ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ

ພາລະບົດບາດ

– ໃນວັນທີ 13 ສິງຫາ 1960, ວິທະຍຸກະຈາຍສຽງຂອງຝ່າຍປະເທດລາວໄດ້ຮັບການສ້າງຕັ້ງຂຶ້ນດ້ວຍກຳລັງພິເສດຂອງສູນກາງພັກແລະໄດ້ເລີ່ມ ດຳເນີນງານໄປໃນຂະນະທີ່ສະພາບການຂອງການປະຕິວັດລາວໄດ້ມີການປ່ຽນແປງຢ່າງແຂງແຮງກໍ່ຄືພາຍຫຼັງບັນດາຜູ້ນຳຂອງແນວລາວຮັກຊາດໄດ້ ໂຕນໜີອອກຈາກຄຸກຄ້າຍໂພນເຄັງໄປສູ່ເຂດທີ່ໝັ້ນຢ່າງປອດໄພໃນເດືອນພຶດສະພາ 1960 ແລະໄດ້ມີການເຮັດລັດຖະປະຫານຄັ້ງວັນທີ 09/08/1960 ຂອງກອງພັນທະຫານລາບອາກາດທີ 2 ຂອງລະຊະອານາຈັກລາວເພື່ອໂຄ່ນລົ້ມລັດຖະບານສົມສະໜິດ, ພູມີໜໍ່ສະຫວັນທີ່ວຽງຈັນຊຶ່ງໃນຂະນະນັ້ນໜັງສືພິມຂອງແນວລາວຮັກຊາດຍັງບໍ່ທັນອອກໄດ້ຢ່າງສະໝ່ຳສະເໝີແລະບໍ່ໄປເຖິງມືປະຊາຊົນ.

 

ດັ່ງນັ້ນ, ວິທະຍຸກະຈາຍສຽງຂອງຝ່າຍປະເທດລາວໄດ້ຍົກສູງພາລະບົດບາດແລະເອກະລັກສະເພາະຂອງຕົນໃນການເປັນສື່ມວນຊົນຂອງສູນກາງແນວລາວຮັກຊາດ, ເຮັດໜ້າທີ່ຂົນຂວາຍປຸກລະດົມປະຊາຊົນລຸກຂຶ້ນເຮັດການປະຕິວັດ,ຮ່ວມມືກັບຄະນະລັດຖະປະຫານ, ຕ້ານຈັກກະພັດອາເມລິກາແລະພວກປະຕິການທີ່ເປັນລູກແຫຼ້ງຕີນມືຂອງພວກ
ເຂົາຢ່າງພິລະອາດຫານຊຶ່ງສາມາດເວົ້າໄດ້ວ່າວິທະຍຸກະຈາຍສຽງຂອງຝ່າຍປະເທດລາວໃນເວລານັ້ນໄດ້ກາຍເປັນອາວຸດອັນແຫຼມຄົມຂອງພັກ,
ເປັນປາກກະບອກສຽງໂຄສະນາແນວທາງການເມືອງຂອງພັກເປັນອົງການຈັດຕັ້ງການເມືອງຂອງພັກແລະເປັນໂຄສົກຂອງການຈັດຕັ້ງປະຕິວັດ

ພາລະບົດບາດ