ວັນທີ 19 ພະຈິກນີ້ແມ່ນວັນທີ່ CRI FM 93 Mhz ປະຈຳນະຄອນຫຼວງວຽງຈັນກະຈາຍສຽງຄົບຮອບ 15 ປີ. ຕະຫຼອດໄລຍະ 15 ປີຜ່ານມາ, CRI FM 9 3Mhz ໄດ້ສູ້ຊົນຜ່ານຜ່າ, ໄດ້ພັດທະນາຕົນເອງຈາກວິທະຍຸພຽງຄື້ນດຽວ ກາຍມາເປັນສື່ມວນຊົນທີ່ມີທັງວິທະຍຸ, ເວັບໄຊ, ໜ້າເພດຈເຟສບຸກ ແລະ ລາຍການໂທລະ ພາບ, ພວກເຮົາໄດ້ພະຍາຍາມຢ່າງບໍ່ລົດລະ ເພື່ອກາຍເປັນ “ພາກສ່ວນໜຶ່ງຂອງສື່ມວນຊົນລາວ” ແລະ ເປັນ “ສື່ກາງປະສານຈິດໃຈລະຫວ່າງປະຊາຊົນລາວ ແລະ ປະຊາຊົນຈີນ”.
ວັນທີ 19 ພະຈິກປີ 2006, ທ່ານຫູຈີນທາວ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດແຫ່ງ ສປ ຈີນ ແລະ ທ່ານຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ໄດ້ຮ່ວມກັນກົດປຸ່ມກະຈາຍສຽງໃຫ້ແກ່ຄື້ນ CRI FM 93 Mhz. ໃນໄລຍະຕົ້ນ, CRI FM 93 Mhz ໄດ້ອອກອາກາດ 12 ຊົ່ວໂມງ 30 ນາທີຕໍ່ມື້ ໂດຍໄດ້ນຳສະເໜີຂ່າວ, ສາລະຄະດີ ແລະ ດົນຕີຂອງສອງປະເທດລາວ ແລະ ຈີນ ໃຫ້ແກ່ເພື່ອນມິດຜູ້ຟັງລາວ. ໃນຂະນະດຽວກັນ, ຍັງໄດ້ຈັດກິດຈະກຳ “ການໄປເກັບກຳຂ່າວຢູ່ຊາຍແດນລາວ-ຈີນ”, ກິດຈະກຳ “ຫຼິ້ນບຸນຫົດນ້ຳຮ່ວມກັນ” ພ້ອມທັງໄດ້ເອົາໃຈໃສ່ລາຍງານຂ່າວງານກິລາໂອລິມປິກປັກກິ່ງ ແລະ ຊີເກມຢູ່ນະຄອນຫຼວງວຽງຈັນ ເຊິ່ງໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ຟັງທັງຫຼາຍຂອງລາວ ເຊິ່ງລວມທັງການນຳຂັ້ນສູງຂອງ ສປປ ລາວ.
ວັນທີ 10 ກັນຍາປີ 2009, ໃນເວລາທ່ານຈູມມາລີ ໄຊຍະສອນ ປະທານປະເທດແຫ່ງ ສປປ ລາວໃນເວລານັ້ນ ຢ້ຽມຢາມປະເທດຈີນ, ທ່ານໄດ້ໃຫ້ສຳພາດຕໍ່ນັກຂ່າວວ່າ: ລາຍການ CRI FM 93 Mhz ໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ຟັງຊາວລາວຈຳນວນຫຼວງຫຼາຍ ແລະ ໄດ້ສ້າງຜົນປະໂຫຍດໃຫ້ແກ່ຜູ້ຟັງລາວ. ທ່ານຍັງໄດ້ຕີລາຄາ CRI FM 93 Mhz ວ່າ: ເປັນ “ພາກສ່ວນໜຶ່ງຂອງສື່ມວນຊົນລາວ”.
ວັນທີ 1 ກໍລະກົດປີ 2011, CRI FM 93 Mhz ໄດ້ສ້າງຕັ້ງສຳນັກງານສາຂາປະຈຳນະຄອນຫຼວງວຽງຈັນ ແລະ ໄດ້ເລີ່ມຈັດທຳລາຍການຢູ່ນະຄອນຫຼວງວຽງຈັນ ໂດຍເລີ່ມຈາກການລາຍງານຂ່າວກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ 9 ຂອງພັກປະຊາຊົນປະຕິວັດລາວ. CRI FM 93 Mhz ໄດ້ໃຊ້ການກະທຳຕົວຈິງ ເພື່ອເຮັດໃຫ້ຕົນກາຍເປັນ “ພາກສ່ວນໜຶ່ງຂອງສື່ມວນຊົນລາວ”. ວັນທີ 21 ກັນຍາປີ 2011, ທ່ານຈູມມາລີ ໄຊຍະສອນ ປະທານປະເທດແຫ່ງ ສປປ ລາວໃນເວລານັ້ນ ໄດ້ເດີນທາງາຢ້ຽມຢາມ CRI ແລະເຂົ້າຮ່ວມພິທີສະເຫຼີມສະຫຼອງວັນເລີ່ມກະຈາຍສຽງຂອງ CRI FM 93Mhz ຄົບຮອບ 5 ປີ ພ້ອມທັງໄດ້ຕີລາຄາວ່າ: CRI FM 93 Mhz ໄດ້ກາຍເປັນ “ແບບຢ່າງໃນການຮ່ວມມືລະຫວ່າງສື່ມວນຊົນສອງປະເທດຈີນແລະລາວ”.
ນອກຈາກທ່ານຈູມມາລີ ໄຊຍະສອນແລ້ວ, ທ່ານບຸນຍັງ ວໍລະຈິດ ອະດີດປະທານປະເທດແຫ່ງ ສປປ ລາວ ແລະ ທ່ານທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ກໍໄດ້ເປັນມິດລາຍການຂອງ CRI FM93Mhz ເຊັ່ນກັນ. ເນື່ອງໃນໂອກາດ CRI FM93Mhz ກະຈາຍສຽງຄົບຮອບ 10 ປີ, ທ່ານບຸນຍັງ ວໍລະຈິດ ໄດ້ຕີລາຄາ CRI FM93Mhz ວ່າ: ເປັນ “ສື່ກາງປະສານຈິດໃຈລະຫວ່າງປະຊາຊົນລາວ ແລະ ປະຊາຊົນຈີນ”. ທ່ານທອງລຸນ ສີສຸລິດກໍເຄີຍໄດ້ໃຫ້ສຳພາດຕໍ່ນັກຂ່າວ CRI ຫຼາຍເທື່ອ ແລະ ໄດ້ຍ້ອງຍໍ CRI FM93Mhz ວ່າ: ໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ຟັງຊາວລາວທັງຫຼາຍ.
ປັດຈຸບັນ, CRI FM 93 Mhz ໄດ້ກາຍເປັນແຫຼ່ງຂ່າວສຳຄັນ ທີ່ສື່ມວນຊົນລາວອີງໃສ່ໃນການລາຍງານຂ່າວກ່ຽວກັບຈີນ ແລະ ໂລກ ພ້ອມທັງໄດ້ກາຍເປັນຊ່ອງທາງສຳຄັນ ທີ່ຜູ້ຟັງລາຍການຊອກຮູ້ປະເທດຈີນ; ໜ້າເພດຈເຟສບຸກ CRI-FM 93 ໄດ້ມີມິດລາຍການຕິດຕາມ 1,2 ລ້ານຄົນ; ລາຍການທຸກທິດທາງທີ່ CRI FM 93 Mhz ແລະ ໂທລະພາບແຫ່ງຊາດລາວຮ່ວມກັນຖ່າຍທຳນັ້ນ ໄດ້ສາຍຢູ່ຊ່ອງ 1 ແລະ ຊ່ອງ 3 ຂອງໂທລະພາບແຫ່ງຊາດລາວ; ກິດຈະກຳສາຍຮູບເງົາດີເດັ່ນ ໄດ້ກາຍເປັນກິດຈະກຳທີ່ເພີ່ມຄວາມເຂົ້າໃຈລະຫວ່າງປະຊາຊົນສອງຊາດລາວ-ຈີນ; CRI FM 93 Mhz ພວມພະຍາຍາມຢ່າງບໍ່ລົດລະ ເພື່ອກາຍເປັນ “ພາກສ່ວນໜຶ່ງຂອງສື່ມວນຊົນລາວ” ແລະ ເປັນ “ສື່ກາງປະສານຈິດໃຈລະຫວ່າງປະຊາຊົນລາວ ແລະ ປະຊາຊົນຈີນ” ຕະຫຼອດໄປ.




