ເມື່ອບໍ່ດົນມານີ້, ສື່ມວນຊົນຕ່າງປະເທດເກືອບ 100 ຄົນ ຈາກຫລາຍກວ່າ 50 ປະເທດ ໄດ້ເດີນທາງໄປຢ້ຽມຢາມຖານການຜະລິດຂອງ ບໍລິສັດ Sinovac ໃບໂອເທັກ ຈໍາກັດ ຢູ່ນະຄອນຫລວງປັກກິ່ງ ແຫ່ງ ສປ ຈີນ ເພື່ອເບິ່ງການຜະລິດວັກຊີນຂອງບໍລິສັດ ໂດຍສະເພາະວັກຊີນປ້ອງກັນພະຍາດໂຄວິດ-19 ເພື່ອຮັບໃຊ້ໃນທົ່ວໂລກ.
ທ່ານ ຢົງຈຸນ ກາວ (Yongjun GAO), ຜູ້ອໍານວຍການຝ່າຍສື່ມວນຊົນ ແລະ ທ່ານ ເຫວ໋ນິງ ເມັງ (Weining MENG), ປະທານຄະນະກໍາມະການບໍລິຫານຄຸນນະພາບ, ທັງເປັນຮອງປະທານບໍລິສັດ Sinovac ໃບໂອເທັກ ຈໍາກັດ ໄດ້ຜັດປ່ຽນກັນລາຍງານກ່ຽວກັບການດໍາເນີນທຸລະກິດຂອງ Sinovac ເຊີ່ງເປັນໜຶ່ງໃນບັນດາບໍລິສັດທີ່ນໍາໜ້າໃນດ້ານການຜະລິດວັກຊີນຂອງຈີນທີ່ເນັ້ນໃສ່ການຄົ້ນຄວ້າວິໄຈ, ນະວັດຕະກໍາ, ຜະລິດ ແລະ ຈໍາໜ່າຍວັກຊີນ ເພື່ອປ້ອງກັນພະຍາດຂອງມະນຸດ ໂດຍສາມາດຜະລິດວັກຊີນປ້ອງກັນພະຍາດຫລາຍຊະນິດ ເປັນຕົ້ນ: ພະຍາດຕັບອັກເສບ A, ໂປລີໂອ, ປາກ,ມື ແລະ ຕີນເປື້ອຍ, ໄຂ້ຫວັດຕາມລະດູການ, ໂຄວິດ-19 ແລະ ອື່ນໆ ເຊີ່ງເລີ່ມເຂົ້າສູ່ຕະ ຫລາດໃນປະເທດຈີນໃນປີ 2002, ໃນນີ້ ສະເພາະວັກຊີນປ້ອງກັນພະຍາດຕັບອັກເສບ A ໄດ້ຜ່ານການປະເມີນ ແລະ ຮັບຮອງລ່ວງໜ້າຈາກອົງການອະນາໄມໂລກ (WHO) ໃນປີ 2017 ເຮັດໃຫ້ Sinovac ກາຍເປັນບໍລິສັດທໍາອິດຂອງຈີນ ແລະ ເປັນບໍລິສັດທີ 2 ໃນຈໍານວນ 20 ປະເທດທີ່ເຊື່ອຖືໄດ້ໃນການຜະລິດວັກຊີນດັ່ງກ່າວ.
ນອກຈາກນີ້, ໃນສະພາບທີ່ມີການລະບາດຂອງພະຍາດໂຄວິດ-19 Sinovac ໄດ້ຜະລິດວັກຊີນປ້ອງກັນພະຍາດດັ່ງກ່າວຢ່າງຫລວງຫລາຍ ແລະ ໄດ້ຜ່ານການຮັບຮອງຈາກ WHO ໃຫ້ນໍາໃຊ້ໃນກໍລະນີສຸກເສີນຫລາຍກວ່າ 60 ປະ ເທດ, ພາກພື້ນ ແລະ ບັນດາອົງການຈັດຕັ້ງສາກົນລະຫວ່າງປະເທດໃນ 14 ປະເທດ, ເຊີ່ງຫລາຍກວ່າ 400 ຜົນການສຶກສາຢັ້ງຢືນວ່າວັກຊີນປ້ອງກັນພະຍາດໂຄວິດ-19 ທີ່ Sinovac ຜະລິດໄດ້ຄຸນນະພາບ ແລະ ມີຄວາມປອດໄພສໍາລັບກຸ່ມເປົ້າໝາຍ ເຊີ່ງມີທັງເດັກນ້ອຍ, ໄວໜຸ່ມ ແລະ ແມ່ຍິງຖືພາ.
ມາຮອດ ເດືອນກັນຍາ ປີ 2022, Sinovac ໄດ້ສະໜອງວັກຊີນປ້ອງກັນພະຍາດໂຄວິດ-19 ທັງພາຍໃນປະເທດຈີນ ແລະ ທົ່ວໂລກ ລວມແລ້ວ 2,88 ຕື້ໂດສ, ໃນນີ້ 1,75 ຕື້ໂດສແມ່ນສະໜອງພາຍໃນປະເທດຈີນ, ສ່ວນທີ່ເຫລືອ 1.13 ຕື້ໂດສ ແມ່ນສົ່ງອອກນອກປະເທດ ແລະ ພາກພື້ນ ເຮັດໃຫ້ວັກຊີນຈາກ Sinovac ກວມເອົາປະມານ 22% ຂອງວັກຊີນປ້ອງກັນພະຍາດໂຄວິດ-19 ທີ່ສະໜອງໃນທົ່ວໂລກ. ນອກຈາກນີ້ ໃນຈໍານວນວັກຊີນປ້ອງກັນພະຍາດໂຄວິດ-19 ຈໍານວນ 1,64 ຕື້ໂດສ ທີ່ສະໜອງໂດຍອົງການ COVAX ແມ່ນລວມມີວັກຊີນທີ່ Sinovac ສະໜອງໃຫ້ 118 ລ້ານໂດສ.
ໃນໄລຍະຜ່ານມາ, Sinovac ຍັງໄດ້ຊ່ວຍເຫລືອກໍ່ສ້າງສາງເກັບຮັກສາວັກຊີນແຊ່ເຢັນແກ່ປະເທດເອຢິບ ເຊີ່ງສາ ມາດເກັບຮັກສາໄດ້ເຖີງ 150 ລ້ານໂດສ, ເປັນສາງເກັບຮັກສາວັກຊີນໃຫຍ່ທີ່ສຸດໃນເອຢິບ ແລະ ອາຟຼິກກາ.
ນອກຈາກນີ້ ຍັງໄດ້ລົງທຶນ 100 ລ້ານໂດລາສະຫະລັດ ເພື່ອສ້າງຕັ້ງໂຮງງານຜະລິດວັກຊີນຢູ່ຊີເລ່ ເຊີ່ງສາມາດຜະ ລິດວັກຊີນໄດ້ 50 ລ້ານໂດສຕໍ່ປີ. ຄຽງຄູ່ກັນນີ້ Sinovac ໄດ້ພົວພັນຮ່ວມມືຫລາຍປະເທດ ແລະ ໄດ້ຮັບໃບອະນຸ ຍາດຈໍາໜ່າຍວັກຊີນປ້ອງກັນພະຍາດໂຄວິດ-19, ພະຍາດຕັບອັກເສບ A ແລະ ອື່ນໆ ທັງຈາກປະເທດໃນອາຊີຕາ ເວັນອອກສ່ຽງໃຕ້, ຕາເວັນອອກກາງ, ອາເມລິກາໃຕ້ ແລະ ອາຟຼິກກາ, ລວມເຖີງບັນດາອົງການຈັດຕັ້ງສາກົນຕື່ມອີກ.
ສໍາລັບວັກຊີນປ້ອງກັນພະຍາດໂຄວິດ-19 ຂອງSinovac ຕົ້ນຕໍແມ່ນນໍາໃຊ້ສໍາລັບເດັກນ້ອຍ, ໄວໜຸ່ມ ແລະ ແມ່ຍິງຖືພາ, ສ່ວນ ຢູ່ ສປປ ລາວ ໄດ້ນໍາໃຊ້ວັກຊີນດັ່ງກ່າວເຊັ່ນດຽວ ກັນ ໂດຍໄດ້ຮັບການຊ່ວຍເຫລືອຈາກປະເທດກໍາປູເຈ່ຍ ຈໍານວນ 200.000 ໂດສ ແລະ ນໍາໃຊ້ສໍາລັບເດັກນ້ອຍເປັນຕົ້ນຕໍ.
May be an image of 8 people, people standing and indoor
May be an image of 5 people, people standing and indoor
No photo description available.
Loading...