ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ມື້ທຳອິດຂອງປີ 2022,ສັນຍາການພົວພັນຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນຫຼື RCEP ໄດ້ມີຜົນບັງຄັບໃຊ້ຢ່າງເປັນທາງການ, ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າເຂດການຄ້າເສລີທີ່ມີປະຊາກອນຫຼາຍທີ່ສຸດ, ມີຂະໜາດເສດຖະກິດການຄ້າໃຫຍ່ທີ່ສຸດ, ມີກຳລັງບົ່ມຊ້ອນດ້ານການພັດທະນາຫຼາຍທີ່ສຸດໃນໂລກໄດ້ສ້າງຕັ້ງຂຶ້ນຢ່າງເປັນທາງການ. ສັນຍາRCEPໄດ້ກວມເອົາປະຊາກອນ 2,2 ຕື້ກວ່າຄົນ, ກວມປະມານ 30% ໃນGDPຂອງທົ່ວໂລກ.6 ປະເທດອາຊຽນຄືລາວ, ຫວຽດນາມ, ກຳປູເຈຍ, ໄທ, ສິງກະໂປ, ແລະບຣູໄນ, ກໍຄື 4 ປະເທດທີ່ບໍ່ແມ່ນສະມາຊິກອາຊຽນຄືຈີນ, ຍີ່ປຸ່ນ, ນູແວນເຊລັງແລະ ອົສຕຣາລີໄດ້ເປັນປະເທດງວກທຳອິດທີີ່ເລີ່ມປະຕິບັດຕາມສັນຍາດັ່ງກ່າວຢ່າງເປັນທາງການ.ສ.ເກົາຫຼີຈະປະຕິບັດສັນຍາດັ່ງກ່າວໃນວັນທີ 1 ກຸມພາປີ 2022. ປະຈຸບັນ, ວິສາຫະກິດພາຍໃນພາກພື້ນນີ້ໄດ້ມີຄວາມປາຖະໜາຮ່ວມຢ່າງສູງຕໍ່ກັບອະນາຄົດຂອງສັນຍາດັ່ງກ່າວ.
ຫຼັງຈາກRCEPເກີດມີຜົນບັງຄັບໃຊ້ແລ້ວ, ສິນຄ້າ 90% ຂຶ້ນໄປໃນພາກພື້ນນີ້ຈະບັນລຸການປອດພາສີເທື່ອລະກ້າວ. ນອກນີ້, RCEPຍັງໄດ້ວາງຂໍ້ກຳນົດທີ່ກ່ຽວຂ້ອງໃນດ້ານການຄ້າການບໍລິການ, ການລົງທຶນ, ສິດຊັບສິນທາງປັນຍາ, ການຄ້າເອເລັກໂຕຼນິກແລະອື່ນໆ, ເຊິ່ງລ້ວນແຕ່ຢູ່ລະດັບນຳໜ້າໂລກໃນຕົວຊີ້ວັດຕ່າງໆ, ຖືວ່າເປັນສັນຍາເສດຖະກິດການຄ້າແບບຮອບດ້ານທັນສະໄໝແລະ ມີຄຸນນະພາບສູງທີ່ສ່ອງແສງເຖິງຫຼັກການຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງເຕັມສ່ວນ. ສື່ມວນຊົນອາຊຽນຕີລາຄາວ່າ, RCEPຈະເປັນ “ຫົວຈັກທີ່ຊຸກຍູ້ການຟື້ນຟູເສດຖະກິດຂອງພາກພື້ນ”.ສະພາການຄ້າແລະການພັດທະນາອົງການສະຫະປະຊາຊາດເຫັນວ່າ, RCEPຈະເລັ່ງສ້າງສູນການຄ້າໃໝ່ຂອງໂລກ. ສຳລັບເສດຖະກິດໂລກທີ່ພວມຟື້ນຟູຢ່າງລຳບາກເນື່ອງຈາກຜົນກະທົບຂອງພະຍາດໂຄວິດ-19ນັ້ນ, RCEP ຈະກະຕຸກຊຸກຍູ້ຄວາມໝັ້ນໃຈທີ່ເຮັດໃຫ້ເສດຖະກິດໂລກຟື້ນຟູຄືນໃໝ່.
ສະພາການຄ້າແລະການພັດທະນາອົງການສະຫະປະຊາຊາດຄາດຄະເນວ່າ, ນະໂຍບາຍພາສີຕ່ຳຈະກະຕຸກການຄ້າທີ່ມີມູນຄ່າເກືອບ 17 ຕື້ໂດລາສະຫະລັດລະຫວ່າງປະເທດພາຄີໃນສັນຍາ RCEP, ທັງດຶງດູດການຄ້າທີ່ບໍ່ແມ່ນລະຫວ່າງປະເທດພາຄີຫັນມາສູ່ປະເທດພາຄີ, ເຊິ່ງຈະເພີ່ມການຄ້າສົ່ງອອກເກືອບ 2% ລະຫວ່າງປະເທດພາຄີ, ໂດຍມີຍອດມູນຄ່າປະມານ 42 ຕື້ໂດລາ. ນີ້ຈະເພີ່ມຄວາມເຂັ້ມແຂງດ້ານການຄ້າຂອງປະເທດພາຄີ, ແລະ ຫຼຸດຜ່ອນຄວາມສ່ຽງທີ່ການຄ້າທົ່ວໂລກຊຸດໂຊມລົງຍ້ອນຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19.
ສິ່ງສຳຄັນອີກຢ່າງໜຶ່ງຄື, ການມີຜົນບັງຄັບໃຊ້ຂອງRCEP , ໄດ້ສະແດງໃຫ້ເຫັນຄວາມປາຖະໜາອັນແຮງກ້າຂອງປະຊາຄົມໂລກທີ່ສະໜັບສະໜູນການເປີດປະຕູສູ່ພາຍນອກ, ການຮ່ວມມືແລະການຄ້າເສລີ. ທັງສະແດງໃຫ້ເຫັນຢ່າງຈະແຈ້ງວ່າ, ລັດທິປົກປ້ອງການຄ້າ, ລັດທິຝ່າຍດຽວແລະກະແສຜິດກັບຍຸກສະໄໝອື່ນໆບໍ່ໄດ້ໃຈຄົນ, ລັດທິຫຼາຍຝ່າຍແລະການຄ້າເສລີຈຶ່ງແມ່ນກະແສລວມ.