ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ

ຄອບຄົວວິທະຍຸ

ບາງຂໍ້ແນະນຳສຳລັບນັກຂ່າວ,ນັກຈັດລາຍການວິທະຍຸ

(ໂດຍ: ສີພານົງລາດ)

  • ການເວົ້າໃນຂ່າວ, ບົດ ຫຼື ລາຍການ

ວິທະຍຸ-ໂທລະພາບ ບໍ່ຄວນໃຊ້ຄໍາຫຍໍ້ຕະຫຼອດ, ໂຄສົກ-ນັກຂ່າວ ຮູ້ວ່າ ແປວ່າແນວໃດ. ແຕ່ຜູ້ຟັງ-ຜູ້ຊົມຫຼາຍຄົນບໍ່ຮູ້ເຊັ່ນ : ພະຍາດ ພ.ຕ.ພ ( ພະຍາດຕິດຕໍ່ທາງເພດສຳພັນ ); ສ.ປ.ຊ ( ສະຫະປະຊາຊາດ); ສ.ວ.ດ ( ສູນວັດທະນະທຳເດັກ )…ຖ້າບໍ່ຕ້ອງການເວົ້າຄຳເຕັມທຸກເທື່ອໃນແຕ່ລະຂ່າວ, ບົດ ຄວນເວົ້າຄຳເຕັມໃນເທື່ອທຳອິດ ແລະ ເທື່ອສຸດທ້າຍວ່າ: ພະຍາດຕິດຕໍ່ທາງເພດສຳພັນ ຫຼື ພ.ຕ.ພ; ສ່ວນຢູ່ກາງຂ່າວ, ບົດ ເວົ້າວ່າ ພ.ຕ.ພ ກໍ່ໄດ້.

 

  • ຊື່ຂອງອົງການຈັດຕັ້ງສາກົນ ຫຼື ອົງ

ການທີ່ບໍ່ຂຶ້ນກັບລັດຖະບານ ຄວນເວົ້າຊື່ເຕັມເປັນພາ ສາລາວກ່ອນ, ເຊັ່ນ : ASEAN, EU, UNDP, World concern,… ສະຫະພາບເອີຣົບ ຫຼື ( EU ) ແລ້ວເທື່ອຕໍ່ໄປໃນຂ່າວ, ບົດທີ່ເອີ່ຍເຖິງຊື່ນີ້ເວົ້າແຕ່ EU ກໍ່ໄດ້.

 

  • a ຄຳເວົ້າທີ່ມັກໃຊ້ຜິດລະຫວ່າງໄດ້ ແລະ ຖືກ:
ຄຳວ່າ(ໄດ້)ແມ່ນຄຳເວົ້າ

ທີ່ໃຊ້ກັບຄວາມດີງາມ

ຄຳວ່າ(ຖືກ)ແມ່ນ

ໃຊ້ກັບສິ່ງບໍ່ດີບໍ່ງາມ

 ຄຳວ່າ(ໄດ້)ແມ່ນຄຳເວົ້າ

ທີ່ໃຊ້ກັບຄວາມດີງາມ

ຄຳວ່າ(ຖືກ)ແມ່ນ

ໃຊ້ກັບສິ່ງບໍ່ດີບໍ່ງາມ

ທ່ານໄດ້ຮັບການແຕ່ງ

ຕັ້ງໃຫ້ດຳລົງຕຳແໜ່ງ

ເປັນຫົວໜ້າ….

ທ່ານຖືກໄລ່ອອກ

ຈາກການແຕ່ດົນແລ້ວ

 ເຂົາໄດ້ຮັບຄ່າຕອບ

ແທນຈາກສະຖານີ…

ເຂົາຖືກກ່າວປະນາມ

ຢ່າງຮຸນແຮງ

ທ່ານໄດ້ຮັບການຍ້ອງຍໍ

ຈາກລັດຖະບານເປັນ

ຢ່າງດີ…

ທ່ານຖືກໃສ່ລະບຽບ

ຍ້ອນລະເມີດຄຳສັ່ງ..

 ເຂົາໄດ້ຮັບການເອົາໃຈ

ໃສ່ຈາກພໍ່ແມ່…

ເຂົາຖືກພໍ່ແມ່ປ້ອຍດ່າ
ທ່ານໄດ້ຮັບຄ່າບຳເນັດ ຫຼາຍລ້ານກີບເຂົາຖືກປັບໃໝໃສ່ໂທດ

ຍ້ອນວ່າ

 ເຂົາໄດ້ຮັບການສັນລະ

ເສີນວ່າເປັນນັກຮຽນດີ

ເຂົາຖືກຄູອາຈານ

ໄລ່ອອກຈາກໂຮງຮຽນ

ເຂົາໄດ້ຮັບການປິ່ນປົວ

ເປັນຢ່າງດີ

   ເຂົາຖືກປືນລອດ

ຕາຍມາ

 

  • ຄຳວ່າ :ຫລາກຫລາຍແມ່ນໃຊ້ກັບຄໍາທີ່ເປັນນາມມະທຳ(intangible) ບໍ່ແມ່ນໃຊ້ກັບຮູບປະທຳ = ສິ່ງຂອງວັດຖຸປະເທດຊາດ.ວັດທະນະທຳຫຼາກຫຼາຍ,ຫຼາກຫຼາຍສີສັນ,ຫຼາກຫຼາຍແນວຄິດຈິດໃຈ)
  • ຄຳວ່າ:ຫຼວງຫຼາຍແມ່ນໃຊ້ກັບຄໍາທີ່ເປັນຮູບປະທຳ( Tangible): ໄດ້ຮັບຜົນສຳເລັດຢ່າງຫຼວງຫຼາຍ,ສາມາດຍາດໄດ້ຜົນງານຢ່າງຫຼວງຫຼາຍ, ມີຄູນັກຮຽນເຮັດວຽກຮ່ວມກັນຢ່າງຫຼວງຫຼາຍ,ມີຫຼາຍລາຍການ…
  • ຄຳວ່າ: ໂດຍ ແມ່ນຄໍາ “ ຮັບ ຫຼື ຄຳຂານ ” ໃຊ້ຄືກັນກັບ“ ເຈົ້າ, ແມ່ນແລ້ວ, ແມ່ນແທ້ ຫຼື Yes, Ya…ແຕ່ພວກເຮົາມັກໃຊ້ຜິດໄປຕາມທໍາມະດາແລ້ວແມ່ນຜູ້ທ່ີມີອາຍຸຕໍ່າກວ່າຂານຮັບຜູ້ໃຫຍ່ເອີ້ນແຕ່ດຽວນີ້ເດັກນ້ອຍເອີ້ນຜູ້ໃຫຍ່ກໍ່ມັກຕອບວ່າ “ໂດຍ”  ແທນທ່ີຈະວ່າ :“ ເຈົ້າ ”,  “ ແມ່ນແລ້ວ ”.
  • ຄຳວ່າ: ເພິ່ນ ຫລື ( ເຂົາ )ເປັນບູລຸດທີສາມ ( ສິ່ງທີ່ເຮົາເວົ້າເຖິງ ) ແຕ່ຄົນ ລຸ້ນໃໝ່ມັກໃຊ້ຜິດໃຊ້ແທນບູລຸດທີສອງແລະທີໜຶ່ງຕົວຢ່າງ: ເພິ່ນ (ຂ້ອຍ) ໄປກິນເຂົ້າກ່ອນເດີ້ ເພີ່ນຊິໄປໃສຫັ້ນ,ເພິ່ນ(ເຈົ້າ) ກິນເຂົ້າແລ້ວບໍ່ ? ຕາຍໆໆ !….ຈັ່ງແມ່ນເພິ່ນ ເຄັມເຂົາໂທໜ້ອຍດຽວກະໃຫ້ຕື່ມເງິນ,ເພິ່ນຮຽນຢູ່ໃສຄືບໍ່ບອກເຂົາແດ່ເຂົາກະຢາກຮຽນຄືກັນ…. ອັນນີ້ແມ່ນການໃຊ້ສັບຄຳເວົ້າທ່ີຜິດພາດຈາກຄວາມເປັນຈິງ.

guideline-for-radiohttp://ບາງຂໍ້ແນະນຳສຳລັບນັກຂ່າວ,ນັກຈັດລາຍການວິທະຍຸ