ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ (LaoVietBank) ໄດ້ວາງຄາດໝາຍສະໜັບສະໜູນຕັ່ງຫີນໃນປີ 2021 ໃຫ້ກັບບັນດາສໍານັກງານ, ໂຮງຮຽນ, ໂຮງໝໍ, ສະຖານທີ່ສາທາລະນະ, ແຫຼ່ງທ່ອງທ່ຽວ ແລະ ອື່ນໆໃນທົ່ວນະຄອນ ຫຼວງວຽງຈັນ ທັງໝົດ 300 ກວ່າໜ່ວຍ. ເພື່ອເປັນການປະກອບສ່ວນຊ່ວຍເຫຼືອສັງຄົມ ແລະ ສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ພໍ່ແມ່ປະຊາຊົນທີ່ມາໃຊ້ບໍລິການຢູ່ຈຸດດັ່ງກ່າວໃຫ້ໄດ້ມີບ່ອນນັ່ງລໍຖ້າ ຫຼື ພັກຜ່ອນຕາມອັດທະຍາໃສ.
ສະນັ້ນ, ເມື່ອອາທິດຜ່ານມາໃນວັນທີ 14 ກໍລະກົດ 2021. LaoVietBank ໄດ້ນໍາເອົາຕັ່ງຫີນ ຈໍານວນ 20 ໜ່ວຍ ມອບໃຫ້ແກ່ສະຖານີລົດໂດຍສານສາຍໃຕ້ ບ້ານສະພັງມຶກ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ; ເຊິ່ງມີການຈັດວາງໄວ້ຢູ່ສອງຈຸດບ່ອນທາງເຂົ້າສະຖານີລົດໂດຍສານ, ເພື່ອສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ພໍ່ແມ່ປະຊາຊົນທີ່ມາຊື້ປີ້ລົດ, ຮັບ-ສົ່ງພີ່ນ້ອງຢູ່ໃນບໍລິເວນຄິວລົດໂດຍສານສາຍໃຕ້ ໃຫ້ມີບ່ອນນັ່ງລໍ້ຖ້າ, ເປັນບ່ອນວາງເຄື່ອງຂອງ ຫຼື ນັ່ງພັກຜ່ອນອື່ນໆ.
ສ່ວນວັນທີ 15 ກໍລະກົດ 2021, LaoVietBank ໄດ້ນໍາເອົາຕັ່ງຫີນ ຈໍານວນ 20 ໜ່ວຍ ມອບໃຫ້ໂຮງໝໍແມ່ ແລະ ເດັກເກີດໃໝ່ ບ້ານໜອງພະຍາ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ. ເພື່ອໃຫ້ພໍ່ແມ່ປະຊາຊົນທີ່ມາຝາກທ້ອງ, ເກີດລູກ, ພົວພັນເອກະສານ ແລະ ສັກຢາອື່ນໆ ໄດ້ມີບ່ອນນັ່ງພັກຜ່ອນຢູ່ແຕ່ລະຈຸດສໍາຄັນພາຍໃນໂຮງໝໍ.
ສໍາລັບວັນທີ 16 ກໍລະກົດ 2021, LaoVietBank ໄດ້ນໍາເອົາຕັ່ງຫີນ ຈໍານວນ 20 ໜ່ວຍ ມອບໃຫ້ສູນການຄ້າເວີດເທຣດເຊັນເຕີ ຫຼື Parkson ຈໍານວນ 20 ໜ່ວຍ. ເພື່ອໃຫ້ລູກຄ້າທົ່ວໄປທີ່ເຂົ້າມາຊື້ເຄື່ອງພາຍໃນຫ້າງຮ້ານ, ລູກຄ້າທີ່ມາ ທ່ອງທ່ຽວ ຫຼຶື ຍ່າງອອກກໍາລັງກາຍຍາມແລງຢູ່ສະຖານທີ່ດັ່ງກ່າວ ໄດ້ມີບ່ອນນັ່ງພັກຜ່ອນຕາມອັດທະຍາໃສ.
ຕາງໜ້າທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ ໃຫ້ກຽດມອບໂດຍທ່ານ ນາງ ແສງມະນີ ພິລາວົງ, ຫົວໜ້າໜ່ວຍງານພັດທະນາເຄື່ອງໝາຍການຄ້າ ແລະ ສື່ສານມວນຊົນ ແລະ ກ່າວຮັບທັງສາມພາກສ່ວນໄດ້ແກ່: ທ່ານ ສຸກສະຫວາດ ສີສຸກ, ຕາງໜ້າໃຫ້ກັບສະຖານີລົດໂດຍສານສາຍໃຕ້; ທ່ານ ດຣ. ສຸວັນນະເຮືອງ ສົມບູນ, ຜູ້ອໍານວຍການໂຮງໝໍແມ່ ແລະ ເດັກເກີດໃໝ່ ພ້ອມຄະນະ ແລະ ທ່ານ ນາງ ມຸ່ຍ, ຜູ້ຈັດການຝ່າຍຂາຍສູນການຄ້າເວີດເທຣດເຊັນເຕີ.
ໂອກາດນີ້, ທ່ານ ນາງ ແສງມະນີ ພິລາວົງ, ຫົວໜ້າໜ່ວຍງານພັດທະນາເຄື່ອງໝາຍການຄ້າ ແລະ ສື່ສານມວນຊົນ ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ ໃຫ້ຮູ້ວ່າ: ສໍາລັບຕັ່ງຫີນທີ່ນໍາມາມອບໃຫ້ 3 ພາກສ່ວນໃນຄັ້ງນີ້ລວມທັງໝົດ 60 ໜ່ວຍ, ທີ່ LaoVietBank ພວກເຮົາມີຄວາມຕັ້ງໃຈຢາກສະໜັບສະໜູນ ແລະ ເປັນການປະກອບສ່ວນຊ່ວຍເຫຼືອສັງຄົມໃນໄລຍະການປ້ອງກັນ, ຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19.
ໃນປີ 2021, LaoVietBank ໄດ້ສະໜັບສະໜູນຕັ່ງຫີນໃຫ້ແກ່ຫຼາຍພາກສ່ວນເປັນຕົ້ນແມ່ນ: ສະໜາມບິນສາກົນວັດໄຕ, ໂຮງໝໍຮ່າໂນ້ຍ-ວຽງຈັນ, ໂຮງຮຽນສອງພາສາຫວຽນຢູ ແລະ ອື່ນໆ. ສ່ວນແຜນການໃນໃກ້ໆນີ້ ຍັງມີແຜນຈະມອບຕັ່ງຫີນໃຫ້ກັບສູນການຄ້າວຽງຈັນເຊັນເຕີ, ສວນເຈົ້າອະນຸວົງ (ແຄມຂອງ), ຫໍພະແກ້ວ, ວັດສີສະເກດ, ຫໍຫຼັກເມືອງ, ສະຖາບັນເສດຖະກິດການເງິນ ແລະ ອື່ນໆ.
[ຂ່າວ-ພາບ: LaoVietBank]


