ກອງປະຊຸມຄັ້ງທີ 5 ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 13 ໄດ້ໄຂຂຶ້ນຢູ່ຫໍສະພາປະຊາຊົນໃນຕອນເຊົ້າວັນທີ 5 ມີນາ 2022, ທ່ານສີຈິ້ນຜິງ ປະທານປະເທດ ແຫ່ງ ສປ ຈີນ ແລະ ຜູ້ນຳພັກ ແລະລັດຖະບານທ່ານອື່ນໆໄດ້ເຂົ້າຮ່ວມພິທີໄຂກອງປະຊຸມ, ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີແຫ່ງ ສປ ຈີນໄດ້ຂຶ້ນຜ່ານບົດລາຍງານວຽກງານຂອງລັດຖະບານຕໍ່ກອງປະຊຸມ.
ທ່ານຫຼີເຄີ້ສຽງກ່າວວ່າ: ລວມຍອດຜະລິດຕະພັນພາຍໃນ ຫຼື GDP ຂອງຈີນໃນປີ 2021ໄດ້ບັນລຸເຖິງ 114.000 ຕື້ຢວນ, ເພີ່ມຂຶ້ນ 8,1% ເມື່ອທຽບໃສ່ປີ 2020. ລາຍຮັບການເງິນທົ່ວປະເທດໄດ້ບັນລຸຫຼາຍກວ່າ 20.000 ຕື້ຢວນ, ເພີ່ມຂຶ້ນ 10,7%. ສາມາດສ້າງວຽກເຮັດງານທຳໃນຕົວເມືອງໄດ້ 12,69 ລ້ານຄົນ, ອັດຕາຫວ່າງງານສະເລ່ຍຕາມການສຳຫຼວດໃນຕົວເມືອງແມ່ນ 5,1%. ລາຄາເຄື່ອງອຸປະໂພກບໍລິໂພກຂອງປະຊາຊົນໄດ້ເພີ່ມຂຶ້ນ 0,9%. ລາຍຮັບແລະລາຍຈ່າຍກັບສາກົນສາມາດຮັກສາຄວາມດຸນດ່ຽງໄດ້ໂດຍພື້ນຖານ.