ໃນໄຕມາດທີ 1 ປີ 2022, ໂດຍຜະເຊີນໜ້າກັບການທົດສອບຈາກຫຼາຍ ດ້ານເຊັ່ນ: ສະຖານະການສາກົນນັບມື້ນັບສະຫຼັບສັບຊ້ອນ ແລະ ຂ້ຽວຂາດ ພ້ອມດ້ວຍສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ພາຍໃນ ປະເທດຈີນເກີດຂຶ້ນເລື້ອຍໆ, ເສດຖະກິດແຫ່ງຊາດຈີນໄດ້ສືບຕໍ່ຮັກສາ ທ່ວງທ່າການຟື້ນຟູ ແລະ ການພັດທະນາ, ການເຄື່ອນໄຫວທາງ ເສດຖະກິດມີຄວາມໝັ້ນທ່ຽງໂດຍລວມ. ອີງຕາມຕົວເລກທີ່ອົງການສະຖິຕິແຫ່ງຊາດຈີນປະກາດໃນວັນທີ 18 ເມສານີ້, ໃນໄຕມາດທີ 1 ປີ 2022, GDP ຂອງຈີນໄດ້ບັນລຸເຖິງ 27.017,8 ຕື້ຢວນ, ເພີ່ມຂຶ້ນ 4,8% ເມື່ອທຽບກັບໄລຍະດຽວກັນປີກາຍນີ້.
