ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 21 ຕຸລາ 2021 ນີ້, ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ (LaoVietBank) ສາຂາຫຼວງພະບາງ ໄດ້ນຳເອົາເຄື່ອງບໍລິໂພກຈໍານວນໜຶ່ງມອບໃຫ້ແກ່ຄະນະສະເພາະກິດ 03 ພາກສ່ວນໄດ້ແກ່: ນະຄອນຫຼວງພະບາງ, ກອງບັນຊາການ ປກສ ແຂວງຫຼວງພະບາງ ແລະ ເມືອງປາກອູ ລວມມູນຄ່າການຊ່ວຍເຫຼືອທັງໝົດ 17,500,000 ກີບ.
ຢູ່ນະຄອນຫຼວງພະບາງ ໄດ້ປະກອບສ່ວນເປັນນ້ຳດື່ມ 200 ແພັກ ແລະ ເງິນສົດ 5 ລ້ານກີບ ລວມມູນຄ່າ 10 ລ້ານກີບ. ຕາງໜ້າ LaoVietBank ໃຫ້ກຽດກ່າວມອບໂດຍ ທ່ານ ຫງວຽນ ຕັວນ ແອັ່ງ, ຫົວໜ້າທະນາຄານ ຮ່ວມທຸລະກິດ ລາວ – ຫວຽດ ຈຳກັດ ສາຂາຫຼວງພະບາງ ແລະ ຮັບໂດຍ ທ່ານ ວຽງທອງ ຫັດສະຈັນ, ເຈົ້ານະຄອນຫຼວງພະບາງ.
ສໍາລັບຢູ່ກອງບັນຊາການ ປກສ ແຂວງຫຼວງພະບາງ ໄດ້ປະກອບສ່ວນເປັນໝີ່ສໍາເລັດຮູບ 10 ແກັດ ແລະ ນໍ້າດື່ມ 50 ແພັກ ລວມມູນຄ່າທັງໝົດ 3 ລ້ານກີບ; ຊຶ່ງມອບໂດຍ ທ່ານ ຫງວຽນ ຕັວນ ແອັ່ງ ແລະ ກ່າວຮັບຂອງ ທ່ານ ພັນເອກ ທາ ລຽນປະດິດ, ຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງພະບາງ.
ສ່ວນຢູ່ເມືອງປາກອູ ໄດ້ມອບເປັນໝີ່ສໍາເລັດຮູບ 50 ແກັດ ແລະ ນ້ຳດື່ມ 50 ແພັກ ລວມມູນຄ່າທັງໝົດ4,500,000 ກີບ. ໃຫ້ກຽດມອບໂດຍທ່ານ ຫງວຽນ ຕັວນ ແອັ່ງ ແລະ ຮັບໂດຍ ທ່ານ ຫຸມແພງ ວິລະໄຊ, ຮອງເຈົ້າເມືອງໆປາກອູ ແຂວງຫຼວງພະບາງ.
————————–
ທະນາຄານ ຮ່ວມທຸລະກິດ ລາວ – ຫວຽດ ຈໍາກັດ