ງານປະກວດນາງສັງຂານ ປະຈໍາປີ ພສ 2568.

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດງານປະກວດນາງສັງຂານ ປະຈໍາປີ ພສ 2568 ຂຶ້ນຢ່າງຄຶກຄື້ນມ່ວນຊື່ນໃນຄໍ່າຄືນວັນທີ 9 ເມສາ 2025 ນີ້, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຄໍາປຸ່ນ ນວນສະບັບ ເລຂາພັກເມືອງ, ວ່າການເຈົ້າເມືອງແກ່ນທ້າວ, ມີການນຳເມືອງ, ຜູ້ຊົງຄຸນວຸດທິ, ກຳມະການຕັດສິນ, ບັນດາບໍລິສັດ, ອົງການປົກຄອງບ້ານ ແລະ ປະຊາຊົນພາຍໃນເມືອງເຂົ້າຮ່ວມຮັບຊົມຢ່າງຫຼວງຫຼາຍ.
ທ່ານ ດຣ ບຸນຍັງ ພັນທະວົງ ຮອງເຈົ້າເມືອງແກ່ນທ້າວ, ຫົວໜ້າຄະນະຮັບຜິດຊອບຈັດງານ ໄດ້ລາຍງານໃຫ້ຮູ້ວ່າ: ງານປະກວດນາງສາວງາມ (ນາງສັງຂານ) ແມ່ນການຄັດເລືອກເອົານາງສາວງາມທີ່ມີຄວາມເໝາະສົມ ທີ່ຈະໄດ້ເປັນຕົວແທນໃຫ້ແກ່ເມືອງແກ່ນທ້າວ ໃນການເປັນນາງສັງຂານ ປະຈຳປີ ພສ 2568 .
ການປະກວດນາງສາວງາມ (ນາງສັງຂານ) ເພື່ອສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2568 ໃນປີນີ້ ມີນາງສາວເຂົ້າຮ່ວມການປະກວດທັງໝົດ 117ຄົນ. ຈາກນັ້ນ, ທ່ານ ຄໍາປຸ່ນ ນວນສະບັບ ວ່າການເຈົ້າເມືອງແກ່ນທ້າວໄດ້ກ່າວເປີດງານປະກວດນາງສັງຂານ ປະຈໍາປີ ພສ 2568 ຢ່າງເປັນທາງການ.
ຜ່ານການປະກວດຊະນະເລີດ ອັນດັບທີ 1 ໄດ້ແກ່ M2 ນາງ ສຸມິນຕາ ລັດຕະນະພອນ ຕົວແທນບ້ານທ້າວແກ່ນ ໄດ້ຮັບມົງກຸດ, ພ້ອມດ້ວຍສາຍສະພາຍ ແລະ ເງິນສົດ 6 ລ້ານກີບ, ຮອງຊະນະເລີດ ອັນດັບທີ 2 ໄດ້ແກ່ M8 ນາງ ນັດທິດາ ພົມໄທ ຕົວແທນບໍລິສັດ ຈັນທະວົງ ກໍ່ສ້າງ-ຂົວທາງ ໄດ້ຮັບສາຍສະພາຍ ພ້ອມດ້ວຍເງິນສົດ 5 ລ້ານກີບ, ຮອງຊະນະເລີດ ອັນດັບທີ 3 ໄດ້ແກ່ M5 ນາງ ນ້ອງມາຍ ສິງຄໍາ ຕົວແທນບໍລິເວນຫ້ວຍເລິກ-ວັງປາ ໄດ້ຮັບສາຍສະພາຍ ພ້ອມດ້ວຍເງິນສົດ 4 ລ້ານກີບ, ຮອງຊະນະເລີດ ອັນດັບທີ 4 ໄດ້ແກ່ M16 ນາງ ນໍ້າທິບ ທີລະຈັນ ຕົວແທນບ້ານເມືອງໝໍ ໄດ້ຮັບສາຍສະພາຍ ພ້ອມດ້ວຍເງິນສົດ 3 ລ້ານກີບ, ຮອງຊະນະເລີດ ອັນດັບທີ 5 ໄດ້ແກ່ M1 ນາງ ສຸນິຕາ ສຸຂະພັນ ຕົວແທນບໍລິສັດ ສົມວັນຈະເລີນເປໂຕລ້ຽມ ເຈວລີ ຈໍາກັດ ໄດ້ຮັບສາຍສະພາບ ພ້ອມດ້ວຍເງິນສົດ 2 ລ້ານກີບ, ຮອງຊະນະເລີດ ອັນດັບທີ 6 ໄດ້ແກ່ M15 ນາງ ນິເດຍ ຄໍາອ່ອນ ຕົວແທນບໍລິເວນບ້ານໜອງ ໄດ້ຮັບສາຍສະພາຍ ພ້ອມດ້ວຍເງິນສົດ 2 ລ້ານກີບ ແລະ ຮອງຊະນະເລີດ ອັນດັບທີ 7 ໄດ້ແກ່ M13 ນາງ ໂມນາ ແກ້ວປະສົງ ຕົວແທນບໍລິເວນປາກແຄມ ໄດ້ຮັບສາຍສະພາຍ ພ້ອມດ້ວຍເງິນສົດ 2 ລ້ານກີບ. ນອກຈາກນັ້ນ, ຍັງມີລາງວັນນາງສາວຜິວງາມ, ນາງສາວມິດຕະພາບ, ນາງສາວບຸກຄະລິກກະພາບດີ, ນາງສາວຮູບຮ່າງງາມ, ນາງສາວຂວັນໃຈແມ່ນາງງາມ ແລະ ລາງວັນນາງງາມຂວັນໃຈມວນຊົນ ຕື່ມອີກ.
ຂ່າວ: ແກ່ນທ້າວ.
ພາບ: ຄໍາຜາຍ ສຸລິຍະວົງ.






