ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ມອບຈໍ LED ແລະ ຄອມພິວເຕີ ໃຫ້ໜັງສືພິມປະຊາຊົນ

Apr 11, 2025

ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ມອບຈໍ LED ແລະ ຄອມພິວເຕີ ໃຫ້ໜັງສືພິມປະຊາຊົນ
ວັນທີ 10 ເມສາ 2025 ທີ່ສະໂມສອນຂອງໜັງສືພິມປະຊາຊົນ ໄດ້ມີພິທີມອບ-ຮັບ ຈໍ LED ຂະໜາດ 120 ນິ້ວ 1 ຊຸດ, ຄອມພິວເຕີຕັ້ງໂຕະ 2 ໜ່ວຍ ແລະ ໂນດບຸກ 1 ໜ່ວຍ ລວມມູນຄ່າ 137,775,000 ກີບ ໃຫ້ໜັງສືພິມປະຊາຊົນ ໂດຍການກ່າວຮັບຂອງ ທ່ານ ວັນໄຊ ຕະວິນຍານ ກຳມະການຄະນະບໍລິຫານງານພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເລຂາໜ່ວຍພັກ ຫົວໜ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນ ແລະ ກ່າວມອບໂດຍ ທ່ານ ຫຼິນລຸ້ຍ ປະທານບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ຊຶ່ງມີພະນັກງານຂອງສອງຝ່າຍເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ຫຼິນລຸ້ຍ ໄດ້ກ່າວອວຍພອນປີໃໝ່ລາວ 2568 ແດ່ ທ່ານ ວັນໄຊ ຕະວິນຍານ ແລະ ບັນດາພະນັກງານຂອງໜັງສືພິມປະຊົນ; ພ້ອມທັງລາຍງານກ່ຽວກັບບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ແລະ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ ຄະນະໂຄສະນາອົບຮົມສູນກາງພັກ ກໍຄືໜັງສືພິມປະຊາຊົນ, ພິເສດແມ່ນ ທ່ານ ວັນໄຊ ຕະວິນຍານ ຊຶ່ງໃນລະຫວ່າງທາງແຫ່ງການເຕີບໂຕຂອງບໍລິສັດ ທ່ານໄດ້ສ້າງຂົວແຫ່ງການສື່ສານໃຫ້ກັບພວກເຮົາຢ່າງແຂ່ງຂັນ ເຜີຍແຜ່ຄວາມສຳເລັດ ແລະ ຄວາມພະຍາຍາມໃນການເຮັດວຽກຂອງພວກເຮົາ ຜ່ານຊ່ອງທາງຕ່າງໆ ແລະ ໃຫ້ປະຊາຊົນລາວພວກເຮົາ ກໍຄືບໍລິສັດສາຍສົ່ງໄຟຟ້າແຫ່ງຊາດຫຼາຍຂຶ້ນ. ການສະໜັບສະໜູນໃນຄັ້ງນີ້, ເປັນແຮງພັກດັນທີ່ແຂງແກ່ນ ສຳລັບພວກເຮົາ ໃນການກ້າວໄປຂ້າງໜ້າ ແລະ ຊ່ວຍໃຫ້ເຮົາສາມາດມີຄວາມຍືນຍົງ ຍິ່ງຂຶ້ນໃນ ສປປ ລາວ.
ທ່ານ ວັນໄຊ ຕະວິນຍານ ໄດ້ກ່າວຂອບໃຈຕໍ່ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ແລະ ເນັ້ນຢໍ້າວ່າ: ອຸປະກອນ LED ແລະ ຄອມພິວເຕີ ເປັນອຸປະກອນທີ່ສໍາຄັນ ແລະ ຈໍາເປັນ ໃນການຮັບໃຊ້ໜ້າທີ່ວຽກງານການເມືອງຂອງພັກ-ລັດ ໃນປັດຈຸບັນ; ອຸປະກອນທີ່ໄດ້ຮັບໃນມື້ນີ້, ພວກຂ້າພະເຈົ້າຖືວ່າເປັນອຸປະກອນ ທີ່ຈະສາມາດໃຫ້ພວກເຮົາທັນຍຸກ ທັນສະໄໝ ແລະ ປະກອບສ່ວນໃນການເຮັດໜ້າທີ່ການເມືອງຂອງພວກຂ້າພະເຈົ້າ ໃຫ້ໄດ້ດີຍິ່ງຂຶ້ນ. ພ້ອມນີ້, ກໍໄດ້ຕີລາຄາສູງຕໍ່ບໍລິສັດດັ່ງກ່າວ, ເຖິງວ່າຈະຫາກໍຮູ້ຈັກກັບໜັງສືພິມປະຊາຊົນເຮົາ ບໍ່ພໍເທົ່າໃດເດືອນ, ແຕ່ກໍເຫັນຄວາມຈໍາເປັນ ແລະ ຄວາມຕ້ອງການຂອງໜັງສືພິມປະຊາຊົນ ຊຶ່ງເຮັດໃຫ້ພວກເຮົາໄດ້ມີການປະສານງານຮ່ວມກັນຍິ່ງຂຶ້ນ ກໍຄືປະກອບສ່ວນສືບທອດເຈດຕະນາລົມຂອງທ່ານ ສີ ຈິ້ນຜິງ ໃຫ້ໜຶ່ງແລວໜຶ່ງເສັ້ນທາງ ປະກົດຜົນເປັນຈິງ ກໍຄືຊຸກຍູ້ສື່ມວນຊົນພັກ-ລັດ ໃຫ້ມີບາດກ້າວຂະຫຍາຍຕົວຂຶ້ນ.
ທ່ານ ວັນໄຊ ຕະວິນຍານ ຍັງກ່າວວ່າ: ພວກຂ້າພະເຈົ້າຂໍຈາລຶກບຸນຄຸນຂອງບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ທີ່ໄດ້ປະກອບສ່ວນໃນຄັ້ງນີ້ ແລະ ເຊື່ອໝັ້ນວ່າໃນອະນາຄົດ ພວກເຮົາຈະສືບຕໍ່ໂຄສະນາຜົນງານການເຄື່ອນໄຫວຂອງພວກທ່ານ ເພື່ອເຊື່ອມສາຍສຳພັນລາວ-ຈີນ ໃຫ້ໝັ້ນຄົງຂະໜົງແກ່ນຕະຫຼອດໄປ.
(ຂ່າວ-ພາບ: ສຸກສະຫວັນ)