ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 22 ຕຸລາ 2021, ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ (LaoVietBank) ສາຂາຊຽງຂວາງ ໄດ້ຈັດພິທີເຊັນສັນຍາຮ່ວມມື ສະໜອງເງິນກູ້ໃຫ້ແກ່ພະນັກງານວິຊາການຂອງພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຊຽງຂວາງ.
ຕາງໜ້າ LaoVietBank, ໃຫ້ກຽດລົງນາມໂດຍ ທ່ານ ດິງ ຮຸ່ງ, ຮອງຫົວໜ້າສາຂາຊຽງຂວາງ ກັບ ທ່ານ ທອງສະຫວັດ ມັງໜໍ່ເມກ, ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງຊຽງຂວາງ ພ້ອມດ້ວຍພະນັກງານທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ການສັນຍາຮ່ວມມືໃນຄັ້ງນີ້, ແມ່ນເປັນພື້ນຖານໃຫ້ແກ່ພະນັກງານວິຊາການພາຍໃນພະແນກອຸດສາຫະກໍາ ແລະ ການຄ້າແຂວງຊຽງຂວາງ ສາມາດເຂົ້າຫາແຫຼ່ງທຶນໄດ້ຢ່າງງ່າຍດາຍ, ສະດວກໃນການກູ້ຢືມ ເພື່ອໝູນໃຊ້ທຶນເຂົ້າໃນການສ້າງເສດຖະກິດຄອບຄົວ ແລະ ແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນເທື່ອລະກ້າວ. ຂະນະທີ່, LaoVietBank ພວກເຮົາກໍ່ພ້ອມແລ້ວທີ່ຈະສະໜອງຜະລິດຕະພັນການບໍລິການຂອງທະນາຄານໃຫ້ກັບລູກຄ້າ.