ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 24 ພະຈິກ 2021, ຢູ່ທີ່ພະແນກສາທາລະນະສຸກ ແຂວງອຸດົມໄຊ. ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ (LaoVietBank) ສາຂາອຸດົມໄຊ, ໄດ້ນໍາເອົາເຄື່ອງຊ່ວຍເຫຼືອຈໍານວນໜຶ່ງ ມອບໃຫ້ແກ່ຄະນະສະເພາະກິດແຂວງ.
ຈຸດປະສົງ ກໍ່ເພື່ອເປັນການປະກອບສ່ວນສະໜັບສະໜູນ ເຂົ້າໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງພະ ນັກງານແພດ-ໝໍ ຜູ້ເຮັດໜ້າທີ່ໃນການປ້ອງ ກັນ, ຄວບຄຸມ ແລະ ປິ່ນປົວປະຊາຊົນຜູ້ທີ່ຕິດເຊື້ອພະຍາດ Covid-19 ຢູ່ພາຍໃນແຂວງ.
ສໍາລັບເຄື່ອງທີ່ນໍາມາມອບໃນຄັ້ງນີ້ ປະ ກອບມີ: ນໍ້າດື່ມ 15 ແກັດ, ຜ້າອັດປາກ 140 ກັບ ແລະ ເຫຼົ້າສໍາລັບຂ້າເຊື້ອ ຈໍານວນ 40 ກ່ອງ ລວມມູນຄ່າທັງໝົດ 5 ລ້ານກີບ.
ໃຫ້ກຽດມອບໂດຍ ທ່ານ ນາງ ວັນນິດາ ອິນທະປັນຍາສັກ, ຮອງຫົວໜ້າຂະແໜງບັນຊີ-ສັງລວມ, ຕາງໜ້າໃຫ້ຫົວໜ້າສາຂາອຸດົມໄຊ ແລະ ກ່າວຮັບໂດຍ ທ່ານ ດຣ. ຫຸມພັນ ອິນທະມຸງຄຸນ, ຫົວໜ້າພະແນກສາທາລະນະສຸກແຂວງ ພ້ອມດ້ວຍຄະນະ ແລະ ພະນັກງານ ທລວ ສາຂາອຸດົມໄຊ ເຂົ້າຮ່ວມ.