ສະຖານີລົດໄຟ ເຟີ່ງໄທ (Fengtai) ປັກກິ່ງ ໄດ້ເປີດບໍລິ ການຢ່າງເປັນທາງການອີກຄັ້ງເມື່ອບໍ່ດົນມານີ້ ພາຍຫລັງໄດ້ປັບປຸງຄືນໃໝ່ ເຮັດໃຫ້ສະຖານີແຫ່ງນີ້ກາຍເປັນສະຖານີສູນກາງຜູ້ໂດຍສານລົດໄຟໃຫຍ່ທີ່ສຸດໃນອາຊີ, ທັງກາຍ ເປັນສັນຍາລັກໃຫ້ແກ່ຂະບວນການພັດທະນາເສັ້ນທາງລົດໄຟຂອງຈີນມາເປັນເວລາຫລາຍກວ່າ 1 ສັດຕະວັດ.

ໃນວັນທີ 9 ສິງຫາປີ 2022, ສື່ມວນຊົນຈາກຕ່າງປະ ເທດຫລາຍກວ່າ 50 ຄົນ ໄດ້ເຄື່ອນໄຫວຢ້ຽມຢາມສະຖານີລົດໄຟດັ່ງກ່າວ ແລະ ໄດ້ຮັບຟັງການລາຍງານຈາກເຈົ້າໜ້າ ທີ່ກ່ຽວຂ້ອງກ່ຽວກັບຄວາມເປັນມາ, ການປັບປຸງ ແລະ ການບໍລິການຜູ້ໂດຍສານຂອງສະຖານີ Fengtai ປັກກິ່ງພາຍຫລັງໄດ້ປັບປຸງ ແລະ ເປີດບໍລິການຄືນໃໝ່.


ສະຖານີລົດໄຟ Fengtai ຕັ້ງຢູ່ເມືອງ Fengtai ໃນນະຄອນຫລວງປັກກິ່ງ ເຊີ່ງໄດ້ຮັບການກໍ່ສ້າງຂຶ້ນໃນປີ 1895 ຖືເປັນສະຖານີລົດໄຟທີ່ເກົ່າແກ່ກວ່າໝູ່ຢູ່ນະຄອນ ຫລວງປັກກິ່ງ. ເນື່ອງຈາກຖືກນໍາໃຊ້ມາເປັນເວລາດົນນານ, ມາຮອດປີ 2018 ຈິ່ງໄດ້ຮັບການປັບປຸງ ແລະ ຂະຫຍາຍການກໍ່ສ້າງຄືນໃຫມ່, ກວມເອົາເນື້ອທີ່ທັງໝົດ 400.000 ຕາແມັດ ແລະ ໄດ້ເປີດນໍາໃຊ້ຢ່າງເປັນທາງການອີກຄັງນັບແຕ່ວັນທີ 20 ມິຖຸນາປີ 2022 ເຮັດໃຫ້ສາມາດຮອງຮັບຜູ້ໂດຍສານທີ່ມາລໍຖ້າຂຶ້ນລົດໄຟໃນເວລາດຽວກັນໄດ້ເຖີງຊົ່ວ ໂມງລະ 14.000 ຄົນ, ຖືເປັນສະຖານີລົດໄຟໂດຍສານຂະ ໜາດໃຫຍ່ແຫ່ງທໍາອິດຂອງຈີນທີ່ມີບ່ອນຈອດລົດໄຟທີ່ອອກແບບຊ້ອນກັນ 2 ຊັ້ນ ເພື່ອຮອງຮັບຜູ້ໂດຍສານທັງລົດໄຟຄວາມໄວສູງ ແລະ ລົດໄຟທໍາມະດາ. ນອກຈາກນີ້, ສະຖານີດັ່ງກ່າວ ຍັງກາຍເປັນສະຖານີສູນກາງຜູ້ໂດຍສານລົດໄຟໃຫຍ່ທີ່ສຸດຢູ່ອາຊີໃນປັດຈຸບັນນີ້.

ພາຍຫລັງເປີດບໍລິການສະຖານີລົດໄຟ Fengtai ຄືືນໃໝ່ ໄດ້ເຮັດໃຫ້ນະຄອນຫລວງປັກກິ່ງກ້າວເຂົ້າສູ່ໄລຍະໃໝ່ແຫ່ງການພັດທະນາດ້ານຄົມມະນາຄົມທີ່ມີສະຖານີລົດໄຟສບໍລິການຜູ້ໂດຍສານຂະໜາດໃຫຍ່ 7 ແຫ່ງ ຄື: ສະຖາ ນີລົດໄຟປັກກິ່ງ, ສະຖານີລົດໄຟປັັກກິ່ງຊີ, ສະຖານີລົດໄຟປັກກິ່ງນານ, ສະຖານີລົດໄຟປັກກິ່ງເບ່, ສະຖານີລົດໄຟຊິງເຫີ, ສະຖານີລົດໄຟປັກກິ່ງເຊົາຫຍາງ ແລະ ສະຖານີລົດໄຟປັກກິ່ງ Fengtai, ນອກຈາກນີ້ ນະຄອນຫລວງປັກກິ່ງ ຍັງມີສະໜາມບິນສາກົນ 2 ແຫ່ງ ຄື: ສະໜາມບິນສາກົນປັກ ກິ່ງ ແລະ ສະໜາມບິນສາກົນປັກກິ່ງຕ້າຊິງ.

ສໍາລັບສະຖານີລົດໄຟ Fengtai ປັກກິ່ງ ແມ່ນສາມາດຮອງຮັບລົດ ໄຟຈາກຫລາກຫລາຍເສັ້ນທາງ ເຊັ່ນ: ລົດໄຟຄວາມໄວສູງປັກກິ່ງ-ກວາງໂຈ, ລົດໄຟຄວາມໄວສູງປັກກິ່ງ -ຮົງກົງ, ລົດ ໄຟຄວາມໄວສູງປັກກິ່ງ-ຊຽງໄຮ້, ລົດໄຟປັກ ກິ່ງ-ຫຍວນຜິງ, ລົດໄຟ Fengtai -ຊາເສີງ ແລະ ອື່ນໆ ໂດຍນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າມາຊ່ວຍໃນການບໍລິ ການ ເພື່ອຄວາມສະດວກວ່ອງໄວ ແລະ ເຮັດໃຫ້ການບໍລິ ການແລ່ນລົດໄຟມີຄວາມປອດໄຟ ແລະ ເປັນແບບອັດສະລິຍະ.
Cr: BT