ໃນວັນທີ 8 ທັນວາ 2021 ນີ້ Meta ໄດ້ປະກາດການຮ່ວມມືກັບສູນເລືອດແຫ່ງຊາດ ອົງການກາແດງລາວ ໃນການຊ່ວຍເພີ່ມການສະໜອງເລືອດໃນປະເທດລາວ.
ນັບຕັ້ງແຕ່ມີການເປີດນຳໃຊ້ຄັ້ງທຳອິດໃນປີ 2017, ຟິວເຈີ້ບໍລິຈາກເລືອດຂອງ Meta ໄດ້ຊ່ວຍໃຫ້ຜູ້ນໍາໃຊ້ Facebook ຫລາຍກວ່າ 100 ລ້ານຄົນໄດ້ລົງທະບຽນເພື່ອຮັບການແຈ້ງເຕືອນກ່ຽວກັບການບໍລິຈາກເລືອດໃນທົ່ວໂລກ, ເຮັດໃຫ້ອັດຕາການບໍລິຈາກເລືອດ ແລະ ອັດຕາການສະໜອງເລືອດເພີ່ມຂຶ້ນ ຍິ່ງໃນສະພາບທີ່ມີການລະບາດຂອງພະຍາດໂຄວິດ-19 ການບໍລິຈາກກໍມີຄວາມຫຍຸ້ງຍາກ ຈຶ່ງເຮັດການການສະໜອງເລືອດບໍ່ພຽງພໍກັບຄວາມຕ້ອງການຂອງຄົນເຈັບ.
“ທຸກໆມື້, ພວກເຮົາເຫັນຜູ້ຄົນໃນທົ່ວໂລກມາລວມຕົວກັນໃນແພັດຟອມຂອງພວກເຮົາ ເພື່ອສົ່ງເສີມກັນແລະກັນ ແລະຊ່ວຍເຫລືອຊຸມຊົນຂອງພວກເຂົາ. ການຮ່ວມມືກັບສູນເລືອດແຫ່ງຊາດ ອົງການກາແດງລາວໃນຄັ້ງນີ້, ພວກເຮົາຕ້ອງການສ້າງຊ່ອງທາງທີ່ງ່າຍທີ່ສຸດສຳລັບຄົນລາວ ໃນການບໍລິຈາກເລືອດ ໂດຍພຽງແຕ່ກົດປຸ່ມ ສອງສາມຄັ້ງ ທ່ານກໍສາມາດລົງທະບຽນ, ໄດ້ຮັບການແຈ້ງເຕືອນ ເມື່ອສູນບໍລິຈາກເລືອດໃນທ້ອງຖິ່ນຕ້ອງການຜູ້ບໍລິຈາກ ແລະ ຍັງເປັນການປຸກລະດົມໃຫ້ຄົນອື່ນໆໄດ້ ເຮັດແບບດຽວກັນອີກດ້ວຍ. ພວກເຮົາຂອບໃຈສູນເລືອດແຫ່ງຊາດ ອົງການກາແດງລາວ ທີ່ໃຫ້ການຮ່ວມມືກັນໃນຄັ້ງນີ້ ແລະເຮັດໃຫ້ພວກເຮົາສາມາດເປີດນຳໃຊ້ຟິວເຈີ້ນີ້ໃນປະເທດລາວໄດ້ຢ່າງສົມບູນ.”
ທ່ານ ພັກເດ ເຮັງ ຫົວໜ້າຝ່າຍນະໂຍບາຍສາທາລະນະສຸກປະຈຳ ລາວ ຂອງ Meta ກ່າວ.
ສຳລັບຟິວເຈີ້ນີ້ ຈະອະນຸຍາດໃຫ້ຜູ້ທີ່ມີອາຍຸລະຫວ່າງ 18 ຫາ 65 ປີ ສາມາດລົງທະບຽນເພື່ອຮັບການອັບເດດເທິງ Facebook ກ່ຽວກັບການໃຫ້ເລືອດ, ການແຈ້ງເຕືອນກ່ຽວກັບໂອກາດໃນການບໍລິຈາກ ທີ່ສູນບໍລິຈາກເລືອດໃນທ້ອງຖິ່ນ ແລະ ເຊີນຊວນໝູ່ເພື່ອນຂອງທ່ານມາບໍລິຈາກນໍາກັນ. Meta ກຳລັງໂປຣໂໝດຟິວເຈີ້ດັ່ງກ່າວດ້ວຍການແຈ້ງເຕືອນຂຶ້ນ ໃນ Newsfeeds ຫລື ເຮົາສາມາດຄົ້ນຫາມັນໄດ້ງ່າຍໆ ພຽງແຕ່ກົດຄົ້ນຫາ “ການບໍລິຈາກເລືອດ” ເທິງແອັບ Facebook. ຟີວເຈີ້ການບໍລິຈາກເລືອດ ແມ່ນຟິວເຈີ້ທີ່ນຳໃຊ້ໃນທົ່ວໂລກເທິງແອັບ Facebook. ໃນລະຫວ່າງ 2 ເດືອນທຳອິດ ຫລັງຈາກທີ່ພວກເຮົາໄດ້ເປີດໂຕ ຢູ່ທີ່ປະເທດອາເມລິກາໃນເດືອນມິຖຸນາປີ 2019, ຟີວເຈີ້ການບໍລິຈາກເລືອດ ໄດ້ເພີ່ມອັດຕາການບໍລິຈາກເລືອດໃນສະຫະລັດອາເມລິກາຂຶ້ນເຖິງ 19%. ເຊິ່ງໃນປັດຈຸບັນແມ່ນໄດ້ເປີດໃຊ້ງານໃນຫລາຍກວ່າ 43 ປະເທດແລ້ວ ລວມທັງປະເທດລາວອີກ.
ດຣ ຈັນທະລາ ສຸກສາຄອນ ຫົວໜ້າສູນເລືອດແຫ່ງຊາດໄດ້ກ່າວວ່າ:“ພວກເຮົາມີຄວາມຍິນດີທີ່ຈະເຂົ້າຮ່ວມໃນຖານະຜູ້ທີ່ຮັບຮອງເອົາຟິວເຈີ້ບໍລິຈາກເລືອດຂອງ Facebook ໃນທົ່ວໂລກ. ເນື່ອງຈາກການແພ່ລະບາດຂອງພະຍາດໂຄວິດ-19, ການຮັບເອົາ ການບໍລິຈາກເລືອດຜ່ານທາງ ສື່ສັງຄົມອອນລາຍແມ່ນເຄື່ອງມືທີ່ເໝາະສົມໃນການຊ່ວຍໂຄສະນາຄໍາຂວັນ “ໃຫ້ເລືອດ ໃຫ້ຊີວິດ”. ພວກເຮົາຕ້ອງການປຸກລະດົມທຸກໆຄົນທີ່ມີເງື່ອນໄຂໃນການລົງທະບຽນເປັນຜູ້ບໍລິຈາກ, ພ້ອມທັງແບ່ງປັນປະສົບການ ເພື່ອສ້າງແຮງບັນດານໃຈໃຫ້ຄົນອື່ນໆໃນການເຮັດສິ່ງດຽວກັນນີ້. ຄວາມຕ້ອງການເລືອດໃນປະເທດລາວແມ່ນມີຢູ່ເລື້ອຍໆ; ເຊິ່ງພວກເຮົາມີຄວາມຕ້ອງການຮັບເອົາ ການບໍລິຈາກເລືອດຫລາຍກວ່າ 1.300 ຄັ້ງໃນທຸກໆອາທິດ ເພື່ອຕອບສະໜອງຕາມຄວາມຕ້ອງການຂອງຄົນເຈັບພາຍໃນປະເທດທີ່ເພີ່ມຂຶ້ນ. ແນວໃດກໍຕາມ, ຕໍ່ກັບຄວາມຕ້ອງການທີ່ເພີ່ມຂຶ້ນສູງກວ່າແຕ່ກ່ອນແລ້ວ, ພວກເຮົາຍັງຕ້ອງການຜູ້ບໍລິຈາກທີ່ເພີ່ມຂຶ້ນເຊັ່ນກັນ.”
ສຳລັບ ວິທີການເຂົ້າເຖິງຟິວເຈີ້ ບໍລິຈາກເລືອດຂອງFacebook.: ບຸກຄົນທີ່ມີອາຍຸລະຫວ່າງ 18 – 65 ປີ ໃນປະເທດລາວສາມາດລົງທະບຽນເພື່ອຮັບການແຈ້ງເຕືອນ ກ່ຽວກັບການບໍລິຈາກເລືອດເທິງ Facebook ໂດຍການເຂົ້າໄປທີ່ “ການບໍລິຈາກເລືອດ” ໃນພາກສ່ວນ “ກ່ຽວກັບ” ເທິງໂປຣຟາຍ ຫລື ເຂົ້າໄປທີ່ລິ້ງ facebook.com/donateblood.ສຳລັບຄົນທີ່ລົງທະບຽນແລ້ວຈະສາມາດເຫັນການຮ້ອງຂໍແລະເຂົ້າເຖິງໂອກາດໃນການບໍລິຈາກເລືອດ ໃນຫລາຍກວ່າ 18 ສູນບໍລິຈາກພາຍໃນປະເທດເທິງ Blood Donations on Facebook ໃນໂທລະສັບມືຖື.
Loading...