ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 9 ກັນຍານີ້, ຄະນະກຳມະການໂອລິມປິກສາກົນ ຫຼື IOC ແລະ ສະຖານີວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ຮ່ວມກັນປະກາດວ່າ, ສອງຝ່າຍໄດ້ກ້າວເຖິງຂັ້ນມີຄວາມຮັບຮູ້ທີ່ເປັນເອກະພາບກັນກ່ຽວກັບການຮ່ວມມືໃນດ້ານສິດຖ່າຍທອດສົດງານກິລາໂອລິມປິກພຽງສື່ດຽວ ຢູ່ແຜ່ນດິນໃຫຍ່ ແລະເຂດມາກາວຂອງຈີນໃນໄລຍະໃໝ່ຂອງການຈັດງານກິລາໂອລິມປິກລະດູໜາວຄັ້ງທີ 25 ໃນປີ 2026, ງານກິລາໂອລິມປິກລະດູຮ້ອນຄັ້ງທີ 34 ໃນປີ 2028, ງານກິລາໂອລິມປິກລະດູໜາວຄັ້ງທີ 26 ໃນປີ 2030 ແລະ ງານກິລາໂອລິມປິກລະດູຮ້ອນຄັ້ງທີ 35 ໃນປີ 2032.
ທ່ານໂທມັສ ບາສ ປະທານຄະນະກຳມະການໂອລິມປິກສາກົນ ແລະທ່ານເຊີ້ນໄຫຊົງ ຜູ້ອຳນວຍການໃຫຍ່ຂອງສະຖານີວິທະຍຸໂທລະພາບສູນກາງຈີນໄດ້ເຊັນສັນຍາຜ່ານທາງອອນລາຍໃນມື້ດຽວກັນ.
ທ່ານໂທມັສ ບາສ ກ່າວວ່າ, ຄະນະກຳມະການໂອລິມປິກສາກົນ ຈະນຳເອົາລາຍຮັບຂອງຕົນໃນຈຳນວນ 90% ຂຶ້ນໄປແບ່ງປັນໃຫ້ແກ່ນັກກິລາ ແລະ ອົງການຈັດຕັ້ງໃນແຫ່ງຕ່າງໆຂອງໂລກຄືນໃໝ່. ໃນຍາມທີ່ສຸກເສີນນີ້, ການສະໜັບສະໜູນ ແລະ ຄວາມສາມັກຄີແບບນີ້ແມ່ນສຳຄັນກວ່າຍາມໃດໝົດທີ່ຜ່ານມາ.
ທ່ານ ເຊີ້ນໄຫຊົງ ກ່າວວ່າ, CMG ແລະ ຄະນະກຳມະການໂອລິມປິກສາກົນ ມີການພົວພັນມິດຕະພາບ ແລະ ການຮ່ວມມືເປັນເວລາຍາວນານ. ການເຊັນສັນຍາກ່ຽວກັບການຮ່ວມມືດ້ານສິຂະສິດຂອງງານກິລາໂອລິມປິກໃນໄລຍະຕໍ່ໜ້າ ບໍ່ພຽງແຕ່ຈະສືບຕໍ່ການພົວພັນຄູ່ຮ່ວມມືລະຫວ່າງສອງຝ່າຍເທົ່ານັ້ນ, ຍັງຈະສ້າງພື້ນຖານທີ່ດີງາມຕໍ່ການເຜີຍແຜ່ກິລາໂອລິມປິກຢ່າງກວ້າງຂວາງ, ຕໍ່ເນື່ອງ ແລະ ໝັ້ນທ່ຽງ.