ຫວ່າງມໍ່ໆມານີ້, ສະຖານີວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ຈັດການເຈລະຈາກັບຄະນະກຳມະການໂອລິມປິກສາກົນໂດຍຜ່ານທາງວິດີໂອ. ທ່ານເຊີ້ນໄຫຊົງ ຜູ້ອຳນວຍການໃຫຍ່ CMG ກັບ ທ່ານໂທມາສ ບາຮ໌ໄດ້ເຫັນດີເປັນເອກະພາບກັນກ່ຽວກັບວຽກງານຕ່າງໆ ເຊັ່ນ: ການຖ່າຍທອດສົດງານກິລາໂອລິມປິກໂຕກຽວ ແລະ ງານກິລາໂອລິມປິກລະດູໜາວປັກກິ່ງ, ການຮ່ວມມືດ້ານລິຂະສິດການຖ່າຍທອດສົດການແຂ່ງຂັນງານກິລາໂອລິມປິກ ແລະ ການອອກອາກາດຂອງຊ່ອງໂອລິມປິກ CCTV ຈີນ ແລະ ອື່ນໆ.
ໃນຖານະທີ່ເປັນຄູ່ຮ່ວມມືມິດຕະພາບ ກັບຄະນະກຳມະການໂອລິມປິກສາກົນເປັນເວລາດົນນານ ແລະ ເປັນສື່ອອກອາກາດລາຍການກິລາທີ່ໄດ້ຮັບຄວາມນິຍົມສູງສຸດຂອງຈີນ, CMG ພວມຕັ້ງໜ້າຊຸກຍູ້ການກະກຽມຂອງຊ່ອງໂອລິມປິກ CCTV. ໂດຍການປະສານສົມທົບກັບຄະນະກຳມະການໂອລິມປິກຢ່າງໃກ້ຊິດ, CMG ຈະດຳເນີນວຽກງານການຖ່າຍທອດ ແລະ ລາຍງານງານກິລາໂອລິມປິກໂຕກຽວ ແລະ ງານກິລາໂອລິມປິກລະດູໜາວປັກກິ່ງໃຫ້ດີດ້ວຍການຜະລິດ ແລະ ລາຍງານການແຂ່ງຂັນໃນລະດັບສູງ, ແນວຄິດພະຫຸສື່ ແລະ ເຕັກນິກແບບປະດິດສ້າງ.
Loading...