ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 06 ສິງຫາ 2021, ຢູ່ທີ່ ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ (LaoVietBank) ໄດ້ມີພິທີລົງນາມເຊັນສັນຍາຮ່ວມມື ວ່າດ້ວຍການບໍລິການຮັບຊໍາລະຄ່າງວດສິນເຊື່ອຜ່ານລະບົບທະນາ ຄານດິຈິຕ້ອນລະຫວ່າງ LaoVietBank ແລະ ສະຖາບັນການເງິນ ຊັບທະວີ.
ໃຫ້ກຽດເຂົ້າຮ່ວມການເປັນປະທານໃນຄັ້ງນີ້ ໂດຍແມ່ນທ່ານ ສີປະເສີດ ຄ່ວງສະຫວັນ, ຮອງຜູ້ອໍານວຍການໃຫຍ່ LaoVietBank ແລະ ທ່ານ ນາງ ລາສີ ມີສາວົງ, ປະທານສະພາບໍລິຫານ ສະຖາບັນການເງິນ ຊັບທະວີ ກໍ່ໄດ້ປ່ຽນກັນຂຶ້ນກ່າວຄໍາປາໄສ ແລະ ມີຄຳເຫັນໃນພິທີ ກ່ອນຈະມີການລົງນາມຢ່າງເປັນທາງການ; ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານຂອງພະນັກງານຫຼັກແຫຼ່ງທັງສອງຝ່າຍ.
ດ້ວຍການປະສານງານເຊື່ອມຕໍ່ການຊຳ ລະໃນຄັ້ງນີ້, ລູກຄ້າສາມາດນຳໃຊ້ການບໍລິການຊໍາລະເຊົ່າສິນເຊື່ອ ກັບ ສະຖາບັ ນການເງິນ ຊັບທະວີ ຜ່ານ LVB DigiBank ເພື່ອສ້າງຊ່ອງທາງໃນການອຳນວຍຄວາມສະດວກ, ງ່າຍດາຍ ແລະ ປອດໄພ ໃຫ້ກັບລູກຄ້າຍິ່ງຂຶ້ນ.
————————————
ທະນາຄານ ຮ່ວມທຸລະກິດ ລາວ – ຫວຽດ ຈໍາກັດ