ໃນວັນທີ 2 ກັນຍາ 2021, ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ (LaoVietBank) ໄດ້ສະໜັບສະໜູນເຄື່ອງຊ່ວຍເຫຼືອໃຫ້ແກ່ສະມາຄົມຄົນພິການແຫ່ງຊາດລາວ ແລະ ບັນດາສູນທີ່ຂຶ້ນກັບສະມາຄົມໄດ້ແກ່: ສູນພັດທະນາ ແລະ ສົ່ງເສີມວິຊາຊີບພິການຕາ (ADBA); ສະມາຄົມພິການຕາລາວ (LBA) ແລະ ກຸ່ມພິການຊົນເຜົ່າ (DHEG) ລວມມູນຄ່າທັງໝົດ 11,200,000 ກີບ.


ຕາງໜ້າ LaoVietBank, ມອບໂດຍທ່ານ ນາງ ສົມມະລີ ວົງຄໍາຊາວ, ຮອງຫົວໜ້າຫ້ອງການບໍລິຫານ; ທ່ານ ນາງ ແສງມະນີ ພິລາວົງ, ຫົວໜ້າໜ່ວຍງານພັດທະນາເຄື່ອງໝາຍການຄ້າ ແລະ ສື່ສານມວນຊົນ. ສ່ວນສະມາຄົມກ່າວຮັບໂດຍທ່ານ ສໍານຽງ ທໍາມະວົງ, ປະທານສະມາຄົມຄົນພິການແຫ່ງຊາດລາວ ພ້ອມດວ້ຍຜູ້ຕາງໜ້າຈາກແຕ່ລະສູນທີ່ຂຶ້ນກັບສະມາຄົມເຂົ້າຮ່ວມ.
ສໍາລັບເຄື່ອງທີ່ນຳມາມອບໃນຄັ້ງນີ້ ປະກອບມີ: ລໍ້ຍູ້ສໍາລັບຄົນພິການ, ນົມສໍາເລັດຮູບເພື່ອສຸຂະພາບ, ວິຕາມິນ ແລະ ເຄື່ອງໃຊ້ທີ່ຈໍາເປັນຈໍານວນໜຶ່ງ. ເນື່ອງຈາກການປະຕິບັດການປ້ອງກັນພະຍາດໂຄວິດ-19 ພວກເຮົາຈຶ່ງໄດ້ນໍາເຄື່ອງດັ່ງກ່າວມອບໃຫ້ແຕ່ລະສູນ ປະກອບມີ: ສູນພັດທະນາ ແລະ ສົ່ງເສີມວິຊາຊີບພິການຕາ (ADBA) ມີສະມາຊິກຈໍານວນ 40 ຄົນ; ສະມາຄົມພິການຕາລາວ (LBA) ມີສະມາຊິກຈໍານວນ 40 ຄົນ; ກຸ່ມພິການຊົນເຜົ່າ (DHEG) ມີສະມາຊິກຈໍານວນ 37 ແລະ ສະມາຄົມຄົນພິການແຫ່ງຊາດ (LDPA) ມີສະມາຊິກຈໍານວນ 19 ຄົນ.


[ຂ່າວ-ພາບ: LaoVietBank]