ໃນວັນທີ 11 ມີນາ 2022 ທີ່ຜ່ານມາ ອົງການກາເເດງລາວ ຮ່ວມກັບ ທະນາຄານ ຮ່ວມທຸລະກິດ ລາວ – ຫວຽດ ຈໍາກັດ (LaoVietBank) ໄດ້ຈັດພິທີ ບໍລິຈາກເລືອດຂຶ້ນທີ່ສຳນັກງານໃຫຍ່ ທະນາຄານ ຮ່ວມທຸລະກິດ ລາວ – ຫວຽດ ໂດຍການເປັນປະທານພິທີ ຂອງ ທ່ານ ວຽງວິໄລ ແສງຄຳຢອງ – ຮອງຜູ້ອໍານວຍການໃຫຍ່ LaoVietBank ແລະ ທ່ານ ວົງເກັ່ງ ພັນວົງສາ ຮອງຫົວໜ້າພະແນກກວດກາຄຸນນະພາບ ແລະ ອົບຮົມ, ສະຖາບັນເລືອດແຫ່ງຊາດ, ອົງການກາແດງ ແຫ່ງຊາດລາວ ພ້ອມດ້ວຍຄະນະແພດ ແລະ ບັນດາພະນັກງານ ຂອງ LaoVietBank ກໍໄດ້ເຂົ້າໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ທັງນີ້ກໍ່ເພື່ອເປັນການສ້າງຜົນງານ ຂໍ່ານັບຮັບຕ້ອນເນື່ອງໃນໂອກາດ ສະເຫຼີມ ສະຫຼອງວັນແມ່ຍິງສາກົນ ຄົບຮອບ 112 ປີ.
ການບໍລິຈາກເລືອດຄັ້ງນີ້ ພວມຢູ່ໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ດັ່ງນັ້ນ ບັນດາພະນັກງານ ທີ່ເຂົ້າຮ່ວມ ແມ່ນໄດ້ຜ່ານການກວດ ສຸຂະພາບ ແລະ ວັດແທກອຸນຫະພູມ ເພື່ອຮັບປະກັນ ໃນວຽກງານການປ້ອງກັນ ພະຍາດໂຄວິດ 19. ເຊີ່ງມີພະນັກງານທີ່ເຂົ້າຮ່ວມບໍລິຈາກເລືອດທັງໝົດ 30 ສະຫາຍ, ສາມາດ ບໍລິຈາກເລືອດໄດ້ຕົວຈິງ ແມ່ນ 25 ສະຫາຍ.
ພ້ອມກັນນັ້ນ, ໃນວັນທີ 14 ມີນາ 2022, LaoVietBank ກໍ່ໄດ້ສືບຕໍ່ຈັດພິທີມອບເຄື່ອງປະຖົມພະຍາບານເບື້ອງຕົ້ນ ໃຫ້ແກ່ ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ, ເຊິ່ງຕາງຫນ້າມອບ ໂດຍທ່ານ ສົມຊາຍ ຍົດສະຫວັນ – ຮອງຜູ້ອໍານວຍການໃຫຍ່ LaoVietBank ແລະ ທ່ານ ພິມມະສອນ ໄຊຍະວົງ – ຄະນະບໍລິຫານກູ້ໄພ 1623 ຕາງຫນ້າຮັບໃຫ້ແກ່ສູນກູ້ໄພ 1623 ມູນຄ່າ 3,300,000 ກີບ; ທ່ານນາງ ລຳພັນ ອວນມີໄຊ – ຄະນະບໍລິຫານກູ້ໄພ 1624 ຕາງຫນ້າຮັບໃຫ້ແກ່ສູນກູ້ໄພ 1624 ມູນຄ່າ 3,300,000 ກີບ ແລະ ທ່ານ ຈັນທອນ ເທບສາລີ – ຄະນະບໍລິຫານກູ້ໄພ 1625 ເປັນຜູ້ຕາງຫນ້າຮັບໃຫ້ແກ່ສູນກູ້ໄພ 1625 ມູນຄ່າ 3,300,000 ກີບ. ລວມມູນຄ່າການບໍລິຈາກໃນຄັ້ງນີິ້ແມ່ນ 9,900,000 ກີບ.
ຂະບວນການບໍລິຈາກເລືອດ ແລະ ຊ່ວຍເຫຼືຶອສັງຄົມ ໃນຄັ້ງນີ້ເປັນ ຂະບວນການບໍລິຈາກ ແລະ ຊ່ວຍເຫຼືອ ທີ່ບໍ່ຫວັງຜົນຕອບແທນ ເພື່ອເປັນການຊ່ວຍຊີວິດຂອງຄົນເຈັບໃຫ້ປອດໄພ ແລະ ເປັນການປູກຈິດສໍານຶກໃຫ້ສັງຄົມ ມີການປະກອບສ່ວນເພື່ອຊ່ວຍເຫຼືອສັງຄົມໃຫ້ ຫຼາຍຂຶ້ນ ເຮັດໃຫ້ສັງຄົມ ມີຄວາມສະຫງົບ ເປັນສັງຄົມທີ່ມີຈິດໃຈເອື້ອເຟື້ອເພື່ອແຜ່ ມີຄວາມສາມັກຄີ ແລະ ມີສຸຂະພາບທີ່ດີ.
Loading...