ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ

ວັນ​ທີ 24 ມີ​ຖຸ​ນານີ້ ໂດຍ​ຖື​ເປັນ​ມາດ​ຕະ​ຖານ​ລະ​ອຽດ​ອັນ​ໜຶ່ງ​ໃນ​ການ​ຊ່ວຍ​ຊຸກ​ຍູ້​ໃຫ້​ຮົງ​ກົງ​ພັດ​ທະ​ນາ​ກ້າວ​ໄປ​ໜ້າ​ຢ່າງ​ໜັກ​ແໜ້ນ​ພາຍ​ໃຕ້​ຫຼັກ​ການ ປະ​ເທດ​ໜຶ່ງ​ສອງ​ລະ​ບອບ, ແລະ​ເປັນ​ການມອບ​ຂອງວັນ​ໃຫ້​ແກ່​ພີ່​ນ້ອງ​ຮ່ວມ​ຊາດ​ຮົງ​ກົງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ​ຮົງ​ກົງ​ກັບ​ຄືນ​ສູ່​ປະ​ເທດ​ຊາດ​ຄົບ​ຮອບ 25 ປີ, CGTN ຊ່ອງ​ສາ​ລະ​ຄະ​ດີ ແລະ​ວິ​ທະ​ຍຸ​ສຽງ​ແຫ່ງ​ອ່າວ​ໃຫຍ່ກວາງ​ຕຸ້ງ​ຮົງ​ກົງ​ມາ​ກາວຈະ​ອອກ​ອາ​ກາດ​ຢູ່​ຮົງ​ກົງ​ເປັນ​ທາງ​ການ​ນັບ​ແຕ່​ວັນ​ທີ 1 ກໍ​ລະ​ກົດ​ເປັນ​ຕົ້ນ​ໄປ.

ໃນ​ເວ​ລາ​ປະ​ກອບ​ຄຳ​ເຫັນ, ທ່ານ​ລິມ​ເ​ຈິງ​ຢິດ​ໂຫງ້ ກ່າວ​ວ່າ, ໃນ​ຫຼາຍ​ປີ​ມານີ້ ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ໄດ້​ມີ​ບົດ​ບາດ​ສູງ​ຂຶ້ນ​ໃນ​ສາ​ກົນ ໄດ້​ຮັບ​ການ​ສົນ​ໃຈ​ຢ່າງ​ສູງ​ຈາກ​ທັງ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ, ກາຍ​ເປັນ​ຂົວ​ທີ່​ໃຫ້​ວັດ​ທະ​ນະ​ທຳ​ຈີນ​ເດີນ​ໄປ​ສູ່​ໂລກ. CGTN ຊ່ອງ​ສາ​ລະ​ຄະ​ດີ ແລະ​ວິ​ທະ​ຍຸ​ສຽງ​ແຫ່ງ​ອ່າວ​ໃຫຍ່ກວາງ​ຕຸ້ງ​ຮົງ​ກົງ​ມາ​ກາວອອກ​ອາ​ກາດ​ຢູ່​ຮົງ​ກົງ​ເປັນ​ທາງ​ການ ຈະ​ເຮັດ​ໃຫ້​ພີ່​ນ້ອງ​ຮົງ​ກົງ​ໄດ້​ມີ​ຊ່ອງ​ທາງ​ໃໝ່​ໃນ​ການ​ຮັບ​ຮູ້​ກ່ຽວ​ກັບ​ການ​ພັດ​ທະ​ນາ​ຫຼ້າ​ສຸດ​ຂອງ​ປະ​ເທດ​ຊາດ, ແລະ​ໃຫ້​ຊາວ​ຮົງ​ກົງ​ມີ​ຄວາມ​ໃກ້​ຊິດ​ແລະ​ສະ​ໜິດ​ສະ​ໜົມ​ກັບ​ປະ​ເທດ​ຊາດ​ຫຼາຍ​ຂຶ້ນ​ຕື່ມ​ອີກ. ຫວັງ​ວ່າ ທາງ CGTN ຊ່ອງ​ສາ​ລະ​ຄະ​ດີ ແລະ​ວິ​ທະ​ຍຸ​ສຽງ​ແຫ່ງ​ອ່າວ​ໃຫຍ່ກວາງ​ຕຸ້ງ​ຮົງ​ກົງ​ມາ​ກາວ​ກໍ່​ສາ​ມາດ​ລາຍ​ງານ​ຂ່າວ​ຢ່າງ​ຮອບ​ດ້ານ​ແລະ​ໃນ​ຫຼາຍ​ລະ​ດັບ ເພື່ອ​ໃຫ້​ປະ​ຊາ​ຊົນ​ໃນ​ແຜນ​ດິນ​ໃຫຍ່​ຈີນ​ກໍ່​ສາ​ມາດ​ຮັບ​ຮູ້​ເຖິງ​ໂສມ​ໜ້າ​ໃໝ່ ແລະ​ສະ​ພາບ​ການ​ໃໝ່​ຂອງ​ຮົງ​ກົງ​ເຊັ່ນ​ກັນ.

ໃນ​ເວ​ລາ​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ, ທ່ານ​ເຊິ້ງ​ຫາຍ​ຊົງ ຜູ້​ອຳ​ນວຍ​ການ​ໃຫຍ່​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ເນັ້ນ​ວ່າ, ທາງ CGTN ຊ່ອງ​ສາ​ລະ​ຄະ​ດີ ແລະ​ວິ​ທະ​ຍຸ​ສຽງ​ແຫ່ງ​ອ່າວ​ໃຫຍ່ກວາງ​ຕຸ້ງ​ຮົງ​ກົງ​ມາ​ກາວ​ຈະ​ຮັບ​ໃຊ້​ຮົງ​ກົງເພື່ອ​ເຊື່ອມ​ໂຍງ​ເຂົ້າ​ກັບ​ການ​ພັດ​ທະ​ນາ​ໂດຍ​ລວມ​ຂອງ​ປະ​ເທດ​ຈີນ, ແລະ​ຊ່ວຍ​ພີ່​ນ້ອງ​ຮົງ​ກົງ​ຮັບ​ຮູ້​ທິດ​ທາງ​ນະ​ໂຍ​ບາຍ​ຂອງ​ສູນ​ກາງ​ແລະ​ຍຸດ​ທະ​ສາດ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ, ພ້ອມ​ກັນ​ກ້າວ​ໄປ​ໜ້າ ແລະ​ຮ່ວມ​ສ້າງ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ກັບ​ແຜ່ນ​ດິນ​ໃຫຍ່​ຈີນ.