ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນລະຫວ່າງ ທ້າຍເດືອນຕຸລາ ຫາ ກາງເດືອນ ທັນວາ 2022 ນີ້, ອົງການກອງທຶນອະນຸລັກທໍາມະຊາດໂລກ (WWF) ຈັດກິດຈະກຳປຸກລະດົມ ເພື່ອປູກຈິດສຳນຶກ ແລະ ຍົກໃຫ້ເຫັນເຖິງໄພຂົ່ມຂູ່ຈາກສອງບັນຫາຮ້າຍແຮງ ເປັນຕົ້ນແມ່ນຄວາມສ່ຽງຕໍ່ສຸຂະພາບ ແລະ ຜົນກະທົບຕໍ່ທຳມະຊາດ. ອົງການ WWF ໄດ້ເຮັດວຽກຢ່າງຈິງຈັງ ເພື່ອຫຼຸດຜ່ອນການບໍລິໂພກສັດປ່າຢູ່ ລາວ, ຫວຽດນາມ ແລະ ກຳປູເຈຍ.
ຈາກການສຳຫຼວດພົບວ່າ ໃນບັນດາ 3 ປະເທດດັ່ງກ່າວມີການບໍລິໂພກຊີ້ນສັດປ່າເປັນຈຳນວນຫຼາຍ, ໂດຍພົບເຫັນການສະໜອງຊີ້ນສັດລ້ຽງລູກດ້ວຍນົມ ແລະ ນົກ ເປັນຕົ້ນ ໃຫ້ຕະຫຼາດ ແລະ ຮ້ານອາຫານຫຼາຍແຫ່ງ ພາຍໃນປະເທດ. ຈາກການຄົ້ນຄວ້າ ພະຍາດຕິດຕໍ່ທີ່ເກີດຂຶ້ນໃໝ່ສ່ວນຫຼາຍແມ່ນມີຕົ້ນກຳເນີດມາຈາກ ສັດ ແລະ ຕິດຕໍ່ສູ່ຄົນ. ການຄ້າ-ຂາຍສັດປ່າທັງເປັນໄພຂົ່ມຂູ່ ແລະ ເປັນອັນຕະລາຍຮ້າຍແຮງບໍ່ພຽງແຕ່ຕໍ່ສິ່ງແວດລ້ອມ ແລະ ປະຊາກອນສັດປ່າເທົ່ານັ້ນ, ແຕ່ຍັງສົ່ງຜົນກະທົບຕໍ່ສຸຂະພາບ ແລະ ຄວາມຢູ່ລອດຂອງຄົນເຮົາອີກດ້ວຍ.
“ຮູບແບບການປຸກລະດົມຂອງພວກເຮົາມີຈຸດປະສົງເພື່ອປູກຈິດສຳນຶກ ໃຫ້ຜູ້ບໍລິໂພກທັງໃນຕົວເມືອງ ແລະ ບັນດາແຂວງຕ່າງໆ ປ່ຽນແປງພຶດຕິກຳຕໍ່ການບໍລິໂພກຊີ້ນສັດປ່າ.” ນາງ ອານິດຕາ ບູຊາ, ຜູ້ຮັບຜິດຊອບວຽກງານຊະນິດພັນ ທີ່ໃກ້ຈະສູນພັນ, WWF-Laos ກ່າວ. “ຮູບແບບການປຸກລະດົມ ດັ່ງກ່າວແມ່ນອີງຕາມການຄົ້ນຄວ້າກ່ຽວກັບແຮງຈູງໃຈໃນການບໍລິໂພກສັດປ່າ, ໂດຍຜົນສະຫຼຸບຊີ້ໃຫ້ເຫັນວ່າ ຜູ້ບໍລິໂພກສ່ວນໃຫຍ່ກິນຊີ້ນສັດປ່າຍ້ອນຄິດວ່າມັນມີລົດຊາດທີ່ແຊບ ຫຼື ຍ້ອນຕິດພັນກັບປະເພນີ ທີ່ມີການກິນສັດປ່າມາແຕ່ດົນນານ, ພ້ອມທັງເຊື່ອວ່າມັນສາມາດເຮັດໃຫ້ພວກເຂົາມີສຸຂະພາບທີ່ດີຂຶ້ນອີກດ້ວຍ. ດັ້ງນັ້ນ, ຜ່ານການນໍາໃຊ້ຮູບແບບທີ່ເໝາະສົມຕໍ່ການປັບປ່ຽນພຶດຕິກໍາຂອງກຸ່ມຄົນດັ່ງກ່າວ, ເຮົາຫວັງວ່າຈະເຂົ້າໃຈ ວ່າການບໍລິໂພກສັດປ່າແມ່ນບໍ່ຄຸ້ມ ກັບຄວາມສ່ຽງພະຍາດຕິດຕໍ່ທີ່ອາດຈະເກີດຂຶ້ນ ລະຫວ່າງສັດມາສູ່ຄົນ ແລະ ອີກໜຶ່ງໄປຫາອີກຫຼາຍຄົນໃນວົງກວ້າງ.”
ພະຍາດລະບາດຮ້າຍແຮງ, ເຊັ່ນ: ພະຍາດຊາຣ໌ (SARS),ພະຍາດເມີຣ໌ (MERS), ໄຂ້ຫວັດໝູ (H1N1), ໄຂ້ຫວັດສັດປີກ (H5N1), ໂຄວິດ-19, ແລະພະຍາດ ຝີດາດລີງ (Monkeypox) ລ້ວນແຕ່ເປັນພະຍາດທີ່ຕິດຕໍ່ຈາກສັດສູ່ຄົນ. ທັງນີ້, ສັດບໍ່ແມ່ນສາເຫດຕົ້ນຕໍຂອງພະຍາດລະບາດດັ່ງທີ່ກ່າວມານັ້ນ – ໃນຄວາມເປັນຈິງແລ້ວ, ພະຍາດທີ່ຢູ່ກັບສັດປ່າແມ່ນມີອັນຕະລາຍໜ້ອຍຫຼາຍຕໍ່ຄົນ ຖ້າຄົນເຮົາບໍ່ນຳສັດປ່າເຫຼົ່ານັ້ນມາບໍລິໂພກ ຫຼື ພົວພັນກັບມັນ. ການລຸກລໍ້າເຂົ້າໄປໃນເຂດປ່າ ຈາກການກະທໍາຂອງຄົນເຮົານໍາໄປສູ່ການພົວພັນໃກ້ຊິດ ລະຫວ່າງຄົນກັບສັດປ່າ, ໂດຍສະເພາະ ຈາກການກະທໍາທີ່ມີຄວາມສ່ຽງ ເປັນຕົ້ນແມ່ນການລ່າ, ການຂົນສົ່ງ, ການຄ້າ-ຂາຍ, ປຸງແຕ່ງ, ມີໄວ້ຄອບຄອງ ຫຼື ເປັນສັດລ້ຽງ, ການບໍລິໂພກສັດປ່າ ແລະ ອື່ນໆ ລ້ວນແຕ່ເປັນຊ່ອງທາງຕໍ່ຄວາມສ່ຽງຂອງການຕິດເຊື້ອພະຍາດ.
ໂດຍການຮ່ວມມືກັບພະແນກກະສິກຳ ແລະ ປ່າໄມ້ ແຂວງ ສາລະວັນ ແລະ ເຊກອງ, ພວກເຮົາຢາກສື່ສານຈຸດປະສົງຂອງແຄມເປນນີ້ໃຫ້ຜູ້ຄົນໄດ້ຮັບຮູ້ ທັງແບບຜ່ານອອນລາຍ ແລະ ການເຜີຍແຜ່ຜ່ານທາງຮູບແບບອື່ນໆເພື່ອໃຫ້ເຂົ້າເຖິງຜູ້ບໍລິໂພກຊີ້ນສັດປ່າ ແລະ ແນໃສ່ປ່ຽນແຮງຈູງໃຈຂອງພວກເຂົາ, ໂດຍເນັ້ນໃສ່ ແຂວງເຊກອງ ແລະ ແຂວງສາລະວັນ ເຊິ່ງເປັນພື້ນທີ່ ທີ່ສັດຈຳພວກເຫງັນ, ລີງ, ແລະ ລິ່ນ ຖືກບໍລິໂພກຢ່າງກວ້າງຂວາງ. ທ່ານ ແກ້ວໄພລິນ ໂຫງ່ນເພັດສີ, ຜູ້ປະສານໂຄງການປ່າສະຫງວນເຊຊັບປະຈຳແຂວງເຊກອງ ກ່າວຕື່ມວ່າ, “ປ່າສະຫງວນແຫ່ງຊາດເຊຊັບ ພາຍໃຕ້ການຊີ້ນຳຂອງພະແນກກະສິກຳ ແລະ ປ່າໄມ້ ແຂວງເຊກອງ ແລະ ແຂວງສາລະວັນ, ພ້ອມທັງທາງພາກສ່ວນທີ່ກ່ຽວຂ້ອງ ທັງສອງແຂວງ ມີຄວາມກະຕືລືລົ້ນໃນການແກ້ໄຂບັນຫາການບໍລິໂພກຊີ້ນສັດປ່າ, ເປັນການຫຼຸດຜ່ອນຄວາມສ່ຽງທີ່ເກີດຈາກພະຍາດຕິດຕໍ່ ແລະ ເພື່ອອະນຸລັກສັດປ່າທ້ອງຖິ່ນ ແລະ ຄວາມອຸດົມສົມບູນທາງທໍາມະຊາດຂອງປະເທດເຮົາອີກດ້ວຍ.”
ການບໍລິໂພກຊີ້ນສັດປ່າຄືໜຶ່ງໃນໄພຂົ່ມຂູ່ຫຼັກຕໍ່ການຢູ່ລອດຂອງປະຊາກອນສັດປ່າ, ມັນເປັນໂຕກະຕຸ້ນໃຫ້ເກີດມີອາດສະຍະກຳທີ່ກ່ຽວຂ້ອງກັບສັດປ່າລະຫວ່າງຊາດ ແລະ ພາຍໃນປະເທດ, ນອກນັ້ນມັນຍັງເປັນການເພີ່ມຄວາມສ່ຽງ ຕໍ່ການເກີດພະຍາດຕິດຕໍ່ຈາກສັດສູ່ຄົນອີກດ້ວຍ. ເຊິ່ງຜູ້ບໍລິໂພກສ່ວນໃຫຍ່ຍັງມີຄວາມຮັບຮູ້ໜ້ອຍ ກ່ຽວກັບຄວາມສ່ຽງທີ່ອາດຈະເກີດຂຶ້ນກັບຕົນເອງ, ຄົນຮັກ, ຄອບຄົວ ແລະ ສັງຄົມ ເມື່ອພວກເຂົາບໍລິໂພກຊີ້ນສັດປ່າ.
ປະຈຸບັນ,ພະຍາດລະບາດຕ່າງໆນັ້ນເກີດຂຶ້ນຢ່າງຕໍ່ເນື່ອງ ເນື່ອງຈາກການຕິດພັນໃກ້ຊິດລະຫວ່າງຄົນ ແລະ ສັດປ່າ ທີ່ສືບຕໍ່ເພີ່ມຂຶ້ນຢູ່ເລື້ອຍໆ, ໂດຍປະມານ 75% ຂອງພະຍາດແມ່ນລ້ວນແຕ່ມາຈາກສັດໃນໄລຍະ 30 ປີທີ່ຜ່ານມາ.
ທ່ານນາງ Jan Vertefeuille, ທີ່ປຶກສາອາວຸໂສດ້ານວຽກງານລົນນະລົງຂອງ WWF-US, ກ່າວຕື່ມວ່າ, “ພວກເຮົາບໍ່ສາມາດຄາດການໄດ້ເລີຍວ່າການລະບາດຂອງໂລກຕິດຕໍ່ ຈາກສັດມາສູ່ຄົນຈະເກີດຂຶ້ນອີກມື້ໃດ, ແຕ່ພວກເຮົາສາມາດປ້ອງກັນ ໂດຍການປ່ຽນພຶດຕິກຳການບໍລິໂພກສັດປ່າທີ່ເປັນສາເຫດຫຼັກຂອງໂຣກລະບາດໄດ້. ພວກເຮົາຫວັງວ່າຜູ້ບໍລິໂພກສັດປ່າຈະເຫັນຄວາມສໍາຄັນ ແລະ ໃຫ້ຄວາມຮ່ວມມື ແລະ ເຮັດໃຫ້ການບໍລິໂພກຊີ້ນສັດປ່າບໍ່ເປັນທີ່ຍອມຮັບຂອງສັງຄົມ. ການປ່ຽນແປງພຶດຕິກຳເພື່ອຫຼຸດຜ່ອນຄວາມສ່ຽງດັ່ງກ່າວນີ້ແມ່ນວິທີທີ່ດີທີ່ສຸດເພື່ອປ້ອງກັນ ແລະ ຮັບມືກັບພະຍາດລະບາດອື່ນໆທີ່ອາດຈະເກີດຂຶ້ນໃນອະນາຄົດ.”
ການສະໜັບສະໜູນວຽກງານ ຢຸດການຄ້າ-ຂາຍສັດປ່າ ເພື່ອເພີ່ມຄຸນຄ່າສູ່ທຳມະຊາດ ຄືໜຶ່ງໃນ ສາມແຜນງານອະນຸລັກຫຼັກ (ປ່າໄມ້, ສັດນໍ້າ ແລະ ສັດປ່າ) ທີ່ອົງການ WWF ໄດ້ໃຫ້ການສະໜັບສະໜູນ ສປປ ລາວ ແນໃສ່ສ້າງຄວາມເຂັ້ມແຂງຕໍ່ວຽກງານບັງຄັບໃຊ້ກົດໝາຍສັດປ່າ ແລະ ຫຼຸດຜ່ອນຄວາມຕ້ອງການສັດປ່າ ເພື່ອຢຸດການລ່າ, ການຄ້າ-ຂາຍ ແລະ ການຊົມໃຊ້ຜະລິດຕະພັນທີ່ເຮັດຈາກສັດປ່າ ທີ່ຜິດກົດໝາຍ.
ນອກຈາກນັ້ນ, ຮູບແບບການປຸກລະດົມ ຍັງໄດ້ຮັບການສະໜັບສະໜູນຈາກຄູ່ຮ່ວມງານເອກະຊົນເຊັ່ນ: ບໍລິສັດ Vero, ບໍລິສັດ Bigblue Agency Laos, ແລະ ບໍລິສັດ TwoWayPR, ພ້ອມທັງສື່ມວນຊົນ ຜູ້ເປັນກະບອກສຽງຂອງສັງຄົມ ແລະ ອີກຫຼາຍພາກສ່ວນອື່ນ ທີ່ເຫັນຄວາມສຳຄັນຂອງກິດຈະກໍານີ້.