ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການຂົນສົ່ງສິນຄ້າລະຫວ່າງປະເທດອາດໄດ້ຮັບຜົນກະທົບຍ້ອນການເພີ່ມຄ່າຈອດທຽບທ່າກໍາປັ່ນ

Apr 12, 2025

 

ໃນກອງປະຊຸມຮັບຟັງຄວາມຄິດເຫັນສາທາລະນະທີ່ຈັດໂດຍຄະນະກຳມະການການຄ້າສາກົນ (USITC)  ເມື່ອບໍ່ດົນມານີ້ ກ່ຽວກັບການກຳນົດພາສີເພື່ອຟື້ນຟູການຄ້າທາງທະເລຂອງອາເມຣິກາ, ຜູ້ຈັດການທ່າກໍາປັ່ນອາເມຣິກາ ແລະ ອົງການຂົນສົ່ງສາກົນ ໄດ້ເຕືອນກ່ຽວກັບຜົນກະທົບແບບບໍ່ຄາດຄິດທີ່ຈະຕາມມາ ທັງໃນດ້ານການຂົນສົ່ງສິນຄ້າລະຫວ່າງປະເທດ, ການສົ່ງອອກສິນຄ້າ ແລະ ການສ້າງວຽກເຮັດງານທໍາຈາກແຜນການຟື້ນຟູອຸດສາຫະກໍາຕໍ່ເຮືອ ຫຼື ຕໍ່ກໍາປັ່ນຂອງອາເມຣິກາ.

ອາເມຣິກາ ມີແຜນການຟື້ນຟູອຸດສາຫະກໍາຕໍ່ກໍາປັ່ນ ໂດຍຈະກຳນົດຄ່າທໍານຽມຈອດທຽບທ່າ ເພີ່ມຂຶ້ນສູງສຳລັບເຮືອທີ່ຜະລິດໂດຍປະເທດຈີນ ເຊິ່ງສ້າງຄວາມກັງວົນໃຫ້ແກ່ຜູ້ປະກອບການໃນອຸດສາຫະກໍາດັ່ງກ່າວ. ຖ້າບັງຄັບໃຊ້, ມາດຕະການນີ້ຈະສົ່ງຜົນກະທົບຕໍ່ 98% ຂອງເຮືອທີ່ເຂົ້າຈອດທຽບທ່າກໍາປັ່ນຂອງອາເມຣິກາ ເພາະຕ້ອງໄດ້ຈ່າຍເພີ່ມຈາກ 600 ໂດລາ ເປັນ 800 ໂດລາຕໍ່ໜຶ່ງຕູ້ຂົນສົ່ງສິນຄ້າໜຶ່ງ (ອີງຕາມຂໍ້ມູນຈາກສະພາການຂົນສົ່ງໂລກ ຫຼື WorldShipping Council: WSC).

ການສູນເສຍວຽກເຮັດງານທຳ: ທ່າກໍາປັ່ນທໍາອິດທີ່ແບກຫາບພາລະໜັກ ແມ່ນທ່າກໍາປັ່ນຂອງອາເມຣິກາທີ່ບໍລິການການຄ້າ ປະມານ 40% ຂອງການຄ້າສິນຄ້າຂອງປະເທດ ແລະ ສະໜອງການສ້າງວຽກເຮັດງານທໍາເຖິງ 21 ລ້ານຕໍາແໜ່ງ. ເພື່ອຫລີກລ່ຽງຈາກການຮຽກເກັບເງິນຫຼາຍລາຍການ, ຜູ້ຂົນສົ່ງຈະຈໍາກັດການເດີນທາງໄປຫາທ່າກໍາປັ່ນດັ່ງກ່າວ ແຕ່ຈະເຈາະຈົງໃສ່ການເດີນທາງໃນສູນກາງໃຫຍ່ສອງ ຫຼື ສາມແຫ່ງ.

ທ່ານ ແຊມ ໂຈ (Sam Cho), ຜູ້ບັນຊາທ່າກໍາປັ່ນ Seattle ແລະ ສະມາຊິກຜູ້ຈັດການທ່າ ເຮືອຊີແອດເທີ້ນ ແລະ ສະມາຊິກຜູ້ຈັດການຂອງ Northeast Seaport Alliance ໄດ້ປະເມີນວ່າ: ຜູ້ໃຫ້ບໍລິການຂົນສົ່ງຈະຮ່ວມເສັ້ນທາງການຂົນສົ່ງໄປຫາເມືອງລອສ໌ແອນໂຈລິດສ໌ ແລະ ເມືອງ Long Beach ແລະ ຈະເຮັດໃຫ້ເກີດຄວາມແອອັດ ເຊິ່ງເຫັນໄດ້ໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19 ຜ່ານມາ, ພ້ອມນີ້ ທ່ານໄດ້ເຕືອນກ່ຽວກັບການຂາດເຂີນຜູ້ຂັບລົດບັນທຸກເພື່ອນໍາເອົາຕູ້ສິນຄ້າອອກຈາກທ່າກໍາປັ່ນ, ລວມເຖິງຄັງສິນຄ້າທີ່ລຽງທັບຊ້ອນຫຼາຍເກີນໄປ ແລະ ຕ່ອງໂສ້ການສະໜອງທີ່ຂາດຕົກບົກພ່ອງ ຫຼື ເຮັດບໍ່ໄດ້ດີ.

ສໍາລັບທ່າກໍາປັ່ນທີ່ບໍ່ສໍາຄັນ ແລະ ບໍລິສັດຂົນສົ່ງຂະໜາດນ້ອຍ, ນີ້ອາດໝາຍເຖິງການເອົາປຽບ ທ່າກໍາປັ່ນທີ່ມີຢູ່ແລ້ວ. ໃນຈໍານວນທ່າກໍາປັ່ນ 103 ແຫ່ງຂອງອາເມຣິກາ ແມ່ນມີທ່າກໍາປັ່ນຂະໜາດນ້ອຍ ແລະ ກາງ 95 ແຫ່ງ ທີ່ສາມາດຮອງຮັບໄດ້ໜ້ອຍກວ່າ 1 ລ້ານ TEUs ຕໍ່ປີ.

ທ່ານ ບຣູສ໌ ເບີ ໂຣສ໌ (Bruce Burrows), ປະທານ ແລະ ຜູ້ບໍລິຫານຂອງສະພາການຄ້າທາງທະເລຂອງອາເມຣິກາ ຄາດວ່າ: ການວ່າງງານຂອງຊາວອາເມຣິກາໃນອຸດສາຫະກໍາທີ່ຕ້ອງເພິ່ງພາອາໄສການຂົນສົ່ງລາຄາບໍ່ແພງກໍາລັງຕົກຢູ່ໃນຄວາມສ່ຽງ, ພ້ອມດ້ວຍກິດຈະກໍາທາງເສດຖະກິດທີ່ມີມູນຄ່າ 4 ຕື້ໂດລາ. WSC ປະເມີນວ່າ: ຄ່າທໍໍານຽມທີ່ສະເໜີຈະເທົ່າກັບພາສີເພີ່ມຕື່ມສໍາລັບຜູ້ບໍລິ ໂພກຊາວອາເມຣິກາ ສູງເຖິງ 30 ຕື້ໂດລາຕໍ່ປີ.

ການສົ່ງອອກໄດ້ຮັບຜົນກະທົບ: ຜົນກະທົບຈະຂະຫຍາຍອອກໄປໄປກວ່າບໍລິສັດຕ່າງໆ, ຄວາມແອອັດຢູ່ທ່າກໍາປັ່ນຫຼັກໃນຍຸກພະຍາດໂຄວິດ-19 ລະບາດ  ແລະ ການຫຼຸດການບໍລິການໃນທ່າກໍາປັ່ນຂະໜາດນ້ອຍ ອາດສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ການສົ່ງອອກຂອງອາເມຣິກາ ໂດຍສະເພາະສິນຄ້າກະສິກໍາ ແລະ ຜະລິດຕະພັນພະລັງງານ.

ທ່ານ ໂຈ ຄຣາເມັກ (Joe Kramek) ປະທານ WSC ເຕືອນວ່າ: ຄ່າທໍານຽມດັ່ງກ່າວຈະເຮັດໃຫ້ຕົ້ນທຶນການຂົນສົ່ງສໍາລັບການສົ່ງອອກຂອງອາເມຣິກາເພີ່ມຂຶ້ນເປັນສອງເທື່ອ. ຄ່າທໍານຽມຈອດທຽບທ່າກໍາປັ່ນທີ່ສູງຂຶ້ນຈະເພີ່ມຕົ້ນທຶນສໍາລັບຜູ້ສົ່ງອອກສິນຄ້າປະເພດແກ່ນຈົນເຮັດໃຫ້ຫຼຸດລາຄາທີ່ຊາວກະສິກອນໄດ້ຮັບ. ສະມາຄົມຖົ່ວເຫຼືອງອາເມຣິກາ ປະເມີນວ່າ: ເນື່ອງຈາກການກົດດັນຈາກທາງເລືອກທີ່ຖືກກວ່າລາຄາຖົ່ວເຫຼືອງເພື່ອສົ່ງອອກຂອງອາເມຣິກາທີ່ກວມເອົາຫຼາຍກວ່າເຄິ່ງໜຶ່ງຂອງຜະລິດຕະພັນຖົ່ວເຫຼືອຂອງປະເທດຈະຫຼຸດລົງ 7%.

ສໍານັກຂ່າວ Reuters  ລາຍງານວ່າ: ທ່ານ ເອີ ນີ ທຣາ ເຊີ (Ernie Thrasher) ປະທານຜູ້ບໍລິຫານຂອງ Xcoal Energy & Resources ໃຫ້ຮູ້ວ່າ: ການຈັດສົ່ງຈໍານວນຫຼາຍກໍາລັງຜະເຊີນກັບຄວາມທ້າທາຍໃນການຈອງການຈັດສົ່ງ, ຜູ້ສົ່ງອອກສິນຄ້າກະສິກໍາກໍາລັງຮີບຮ້ອນຊອກຫາກໍ່ປັ່ນຫຼັງຈາກເດືອນພຶດສະພາ, ເຈົ້າຂອງກໍາປັ່ນປະຕິເສດທີ່ຈະໃຫ້ຂໍ້ສະເໜີສໍາລັບການຂົນສົ່ງຖ່ານຫີນໃນອະນາຄົດຂອງສະຫະລັດອາເມຣິກາເພາະບັນຫາຄ່າຈ້າງ.

ທ່ານ ດານຽວ ບລາເຊີ (Daniel Blazer)  ທີ່ດໍາເນີນທຸລະກິດປະມານເຄິ່ງໜຶ່ງຂອງການບໍລິການໄລຍະສັ້ນຢູ່ທະເລລະຫວ່າງແມັກຊິກ ແລະ ພາກຕາເວັນອອກຂອງອາເມຣິກາ ໄດ້ອະທິບາຍວ່າ: ກໍາປັ່ນສອງໃນສາມລໍາພາຍໃນບໍລິສັດຂອງລາວແມ່ນສ້າງຂຶ້ນຢູ່ປະເທດຈີນ, ຖ້າຫາກຖືກບັງຄັບ ໃຫ້ຢຸດການດໍາເນີນງານຕ້ອງມີລົດບັນທຸກເພີ່ມ 1,000 ຄັນ/ອາທິດ ເພື່ອຂົນສິນຄ້າຂ້າມຊາຍແດນອາເມຣິກາ-ແມັກຊິກ ເຮັດໃຫ້ມີຄວາມແອອັດ ແລະ ຫຍຸ້ງຍາກທີ່ສຸດ.

ທ່ານ ເກ ແພັດເຕີນ (Guy Platten), ເລຂາທິການໃຫຍ່ສະພາການຂົນສົ່ງສາກົນ ກ່າວວ່າ:

ປະມານ 35% ຂອງກໍາປັ່ນທີ່ບໍລິການທາງການຄ້າທາງທະເລຂອງສະຫະລັດອາເມຣິກາໃນເວລານີ້ຖືກສ້າງຂຶ້ນໃນປະເທດຈີນ ແຕ່ເປັນເຈົ້າຂອງ ແລະ ດໍາເນີນການໂດຍບໍລິສັດທີ່ອາໄສຢູ່ພາຍໃນປະເທດຄູ່ຄ້າຂອງອາເມຣິກາ. ການຮຽກເກັບຄ່າຈອດທຽບທ່າເພີ່ມຂຶ້ນສໍາລັບກໍາປັ່ນເຫຼົ່ານີ້ຈະບໍ່ສົ່ງຜົນກະທົບຕໍ່ອຸດສາຫະກໍາຕໍ່ກໍາປັ່ນຂອງຈີນ ແຕ່ອາດກີດກັ້ນຕ່ອງໂສ້ການສະໜອງທາງທະເລຂອງອາເມຣິກາ.

ອຸດສະຫະກໍາທີ່ເປັນຂີ້ໝ້ຽງ: ສໍານັກຂ່າວລັບກອງທັບເຮືອອາເມຣິກາ (Office of Naval Intelligence) ໃຫ້ຮູ້ວ່າ: ໃນທ່າມກາງສະພາບການຊຸດໂຊມຂອງເສດຖະກິດການຜະລິດ ແລະ ການຂາດເຂີນແຮງງານ, ຄວາມສາມາດໃນການຜະລິດກໍາປັ່ນປະຈໍາປີຂອງອາເມຣິກາ ໄດ້ຫຼຸດລົງເຫຼືອພຽງ 100,000 ໂຕນ ເຊິ່ງໜ້ອຍກວ່າໜຶ່ງສ່ວນສອງຮ້ອຍຂອງຈີນ.Clarkson Research ໃນອັງກິດໃຫ້ຮູ້ວ່າ: ຈີນມີອັດຕາສ່ວນຫຼາຍກວ່າ 50% ຂອງຜົນຜະລິດການຕໍ່ກໍາປັ່ນທົ່ວໂລກໃນປີ 2023 ແລະ ໃນປີ 2024 ຈີນໄດ້ຮັບການສັ່ງຊື້ການຕໍ່ກໍາປັ່ນຫຼາຍກວ່າ 70% ຈາກທົ່ວໂລກ.

ສໍາລັບຜະລິດຕະພັນທາງເຄມີ ເຊິ່ງເປັນການສົ່ງອອກທີ່ສໍາຄັນຂອງອາເມຣິກາ, ຫຼາຍກວ່າ 70% ຂອງກໍາປັ່ນບັນທຸກນໍ້າມັນທີ່ຖືກສັ່ງຊື້ຢູ່ໃນປັດຈຸບັນ ແມ່ນກໍາລັງຖືກສ້າງຂຶ້ນໃນປະເທດຈີນ, ເຊິ່ງຜູ້ຊ່ຽວຊານໃນດ້ານອຸດສາຫະກໍາ ປະເມີນວ່າ: ການສ້າງກໍາປັ່ນບັນທຸກເຄມີທີ່ໃກ້ຄຽງໄດ້ໃນອາເມຣິກາຕ້ອງໃຊ້ເວລາດົນກວ່າທົດສະວັດ ແລະ ມີລາຄາສູງກວ່າກໍາປັ່ນບັນທຸກນໍ້າມັນທີ່ສ້າງຂຶ້ນຢູ່ປະເທດຈີນ, ຍີ່ປຸ່ນ ຫຼື ສ. ເກົາຫຼີ ເຖິງ 4 ເທົ່າ. ຂະນະທີ່ ທ່ານ Platten ກ່າວວ່າ: ກໍາປັ່ນສິນຄ້າທີ່ສ້າງຂຶ້ນໃນອາເມຣິກາ 30 ລໍາທີ່ນໍາໃຊ້ຢູ່ໃນປັດຈຸບັນແມ່ນມີອາຍຸສະເລ່ຍ 24 ປີ ເຮັດໃຫ້ໃກ້ໝົດອາຍຸ.

ອີງຕາມຂໍ້ມູນ Atlantic Container Line (ACL) ໃຫ້ຮູ້ວ່າ: ການສ້າງກໍາປັ່ນລໍາໃໝ່ຕ້ອງໃຊ້ເວລາຢ່າງໜ້ອຍ 3 ປີ ຖ້າຫາກມີກໍາລັງການຜະລິດຂອງອູ່ຕໍ່ກໍາປັ່ນທີ່ດີ, ແຕ່ຖ້າມີການອອກແບບກໍາປັ່ນທີ່ສະຫຼັບສັບຊ້ອນຫຼາຍຂຶ້ນກໍອາດໃຊ້ເວລາຫຼາຍກວ່ານັ້ນ. ປະມານ 80%ຂອງກໍາປັ່ນບັນທຸກສິນຄ້າ, 68% ຂອງກໍາປັ່ນບັນທຸກລົດຍົນ, 44% ຂອງກໍາປັ່ນໃຫຍ່ບັນທຸກສິນຄ້າ ແລະ 46% ຂອງກໍາປັ່ນບັນທຸກສານເຄມີ ແມ່ນດໍາເນີນການຄ້າລະຫວ່າງປະເທດ ແລະ ສົ່ງຢູ່ທ່າເຮືອຂອງອາເຣິກາ ເຊິ່ງຖືກຈັດຢູ່ໃນຂອບເຂດຂອງຄ່າທໍານຽມທີ່ເທົ່າທຽມກັນ. ຂະນະທີ່ ທ່ານ Guy Platten ກ່າວ່າ: ອາດເປັນໄປບໍ່ໄດ້ທີ່ຜູ້ໃຫ້ບໍລິການຈໍານວນຫຼາຍເຫຼົ່ານີ້ຈະປ່ຽນແປງກໍາປັ່ນທີ່ພວກເຂົາໃຊ້ສໍາລັບເສັ້ນທາງການຄ້າຂອງອາເມຣິກາໃນທັນທີ ແລະ ອາດເປັນໄປໄດ້ໜ້ອຍສໍາລັບການປັບປຸງກໍາປັ່ນທັງໝົດຂອງເຂົາເຈົ້າໃນກໍລະນີທີ່ກໍາປັ່ນເຫຼົ່ານີ້ປະກອບດ້ວຍກໍາປັ່ນທີ່ສ້າງຂຶ້ນຈາກປະເທດຈີນ.