ການໃສ່ບາດກໍ່ແມ່ນຫນຶ່ງໃນກິດຈະກໍາໃນການສະເຫລີມສະຫລອງບຸນປີໃຫມ່ຂອງຊາວລາວ ກໍຄືຊາວຫຼວງພະບາງ ໃນທຸກໆປີ ເຊິ່ງເປັນກິດຈະກໍາ ທີ່ເປັນເອກະລັກຂອງຊາວຫຼວງພະບາງ, ມາແຕ່ດົນນານ ແລະໃນວັນທີ 16 ເມສາ 2025 ແລະເປັນມື້ສັງຂານຂຶ້ນ ເປັນວັນຂຶ້ນປີໃໝ່ລາວ ປີນີ້ກົງກັບມື້ແຮມ 4 ຄໍ່າ ເດືອນ 5 ລາວ ພສ 2568 ແລະຢູ່ນະຄອນຫລວງພະບາງ ກໍໄດ້ມີການນໍາຂອງແຂວງຮ່ວມໃສ່ບາດຢູ່ຕໍ່ຫນ້າ ວັດແສນ ສຸຂາຣາມ ນະຄອນຫວງພະບາງ. ໂດຍມີທ່ານ ຄໍາໄຫຼ ສີປະເສີດ ກໍາມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫລວງພະບາງ ພ້ອມດ້ວຍການນໍາແຂວງ, ນະຄອນຫຼວງພະບາງ ຕະຫລອດຮອດມວນຊົນທັງພາຍໃນແລະຕ່າງປະເທດ ຮ່ວມໃສ່ບາດຢ່າງຫລວງຫລາຍ.
ການໃສ່ບາດ ໃນໂອກາດບຸນປີໃໝ່ລາວນີ້, ຊາວພຸດ ມີຄວາມເຊື່ອວ່າ ເປັນການ ຮັບໂຊກລາບ ແລະຮັບເອົາສິ່ງທີ່ດີມາສູ່ຕົນເອງ ແລະບ້ານເມືອງ, ທັງເປັນການອານຸລັກປົກປັກຮັກສາ ແລະເສີມຂະຫຍາຍ ວັດທະນະທຳ-ຮີດຄອງປະເພນີອັນດີງາມຂອງຊາດ ເວົ້າສະເພາະກໍ່ຄືຂອງຊາວຫຼວງພະບາງ ໄວ້ໃຫ້ຍືນຍົງຕະຫຼອດໄປ, ແລະຕິດພັນກັບການສົ່ງເສີມການທ່ອງທ່ຽວທາງດ້ານວັດທະນະທຳ. ນອກນັ້ນຍັງເປັນການ ອຸທິດບຸນກຸສົນໃຫ້ກັບບັນດາຜູ້ນຳ ທີ່ແສນເຄົາຮັກຂອງປວງຊົນລາວທັງຊາດ, ນັກຮົບວິລະຊົນ ທີ່ເສຍສະຫຼະເລືອດເນື້ອເພື່ອປະເທດຊາດ ແລະ ເພື່ອປະຊາຊົນ. ນອກຈາກການໃສ່ບາດຢູ່ໜ້າວັດແສນແລ້ວ ຢູ່ຕາມວັດວາອາຮາມທົ່ວແຂວງ ກໍຍັງໄດ້ມີກິດຈະກໍາດັ່ງກ່າວນີ້ເຊັ່ນກັນ ແລະຍັງບູຊາ ຕາມຈຸດຕ່າງໆ ແລະລວມທັງ ມີການຮ່ວມໃສ່ບາດເທິງພະທາດພູສີ, ພະທາດສັກສິດ ທີ່ເປັນມິ່ງຂັວນຊາວນະຄອນຫຼວງພະບາງມາແຕ່ດົນນານອີກດ້ວຍ. ສໍາລັບມື້ສັງຂານຂຶ້ນນີ້ ປະຊາຊົນຊາວພຸດ ຫຼາຍຄອບຄົວ ຕ່າງກໍພາກັນຫ້າງຫາກະກຽມ ຕັ້ງແຕ່ເຊົ້າ ເພື່ອບູຊາຄອບໄຂ່ວ ປັດເປົ່າ ແລະຮັບເອົາແຕ່ສິ່ງດີໆ ເຂົ້າເຮືອນຕົນເອງ ເປັນການຮັບໂຊກຮັບລາບ ແລະບາງຄອບຄົວ ກໍໄດ້ມີພາບາສີສູ່ຂັວນ ເຊິ່ງກັນ ແລະກັນ ເພື່ອເປັນສິລິມຸງຄຸນ ທັງເປັນການມາ ພົບໜ້າພໍ້ຕາກັນລະຫວ່າງອ້າຍເອື້ອຍນ້ອງອີກດ້ວຍ.
ຂ່າວ: ເພັດສາຄອນ ສິມມະວົງ







