Dishang (Dishang Group) ແມ່ນກຸ່ມບໍລິສັດທີ່ວິໄຈ, ພັດທະນາ, ອອກແບບ ແລະ ຜະລິດເຄື່ອງນຸ່ງ, ການນໍາເຂົ້າ ແລະ ສົ່ງອອກເຄື່ອງນຸ່ງທີ່ມີຍີ່ຫໍ້, ລວມເຖີງການພັດທະນາ ແລະ ຜະລິດອຸປະກອນປ້ອງກັນທາງການແພດ, ຖືເປັນກຸ່ມບໍລິສັດທີ່ໃຫຍ່ ແລະ ມີຊື່ສຽງໃນອັນດັບຕົ້ນໆ ໃນປະເທດຈີນ ທີ່ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1993, ມີພະນັກງານ ແລະ ກໍາມະກອນທັງໝົດ 50.000 ຄົນ, ໃນນັ້ນ ມີນັກອອກແບບທີ່ມີຊື່ສຽງທັງລະດັບປະເທດ ແລະ ລະດັບໂລກຫລາຍກວ່າ 300 ຄົນ.
ເມື່ອບໍ່ດົນມານີ້ ສື່ມວນຊົນຫລາຍກວ່າ 30 ຄົນ ຈາກ 23 ປະເທດ ໄດ້ເດີນທາງໄປຢ້ຽມຢາມກຸ່ມບໍລິສັດ Dishang ທີ່ມີສໍານັກງານຕັ້ງຢູ່ເມືອງເຫວ໋ໄຫ່ (Weihai) ແຂວງຊານຕົງ, ປະເທດຈີນ ໂດຍໄດ້ຮັບການຕ້ອນຮັບ ແລະ ໄດ້ຮັບຟັງການລາຍງານກ່ຽວກັບການດໍາເນີນທຸລະກິດຂອງກຸ່ມບໍລິສັດດັ່ງກ່າວ. ກຸ່ມບໍລິສັດ Dishang ແມ່ນໜຶ່ງໃນບັນ ດາກຸ່ມຜູ້ສົ່ງອອກເສື້ອຜ້າທີ່ໃຫຍ່ທີ່ສຸດໃນປະເທດຈີນ, ມີລາຍຮັບປະມານ 1,8 ຕື້ໂດລາສະຫະລັດຕໍ່ປີ ເຊີ່ງມີຜະລິດ ຕະພັນຫລັກ ຄື: ເຄື່ອງນຸ່ງທີ່ມີຍີ່ຫໍ້, ຊຸດເຮັດວຽກຂອງອົງກອນ, ຊຸດນັກຮຽນ ແລະ ອື່ນໆ ໂດຍສະໜອງຜະລິດຕະ ພັນທີ່ມີຄຸນນະພາບ ແລະ ບໍລິການລູກຄ້າກວ່າ 500 ແຫ່ງໃນຫລາຍກວ່າ 100 ປະເທດ ແລະ ພາກພື້ນ. ສໍາລັບຢູ່ພາຍໃນປະເທດມີສາຂາການຜະລິດຂະໜາດໃຫຍ່ 8 ແຫ່ງ ແລະ ໂຮງງານຜະລິດສະເພາະທີ່ຂຶ້ນກັບທັງໝົດ 70 ແຫ່ງ ແລະ ໂຮງງານສະຫະ ກອນຫລາຍກວ່າ 800 ແຫ່ງ.
ນອກຈາກນີ້ ກຸ່ມບໍລິສັດດັ່ງກ່າວ ຍັງມີຜູ້ຜະລິດຂະໜາດໃຫຍ່ຢູ່ບັງກາລາເດັດ, ກໍາປູເຈຍ, ອິນໂດເນເຊຍ ແລະ ມຽນ ມາ ເຊີ່ງມີທີມງານບໍລິການລູກຄ້າຫລາຍກວ່າ 3.000 ຄົນ ເຮັດໃຫ້ກາຍເປັນອຸດສາຫະກໍາທີ່ບໍລິການດ້ານເຄື່ອງນຸ່ງລະດັບໂລກ.
ໃນປີ 2020, ເນື່ອງຈາກສະພາບການລະບາດຂອງພະຍາດໂຄວິດ-19 ກຸ່ມບໍລິສັດ Dishang ໄດ້ເລີ່ມພັດທະ ນາ ແລະ ຜະລິດອຸປະກອນປ້ອງກັນທາງການແພດທີ່ໄດ້ມາດ ຕະຖານແຫ່ງຊາດຈີນ, ໃບຢັ້ງຢືນ CE ຂອງສະຫະພາບເອີລົບ ແລະ ໃບຢັ້ງຢືນ FDA ຂອງສະຫະລັດ ໂດຍໄດ້ສົ່ງ ອອກໃຫ້ຫຼາຍກວ່າ 40 ປະເທດ ແລະ ພາກພື້ນ.
ໃນໄລຍະຜ່ານມາ, ກຸ່ມບໍລິສັດ Dishang ໄດ້ອອກແບບເສື້ອຜ້າຮັບໃຊ້ງານຕ່າງໆ ທັງລະດັບປະເທດ ແລະ ລະດັບໂລກປະສົບຜົນສໍາເລັດຢ່າງຫລວງຫລາຍ, ໃນນີ້ ລວມທັງການອອກແບບເຄື່ອງນຸ່ງສໍາລັບເຮັດວຽກໃນການແຂ່ງ ຂັນກິລາໂອແລັມປິກປັກກິ່ງລະດູໜາວ 2022 ແລະ ກິລາຄົນພິການໂອແລັມປິກປັກກິ່ງລະດູໜາວ 2022 ທີ່ຈີນໄດ້ຮັບກຽດເປັນເຈົ້າພາບຈັດຂຶ້ນໃນຕົ້ນປີນີ້. ນອກຈາກນີ້ ຍັງໄດ້ສະໜັບສະໜູນການແຂ່ງຂັນປິງປ໋ງຊີງແຊ້ມໂລກປີ 2020 ແລະ ອື່ນໆ.
ປັດຈຸບັນ ຕະຫລາດຈໍາໜ່າຍຜະລິດຕະພັນທີ່ໃຫຍ່ຂອງກຸ່ມບໍລິສັດ Dishang. ນອກຈາກຢູ່ພາຍໃນປະເທດຈີນ ແມ່ນຢູ່ຍິ່ປຸ່ນ, ສ.ເກົາຫລີ, ອັງກິດ, ໂຮນລັງ, ສະຫະລັດອາເມຣິກາ ແລະ ອື່ນໆ ເຊີ່ງໃນຕໍ່ໜ້າກຸ່ມບໍລິສັດດັ່ງກ່າວຈະສືບຕໍ່ອອກແບບ ແລະ ຜະລິດເສື້ອຜ້າທີ່ໄດ້ຄຸນນະພາບອີກຫລາກຫລາຍ, ໄປພ້ອມໆ ກັບການຂະຫຍາຍຕະຫລາດໃຫ້ກວ້າງຂວາງກວ່າເກົ່າ ເພື່ອເຮັດໃຫ້ກຸ່ມບໍລິສັດນັບມື້ເຕີບໃຫຍ່ຂະຫຍາຍຕົວ ແລະ ສືບຕໍ່ຈັດຢູ່ໃນອັນດັບຕົ້ນໆ ຂອງກຸ່ມບໍລິສັດທີ່ຜະລິດເຄື່ອງນຸ່ງໃນປະເທດຈີນຕໍ່ໄປ.


