ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ດິດ ທີນ່າ ລັດຖະມົນຕີ ກະຊວງ ກະສິກໍາ, ປ່າໄມ້ ແລະ ການປະມົງ ຣາຊະອານາຈັກ ກຳປູເຈຍ ພ້ອມດ້ວຍຄະນະ ເຂົ້າຢ້ຽມຂໍ່ານັບ ໃນວັນທີ 2 ພຶດສະພານີ້ ທີ່ ສຳນັກງານນາຍົກລັດຖະມົນຕີ, ເນື່ອງໃນໂອກາດ ຄະນະຜູ້ແທນດັ່ງກ່າວ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກງານຢູ່ ສປປ ລາວ ໃນລະຫວ່າງ ວັນທີ 30 ເມສາ ຫາ 3 ພຶດສະພານີ້.
ໃນໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ທ່ານ ດິດ ທີນ່າ ພ້ອມຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ເພື່ອເປັນການປະກອບສ່ວນເສີມສ້າງ ສາຍພົວພັນຮ່ວມມື ແລະ ຊ່ວຍເຫຼືອກັນ ລະຫວ່າງ ລາວ-ກຳປູເຈຍ ເວົ້າລວມ, ເວົ້າສະເພາະ ກໍຄືກະຊວງ ກະສິກຳ ແລະ ປ່າໄມ້ ແຫ່ງ ສ ປປ ລາວ ແລະ ກະຊວງ ກະສິກໍາ, ປ່າໄມ້ ແລະ ການປະມົງ ແຫ່ງ ຣາຊະອານາຈັກ ກຳປູເຈຍ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.
ທ່ານ ດິດ ທີນ່າ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານ ສອນໄຊ ສີພັນດອນ ພ້ອມນີ້ ຍັງໄດ້ລາຍງານຈຸດປະສົງໃນການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃຫ້ ທ່ານໄດ້ຮັບຊາບ ໂດຍສະເພາະລາຍງານຜົນການພົບປະສອງຝ່າຍ ຊຶ່ງຄັ້ງນີ້ແມ່ນການພົບປະ ຄັ້ງທີ 2 ຂອງການນໍາທັງສອງກະຊວງ ໂດຍຄັ້ງຜ່ານມາແມ່ນໄດ້ພົບປະ ແລະ ເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງສອງກະຊວງ ວ່າດ້ວຍການຮ່ວມມື ດ້ານກະສິກໍາ ໃນປີ 2024 ໂດຍອີງໃສ່ທິດທາງຂອງແຜນດຳເນີນງານ ວ່າດ້ວຍການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກຳປູເຈຍ ປີ 2023-2027.
ທ່ານ ດິດ ທີນ່າ ຍັງໄດ້ລາຍງານວ່າ: ເນື້ອໃນຂອງການປຶກສາ ຫຼື ການພົບປະຂອງສອງກະຊວງ ແມ່ນໄດ້ເນັ້ນໜັກໃສ່ ການຊຸກຍູ້ການຈັດຕັ້ງປະຕິບັດ ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສອງກະຊວງ ກວມເອົາບັນດາໜ້າວຽກທີ່ເປັນບຸລິມະສິດຂອງຂະແໜງການເປັນຕົ້ນ ແມ່ນການແລກປ່ຽນບົດຮຽນ ແລະ ປະສົບການດ້ານສະຫະກອນກະສິກໍາ, ການຜະລິດເຂົ້າເປັນສິນຄ້າ, ການຊຸກຍູ້ສົ່ງເສີມພາກເອກະຊົນເພື່ອລົງທຶນດ້ານກະສິກໍາ, ການອໍານວຍຄວາມສະດວກດ້ານການຄ້າກະສິກໍາ, ການປະມົງນໍ້າຈືດ ແລະ ສັດນໍ້າ, ການອະນຸລັກປ່າໄມ້ ແລະ ສັດນໍ້າ, ໂດຍສະເພາະປາໂລມານໍ້າຈືດ ແລະ ອື່ນໆ.
ນອກຈາກນີ້, ກໍໄດ້ເນັ້ນໜັກຕື່ມກ່ຽວກັບ ການສ້າງສະພາບແວດລ້ອມທີ່ດີ ເພື່ອອໍານວຍຄວາມສະດວກໃຫ້ແກ່ການລົງທຶນດ້ານກະສິກໍາ ໂດຍສະເພາະການຮ່ວມມື ແລະ ແລກປ່ຽນບົົດຮຽນຂອງພາກເອກະຊົນ ໃນການສະໜອງປັດໄຈການຜະລິດ ກໍຄືການຜະລິດຝຸ່ນປຸ໋ຍທີ່ພວກເຮົາມີທ່າແຮງ. ພ້ອມນັ້ນ, ກໍໄດ້ເຊີນຊວນບັນດານັກທຸລະກິດກໍາປູເຈຍ ເຂົ້າມາລົງທຶນຢູ່ ສປປ ລາວ ໃນຂົງເຂດທີ່ ສປປ ລາວ ມີທ່າແຮງບົ່ມຊ້ອນ ເປັນຕົ້ນ ການຜະລິດກະສິກໍາສະອາດ, ການປຸງແຕ່ງກະສິກໍາ, ການທ່ອງທ່ຽວແບບທໍາມະຊາດ ທີ່ຕິດພັນກັບການຜະລິດກະສິກໍາ ແລະ ຂົງເຂດອື່ນໆ ທີ່ທັງສອງຝ່າຍມີຄວາມສົນໃຈ.
ຂ່າວ-ພາບ: ສຳນານ




