ການເຂົ້າເຖິງອິນເຕີເນັດ ແລະ ອຸປະກອນຕ່າງໆຈະມາພ້ອມກັບຄວາມຮັບຜິດຊອບທີ່ຕາມມາຢູ່ສະເໝີ. ການທີ່ຜູ້ຄົນໃຊ້ເວລາ ໃນສື່ສັງຄົມ ອອນລາຍຫຼາຍຂຶ້ນ ກໍເປັນການເປີດໂອກາດໃຫ້ບັນດາອາດຊະຍາກຳ ທາງ ສື່ສັງຄົມ ອອນລາຍເຊັ່ນກັນ ແລະ ມັນ ມີການ ເພີ່ມ ຂຶ້ນຢູ່ ເລື້ອຍໆໃນຫຼາກຫຼາຍຮູບແບບ. ມັນແມ່ນຄວາມມຸ່ງໝັ້ນຂອງ Facebook ຈາກ Meta, ແພັດ ຟອມ ອັນດັບ ຕົ້ນໆໃນ ຊຸມຊົນຂອງພວກເຮົາ, ໃນການສ້າງສະພາບແວດລ້ອມ ແລະ ຮັບປະກັນຄວາມ ປອດໄພ ໃຫ້ກັບທຸກໆຄົນ.

ເພື່ອເປັນການສະເຫຼີມສະຫຼອງ ວັນຄວາມປອດໄພທາງອິນເຕີເນັດ ເຊິ່ງກົງກັບວັນທີ 8 ເດືອນກຸມພາ, Meta ຈະໄດ້ປ່ອຍວິດີໂອຊີຣີ້ “ວິທີການຕໍ່ຕ້ານການຫຼອງລວງອອນລາຍ” ໂດຍນໍາໃຊ້ຄຳແປພາສາລາວ ແລະ ຮູບພາບປະກອບ ເພື່ອສ້າງ ຄວາມຮັບຮູ້ກ່ຽວກັບການຫຼອງລວງໃນສື່ສັງຄົມ ອອນລາຍໃນຮູບແບບຕ່າງໆ ແລະ ຊ່ວຍໃຫ້ຜູ້ຄົນນໍາ ໃຊ້ອິນເຕີ ເນັດໄດ້ ຢ່າງ ປອດໄພ. ຫຼາຍປີທີ່ຜ່ານມາ, ຄົນສ່ວນຫຼາຍໄດ້ໃຊ້ວລາ ໃນສື່ສັງຄົມ ອອນລາຍຫຼາຍຂຶ້ນ ເນື່ອງຈາກສະພາບການຂອງໂລກ ແລະ ຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19. ແອັບ Facebook ໄດ້ກາຍເປັນສື່ ອັນດັບ ຕົ້ນໆທີ່ຜູ້ຄົນ ໃຊ້ເພື່ອແບ່ງປັນຂໍ້ມູນ ແລະ ເຊື່ອມຕໍ່ເຊິ່ງກັນແລະກັນ. ຜູ້ຄົນໄດ້ໃຊ້ເວລາສ່ວນໃຫຍ່ໃນມື້ໜຶ່ງ ໃນສື່ສັງຄົມ ອອນລາຍ, ບໍ່ແມ່ນ ພຽງແຕ່ສຳລັບການສຶກສາ ແລະ ເຮັດວຽກອອນລາຍເທົ່ານັ້ນ, ແຕ່ຍັງລວມເຖິງການຮັບຂໍ້ມູນຂ່າວສານ, ເຊື່ອມຕໍ່ກັບໝູ່ເພື່ອນ, ຄອບຄົວ, ແລະ ຊຸມຊົນຂອງພວກເຂົາ, ການຄ້າຂາຍອອນລາຍ, ຕະຫຼອດເຖິງການຕິດຕໍ່ສື່ສານເຊິ່ງກັນແລະກັນ.
ພວກເຮົາປະຕິບັດຢ່າງຈິງຈັງໃນການລຶບກິດຈະກຳຕ່າງໆທີ່ຜິດຕໍ່ກົດໝາຍອອກຈາກແພັດຟອມ ໂດຍໄວທີ່ສຸດເທົ່າທີ່ຈະໄວໄດ້, ແລະ ປຸກລະດົມໃຫ້ຜູ້ໃຊ້ງານ ລາຍງານກິດຈະກຳຕ່າງໆທີ່ໜ້າສົງໃສເທິງແພັດຟອມຂອງພວກເຮົາຢ່າງເຄັ່ງຄັດ.

ວິດີໂອຊຸດດັ່ງກ່າວ ຈະລວມສ່ວນສຳຄັນຂອງລາຍລະອຽດຕ່າງໆ ທີ່ຖືກສ້າງຂຶ້ນໂດຍ ຜູ້ຊ່ຽວຊານຊັ້ນນຳດ້ານຄວາມປອດໄພຈາກ Meta, ເຊິ່ງພວກເຮົາມີພະນັກງານທີ່ເຮັດໜ້າທີ່ດ້ານຄວາມປອດໄພ ຫຼາຍກວ່າ 35,000 ຄົນ ທີ່ເຮັດໜ້າທີ່ຄົ້ນ ຄວ້າກ່ຽວ ກັບຮູບແບບການສໍ້ໂກງທາງອອນລາຍທີ່ແຜ່ຫຼາຍ ລວມໄປເຖິງ ມິດສາຊີບໃນຮູບແບບຕ່າງໆເປັນຕົ້ນແມ່ນ: ມິດສາຊີບ ໃນຮູບ ແບບກູ້ຢືມ, ມິດສາຊີບໃນຮູບແບບການຊື້ຫວຍ, ມິດສາຊີບໃນຮູບແບບຄວາມຮັກ, ມິດສາຊີບໃນຮູບແບບການຈ້າງງານ, ແລະ ມິດສາຊີບໃນຮູບແບບການຊື້ຂາຍອອນລາຍ.
ນີ້ແມ່ນ ບາງສ່ວນຂອງວິສາຊີບທາງອອນລາຍທີ່ພົບເຫັນເລື້ອຍທີ່ສຸດ:
1. ວິສາຊີບໃນຮູບແບບຄວາມຮັກ:
ອ້າງວ່າພວກເຂົາກຳລັງຊອກຫາຄົນຮັກ ຫຼື ມິດຕະພາບ, ແຕ່ຄວາມຈິງແລ້ວ ພວກເຂົາພຽງຕ້ອງການເງິນເທົ່ານັ້ນ. ເຮົາຕ້ອງຈື່ໄວ້ວ່າ, ຫ້າມຮັບຄົນແປກໜ້າເປັນໝູ່ຢ່າງເດັດຂາດ.
2. ວິສາຊີບໃນຮູບແບບການຊື້ຫວຍ:
ອ້າງວ່າທ່ານໄດ້ຮັບເງິນລາງວັນ ແລະ ຂໍໃຫ້ຊຳລະຄ່າບໍລິການ ກ່ອນທີ່ຈະໄດ້ຮັບເງິນລາງວັນດັ່ງກ່າວ. ແຕ່ຄວາມຈິງແລ້ວ, ລາງວັນນັ້ນ ບໍ່ມີຢູ່ຈິງ. ຫ້າມໂອນເງິນ ຫຼື ສົ່ງຂໍ້ມູນສ່ວນຕົວຂອງທ່ານໃຫ້ກັບຄົນທີ່ທ່ານບໍ່ຮູ້ຈັກຢ່າງເດັດຂາດ.
3. ວິສາຊີບໃນຮູບແບບການກູ້ຢືມ:
ຍື່ນຂໍ້ສະເໜີການກູ້ຢືມໃນອັດຕາດອກເບ້ຍຕໍ່າ, ແຕ່ພວກເຂົາພຽງແຕ່ຕ້ອງການຄ່າບໍລິການເທົ່ານັ້ນ. ສະນັ້ນ, ຖ້າເບິ່ງແລ້ວ ຄືດີ ຈົນເກີນຄວາມເປັນຈິງ, ແປວ່າ ນັ້ນກໍຄວນຈະບໍ່ແມ່ນຄວາມຈິງ. ທ່ານຕ້ອງສຶກສາປະຫວັດຂອງຄົນທີ່ທ່ານກຳລັງຕົກລົງນຳຢູ່ສະເໝີ.
4. ວິສາຊີບໃນຮູບແບບການຈ້າງງານ:
ລໍ້ລວງໃຫ້ທ່ານສົ່ງຂໍ້ມູນສ່ວນຕົວໃຫ້ພວກເຂົາ ດ້ວຍການສະເໜີວຽກທີ່ບໍ່ມີຢູ່ຈິງ. ທ່ານຕ້ອງຈື່ໄວ້ວ່າ, ຫ້າມສົ່ງຂໍ້ມູນສ່ວນຕົວໃຫ້ກັບຄົນທີ່ທ່ານບໍ່ຮູ້ຈັກຢ່າງເດັດຂາດ.
5. ວິສາຊີບໃນຮູບແບບການຊື້ຂາຍອອນລາຍ:
ລໍ້ລວງໃຫ້ທ່ານຊື້ສິນຄ້າຕ່າງໆໃນລາຄາທີ່ຖືກ, ແຕ່ວ່າສິນຄ້າດັ່ງກ່າວນັ້ນ ບໍ່ມີຢູ່ຈິງ. ສະນັ້ນ, ທ່ານຄວນລະວັງຂໍ້ສະເໜີທີ່ດີຈົນເກີນເປັນຄວາມຈິງ ແລະ ສັ່ງຊື້ແຕ່ກັບຜູ້ຂາຍເຄື່ອງອອນລາຍທີ່ສາມາດເຊື່ອຖືໄດ້ເທົ່ານັ້ນ.
ພວກເຮົາທຸກຄົນມີໜ້າທີ່ຮັບຜິດຊອບໃນການປ້ອງກັນຕົວເອງຈາກການຫຼອກລວງທາງອອນລາຍ ແລະ ຮັບປະກັນຄວາມປອດໄພໃນການນຳໃຊ້ອິນເຕີເນັດຂອງຕົວເຮົາເອງ. ແລະນີ້ແມ່ນ 5 ເຄັດລັບງ່າຍໆ ເພື່ອຊ່ວຍໃຫ້ທ່ານສາມາດປ້ອງກັນຕົວເອງຈາກການສໍ້ໂກງເທິງໂລກອອນລາຍ:
1. ຫ້າມໂອນເງິນ ຫຼື ສົ່ງຂໍ້ມູນສ່ວນຕົວຂອງທ່ານໃຫ້ກັບຄົນທີ່ທ່ານບໍ່ຮູ້ຈັກຢ່າງເດັດຂາດ.
2. ຫ້າມກົດເຂົ້າລິ້ງທີ່ທ່ານບໍ່ຮູ້ຈັກ
3. ຫ້າມບອກລະຫັດຜ່ານຂອງທ່ານກັບຄົນອື່ນຢ່າງເດັດຂາດ.
4. ຫ້າມຮັບຄົນແປກໜ້າເປັນໝູ່ຢ່າງເດັດຂາດ.
5. ຕັ້ງຄ່າລະບົບການຢືນຢັນຕົວຕົນແບບ 2ຂັ້ນຕອນ.
ທ່ານສາມາດຕິດຕາມ ເພຈ Facebook ຂອງ InsideLaos ໃນຕະຫຼອດອາທິດນີ້ ເພື່ອຮຽນຮູ້ກ່ຽວກັບຮູບແບບຂອງການຫຼອກລວງທີ່ແຜ່ຫຼາຍ ຜ່ານວິດີໂອຊຸດດັ່ງກ່າວ ແລະ ມາເຈາະເລິກກ່ຽວກັບເຄັດລັບທີ່ຈະຊ່ວຍໃຫ້ທ່ານ ແລະ ຄົນທີ່ທ່ານຮັກນໍາໃຊ້ອິນເຕີເນັດໄດ້ຢ່າງປອດໄພ.
ນອກຈາກນີ້, ທ່ານຍັງສາມາດເບິ່ງຂໍ້ມູນ ແລະ ເຄັດລັບໃນການນຳໃຊ້ອິນເຕີເນັດຢ່າງປອດໄພເພີ່ມເຕີມ ໄດ້ທີ່ https://www.facebook.com/help.