ໃນລະຫວ່າງວັນທີ 22-23 ກໍລະກົດ 2021 ຜ່ານມາ, ທະນາຄານ ຮ່ວມທຸລະ ກິດ ລາວ-ຫວຽດ ຈໍາກັດ (LaoVietBank) ໄດ້ສືບຕໍ່ສະໜັບ ສະ ໜູນຕັ່ງຫີນໃຫ້ກັບບັນດາສະຖານທີ່ສໍາຄັນຕ່າງໆໃນນະຄອນຫຼວງວຽງຈັນ, ເຊິ່ງໃນອາທິດນີ້ແມ່ນມອບຢູ່ 4 ຈຸດ ເປັນຕົ້ນແມ່ນ: ຫໍພະແກ້ວ, ວັດສີສະເກດ, ຫໍຫຼັກເມືອງ ແລະ ສູນການຄ້າວຽງຈັນເຊັນເຕີ ລວມທັງໝົດ 50 ໜ່ວຍ.

ຕາງໜ້າທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ ໃຫ້ກຽດມອບໂດຍທ່ານ ນາງ ແສງມະນີ ພິລາວົງ, ຫົວໜ້າໜ່ວຍງານພັດທະນາເຄື່ອງໝາຍການຄ້າ ແລະ ສື່ສານມວນຊົນ ແລະ ກ່າວຮັບໂດຍທ່ານ ພູວຽງ ໂພທິສານ, ຫົວໜ້າອໍານວຍການຫໍພິພິທະພັນ ນະຄອນຫຼວງວຽງຈັນ (ຜູ້ຮັບຜິດຊອບຫໍພະແກ້ວ, ວັດສີສະເກດ, ຫໍຫຼັກເມືອງ). ສ່ວນສູນການຄ້າວຽງຈັນເຊັນເຕີ ຕາງໜ້າຮັບໂດຍ ທ່ານ ນາງ ສະຫວັນທອງ ອຸ່ນມີໄຊ ພ້ອມດ້ວຍຄະນະ.


ໂອກາດນີ້, ທ່ານ ນາງ ແສງມະນີ ພິລາວົງ, ຫົວໜ້າໜ່ວຍງານພັດທະນາເຄື່ອງໝາຍການຄ້າ ແລະ ສື່ສານມວນຊົນ ທະນາ ຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ ກ່າວວ່າ: ໃນອາທິດນີ້, ພວກເຮົາໄດ້ສືບຕໍ່ມອບຕັ່ງຫີນ LVB DIGIBANK ໃຫ້ກັບຫໍພະແກ້ວ, ວັດສີສະເກດ ແລະ ຫໍຫຼັກເມືອງ ບ່ອນລະ 10 ໜ່ວຍ. ສໍາລັບສູນການຄ້າວຽງຈັນເຊັນເຕີ ມອບໃຫ້ 20 ໜ່ວຍ.
ທັງໝົດນີ້, ແມ່ນເພື່ອເປັນການປະກອບສ່ວນຊ່ວຍເຫຼືອສັງຄົມ ແລະ ສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ພໍ່ແມ່ປະຊາຊົນທີ່ມາໃຊ້ບໍລິການຢູ່ຈຸດດັ່ງກ່າວໃຫ້ໄດ້ມີບ່ອນນັ່ງລໍຖ້າ ຫຼື ພັກຜ່ອນຕາມອັດທະຍາໃສ. ສໍາລັບອາທິດຕໍ່ໜ້າ ເຮົາຈະສືບຕໍ່ຈະມອບຕັ່ງຫີນໃຫ້ກັບບັນດາສໍານັກງານ, ໂຮງຮຽນ, ໂຮງໝໍ, ສະຖານທີ່ສາທາລະນະ, ແຫຼ່ງທ່ອງທ່ຽວ ແລະ ອື່ນໆໃນທົ່ວນະຄອນຫຼວງວຽງຈັນ.

[ຂ່າວ-ພາບ: LaoVietBank]