ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ

ປະຫວັດ ວສລ

ການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ
ຂອງວິທະຍຸກະຈາຍສຽງແຫ່ງຊາດລາວ (13/08/1960 –13/08/2015)
ໃນເງື່ອນໄຂ ທີ່ພາຫະນະສື່ມວນຊົນເອເລັກໂຕຼນິກອື່ນໆ ຍັງບໍ່ທັນປະກົດຕົວ ແລະ ບາງສື່ສິ່ງພິມກໍເກີດຂຶ້ນແລ້ວ, ແຕ່ຍັງບໍ່ສາມາດນໍາເອົາຂໍ້ມູນຂ່າວສານໄປເຖິງກຸ່ມເປົ້າໝາຍໃນທົ່ວທຸກແຫ່ງຂອງເຂດປົດປ່ອຍ ກໍຄືທົ່ວປະເທດໃນສະໄໝຕໍ່ສູ້ກູ້ຊາດ,ແຕ່ ຄວາມຮຽກຮ້ອງຕ້ອງການໃນການໂຄສະນາເຜີຍແຜ່ແນວທາງການເມືອງຂອງພັກໃນການຕໍ່ສູ້ປົດປ່ອຍຊາດ ພັດເລັ່ງທວງສູງ. ສະນັ້ນ, ມາໃນວັນທີ 13 ສິງຫາ 1960 ວິທະຍຸກະຈາຍສຽງຝ່າຍປະເທດລາວ ຈຶ່ງໄດ້ສ້າງຕັ້ງຂຶ້ນຢູ່ເມືອງວຽງໄຊ ແຂວງຫົວພັນ ຢູ່ເຂດປົດປ່ອຍພາກເໜືອຂອງລາວ. ນັບແຕ່ວັນທີ 13 ສິງຫາ 1960 ມາເຖິງວັນທີ 13 ສິງຫາ 2015 ນີ້, ວິທະຍຸກະຈາຍສຽງຂອງຝ່າຍປະເທດລາວໃນເມື່ອກ່ອນ ເຊິ່ງໃນປະຈຸບັນ ແມ່ນວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ມີອາຍຸຄົບຮອບ 55 ປີ ພໍດີ.

13817010_1164746146921694_544571239_n

ໃນຂະບວນວິວັດແຫ່ງການຕໍ່ສູ້ກູ້ຊາດຕ້ານຈັກກະພັດ ແລະ ລູກມື ເພື່ອປົດປ່ອຍຊາດ ແລະ ຕະຫຼອດໄລຍະແຫ່ງການປະຕິບັດສອງໜ້າທີ່ຍຸດທະສາດແຫ່ງການປົກປັກຮັກສາປະເທດຊາດ ແລະ ກໍ່ສ້າງລະບອບປະ ຊາທິປະໄຕປະຊາຊົນນີ້ ວິທະຍຸກະຈາຍສຽງແຫ່ງຊາດລາວ ກໍໄດ້ຮັບການພັດທະນາ ແລະ ປັບປຸງຕົນເອງຢ່າງບໍ່ຢຸດຢັ້ງ ຈາກແຕ່ບ່ອນທີ່ອ່ອນນ້ອຍຫຼ້າຫຼັງທີ່ສຸດ ຄ່ອຍໆເຕີບໃຫຍ່ຂະຫຍາຍຕົວ ແລະ ທັນສະໄໝຂຶ້ນທຸກດ້ານເທື່ອລະກ້າວໃນແຕ່ລະໄລຍະຈົນເຖິງເທົ້າທຸກວັນນີ້. ເພື່ອໃຫ້ເຂົ້າໃຈງ່າຍໃນການຈັດລຽງປະຫວັດຄວາມເປັນມາຂອງວິທະຍຸກະຈາຍສຽງແຫ່ງຊາດລາວ, ພວກເຮົາໄດ້ຈັດແບ່ງອອກເປັນ 04 ໄລຍະ ດັ່ງນີ້ :

13819461_1164746126921696_797108080_n

ອ່ານຕໍ່ >>> ປະຫວັດວິທະຍຸກະຈາຍສຽງແຫ່ງຊາດລາວ