ໃນວັນທີ 11 ກັນຍາ ປີ 2022 ທະນາຄານ ຮ່ວມທຸລະກິດ ລາວ – ຫວຽດ ຈໍາກັດ (LaoVietBank) ສາຂາ ອຸດົມໄຊ ຕາງໜ້າໃຫ້ກັບພະນັກງານ LaoVietBank ໃນທົ່ວລະບົບ ມອບວັດຖຸປັດໃຈເພື່ອຊ່ວຍເຫຼືອ ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ຢູ່ ເມືອງ ໄຊ ແລະ ເມືອງ ຫຼາ ແຂວງ ອຸດົມໄຊ ໃນໄລຍະທີ່ຜ່ານມາ. ນໍາພາຂະບວນການຊ່ວຍເຫຼືອໃນຄັ້ງນີ້ ໂດຍແມ່ນ ທ່ານ ຫງວຽນ ແທັງ ເຟືອງ ຮອງຫົວໜ້າ ສາຂາ ອຸດົມໄຊ ພ້ອມດ້ວຍ ບັນດາພະນັກງານ ຂອງ ສາຂາກໍ່ໄດ້ເຂົ້າຮ່ວມ.
ເພື່ອເປັນການຊ່ວຍເຫຼືອ, ເເບ່ງເບົາພາລະ ເເລະ ຄວາມເສຍຫາຍ ທີ່ເກີດຂຶ້ນຈາກໄພທຳມະຊາດ ເຊິ່ງໄດ້ສ້າງຜົນເສຍຫາຍຢ່າງໜັກໜ່ວງໃຫ້ກັບບັນດາ ປະຊາຊົນ ເເຂວງ ອຸດົມໄຊ ເປັນຕົ້ນແມ່ນຢູ່ ເມືອງ ຫຼາ ແລະ ເມືອງ ໄຊ ແຂວງອຸດົມໄຊ. ລວມມູນຄ່າການຊ່ວຍເຫຼືອທັງໝົດແມ່ນ 40,000,000 ກີບ; ເຊິ່ງໃນນັ້ນ, ທີ່ເມືອງຫຼາ: ບ້ານໂພນໄຊ (ຫຼັກ 17), ແມ່ນໄດ້ມອບເງິນຊ່ວຍເຫຼືອ ຈຳນວນ 20,000,000 ກີບ ລວມ 40 ຄອບຄົວ ແລະ ທີ່ເມືອງ ໄຊ: ບ້ານກໍນ້ອຍ, ແມ່ນໄດ້ມອບເງິນຊ່ວຍເຫຼືອເປັນຈຳນວນ 20,000,000 ກີບ ໃຫ້ກັບ ປະຊາຊົນຈໍານວນລວມ 46 ຄອບຄົວ.
ການປະກອບສ່ວນເພື່ອຊ່ວຍເຫຼືອປະຊາຊົນທີ່ປະສົບໄພນໍ້າຖ້ວມຢູ່ ເເຂວງ ອຸດົມໄຊໃນຄັ້ງນີ້ ແມ່ນໄດ້ຮັບການປະສານສົມທົບ ຂອງ 03 ອົງການຈັດຕັ້ງມະຫາຊົນ ທະນາຄານ ຮ່ວມທຸລະກິດ ລາວ – ຫວຽດ ຈຳກັດ ທີ່ໄດ້ລະດົມພະນັກງານທົ່ວລະບົບ ຮ່ວມກັບ ສາຂາ ອຸດົມໄຊ ເພື່ອຊ່ວຍເຫຼືອ ປະຊາຊົນ ເເຂວງ ອຸດົມໄຊ ທີ່ໄດ້ຜ່ານຜ່າຄວາມຫຍຸ້ງຍາກໃນຄັ້ງນີ້.
May be an image of 7 people, people sitting and people standing
Loading...