ທ່ານ ສີ ຈິ້ນຜິງ, ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ ເລີ່ມຕົ້ນຢ້ຽມຢາມຕ່າງປະເທດຄັ້ງທໍາອິດໃນປີນີ້ ໂດຍການຢ້ຽມຢາມຫວຽດນາມ, ມາເລເຊຍ ແລະ ກໍາປູເຈຍ ໃນລະຫວ່າງວັນທີ 14-18 ເມສາ2025. ການ ຢ້ຽມຢາມຄັ້ງນີ້ ມີຄວາມ ໝາຍສໍາຄັນຕໍ່ “ການພັດທະນາຄວາມສໍາພັນລະຫວ່າງຈີນກັບ 3 ປະເທດດັ່ງກ່າວ ກໍຄື ອາຊຽນ ເວົ້າລວມ”.
ນັບຕັ້ງແຕ່ການສ້າງຕັ້ງສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ ຫຼື ອາຊຽນ ແມ່ນມີຜົນດີຕໍ່ພາກພື້ນອາຊີ-ປາຊີຟິກ. ແນວທາງຂອງອາຊຽນໃນການຊີ້ນໍາການສ້າງຄວາມສໍາພັນທາງການທູດໃນອາຊີຕາເວັນອອກສຽງໃຕ້ ແມ່ນເນັ້ນໃສ່ຫຼັກການສຳຄັນ ເຊັ່ນ: ການຕົກລົງຮ່ວມກັນ, ການມີສ່ວນຮ່ວມຢ່າງກວ້າງຂວາງ ແລະ ການສົນທະນາຢ່າງຕໍ່ເນື່ອງ ເຊິ່ງແມ່ນຫນ້າທີ່ຍຸດທະສາດສໍາຄັນ ເພື່ອຊ່ວຍຫຼຸດຜ່ອນຄວາມຂັດແຍ້ງລະຫວ່າງປະເທດສະມາຊິກ, ການຫຼຸດຜ່ອນການແຂ່ງຂັນຂອງມະຫາອໍານາດ ແລະ ອື່ນໆ.
ຄໍາຫມັ້ນສັນຍາຕໍ່ຄວາມເປັນແກນກາງ ແລະ ການສົນທະນາໄດ້ຊ່ວຍໃຫ້ຄູ່ແຂ່ງທີ່ມີຄວາມສາ ມາດມີສ່ວນຮ່ວມແລະຫຼຸດຜ່ອນຄວາມເຄັ່ງຕຶງ ໂດຍເນັ້ນໄປທີ່ຜົນໄດ້ຮັບຂອງການຈັດຕັ້ງປະຕິບັດເພື່ອສົ່ງເສີມຄວາມຈະເລີນສີວິໄລຮ່ວມກັນ. ເມື່ອເບິ່ງຈາກຫຼາຍດ້ານ, ແນວທາງຂອງອາຊຽນແມ່ນສອດ ຄ່ອງກັບຈຸດປະສົງ ແລະ ຄວາມປາດຖະຫນາຂອງການສ້າງ “ປະຊາຄົມຂອງມວນມະນຸດທີ່ມີອະນາຄົດຮ່ວມກັນ”.
ຢ່າງໃດກໍຕາມ, ເມື່ອບໍ່ດົນມານີ້, ບົດບາດທີ່ມີຄວາມຫມັ້ນຄົງນີ້ກໍາລັງປະເຊີນກັບຄວາມທ້າທາຍທີ່ເພີ່ມທະວີຂຶ້ນ ເນື່ອງຈາກຄວາມພະຍາຍາມຂອງບາງປະເທດມະຫາອໍານາດທີ່ຕໍ່ຕ້ານກັບການປ່ຽນແປງ ແລະ ຄວບຄຸມການແຂ່ງຂັນດ້ວຍການອາໄສກໍາລັງ ແລະຄວາມບໍ່ຫມັ້ນຄົງ. ຜູ້ມີບົດບາດຈາກພາຍນອກບາງຄົນເບິ່ງຄືວ່າມີທ່າອ່ຽງຢາກຂັບໄລ່ອາຊີຕາເວັນອອກສຽງໃຕ້ອອກຈາກເສັ້ນທາງແຫ່ງການຮ່ວມມືໄປສູ່ການເປັນ “ສະຫນາມຮົບ” ທາງພູມສາດການເມືອງ
ສິ່ງນີ້ໄດ້ສ້າງຄວາມກົດດັນໃຫ້ແກ່ສະມາຊິກອາຊຽນເລືອກຝ່າຍໃດຝ່າຍຫນຶ່ງ ເຮັດໃຫ້ເກີດຄວາມເຄັ່ງຕຶງກ່ຽວກັບບັນຫາທີ່ລະອຽດອ່ອນໃນພາກພື້ນ ເຊັ່ນ: ບັນຫາທະເລຈີນໃຕ້, ການເລົ່າເລື່ອງດັ່ງກ່າວມັກສະແດງໃຫ້ເຫັນທາງເລືອກທີ່ຈະແຈ້ງລະຫວ່າງວິໃສທັດທີ່ແຕກຕ່າງກັນສໍາລັບລະບຽບໃນພາກພື້ນທີ່ກົດດັນປະເທດຕ່າງໆ ຢູ່ໃນຈຸດຢືນທີ່ບໍ່ສອດຄ່ອງກັບຄວາມຊອບທໍາດັ້ງເດີມຂອງອາຊຽນໃນການເປັນແກນກາງ ແລະ ການບໍ່ແບ່ງແຍກ.
ຄວາມກົດດັນດັ່ງກ່າວ ຍັງຂັດກັບຫຼັກການພື້ນຖານຂອງການບໍ່ແຊກແຊງວຽກງານພາຍໃນປະເທດຂອງກັນ ແລະ ກັນ ທີ່ກໍານົດໄວ້ໃນກົດບັດອາຊຽນ ແລະ ການຍຶດຫມັ້ນໃນປະຫວັດສາດຂອງອາຊຽນ. ການຖືກບັງຄັບໃຫ້ເລືອກຝ່າຍທາງພູມສາດການເມືອງ ແມ່ນຮູບແບບໜຶ່ງໃນການແຊກແຊງສິດທິຂອງປະເທດໃນການກໍານົດແນວທາງນະໂຍບາຍການຕ່າງປະເທດຂອງຕົນ. ຄວາມກົດດັນນີ້ ໄດ້ທໍາລາຍຄວາມສາມັກຄີໃນພາກພື້ນດ້ວຍການ ທໍາລາຍຄວາມເຄົາລົບນັບຖື ແລະ ຄວາມສະເໝີພາບລະຫວ່າງປະເທດ.
ຍິ່ງກວ່ານັ້ນ, ການສະແຫວງຫາຜູ້ມີສ່ວນຮ່ວມຈາກພາຍນອກເພື່ອຜົນປະໂຫຍດທາງຍຸດທະສາດຍັງເພີ່ມຄວາມເຄັ່ງຕຶງ ແລະ ທໍາລາຍຄໍາຫມັ້ນສັນຍາຂອງພາກພື້ນໃນການແກ້ໄຂຂໍ້ຂັດແຍ້ງຢ່າງສະຫງົບ ເຊິ່ງໄດ້ຮັບການຍອມຮັບຢ່າງເປັນທາງການໃນສົນທິສັນຍາມິດ ຕະພາບ ແລະ ການຮ່ວມມືໃນອາຊີຕາເວັນອອກສຽງໃຕ້ (TAC) ທີ່ໄດ້ຮັບການລົງນາມຈາກຜູ້ນໍາສໍາຄັນໃນພາກພື້ນທັງໝົດ, ໃນນັ້ນ ລວມທັງມະຫາອໍານາດ.
TAC ສະຫນັບສະໜູນການເຄົາລົບນັບຖືເຊິ່ງກັນແລະກັນ, ບໍ່ແຊກແຊງ, ແກ້ໄຂຄວາມແຕກຕ່າງຢ່າງສັນຕິ ແລະ ຫລີກລ່ຽງການຂົ່ມຂູ່ ຫຼື ໃຊ້ກໍາລັງ. ຍຸດທະວິທີຈາກພາຍນອກທີ່ເນັ້ນໃສ່ການສະແດງທາງການທະຫານ ແລະ ການສ້າງພັນທະມິດຕະພາບດ້ານຄວາມໝັ້ນຄົງແມ່ນມີຄວາມສ່ຽງຕໍ່ການເຮັດໃຫ້ບັນຫາທີ່ລະອຽດອ່ອນເຫຼົ່ານີ້ກາຍເປັນທາງການທະຫານ. ການຊຸກຍູ້ໄປສູ່ຄວາມສອດຄ່ອງກັນ ແລະ ທ່າອ່ຽງດ້ານກຳລັງທະ ຫານທີ່ອາດຈະເກີດຂຶ້ນ ແມ່ນຂັດກັບຄ່ານິຍົມຮ່ວມກັນ ແລະ ວິທີປະຕິບັດຮ່ວມກັນທີ່ເຮັດໃຫ້ອາຊີຕາເວັນອອກສຽງໃຕ້ມີຄວາມສະຫງົບມາເປັນເວລາຫຼາຍທົດສະວັດ, ລວມເຖິງການສົ່ງເສີມຄວາມສຳພັນທີ່ມີຜົນປະໂຫຍດຮ່ວມກັນແບບບົນພື້ນຖານຕ່າງຝ່າຍຕ່າງໄດ້ຮັບຜົນປະ ໂຫຍດ.
ການບັງຄັບໃຫ້ເລືອກແບບ “ຊະນະ-ເສຍ” ຫຼື “zero-sum” ມີຄວາມສ່ຽງທີ່ຈະທຳລາຍຈິດໃຈຮ່ວມມືດັ່ງກ່າວ ເພາະຈະນຳພາບັນດາປະເທດໄປສູ່ເສັ້ນທາງທີ່ເຕີມໄປດ້ວຍຄວາມສົງໃສທີ່ເພີ່ມຂຶ້ນ, ການສ້າງກຳລັງທະຫານຢ່າງບໍ່ຢຸດຢັ້ງ ແລະ ການໂອນຊັບພະຍາ ກອນອັນລ້ຳຄ່າຈາກການພັດທະນາໄປສູ່ການປ້ອງກັນ. ກົງກັນຂ້າມກັບການປະເຊີນໜ້າແບບເປັນກຸ່ມ, ການມຸ່ງໝັ້ນສູ່ປະຊາຄົມທີ່ມີອະນາຄົດຮ່ວມກັນຖືເປັນແນວທາງທີ່ໄດ້ຮັບການເຫັນດີຫຼາຍກວ່າໃນອາຊີຕາເວັນອອກສຽງໃຕ້. ແນວທາງນີ້ເນັ້ນເຖິງການເຕີບໂຕທາງດ້ານເສດຖະກິດຮ່ວມກັນ, ການເຊື່ອມຕໍ່ໂຄງລ່າງ, ການເຄົາລົບນັບຖືເຊິ່ງກັນແລະກັນ ແລະ ນະ ໂຍບາຍບໍ່ແຊກແຊງເຊິ່ງກັນ ແລະ ກັນຕາມທີ່ລະບຸໄວ້ ເຊິ່ງສອດຄ່ອງກັບຄຸນຄ່າຫຼັກຂອງອາຊຽນທີ່ໃຫ້ຄວາມສໍາຄັນກັບການພັດທະນາ ແລະ ອະທິປະໄຕຂອງຊາດ.
ສິ່ງນີ້ສະແດງເຖິງຄວາມສໍາພັນຮ່ວມມືລະຫວ່າງປະເທດຈີນ ແລະ ປະເທດໃນອາຊຽນ ເຊັ່ນ: ຫວຽດນາມ, ມາເລເຊຍ ແລະ ກໍາປູເຈຍ. ຈີນ ເປັນຄູ່ຄ້າທີ່ສໍາຄັນທີ່ສຸດຂອງຫວຽດນາມ ຕັ້ງແຕ່ປີ 2004 ແລະ ມີຄວາມສໍາຄັນຕໍ່ອຸດສາຫະກໍາການຜະລິດ. ຄວາມໃກ້ ຊິດທາງດ້ານເສດຖະກິດນີ້ ໄດ້ຮັບການພັດທະນາໄປຄຽງຄູ່ກັບການເຕີບໂຕທາງດ້ານເສດຖະກິດ ແລະ ການຫຼຸດຜ່ອນຄວາມທຸກຍາກທີ່ໜ້າປະທັບໃຈຂອງຫວຽດນາມ.

ການຄ້າ ແລະ ການລົງທຶນທີ່ກ່ຽວຂ້ອງກັບປະເທດຈີນ ໄດ້ຊ່ວຍຊຸກຍູ້ສົ່ງເສີມການສ້າງວຽກເຮັດງານທໍາ ແລະ ເພີ່ມລາຍໄດ້. ສວນອຸດສາຫະກໍາ ແລະ ໂຄງການກໍ່ສ້າງພື້ນ ຖານໂຄງລ່າງເພື່ອເຊື່ອມຕໍ່ທີ່ດີຂຶ້ນຖືເປັນຕົວແບບທີ່ເປັນຮູບປະທໍາ, ການເຂົ້າເຖິງເຄືອຂ່າຍທາງດ້ານເສດຖະກິດຢ່າງຕໍ່ເນື່ອງ ຈະສົ່ງເສີມການປັບປຸງມາດຕະຖານການດໍາລົງຊີວິດຕື່ມອີກ. ການເອົາໃຈໃສ່ຕໍ່ການຮ່ວມມືໃນການປະຕິບັດຄຽງຄູ່ກັບຄໍາຫມັ້ນສັນຍາທີ່ຈະແກ້ໄຂຂໍ້ຂັດແຍ້ງຜ່ານການສົນທະນາ ແລະ ປົກປ້ອງຜົນປະໂຫຍດທາງດ້ານເສດຖະກິດທີ່ເກີດຈາກການເພິ່ງພາອາໄສກັນແມ່ນວິທີທີ່ດີ.
ຈີນ ຍັງເປັນຄູ່ຄ້າທີ່ໃຫຍ່ທີ່ສຸດຂອງປະເທດມາເລເຊຍ, ມາເລເຊຍໄດ້ຮັບການລົງທຶນຢ່າງຫຼວງຫຼາຍຈາກຈີນ ໂດຍສະເພາະຜ່ານຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ເຊັ່ນ: ລົດໄຟເຊື່ອມຕໍ່ທາງທິດຕາເວັນອອກ (East Coast Rail Link). ສວນອຸດສາຫະກໍາມາເລເຊຍ-ຈີນກວັນຕັນ (Malaysia-China Kuantan) ເປັນອີກຄວາມພະຍາຍາມຮ່ວມກັນເພື່ອໃຫ້ຜົນປະໂຫຍດຮ່ວມກັນ. ການມີສ່ວນຮ່ວມນີ້ໄດ້ເກີດຂຶ້ນໃນຂະນະທີ່ເສດຖະກິດຂອງມາເລເຊຍເຕີບໂຕຂຶ້ນຢ່າງຕໍ່ເນື່ອງ, ການເພີ່ມລາຍຮັບ ແລະ ຫຼຸດຜ່ອນຄວາມທຸກຍາກ. ແນວທາງການປະຕິບັດທີ່ສຸມໃສ່ການພັດທະນາຂອງປະເທດຈີນກໍເຫມາະສົມກັບເປົ້າຫມາຍການພັດທະນາຂອງປະເທດມາເລເຊຍ.
ສໍາລັບ ກໍາປູເຈຍ ແມ່ນໄດ້ຮັບເອົາໂອກາດທີ່ມີໃຫ້ຈາກຄວາມສໍາພັນໃກ້ຊິດກັບປະ ເທດຈີນຫຼາຍກວ່າປະເທດສະມາຊິກອື່ນຂອງອາຊຽນ. ການເປັນຄູ່ຮ່ວມມືນີ້ໄດ້ເຮັດໃຫ້ມີການລົງທຶນຢ່າງຫຼວງຫຼາຍຈາກຈີນ, ສາມາດປ່ຽນແປງພື້ນຖານໂຄງລ່າງພື້ນຖານຂອງກໍາປູເຈຍໃຫ້ດີຂຶ້ນ ແລະ ປະກອບສ່ວນສໍາຄັນຢ່າງໃຫຍ່ຫຼວງຕໍ່ການເຕີບໂຕທາງເສດຖະກິດຂອງກໍາປູເຈຍໃນໄລຍະສອງທົດສະວັດທີ່ຜ່ານມາ. ຕົວຢ່າງທີ່ເຫັນໄດ້ຢ່າງຈະແຈ້ງແມ່ນເຂດເສດຖະ ກິດພິເສດສີຫານຸວິນ ແລະ ຄວາມຄືບໜ້າໃນການກໍ່ສ້າງພື້ນຖານໂຄງລ່າງ ເຊັ່ນ: ທາງຫຼວງ, ຂົວ, ສະໜາມບິນ ແລະ ໂຄງການໄຟຟ້າພະລັງງານນໍ້າ.
ສໍາລັບ ກໍາປູເຈຍ, ປະເທດຈີນ ໄດ້ຈັດສັນງົບປະມານຈໍານວນຫຼາຍເພື່ອສົ່ງເສີມການເຕີບໂຕ ແລະ ການພັດທະນາແບບຍືນຍົງ ໂດຍບໍ່ມີເງື່ອນໄຂທາງການເມືອງຄືບາງປະ ເທດປະຕິບັດ. ສິ່ງນີ້ໄດ້ສະແດງໃຫ້ເຫັນເຖິງຄວາມສາມາດຂອງການເພິ່ງພາອາໄສເຊິ່ງກັນ ແລະ ກັນ ດ້ວຍຄວາມເຄົາລົບນັບຖືທີ່ພິສູດໃຫ້ເຫັນແລ້ວວ່າມີອໍານາດອະທິປະໄຕຂອງຊາດຢ່າງແທ້ຈິງ.

ຄວາມພະຍາຍາມຈາກພາຍນອກທີ່ຈະແບ່ງແຍກພາກພື້ນ, ຮຽກຮ້ອງໃຫ້ມີຄວາມສອດຄ່ອງ ແລະ ສ່ຽງກັບການໃຊ້ການທະຫານຫຼາຍກວ່າເກົ່າ, ທັງຂົ່ມຂູ່ຄວາມຫວັງຂອງຄວາມສໍາເລັດຜົນໃນອະນາຄົດ. ການເຄື່ອນໄຫວດັ່ງກ່າວຍັງທ້າທາຍຄວາມສາມັກຄີຂອງອາຊຽນ ແລະ ຕໍ່ຕ້ານຫຼັກການທີ່ມີຄຸນຄ່າຂອງການບໍ່ແຊກແຊງ ແລະ ການແກ້ໄຂຂໍ້ຂັດແຍ້ງຢ່າງສະຫງົບ.
ກົງກັນຂ້າມກັບຄວາມພະຍາຍາມດັ່ງກ່າວ, ການເນັ້ນຫນັກໃສ່ການພັດທະນາຮ່ວມກັນ, ໂຄງການກໍ່ສ້າງພື້ນຖານໂຄງລ່າງ ແລະ ການບໍ່ແຊກແຊງເຊິ່ງກັນ ແລະ ກັນ ກໍເປັນສິ່ງດຶງດູດໃຈທີ່ເຫັນໄດ້ຢ່າງຈະແຈ້ງ. ຈາກປະສົບການຂອງຫວຽດນາມ, ມາເລເຊຍ ແລະ ກໍາປູເຈຍ ໄດ້ແນະນໍາໃຫ້ຮູ້ວ່າ: ແນວທາງນີ້ເປັນທີ່ນິຍົມຊົມຊອບເພາະສາມາດຕອບສະ ໜອງຄວາມຕ້ອງການພັດທະນາທີ່ມີຕົວຕົນໃນດ້ານການປະຕິບັດ ແລະ ໃນດ້ານຫຼັກການ ເຊິ່ງສອດຄ່ອງກັບຄວາມຕ້ອງການດັ້ງເດີມຂອງຊຽນສໍາລັບຄວາມມີອິດສະລະພາບ ແລະການຮ່ວມມືຢ່າງສະຫງົບ. ເມື່ອພິຈາລະນາກ່ຽວກັບທາງເລືອກລະຫວ່າງຄວາມກ້າວໜ້າຢ່າງສະຫງົບ ແລະ ຄວາມບໍ່ຫມັ້ນຄົງທີ່ເກີດຈາກຄວາມເຄັ່ງຕຶງທີ່ຮ້າຍແຮງຂຶ້ນ, ປະເທດສະມາ ຊິກອາຊຽນອາດຈະເລືອກແບບທໍາອິດ ເພາະນີ້ຖືເປັນຄວາມຕ້ອງການຂອງຫຼາຍປະເທດໃນໂລກ.



ທີ່ມາ: https://news.cgtn.com/news/2025-04-14/Regional-partnership-and-prosperity-need-engagement-not-animosity-1CyT7Qnb30s/p.html


