະຊາວໜຸ່ມທຸກຄົນຕ້ອງເອົາໃຈໃສ່ປົກປັກຮັກສາວັດທະນະທຳທີ່ດີງາມຂອງຊາດໃຫ້ຫລາຍຂຶ້ນກ່ວາເກົ່າ, ສິ່ງໃດທີ່ຄັດຕໍ່ວັດທະນະທຳທີ່ດີງາມຂອງຊາດບໍ່ຄວນເຮັດ ແລະ ບໍ່ຄວນຫລົງໄຫລກັບວັດທະນະທຳຕາເວັນຕົກຈົນເກີນໄປ.

ຄວນຄິດຢູ່ສະເໝີວ່າ: ວັດທະນະທຳທຸກຢ່າງຂອງລາວ ຄືເອກະລັກຂອງຄວາມເປັນຊາດລາວ ທີ່ຕ້ອງມີການສືບທອດ, ຜູ້ທີ່ຈະສືບທອດວັດທະນະທຳໄດ້ດີກ່ວາໝູ່ກໍຄືຊາວໜຸ່ມ ຖ້າຊາວໜຸ່ມບໍ່ຍອມຮັບ ແລະ ບໍ່ຍອມສືບທອດວັດທະນະທຳທີ່ດີງາມກໍຈະຄ່ອຍຯ ສູນຫາຍໄປ ແລະ ຖືກກືນກິນຈາກວັດທະນະທຳຕາເວັນຕົກ. ດັ່ງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ກ່າວໄວ້ວ່າ: “ເສຍວັດທະນະທຳ ຄືເສຍຊາດ”

ໂດຍ:ວັນໄຊ ຕະວິນຍານ

ດັງທີ່ຮູ້ຈັກກັນດີແລ້ວວ່າ:ລັດເຮົາແມ່ນລັດຂອງປະຊາຊົນ,ໂດຍປະຊາຊົນແລະ ເພື່ອຜົນປະໂຫຽດຂອງປະຊາຊົນ.ຕະຫລອດໄລຍະ 40 ປີຜ່ານມາ,ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ.ປະຊາຊົນລາວບັນດາເຜົ່າໄດ້ສາມັກຄີເປັນຈິດນຶ່ງໃຈດຽວກັນ ເດັດດ່ຽວເສຍສະຫລະສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ນໍາໃຊ້ຄວາມຮູ້ຄວາມສາມາດປະກອບສ່ວນປະຕິບັດພາລະກິດປົກປັກຮັກສາແລະ ສ້າງສາພັດທະນາປະເທດຊາດ,ຫ້າວຫັນປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ ຈຶ່ງເຮັດໃຫ້ເສດຖະກິດມີຜົນສໍາເລັດໃນຫລາຍດ້ານ ປະເທດເຮົາຈຶ່ງຮັ່ງມີເຕີບໃຫ່ຍເຂັ້ມແຂງຂື້ນເລື້ອຍມາ. ສິ່ງສໍາຄັນອີກຢ່າງນຶ່ງ,ປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດໄດ້ປະກອບສ່ວນຢ່າງຈິງຈັງໃນການບູລະນະລະບອບປະຊາທິປະໄຕປະຊາຊົນໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະ ໜັ້ນຄົງ.ນັບຕັ້ງແຕ່ໄດ້ສະຖາປະນາລະບອບໃໝ່ມານີ້,ປະຊາຊົນລາວບັນດາເຜົ່າໄດ້ໃຊ້ສິດໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດມາເປັນຕົວແທນຂອງຕົນໄດ້ເຈັດຊຸດແລ້ວ.ປັດຈຸບັນ,ທົ່ວປະເທດກໍາລັງກະກຽມເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີແປດ,ແລະສະມາຊິກສະພາປະຊາຊົນແຂວງ,ນະຄອນຫລວງທີ່ຈະຈັດຂື້ນໃນວັນທີ 20 ມີນາທີ່ຈະມາເຖິງນີ້.ສະນັ້ນ, ປະຊາຊົນບັນດາເຜົ່າ ທຸກຊັ້ນຄົນນັບແຕ່ອາຍຸ 18 ປີຂື້ນໄປ ຍົກເວັ້ນຜູ້ເປັນບ້າເສຍຈິດ, ຜູ້ຖືກຕັດອິດສະຫລະພາບຕາມກົດໜາຍກໍານົດໄວ້ ກໍ່ຈະໄດ້ໃຊ້ສິດຂອງຄົນເພື່ອເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ,ນະຄອນຫລວງ ຊຶ່ງແມ່ນສິດແລະ ພັນທະພື້ນຖານ ອັນມີກຽດຂອງພົນລະເມືອງລາວ.ທັງນີ້ກໍຍ້ອນວ່າ:ສະພາແຫ່ງຊາດແມ່ນອົງການຕົວແທນແຫ່ງສິດແລະ ຜົນປະໂຫຽດຂອງປະຊາຊົນລາວບັນດາເຜົ່າ.ປະຊາຊົນເປັນຜູ້ເລືອກຕັ້ງໂດຍກົງ,ປະຕິບັດສິດຂອງປະຊາຊົນມອບໜາຍໃຫ້.

ເພື່ອຮັບປະກັນສິດເປັນເຈົ້າຂອງປະເທດຊາດ ແລະ ສິດປະຊາທິປະໄຕຂອງປະຊາຊົນລາວບັນດາເຜົ່າໃຫ້ໄດ້ຢ່າງເຕັມສ່ວນ ສະເໜີພາບ,ຍຸຕິທໍາ ແລະ ຮັບປະກັນການເລືອກຕັ້ງໃຫ້ໄດ້ຜູ້ມີມາດຖານຄົບຖ້ວນເຂົ້າເປັນສະມາຊິກສະພາ, ທັງຮັບປະກັນໃຫ້ບັນລຸຕາມຄາດໜາຍໃຫ່ຍທີ່ວາງໄວ້ ຄື:ຮັບປະກັນໃຫ້ຜູ້ມີສິດເລືອກຕັ້ງໄດ້ໄປໃຊ້ສິດປ່ອນບັດດ້ວຍຄວາມສະໜັກໃຈຢ່າງຄົບຖ້ວນ,ໜາຍຄວາມວ່າໃນມື້ເລືອກຕັ້ງວັນທີ 20 ມີນານີ້ ໃຫ້ຖືເປັນປາງບຸນໃຫ່ຍ ພ້ອມກັນອອກມາໃຊ້ສິດດ້ວຍຄວາມເບີກບານມ່ວນຊື່ນ ຊຶ່ງບໍ່ມີໃຜກີດກັ້ນໄດ້.ໃນກໍລະນີຄອບຄົວໃດມີຜູ້ເຈັບເປັນຢູ່ເຮືອນ,ຢູ່ໂຮງໝໍ,ເສຍອົງຄະ ຫລື ເຖົ້າແກ່ຊະລາ ບໍ່ສາມາດໄປປ່ອນບັດຢູ່ສະຖານທີ່ປ່ອນບັດໄດ້ ຕ້ອງແຈ້ງຕໍ່ຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງຊາບ ເພື່ອຈະໄດ້ຈັດຕັ້ງໜ່ວຍປ່ອນບັດເຄື່ອນທີ່ໄປຮັບເອົາບັດລົງຄະແນນສຽງຢູ່ກັບທີ່.ໄປຄ່ຽງຄູ່ກັນນີ້,ກໍຮັບປະກັນການລົງຄະແນນສຽງໃຫ້ຖືກຕ້ອງຕາມລະບຽບກົດໜາຍຮ້ອຍສ່ວນຮ້ອຍ.ໜາຍຄວາມວ່າ ເມື່ອໄດ້ຮູ້ຜູ້ສະໜັກຮັບເລືອກຕັ້ງແຕ່ລະຄົນຈາກການເຫັນຮູບ,ຮູ້ຜົນງານ,ໄດ້ຟັງການໂຄສະນາຫາສຽງແລ້ວ,ຜູ້ມີສິດເລືອກຕັ້ງແຕ່ລະຄົນຕ້ອງຄິດໃຫ້ຄັກ ເລືອກໃຫ້ດີ ຕັດສິນໃຈໃຫ້ຖືກຕ້ອງດ້ວຍຕົນເອງ ຂີດໃຫ້ຖືກວິທີ ວ່າຈະເລືອກເອົາຜູ້ໃດໂດຍບໍ່ຕ້ອງປຶກສາຫາລື ຫລື ຂໍຄໍາເຫັນຈາກບຸກຄົນໃດອີກ.ແລະຄາດໜາຍສໍາຄັນອີກອັນນຶ່ງ ແມ່ນຮັບປະກັນຄວາມສະຫງົບປອດໄພໃຫ້ໄດ້ຮ້ອຍສ່ວນຮ້ອຍ ໜາຍວ່າພົນລະເມືອງລາວທຸກຄົນ,ຢູ່ທຸກທ້ອງຖິ່ນຮາກຖານມີພັນທະປະກອບສ່ວນໃນການຮັກສາຄວາມສະຫງົບຄວາມປອດໄພຂອງບ້ານເມືອງໂດຍສະ

ເພາະແມ່ນການເຮັດໜ້າທີ່ປ້ອງກັນເວນຍາມສໍານັກງານອົງການ,ຄຸ້ມບ້ານຕ່າງໆ.ມີສະຕິລະວັງຕົວຕໍ່ກົນອຸບາຍມ້າງເພຂອງກຸ່ມຄົນບໍ່ດີທີ່ຈະກໍ່ຄວາມບໍ່ສະຫງົບໃນວັນເລືອກຕັ້ງ,ແຕ່ລະຄອບຄົວຕ້ອງຮັບປະກັນບໍ່ໃຫ້ມີເຫດຮ້າຍໃດໆເກີດຂື້ນເຊັ່ນ:ໄຟໄໜ້ເຮືອນ,ມີສຽງແຕກ,ຂີ້ລັກງັດແງະ,ປຸ້ນຈີ້,ນັກເລັງອັນຕະພານກໍ່ຄວາມວຸ້ນວາຍແລະ ອື່ນໆ. ນອກຈາກຮັບປະກັນໃຫ້ໄດ້ສາມຄາດໜາຍໃຫ່ຍແລ້ວ,ແຕ່ລະທ້ອງຖິ່ນໃຫ້ຖືກເອົາໂອກາດນີ້,ປຸກລະ

ດົມການຜະລິດລະດູແລ້ງ,ສົ່ງເສີມການຜະລິດເປັນສິນຄ້າຂອງປະຊາຊົນໃຫ້ໄດ້ຮັບຜົນດີຕາມລະດັບຄາດໜາຍ,ໄປຄ່ຽງຄູ່ກັບການອານຸລັກຮັກສາຮີບຄອງປະເພນີ ວັດທະນະທໍາອັນດີງາມຂອງທ້ອງຖິ່ນ. ເວົ້າລວມແລ້ວ,ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ,ນະຄອນຫລວງ ແມ່ນເປັນໂອກາດແຫ່ງການສະແດງຄວາມຮັກຊາດ,ເສີມຂະຫຍາຍສິດເປັນເຈົ້າຂອງຂອງປະຊາຊົນລາວບັນດາເຜົ່າຕໍ່ປະເທດຊາດ,ເປັນໂອກາດແຫ່ງການປຸກລະດົມບັນດາກໍາລັງແຮງສັງລວມຂອງທຸກຊັ້ນຄົນ,ທຸກພາກສ່ວນເສດຖະກິດເຂົ້າໃນການຈັດຕັ້ງຜັນຂະຫຍາຍມະຕິຂອງກອງປະຊຸມໃຫ່ຍຄັ້ງທີ່ X ຂອງພັກ ໃນການສ້າງຄວາມເຂັ້ມແຂງ ໜັ້ນຄົງ ໃຫ້ລັດປະຊາທິປະໄຕປະຊາຊົນ ທີ່ປົກຄອງດ້ວຍກົດໜາຍເພື່ອຜົນປະໂຫຽດຂອງປະຊາຊົນຢ່າງແທ້ຈິງ.

ໂດຍ:ວັນໄຊ ຕະວິນຍານ

ໃນປະຫວັດສາດ ແລະ ວິວັດທະນາການຂອສັງຄົມມະນຸດ ທຸກຍຸກ ທຸກສະໄໝ ລ້ວນແຕ່ເສຍພັນທະໃຫ້ລັດປົກຄອງ,ຊຶ່ງໃນສະໄໝກ່ອນເອີ້ນວ່າ ເສຍສ່ວຍ, ໃນຍຸກປະຈຸບັນເອີ້ນວ່າເສຍອາກອນໃຫ້ລັດ ເພື່ອເອົາເງີນທັງໜົດເຂົ້າງົບປະມານຂອງລັດ ນໍາໄປແຈກຢາຍໃຫ້ຂະແໜງການຕ່າງໆ ເຄື່ອນໄຫວ ປະຕິບັດໜ້າທີ່ຕາມຄວາມຮັບຜິດຊອບຂອງຕົນ ກໍ່ຄື ການພັດທະນາເສດຖະກິດ-ສັງຄົມຂອງປະທດຊາດໃຫ້ຈະເລີນກ້າວໜ້າ.

ກົດໜາຍວ່າດ້ວຍ ສວຍສາອາກອນ ມາດຕາ 03 ການລະທິບາຍຄໍາສັບ:ລະບຸໄວ້ວ່າ: ຜູ້ເສຍອາກອນ ໜາຍເຖິງບຸກຄົນ,ນິຕິບຸກຄົນ ແລະ ການຈັດຕັ້ງລວມທັງຄົນລາວ,ຄົນຕ່າງດ້າວ,ຄົນຕ່າງປະເທດ,ຄົນບໍ່ມີສັນຊາດ ທີ່ດໍາເນີນທຸລະກິດ ຫຼື ທໍາມາຫາກິນຖາວອນ ຫຼື ຊົ່ວຄາວກໍ່ຄືຜູ້ທີ່ມີພູມລໍາເນົາ ຫຼື ສະຖານທີ່ດໍາເນີນທຸລະກິດຢູ່ລາວ,ໄປເຄື່ອນໄຫວຢູ່ຕ່າງປະເທດຊຶ່ງມີໜ້າທີ່ເສຍອາກອນໃຫ້ລັດຕາມກົດໜາຍ.

ມາດຕາ 05: ຫຼັກການກ່ຽວກັບວຽກງານສ່ວຍສາອາກອນ: ລະບຸໄວ້ວ່າ:ຮັບປະກັນການຄຸ້ມຄອງລວມສູນຢ່າງເປັນເອກະພາບໃນຂອບເຂດທົ່ວປະເທດ;ຮັບປະກັນການຊຸກຍູ້ສົ່ງເສີມການຜະລິດທຸລະກິດ ແລະ ການລົງທຶນໃຫ້ມີການຂະຫຍາຍຕົວ;ຮັບປະກັນໃຫ້ມີ

ຄວາມຍຸຕິທໍາ ໂປງໃສ,ວ່ອງໄວ,ຖືກຕ້ອງ,ຄົບຖ້ວນ ແລະ ສາມາດກວດສອບໄດ້.

ຕະຫລອດຫຼາຍສິບປີຜ່ານມາ,ສັງເກດເຫັນວ່າ:ພາກສ່ວນກ່ຽວຂ້ອງມີຄວາມພະຍາຍາມຢ່າງຕັ້ງໜ້າ ໃນການນໍາໃຊ້ກົດໜາຍເປັນເຄື່ອງມື ບວກກັບນິຕິກໍາ ແລະໃຊ້ມາດຕະການຫຼາຍອັນ ລວມທັງອອກໃບບິນອາກອນ ເພື່ອໃຫ້ມີຄວາມສະດວກ ຊັດເຈນໃນເວລາເກັບອາກອນ ແລະ ມີລະບົບຍ້ອງຍໍ ໃຫ້ລາງວັນ…..ຕໍ່ທຸກຄົນ ທຸກພາກສ່ວນທີ່ເສຍອາກອນໃຫ້ລັດຄົບຖ້ວນຕໍາຈໍານວນ.ຈຶ່ງເຮັດໃຫ້ພາກສ່ວນເສດຖະກິດ ນັບທັງພົນລະເມືອງລາວ,ຄົນຕ່າງປະເທດ,ຄົນຕ່າງດ້າວ,ຄົນບໍ່ມີສັນຊາດ…ມີຄວາມຕື່ນຕົວສະໜັກໃຈເສຍພັນລະໃຫ້ລັດໄດ້ເປັນຢ່າງດີ.ສະແດງອອກ ມີຫຼາຍພາກສ່ວນ ມີຄວາມຈິງໃຈ ໃຫ້ການຮ່ວມມື ຍີນດີເປີດເຜີຍຂໍ້ມູນບັນຊີ ໃຫ້ກວດສອບຕາມລະບຽບກົດໜາຍ.ເສຍພັນທະໃຫ້ລັດຖືກຕ້ອງຕາມກໍານົດເວລາ ແລະ ຄົບຕາມຈໍານວນ.ແຕ່ຄ່ຽງຄູ່ກັນນັ້ນ ຍັງມີຫຼາຍພາກສ່ວນເສດຖະກິດ,ພົນລະມືອງລາວ,ຄົນຕ່າງດ້າວ ບໍ່ປະຕິບັດກົດໜາຍສ່ວຍສາອາກອນ.ບໍ່ມີຄວາມຈິງໃຈ ໃຫ້ກວດສອບເອກະສານບັນຊີລາຍຮັບ-ລາຍຈ່າຍ,ເສຍອາກອນບໍ່ຖືກຕາມກໍານົດເວລາ,ສົມຮູ້ຮ່ວມຄິດກັບພະນັກງານເກັບອາກອນຈໍານວນນຶ່ງ ດັດແປງເອກະສານລາຍຮັບລາຍຈ່າຍເພື່ອໃຫ້ໄດ້ເສຍພາສີ-ອາກອນໜ້ອຍລົງ…. ຈຶ່ງເຮັດໃຫ້ລາຍຮັບຂອງລັດຮົ່ວໄຫລ ເກັບເຂົ້າງົບປະມານບໍ່ໄດ້ຕາມແຜນການ.ຊຶ່ງສະແດງອອກໃນບົດລາຍງານ ການຈັດຕັ້ງປະຕິບັດງົບປະມານແຫ່ງລັດສົກ 2012-2013 ຜ່ານມາ ທີ່ທ່ານ ພູເພັດ ຄໍາພູນວົງ ລັດຖະມົນຕີວ່າການກະຊວງການເງີນທີ່ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VII ວ່າ:ການເກັບລາຍຮັບໄດ້ ທັງໜົດ 96,37 ສວ່ນຮ້ອຍຂອງແຜນການ.ການເກັບລາຍຮັບພາຍໃນໄດ້ 93,18 ສ່ວນຮ້ອຍ.ທັງນີ້ກໍ່ຍ້ອນ ການຂຸດຄົ້ນເກັບລາຍຮັບ ຍັງບໍ່ໄດ້ຕາມຄວາມສາມາດບົ່ມຊ້ອນຂອງພື້ນຖານເສດຖະກິດ,ສະພາບການຕົກເຮັ່ຍ ເສຍຫາຍ,ເກັບບໍ່ຄົບຖ້ວນ,ເກັບບໍ່ໜົດຍັງມີຢ່າງຫລວງຫຼາຍໃນທຸກຂະແໜງການລາຍຮັບ,ດ້ານກົນໄກການເກັບລາຍຮັບຍັງມີຫຼາຍດ້ານຍັງບໍ່ທັນປັບປຸງປ່ຽນແປງ.ການເກັບກໍາຂໍ້ມູນຖານອາກອນຍັງບໍ່ລະອຽດ,ມີຫຼາຍຫົວໜ່ວຍທຸລະກິດ ບໍ່ໄດ້ມີການໄລ່ລ່ຽງ ແລະ ປະຕິບັດພັນທະ,ການປະຕິບັດລະບົບອາກອນມອບເໝົາ ຍັງຂາດການຕິດຕາມກວດກາປະເມີນຜົນ ເຮັດໃຫ້ອັດຕາການມອບເໝົາບໍ່ສອດຄ່ອງກັບສະພາບຄວາມເປັນຈິງ.ການນໍາໃຊ້ໃບເກັບອາກອນ ຍັງບໍ່ທັນໄດ້ດີ,ຍັງມີສະພາບນໍາໃຊ້ໃບບິນຂອງໃຜຂອງລາວຢ່າງຫລວງຫຼາຍ.ການຄຸ້ມຄອງ ກວດກາສິນຄ້າເຂົ້າ-ອອກຍັງບໍ່ເຂັ້ມງວດ,ເກີດມີການສວຍໃຊ້ຊ່ອງຫວ່າງຫລົບຫລີກພາສີ ເຊັນ:ນໍາເຂົ້າຫຼາຍແຕ່ແຈ້ງເສຍພາສີໜ້ອຍ.ແຈ້ງມູນຄ່າສິນຄ້າບໍ່ຖືກກັບຕົວຈິງ ແລະ ອື່ນໆ.

ເພື່ອເຮັດໃຫ້ການເກັບລາຍຮັບ ໃນສົກງົບປະມານ 2013-2014 ຂອງລັດໃຫ້ໄດ້ຕາມຄາດໜາຍທີ່ກະຊວງການເງີນວາງອອກ ຄື 25.216 ຕື້ກີບ.ທ່ານ ພູເພັດ ຄໍາພູນວົງ ລັດຖະມົນຕີ ວ່າການກະຊວງການເງີນ ໄດ້ອອກທາດຕະການຈັດຕັ້ງປະຕິບັດ ໂດຍເລັ່ງໃສ່ເພີ້ມທະວີວຽກງານສຶກສາອົບຮົມ ການເມືອງແນວຄິດ ຖັນແຖວສະມາຊິກພັກ -ພະນັກງານ ໃນຂະແໜງການເງີນ ໃຫ້ມີຄວາມໜັກແໜ້ນ ມີການຫັນປ່ຽນດ້ານແນວຄິດຈິນຕະນາາການຢ່າງແທ້ຈິງ,ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ ມີຄວາມສັດຊື່ ບໍລິສຸດ ປັບປຸງທັດສະນະການບໍລິການຕໍ່ປະຊາຊົນໃຫ້ດີຂື້ນກວ່າເກົ່າ. ເວົ້າ ແລະ ປະຕິບັດຕາມກົດໜາຍ ຕ້ານແນວຄິດ ແລະ ການກະທໍາ ທີ່ເປັນການສວຍໂອກາດ ນໍາໃຊ້ໜ້າທີ່ຕໍາ

ແໜ່ງຫ່ຜົນປະໂຫຽດສ່ວນຕົວ,ເພີ້ມຄວາມເຂັ້ມງວດໃນການກວດກາສິນຄ້າເຂົ້າ-ອອກໃຫ້ຖືກຕ້ອງຕາມລະບຽບກົດໜາຍ.ປະຕິບັດຢ່າງເຂັ້ມງວດ ຕໍ່ກໍລະນີຫລົບຫລີກການເສຍພັນທະ….

ຖ້າໜົດທຸກຄົນທີ່ກ່ຽວຂ້ອງ,ທຸກພາກສ່ວນທຸລະກິດ ມີຄວາມຈິງໃຈ ສັດຊື່ບໍລິສຸດ ປະຕິບັດພັນທະໃນການເສຍພາສີ-ອາກອນໃຫ້ລັດຖືກຕ້ອງ ຕາມຈໍານວນ ແລະ ຕາມກໍານົດເວລາ ປົກກະຕິ,ຮັບປະກັນບໍ່ໃຫ້ງົບປະມານຂອງລັດຮົ່ວໄຫລ  ໃຫ້ປະຊາຊົນມີສ່ວນຮ່ວມລາຍງານພຶດຕິກໍາ ຄວາມຈິງ ພ້ອມດ້ວຍຫຼັກຖານຂອງພະນັກງານ-ຫົວໜ່ວຍທຸລະກິດ ທີ່ສົມຮູ້ຮ່ວມຄິດຫລົບຫລີກ ການເສຍພາສີ-ອາກອນໃຫ້ລັດ ໃຫ້ພາກສ່ວນຮັບຜິດຊອບ ເຊື່ອແນ່ວ່າ ຫຼາຍບັນຫາຈະຫລຸດລົງ,ລັດຈະມີງົບປະມານພຽງພໍ ມີເງີນໜູນວຽນໄປບໍລິຫານບ້ານເມືອງ ກໍ່ຄື ໄປພັດທະນາເສດຖະກິດ-ສັງຄົມ ໃຫ້ປະເທດຊາດຈະເລີນກ້າວໜ້າ ຊີວິດການເປັນຢູ່ຂອງ ພະນັກງານ,ທະຫານ,ຕໍາຫລວດ ແລະ ປະຊາຊົນກໍ່ດີຂື້ນເປັນລໍາດັບ.

ໂດຍ: ວັນໄຊ ຕະວິນຍານ

ນຶ່ງໃນບັນຫາໃຫ່ຍ ແລະ ຮີບດ່ວນຂອງໂລກໃນປະຈຸບັນ ຄົງໜີບໍ່ພົ້ນ ບັນຫາສິ່ງແວດ

ລ້ອມທີ່ມີສ່ວນພົວພັນກັບມະນຸດແລະ ສິ່ງທີ່ມີຊີວິດ.ນັບຕັ້ງແຕ່ ມະນຸດປະກົດຕົວຢູ່ເທິງໜ້າໂລກ,ການດໍາລົງຄົງຕົວ ແລະ ວິວັດທະນາການຂອງມະນຸດ ລ້ວນແລ້ວແຕ່ຕິດພັນກັບທໍາມະຊາດ ແລະ ສິ່ງແວດລ້ອມທັງໜົດ.ເພາະກະໂຕ ມະນຸດເອງ ກໍ່ເກີດມາຈາກທໍາມະຊາດ.ແຕ່ເພື່ອຄວາມຢູ່ຫລອດ ແລະ ມີຊີວິດແບຢູ່ດີ ກິນດີ ແລະ ເຮັດໃຫ້ໂລກສີວິໄລຂື້ນ. ມະນຸດຕ້ອງອາໃສ ຊັບພະຍາກອນທໍາມະຊາດ ສະໜອງຄວາມຕ້ອງການຂອງຕົນ ໃນຮູບແບບຕ່າງໆ ກາຍເປັນການທໍາລາຍໃນທີ່ສຸດ.ໃນຍຸກປະຈຸບັນ,ໂລກຍິ່ງມີການແຂ່ງ

ຂັນກັນທໍາການຜະລິດ ເພື່ອສະໜອງຄວາມຕ້ອງການຂອງມະນຸດ,ຈາກຄວາມຕ້ອງການ ຈຶ່ງເກີດການຄົ້ນຄິດເຕັກໂນໂລຊີ ອຸປະກອນງທີ່ທັນສະໄໜ ມາຂຸດຄົ້ນ ຊັບພະກອນທໍາມະຊາດ ເຮັດໃຫ້ທໍາມະຊາດຖືກທໍາລາຍ,ທໍາລາຍແຫຼງທີ່ຢູ່ອາໃສຂອງສັດປ່ານາໆຊະນິດສະພາບສິ່ງແວດລ້ອມເຊື່ອມໂຊມ ນັບມື້ ນັບໜັກໜ່ວງຂື້ນໃນແຕ່ລະປີ.ເຮັດໃຫ້ດີນເສຍຄຸນນະພາບ,ອາກາດເປັນພິດ,ອາກາດຮ້ອນອົບເອົ້າ,ຝົນບໍ່ຕົກຕາມລະດູການ,ເກີດນໍ້າຖ້ວມ,ໄພແຫ້ງແລ້ງ,ແຜ່ນດີນໃຫວ ແລະ ອື່ນໆ ທໍາລາຍຊີວິດມະນຸດມາແລ້ວຈົນນັບບໍ່ຖ້ວນ.ນອກຈາກນັ້ນ ກໍ່ຍັງມີຫຼາຍບັນຫາ ເຊັ່ນ:ການປ່ອຍນໍ້າເປື້ອນອອກຈາກໂຮງຈັກ-ໂຮງງານ,ບັນຫາຂີ້ເຫຍື້ອ,ຄວນລົດ,ສຽງດັງຈາກທໍ່ອາຍເສຍລົດ,ແມ່ນໍ້າລໍາເຊເປື້ອນເປີ້,ການໃຊ້ສານເຄມີບັງຄົບພືດ ທໍາລາຍດີນປູກຝັງ ແລະ ອື່ນໆ.ລ້ວນແຕ່ແມ່ນ ບັນຫາຂອງສິ່ງແວດລ້ອມ ທີ່ກະທົບຕໍ່ສຸຂະພາບຂອງມະນຸດ.

ສັງລວມແລ້ວ,ທີ່ມາຂອງບັນຫາສະພາບແວດລ້ອມ ແມ່ນຍ້ອນມະນຸດ ທີ່ຍາມໃດ ກໍ່ມີຄວາມຮຽກຮ້ອງຕ້ອງການ ປັດໃຈຕ່າງໆ ເພື່ອການດໍາລົງຊີວິດ ເຊັ່ນ:ຕ້ອງການອາຫານ

ນໍ້າດື່ມ ແລະ ນໍ້າໃຊ້,ຕ້ອງການດີນສໍາລັບເປັນບ່ອນຢູ່ອາໃສ ແລະ ເປັນບ່ອນທໍາມາຫາກິນ,ຕ້ອງການອາກາດສໍາລັບຫາຍໃຈ,ຢາປົວພະຍາດ,ເຄື່ອງນຸ່ງຫົ່ມ ເຄື່ອງໃຊ້ສ້ອຍ ແລະ ອື່ນໆອີກ. ຈາກຂະບວນການຜະລິດຕ່າງໆ ແນ່ນອນ ຕ້ອງໄດ້ນໍາໃຊ້ ເຕັກໂນໂລຊີ ເປັນພາຫານະການຜະລິດ ຊຶ່ງເຮັດໃຫ້ເກີດມີສິ່ງເສດເຫຼື່ອ ໃນຫຼາຍລະດັບທີ່ແຕກຕ່າງກັນ ເຊັ່ນ:ສ້າງໃຫ້ມີຄວາມເປື້ອນເປີ້,ເຮັດໃຫ້ເກີດມົນລະຜິດທາງນໍ້າ,ອາກາດ ແລະ ດີນ.ກາສເຮືອນແກ້ວ,ຄວາມບໍ່ເປັນລະບຽບຮຽບຮ້ອຍ,ເປັນບໍ່ເກີດຂອງພະຍາດ, ແລະ ກໍ່ໃຫ້

ເກີດ ສານທໍາລາຍຊັ້ນໂອໂຊນອອກສູ່ຊັ້ນບັນຍາກາດ.ສິ່ງເສດເຫຼື່ອເຫຼົ່ານີ້,ບາງອັນ ທໍາມະຊາດບໍາບັດໄດ້ເອງໃນໄລຍະສັ້ນ,ບາງອັນກໍ່ໃຊ້ເວລາດົນ,ມີບາງອັນບໍ່ສາມາດລະລາຍໄດ້ ແລະ ຍັງມີບາງອັນ ເປັນສານພິດຕົກຄ້າງ ຄ່ອຍໆສະສົມ ໃນດີນ ເວລາກິນຜົນລະປູກ ຈະເຂົ້າສູ່ຮ່າງກາຍ ນໍາເອົາພະຍາດມາສູ່ຄົນເຮົາ.

ສະນັ້ນ ເພື່ອປົກປັກຮັກສາສິ່ງແວດລ້ອມ,ເພື່ອແກ້ໄຂບັນຫາໄລຍະຍາວ ມັນບໍ່ແມ່ນໜ້າທີ່ ຂອງພາກສ່ວນກ່ຽວຂ້ອງພຽງບ່ອນດຽວຈະປະຕິບັດໄດ້ສໍາເລັດໜົດ,ເພາະຜູ້ທໍາລາຍ,ຜູ້ຊົມໃຊ້  ຜູ້ສ້າງສິ່ງເສດເຫຼື່ອ  ມີຫຼາຍກວ່າ. ຈຶ່ງຮຽກຮ້ອງ ຂໍການຮ່ວມມືນໍາແຕ່ລະຄົນຄອບຄົວ ຈົ່ງປູກຈິດສໍານຶກໃຫ້ຕົວທ່ານເອງ,ລູກຫລານໃນໄວຮຽນ.ເຫັນຄວາມສໍາຄັນຂອງການປົກປັກຮັກສາສິ່ງແວດລ້ອມ,ດ້ວຍການຫລຸດຜ່ອນ ການນໍາໃຊ້ ຄຸນປະໂຫຽດທາງກົງ ຈາກຊັບພະຍາກອນທໍາມະຊາດ  ໃຫ້ຢູ່ໃນລະດັບຄວາມອາດສາມາດຮອງຮັບໄດ້ ຂອງສິ່ງແວດລ້ອມ,ເປັນເຈົ້າການຢຸດທໍາລາຍ.ເພີ້ມທະວີການປົກປັກຮັກສາ ແລະ ບູ

ລະນະ ປ່າໄມ້ທໍາມະຊາດ,ແຫຼ່ງນໍ້າ,ຄຸນນະພາບຂອງດີນ,ອາກາດ,ສັດປ່າ ຊີວະນາໆພັນບໍ່ຖີ້ມຂີ້ເຫຍື້ອຊະຊາຍ…ທັງນີ້ ກໍ່ເພື່ອປ້ອງກັນສະພາບໄພພິບັດ ບໍ່ໃຫ້ເກີດຂື້ນກັບປະເທດລາວເຮົາ ເໜືອນດັງຫຼາຍແຂວງປະສົບຜ່າມມາ ກໍ່ຄື ຫຼາຍປະເທດໃນໂລກ ໄດ້ຮັບຄວາມສູນເສຍຢ່າງມະຫາສານ.

ໂດຍ:ວັນໄຊ ຕະວິນຍານ

ຄືດັ່ງທີ່ທຸກຄົນຮູ້ນໍາກັນດີແລ້ວວ່າປ່າໄມ້ເປັນແຫຼ່ງຊັບພະຍາກອນທໍາມະຊາດທີ່ອຸດົມສົມ

ບູນ,ມີຄວາມສໍາຄັນໃນການຄົງຕົວ ແລະ ຂະຫຍາຍຕົວຂອງເສດຖະກິດແຫ່ງຊາດ ເພາະປ່າໄມ້ເປັນບ່ອນສ້າງພຶກສາຊາດ,ແຫຼ່ງສະບຽງອາຫານ,ຢາປົວພະຍາດ,ເປັນແຫຼ່ງວັດຖຸດິບໃຫ້ກັບສັງຄົມ.ເປັນບ່ອນຢູ່ອາໃສ ແລະ ແຜ່ພັນຂອງສັດປ່ານາໆຊະນິດ,ປ່າໄມ້ເປັນບ່ອນຄົ້ນຄວ້າວິທະຍາສາດທາງທໍາມະຊາດ-ວິທະຍາສາດສັງຄົມ,ນອກຈາກນັ້ນ ປ່າ

ໄມ້ຍັງມີຄຸນປະໂຫຽດຢ່າງຫລວງຫລາຍໃນການຮັກສາດິນ-ຮັກສານໍ້າ,ດັດສົມພູມອາກາດໃຫ້ສະໜໍ່າສະເໝີໃຫ້ແກ່ການຜະລິດດ້ານກະສິກໍາ,ປ່າໄມ້ຍັງເປັນບ່ອນທ່ອງທ່ຽວພັກຜ່ອນຢ່ອນອາລົມ ແລະ ມີຄວາມສໍາຄັນອື່ນໆອີກຕໍ່ການດໍາລົງຊີວິດຂອງປະຊາຊົນເຮົາຢ່າງຫລວງຫລາຍ.ຍ້ອນເຫັນໄດ້ບົດບາດຄວາມສໍາຄັນຂອງປ່າໄມ້.ໃນໄລຍະຜ່ານມາ,ພັກ ແລະ ລັດຖະບານໄດ້ວາງນະໂຍບາຍ,ອອກກົດໜາຍວ່າດ້ວຍປ່າໄມ້,ກົດໜາຍວ່າດ້ວຍທີ່ດິນ,ອອກຄໍາສັ່ງ,ຄໍາແນະນໍາຕ່າງໆ ເພື່ອປົກປັກຮັກສາປ່າໄມ້ໃຫ້ເປັນປ່າດົງຕືບໜາ.ແຕ່ໃນພາກປະຕິບັດຕົວຈິງ ໃນແຕ່ລະປີຍັງມີປະຊາຊົນຈໍານວນນຶ່ງຢູ່ໃນຫລາຍທ້ອງຖິ່ນ ລັກລອບຕັດໄມ້ເຮັດໄຮ່ບວກກັບການຕັດໄມ້ແບບຊະຊາຍຂອງນັກທຸລະກິດໄມ້ໃນຫລາຍກໍລະນີ ຊຶ່ງກໍ່ໃຫ້ເກີດຜົນເສຍຫາຍຕາມມາຄື ເກີດໄຟທໍາມະຊາດ,ແຫ້ງແລ້ງ,ນໍ້າຖ້ວມເກີດດິນເຊາະເຈື່ອນ ຟ້າຝົນຕົກບໍ່ຖືກຕ້ອງຕາມລະດູການ ອຶດເຂົ້າ ອຶດປາ ກະທົບຕໍ່ການດໍາລົງຊີວິດຂອງປະຊາຊົນມີຄວາມຫຍຸ້ງຍາກລໍາບາກ ດັ່ງທີ່ເຄີຍປະສົບຜ່ານມາ.

ເວົ້າເຖິງບັນຫາການຖ່າງປ່າເຮັດໄຮ່ ພັກ ແລະ ລັດຖະບານເຮົາໄດ້ມີນະໂຍບາຍ,ອອກກົດໜາຍວ່າດ້ວຍປ່າໄມ້,ກົດໜາຍວ່າດ້ວຍທີ່ດິນ,ນິຕິກໍາຕ່າງໆທີ່ກ່ຽວຂ້ອງ ເພື່ອໃຫ້ຊາວກະສິກອຫລຸດຜ່ອນ ແລະ ກ້າວໄປເຖິງການຢຸດຕິການຖ່າງປ່າເຮັດໄຮ່ຢ່າງສີ້ນເຊີ້ງ ຕິດພັນກັບການມອບດິນ-ມອບປ່າໃຫ້ປະຊາຊົນຄຸ້ມຄອງນໍາໃຊ້ໃຫ້ຫັນມາເຮັດອາຊີບອື່ນທີ່ໜັ້ນຄົງ ແຕ່ເຖິງປານນັ້ນກໍຕາມ.ໃນຫລາຍປີມານີ້, ຍັງມີປະຊາຊົນຈໍານວນບໍ່ໜ້ອຍຢູ່ເຂດຊົນນະບົດພູດອຍ ຍັງບໍ່ສາມາດປະລະອາຊີບເຮັດໄຮ່ຢ່າງຊີ້ນເຊີ້ງໄດ້ເທື່ອ.ຈຶ່ງອານຸຍາດໃຫ້ເຮັດໄຮ່ຂຸດ,ໄຮ່ໝູນວຽນ,ໄຮ່ຄົງທີ ຫຼື ນາຂັ້ນໃດ.ເມື່ອຮອດເດືອນ 4-5 ຂອງທຸກໆປີຈຶ່ງພາກັນຖາງປ່າເຮັດໄຮ່ ແລະຈູດໃຫ້ເປັນຝຸ່ນຂອງດິນ.ຕໍ່ກັບການຈູດໄຮ່ຂອງປະຊາຊົນເຮົາຈໍານວນນຶ່ງນີ້ ສັງເກດເຫັນວ່າຍັງຈູດບໍ່ຖືກຕ້ອງຕາມຫຼັກການ ມີແນວຄິດມັກງ່າຍຂາດນໍ້າໃຈຮັບຜິດຊອບ,ເວລາຈູດໄຮ່ ຈູດສວນບໍ່ແຜ້ວບບໍ່ຖາງອອ້ມຜືນໄຮ່ຂອງຕົນກ່ອນຈຶ່ງຈູດ ເພາະຕາມຫຼັກການແລ້ວຢ່າງໜ້ອຍຕ້ອງແຜ້ວຖາງກັນໄຟໄວ້ 5 ແມັດຂື້ນໄປ.ຈຶ່ງພາໃຫ້ເກີດໄຟໄໜ້ລາມປ່າໄປທົ່ວທີບ ເຮັດໃຫ້ຕົ້ນໄມ້ນ້ອຍໃຫ່ຍຈໍານວນຫລວງຫລາຍ ແລະ ເຄື່ອງປ່າຂອງດົງທີ່ມີຄ່າຖືກເຜົ້າໄໜ້ເສຍຫາຍນັບບໍ່ຖ້ວນ.ມີບາງທ້ອງຖິ່ນໄຟໄໜ້ໂຄກດົງແລ້ວຍັງລຸກລາມໄປໄໜ້ເຮືອນຊານບ້ານຊ່ອງຂອງປະຊາຊົນເສຍຫາຍນໍາອີກ. ນອກຈາກໄຟໄໜ້ລາມປ່າທີ່ເກິດຈາກການຈູດໄຮ່ແບບບໍ່ມີຄວາມຮັບຜິດຊອບແລ້ວ,ກໍ່ຍັງເກີດຈາກການເລີ່ນເລີ້ຂາດສະຕິຂອງຄົນເຮົາ ໃນເວລາເຂົ້າປ່າໄປຫາຢູ່ຫາກິນ ມັກດັງໄຟປີ້ງ ຈີ່ ຫຸງຕົ້ມອາຫານການກິນ ຫຼື ເວລາສູບຢາແລ້ວບໍ່ຄວນຖີ້ມກິດກອກຢາໄປທົ່ວທີບ ຊຶ່ງອາດຈະຕົກໃສ່ໃບໄມ້ແຫ້ງຫລົ່ນຢູ່ຕາມປ່າ ອາກາດຮ້ອນອົບເອົ້າ ແສງແດດກ້າຈະພາໃຫ້ເກີດໄຟໄໜ້ລາມປ່າໄດ້ງ່າຍ. ດັ່ງນັ້ນ ການສະກັດບັນຫາໄຟໄໜ້ລາມປ່າຈຶ່ງເປັນບັນຫາສໍາຄັນ ແລະ ເປັນໜ້າທີ່ຂອງໜົດທຸກຄົນ ເບື້ອງປະຊາຊົນທີ່ເຮັດໄຮ່ ກ່ອນຈູດໄຮ່ຈູດສວນຕ້ອງແຜ້ວ ຖາງແລວກັນໄຟອອ້ມຜືນໄຮ່ຂອງຕົນ.ເວລາຈູດບໍ່ຄວນປ່ອຍໃຫ້ໄຟ

ໄໜ້ຕາມລໍາພັງ ໃຫ້ເຝົ້າຕິດຕາມຈົນໃຫ້ໄຟມອດໜົດຈຶ່ງໝີ,ບໍ່ຄວນຈູດໄຮ່ໃນເວລາທີ່ມີລົມພັດແຮງ ຫຼື ເວລາທ່ຽງທີ່ມີແດດກ້າ ແລະ ໃຫ້ກຽມອຸປະກອນມອບໄຟໄວ້ພ້ອມ.ໃນກໍລະນີຫລີກລ້ຽງບໍ່ໄດ້ ຈູດໄປແລ້ວ ລົມພັດເມັດໄຟໄປຕົກໃສ່ປ່າບ່ອນອື່ນກໍໃຫ້ຮີບຮ້ອນແຈ້ງອໍານາດການປົກຄອງ ແລະ ຄົນອອ້ມຂ້າງໄປດັບມອດຊ່ວຍໂດຍດ່ວນ.ບັນຫາສໍາຄັນອີກອັນນຶ່ງ ອໍານາດການປົກຄອງທຸກຂັ້ນ ສົມທົບກັບພະແນກການທີ່ກ່ຽວຂ້ອງຕ້ອງໄດ້ສຶກສາອົບຮົມປະຊາຊົນໃນທ້ອງຖິ່ນຂອງຕົນໃຫ້ເຂົ້າໃຈແຈ້ງຕໍ່ແນວທາງນະໂຍບາຍ

ຂອງພັກກ່ຽວກັບການປົກປັກຮັກສາປ່າໄມ້,ກົດໜາຍວ່າດ້ວຍປ່າໄມ້,ກົດໜາຍວ່າດ້ວຍທີ່ດິນແລະ ລະບຽບຂອງບ້ານລວມທັງມາດຕະການປັບໄມຕ່າງໆເພື່ອໃຫ້ໜົດທຸກຄົນເຫັນໄດ້ເຖິງຄຸນຄ່າຂອງປ່າໄມ້,ສະໜັກໃຈປະກອບສ່ວນເຂົ້າຮ່ວມໃນການສະກັດກັ້ນໄຟໄໜ້ລາມປ່າຢ່າງເປັນເຈົ້າການ ພ້ອມທັງແຕ່ງນັກວິຊາການ ແລະ ອາສາສະໜັກເວນຍາມໃນຍາມຈູດໄຮ່ໄປຄ່ຽງຄູ່ກັນນັ້ນກໍຕ້ອງປັບໄໜ້ໃສ່ໂທດຕໍ່ຜູ້ລະເມີດກົດໜາຍ ຄໍາສັ່ງຢ່າງເດັດຂາດ.

ທັງນີ້ກໍເພື່ອປັກປັກຮັກສາປ່າໄມ້ກໍຄືຮັກສາສິ່ງແວດລ້ອມ,ເຮັດໃຫ້ປ່າໄມ້ທໍາມະຊາດມີການເຕີບໃຫ່ຍຂະຫຍາຍຕົວຢ່າງອຸດົມສົມບູນຂຽວງາມເປັນຊັບພະຍາກອນອັນລໍ້າຄ່າຄູ່ກັບປະເທດເຮົາຕະຫລອດໄປ.

ໂດຍ:ວັນໄຊ ຕະວິນຍານ

ແຕ່ໃດໆມາ ພັກ ແລະ ລັດຖະບານລາວເຮົາ ຍາມໃດກໍ່ເຫັນຄວາມສໍາຄັນ ທັງເອົາໃຈ

ໃສ່ ແລະ ລົງທຶນຕໍ່ວຽກງານສຶກສາ ເພື່ອພັດທະນາການສຶກຂອງປະເທດໃຫ້ສອດຄ່ອງກັບການສະພາບເສດຖະກິດ-ສັງຄົມທີ່ນັບມື້ນນັບຂະຫຍາຍຕົວ.   ສະແດງອອກຢ່າງຈະ

ແຈ້ງໃນນະໂຍບາຍຕໍ່ວຽກງານສຶກສາ.ມະຕິຄໍາສັ່ງຂອງພັກ ແລະ ລັດຖະບານ. ໃນແຕ່ລະປີ ລັດຖະບານສະໜອງງົບປະມານໃຫ້ຂະແໜງການສຶກສາເພີ້ມຂື້ນເລື້ອຍໆ ຕົວຢ່າງ ສົກງົບປະມານ 2012-2013 ຜ່ານມາລັດຖະບານອານຸມັດງົບປະມານໃຫ້ຂະແໜງການສຶກສາ 16,70 ສ່ວນຮ້ອຍຂອງລາຍຮັບແຫ່ງຊາດ.ມີນະໂຍບາຍສົ່ງເສີມໃຫ້ເອກະຊົນສ້າງຕັ້ງໂຮງຮຽນນັນແຕ່ຂັ້ນອານຸບານຈົນເຖິງຂັ້ນມະຫາວິທະຍາໄລ. ການອອກຂໍ້ຕົກລົງວ່າດ້ວຍການນໍາໃຊ້ເອກະສານ 3 ລັກສະນະ ແລະ 5 ຫຼັກມູນການສຶກສາຂອງລັດຖະມົນຕີວ່າການກະຊວງສຶກສາທິການ ແມ່ນເປັນການຜັນຂະຫຍາຍແນວທາງຂອງພັກ,ກົດໜາຍວ່າດ້ວຍການສຶກສາ, ອິງໃສ່ປະຫວັດສາດການສຶກສາຂອງປະເທດ,ທັງຄົ້ນຄ້ວາເອກກະສານການສຶກສາຂອງຕ່າງປະທດ-ສາກົນມາປຽບທຽບ…

ລັກສະນະການສຶກສາຂອງປະເທດລາວເຮົາ ປະກອບໄປດ້ວຍລັກສະນະຊາດ, ວິທະຍາ

ສາດ-ທັນສະໄໝ ແລະ ລັກສະນະມະຫາຊົນ. 3 ຫຼັກສະນະດັງກ່າວ ເປັນຫຼັກການ ຫຼື ວິໄສທັດໃນການພັດທະນາການສຶກສາຂອງປະເທດເຮົາ.ຈຸດໜາຍຂອງການສຶກສາທີ່ມີລັກສະນະຊາດ ໜາຍເຖິງການສຶກສາຕ້ອງແມ່ນຂອງຊາດແນໃສ່ສ້າງຄົນລາວໃຫ້ມີຄວາມຮັກຊາດ,ຮັກບ້ານເກີດເມືອງນອນ,ພູມໃຈໃນກຽດສັກສີ ແລະ ຄວາມເປັນລາວ.ມີຄວາມສາມັກຄີ ເປັນປຶກແຜ່ນແໜ້ນໜາ ເປັນພົນລະເມືອງດີ…ເພື່ອຮັບໃຊ້ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ. ລັກສະນະວິທະຍາສາດ-ທັນສະໄໝ ແມ່ນ ໜາຍເຖິງການສຶກສາທີ່ອິງໃສ່ຫຼັກການ ແລະ ວິທີການທາງວິທະຍາສາດ ເພື່ອກໍານົດນະໂຍບາຍ,ຈຸດໜາຍ,ເນື້ອໃນ.ນໍາໃຊ້ໜາກຜົນ ຄວາມກ້າວໜ້າຂອງວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ຜູ້ຮຽນມີຄວາມຮູ້,ມີຄວາມສາມາດ ເທົ່າທຽມກັບສາກົນໃນການສຶກສາ…ສະເພາະຫຼັກສະນະມະຫາຊົນ ໜາຍເຖິງການສຶກສາເພື່ອທຸກຄົນ,ຂະຫຍາຍໂອກາດໃຫ້ປະຊາຊົນລາວບັນດາເຜົ່າໄດ້ຮັບການສຶກສາຂັ້ນພື້ນຖານຢ່າງທົ່ວເຖິງ. ໄດ້ຍົກລະດັບຄວາມຮູ້ ຄວາມສາມາດຢ່າງຕໍ່ເນື່ອງຕະຫລອດຊີວິດຕາມຄວາມສາມາດຂອງແຕ່ລະຄົນການສຶກສາດໍາເນີນໄປບົນພື້ນຖານການມີສ່ວນຮ່ວມອິງໃສ່ມະຫາຊົນເພື່ອສ້າງການສຶກສາ,ການສະໜັບສະໜູນຂອງປະຊາຊົນ ແລະ ຮັບໃຊ້ຜົນປະໂຫຽດຂອງປະຊາຊົນ. ສ່ວນ 5 ຫຼັກມູນການສຶກສາລາວ ປະກອບດ້ວຍຄຸນສົມບັດສຶກສາ,ປັນຍາສຶກສາ,ແຮງງານສຶກສາ,ພາລະສຶກສາ ແລະ ສິລະປະສຶກສາ.ຫຼັກມູນການສຶກສາ ໜາຍເຖິງຫຼັກການ ຫຼື ຈຸດໜາຍພື້ນຖານຂອງການສຶກສາ ທີ່ແນໃສ່ສ້າງຄົນລຸ້ນໃໝ່ໃຫ້ໄດ້ຮັບການພັດທະນາຢ່າງຮອບດ້ານ ແລະ ສົມສ່ວນ ທັງໃນດ້ານຮ່າງກາຍ,ຈິດໃຈ ແລະ ສະຕິປັນຍາ ຄວາມຮູ້ຄວາມສາມາດ ໂດຍໃຫ້ສອດຄ່ອງກັບການພັດທະນາເສດຖະກິດ-ສັງຄົມຂອງຊາດ ຕາມທິດສັງຄົມນິຍົມ.ການກໍາກົດ 3 ລັກຊະນະ ແລະ 5 ຫຼັກມູນການສຶກສາ ຂອງປະເທດເຮົາ ແມ່ນທິດທາງລວມ ເປັນເອກະສານຄູ່ມື ສໍາລັບຜູ້ບໍລິຫານການສຶກສາ,ນັກຄົ້ນຄ້ວາພັດທະນາຫຼັກສູດ,ຄູອາຈານ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງ.ເປັນເອກະສານອ້າງອິງ ເຖິງຫຼັກໜັ້ນ ຈຸດຢືນຂອງລະບົບການສຶກສາຢູ່ປະເທດເຮົາ.

ເພື່ອເຮັດໃຫ້ການ ຈັດຕັ້ງປະຕິບັດ 3 ລັກສະນະ ແລະ 5 ຫຼັກມູນການສຶກສາ ຂອງກະ

ຊວງສຶກສາທິການ ແລະ ກິລາ ວາງອອກໃຫ້ປະກົດຜົນເປັນຈິງ. ເພື່ອຮອງຮັບການເຊື່ອມໂຍງເຂົ້າປະຊາຄົມເສດຖະກິດອາຊຽນ.ຄະນະບໍລິຫານການສຶກສາໃນທຸກລະດັບ ນັບແຕ່ສູນກາງລົງຮອດທ້ອງຖິ່ນ ຕ້ອງຄົ້ນຄວ້າຮໍ່າຮຽນເຊື່ອມຊື່ມຢ່າງເປັນລະບົບຕໍ່ເນື່ອງ.ຕັ້ງໜ້າຜັນຂະຫຍາຍເນື້ອໃນໃຫ້ເປັນແຜນງານ, ເປັນໂຄງອັນລະອຽດໃຫ້ສອດຄ່ອງກັບວຽກງານສາມສ້າງທີ່ກົມການເມືອງສູນກາງ ພັກວາງອອກ.ຮີບຮ້ອນກວດກາ ຈັດພີມຄືນຫຼັກສູດການຮຽນການສອນໃນທຸກຊັ້ນ ໃນທຸກລະບົບ ລວມທັງໂຮງຮຽນເອກະຊົນທີ່ບໍ່ທັນມີ ໃຫ້ຖືກກັບ 3 ລັກສະນະ 5 ຫຼັກມູນ ການສຶກສາ, ຕອບສະໜອງງົບປະມານ ຕອບສະໜອງຄູທີ່ມີຄຸນນະພາບ,ອຸປະກອນການສຶກສາໃນທຸກໆລະດັບໃຫ້ພຽງພໍຂັ້ນພື້ນຖານ ແລະ ແຈກຢາຍໃຫ້ທ່ວງທັນເວລາ ໄປທົ່ວເຖິງເຂດຊົນນະບົດ-ຫ່າງໄກສອກຫລີກ.ຫລຸດຜ່ອນຄວາມແຕກໂຕນລະຫວ່າງການສຶກສາຢູ່ຕົວເມືອງໃຫ່ຍ ແລະ ເຂດຫ່າງໄກສອກຫລີກ.ຈັດກິດຈະກໍາແລກປ່ຽນບົດຮຽນ ທັດສະນະສຶກສາລະຫວ່າງທ້ອງຖິ່ນກັບທ້ອງຖິ່ນ,ລະຫວ່າງ ແຂວງ ແລະ ສູນກາງ ໂດຍເລັ່ງໃສ່ຄູເຂດຊົນນະບົດ-ຫ່າງໄກສອກຫລີກ ໄດ້ມີໂອກາດຮຽນຮູ້ ຊຶ່ງກັນ ແລະ ກັນ.ສຶກສາອົບຮົມການເມືອງແນວຄິດ ຈັນຍາບັນຂອງຄູ ເພີ້ມທະວີຄວາມ ເສຍສະຫລະ ມີຄວາມຮັບຜິດຊອບສູງຂື້ນ ກາຍເປັນແບບຢ່າງ ສົມກັບເປັນແມ່ພີມຂອງຊາດ ເປັນເປົ້າຫໍ່ຫລອມສະຕິປັນຍາ. ທັງນີ້ກໍ່ເພື່ອ ແນ່ໃສ່ຈຸດໜາຍສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບໃຫ້ປະເທດຊາດ ນຶ່ງໃນແຜນງານ 4 ບຸກທະລຸທີ່ກອງປະຊຸມໃຫ່ຍຄັ້ງທີ IX ຂອງພັກວາງອອກໃຫ້ສໍາເລັດຜົນ.

singapore1

ເບິ່ງບ້ານເຂົາ ເອົາບົດຮຽນ

ບົດ­ຮຽນທີ່ຄວນເບິ່ງປະ­ຈຳວັນນີ້ ມີເລື່ອງນະໂຍບາຍຍົກ­ເວັ້ນວີຊາເຂົ້າ-ອອກປະ­ເທດ ລະ­ຫວ່າງ ສິງ­ກະ­ໂປ ກັບ ມຽນມາ, ເລື່ອງຄວາມບໍ່ພໍ­ໃຈຂອງສັງຄົມຕໍ່ການຕັດ­ສິນໂທດຄະ­ດີຂົ່ມ­ຂືນໃນສະ­ຫະ­ລັດອາເມຣິກາ ແລະ ສຸດທ້າຍແມ່ນກັບມາດຕະ­ການເພື່ອລົງ­ໂທດບໍ­ລິ­ສັດຂຸດຄຳຢູ່ມຽນມາ.

ສິງ­ກະ­ໂປ-ມຽນມາ: ໃນຕົ້ນເດືອນມິ­ຖຸ­ນານີ້ ສິງກະໂປ ແລະ ມຽນມາ ໄດ້ຕົກ­ລົງຮ່ວມກັນກ່ຽວກັບການຍົກ­ເວັ້ນວີຊາສຳ­ລັບພົນ­ລະ­ເມືອງສາ­ມັນທຳມະດາຂອງສອງປະ­ເທດ ທີ່ຕ້ອງ­ການໄປທ່ອງທ່ຽວ ເຄື່ອນໄຫວທຸ­ລະກິດອື່ນໆ ໃນປະ­ເທດຂອງກັນ ແລະ ກັນ ການຍົກ­ເວັ້ນວີຊາລະ­ຫວ່າງປະ­ເທດ ເຊິ່ງຈະມີຜົນສັກ­ສິດນັບແຕ່ວັນທີ 1 ທັນ­ວາ ປີນີ້ເປັນຕົ້ນໄປນັ້ນ

ອະ­ນຸ­ຍາດໃຫ້ພົນ­ລະ­ເມືອງຂອງສອງປະ­ເທດ ສາມາດທ່ອງທ່ຽວ ເຄື່ອນໄຫວ ແລະ ພັກເຊົາຢູ່ປະ­ເທດຂອງກັນ ແລະ ກັນໄດ້ເປັນເວ­ລາ 30 ວັນ ໝາຍຄວາມວ່າ ຖ້າຢູ່ໃນຂອບ 30 ວັນນັ້ນ ແມ່ນບໍ່ຈຳ­ເປັນຂໍວີຊາ ການຕົກ­ລົງກ່ຽວກັບນະ­ໂຍ­ບາຍຍົກ­ເວັ້ນວີຊາລະ­ຫວ່າງ 2 ປະ­ເທດມີຂຶ້ນໃນບັນ­ຍາ­ກາດວັນຄົບ­ຮອບ 50 ປີ ແຫ່ງສາຍພົວ­ພັນການທູດລະຫວ່າງ ສິງ­ກະ­ໂປ ແລະ ມຽນມາ ແລະ ໃນໄລ­ຍະນີ້ ການພົວ­ພັນຮ່ວມມືລະ­ຫວ່າງ 2 ປະ­ເທດ ພວມກ້າວເຂົ້າສູ່ຄຸ­ນະ­ພາບໃໝ່ ໃນຕົ້ນເດືອນນີ້ ທັງສອງປະ­ເທດກໍ່ໄດ້ຕົກ­ລົງຮ່ວມມືກັນໃນຫຼາຍໆຂະ­ແໜງການທີ່ມີຜົນປະ­ໂຫຍດຮ່ວມກັນ ເຊັ່ນ: ການລົງ­ທຶນ

ການຝຶກອົບ­ຮົມດ້ານວິ­ຊາການ ການສົ່ງ­ເສີມການທ່ອງທ່ຽວ ການເພີ່ມຖ້ຽວບິນໂດຍກົງ ແລະ ການປັບ­ປຸງແກ້ໄຂຂໍ້ຕົກ­ລົງກ່ຽວກັບການເສຍພາ­ສີຊ້ຳຊ້ອນທີ່ລົງລາຍເຊັນຮ່ວມກັນໃນປີ 1999.

ທີ່ສະ­ຫະ­ລັດອາເມຣິກາ: ໜັງ­ສື­ພິມເດິເນຊັ້ນ (The Nation) ສະ­ບັບວັນທີ 9 ເດືອນມິ­ຖຸ­ນາປີນີ້ ໄດ້ເວົ້າກ່ຽວກັບຄວາມບໍ່ພໍ­ໃຈຂອງຊາວອາເມຣິກາ ຕໍ່ການຕັດ­ສິນຄະ­ດີຂົ່ມ­ຂືນຜູ້­ໂດຍ­ສານຂອງລັດກາລິຟໍເນຍ ຍ້ອນເຫັນວ່າເບົາ­ບາງເກີນໄປ ບໍ່ສົມກັບໂທດກຳທີ່ໜັກ­ໜ່ວງ ແລະ ຊົ່ວຮ້າຍ ພາຍ­ຫຼັງຄຳຕັດ­ສິນຂອງສານອອກມາ ປະ­ຊາ­ຊົນສະ­ຫະ­ລັດອາເມຣິກາເກືອບ 5 ແສນຄົນ ກໍ່ໄດ້ຮ່ວມກັນລົງລາຍເຊັນໃສ່ເອ­ກະ­ສານທວງໃຫ້ປົດທ່ານ ອາຣອນ ເພິດສະກີ ຈ່າສານສູງປະ­ຈຳ­ເມືອງຊານຕາກະ­ລາຣາ ລັດກາລິຟໍເນຍ ອອກຈາກຕຳ­ແໜ່ງ ຍ້ອນຕັດ­ສິນໂທດບໍ່ສົມກັບຄວາມໜັກ­ໜ່ວງຂອງຄະ­ດີຂົ່ມ­ຂືນດັ່ງກ່າວ ມີລາຍລະ­ອຽດດັ່ງ­ນີ້ ຄືຜູ້ກໍ່ເຫດຂົ່ມ­ຂືນຊື່­ວ່າທ້າວ ບຼອກ ເທີນເນີ ອະ­ດີດນັກສຶກສາມະ­ຫາວິທະຍາໄລສະແຕນຝອດ ທີ່ລືຊື່ ໃນເດືອນມັງ­ກອນ ປີ 2015 ທ້າວ ບຼອກ ເທີນເນີ ໄດ້ໃຊ້ຄວາມຮຸນແຮງທາງເພດກັບຍິງທີ່ໝົດສະ­ຕິ ຈົນເຮັດໃຫ້ຍິງຜູ້ເຄາະຮ້າຍໄດ້ຮັບຜົນກະ­ທົບຢ່າງໜັກດ້ານຮ່າງ­ກາຍ ແຕ່ໂທດນັ້ນມີພຽງການຈຳຄຸກພຽງ 6 ເດືອນເທົ່ານັ້ນ.

ທີ່ມຽນມາ: ແຫຼ່ງຂ່າວຕ່າງ­ປະ­ເທດໃຫ້ຊາບໃນຕົ້ນເດືອນມິ­ຖຸ­ນາປີນີ້ວ່າ ທາງການມຽນມາ ກຳ­ລັງກະ­ກຽມມາດຕະ­ການເພື່ອເອົາຜິດກັບ 3 ບໍ­ລິ­ສັດທີ່ລັກ­ລອບຂຸດຄົ້ນແຮ່ຄຳເກີນກຳ­ນົດທີ່ອະ­ນຸ­ຍາດຢູ່ເຂດປ່າສະ­ຫງວນ “ຊິນ” ຂຶ້ນກັບເມືອງຊະເວໂບ (Sawebo) ເຂດປ່າສະ­ຫງວນດັ່ງ­ກ່າວເຕັມໄປດ້ວຍຖ້ຳທຳມະຊາດທີ່ເປັນບ່ອນອາ­ໄສຂອງຝູງເຈຍ ແລະ ມີຖ້ຳພື້ນດິນອີກຈຳ­ນວນຫຼວງ­ຫຼາຍ ຕະ­ຫຼອດ 3 ປີໃນການຂຸດຄົ້ນແຮ່ຄຳ ທັງສາມບໍ­ລິ­ສັດໄດ້ທຳລາຍພູດ້ວຍດິນລະ­ເບີດ ທັງໆທີ່ມີກົດລະ­ບຽບຫ້າມ ນອກນັ້ນ ຍັງໄດ້ທຳ­ລາຍລະ­ບົບນິ­ເວດ ແລະ ໄດ້ທຳການຂຸດຄົ້ນໃນເນື້ອ­ທີ່ເກີນກວ່າໄດ້ຮັບອະ­ນຸ­ຍາດ.