ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະຊາຊົນ 9 ບ້ານພາຍໃນເມືອງຫົງສາ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ ໃນປີ 2024 ຜ່ານມາ ໄດ້ຮັບເຄື່ອງຊ່ວຍເຫຼືອສຸກເສີນ

Apr 14, 2025

ພິທີມອບ-ຮັບເຄື່ອງຊ່ວຍເຫຼືອສຸກເສີນ ໃຫ້ຜູ້ປະສົບໄພພິບັດນ້ຳຖ້ວມໃນປີ 2024 ຜ່ານມາ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 11 ເມສາ 2025 ນີ້, ຢູ່ທີ່ຫ້ອງປະຊຸມຂອງບ້ານແທ່ນຄຳ ໂດຍມີທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ, ມີພາກສ່ວນທີ່ກ່ຽວຂ້ອງຂອງແຂວງ, ຂອງເມືອງ, ນາຍບ້ານ ພ້ອມດ້ວຍປະຊາຊົນທີ່ໄດ້ຮັບຜົນກະທົບເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ພົມມາ ພົມະຫານ ຮອງເລຂາພັກເມືອງ ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ໄດ້ໃຫ້ຮູ້ວ່າ: ໃນ 1 ປີຜ່ານມາທົ່ວເມືອງມີໄພພິບັດເກີດຂຶ້ນທັງໝົດ 9 ຄັ້ງ, ກວມເອົາ 19 ບ້ານ, ມີ 391 ຄອບຄົວ, ມີຈໍານວນຄົນ 1,937 ຄົນ, ຍິງ 919 ຄົນ, ດິນເຈື່ອນທັບຖົມເຮືອນເປ່ເພບໍ່ສາມາດອາໄສຢູ່ໄດ້ 3 ຫຼັງ, ນໍ້າຂອງພັດເຮືອນໄຫຼນໍ້າ 4 ຫຼັງ, ເນື້ອທີ່ນາເສຍຫາຍ 12.08 ເຮັກຕາ, ເນື້ອທີ່ສວນ 11.95 ເຮັກຕາ, ໄຮ່ເຂົ້າ 0.5 ເຮັກຕາ, ໜອງປາ 6 ໜອງ ແລະ 1 ກະຊັງ ປ່ອຍປາ 14,000 ໂຕ, ສັດປີກ 42 ໂຕ, ຄວາຍໄຫຼນໍ້າຕາຍ 2 ໂຕ, ຝາຍໄມ້ປະຖົມ ປະຖານເປ່ເພ 27 ແຫ່ງ, ຄອງເໝືອງຂາດ 1 ແຫ່ງ, ນໍ້າເຊາະເຄື່ອນດິນຖົມເສັ້ນທາງ ແລະ ຮ່ອງລະບາຍນໍ້າ 7 ເສັ້ນ, ມີ 117 ຈຸດ, ຂົວເຫຼັກເປ່ເພ 1 ແຫ່ງ, ລະບົບໄຟຟ້າ, ພືດພັກ ແລະ ເຄື່ອງໃຊ້ຄົວເຮືອນເສຍຫາຍຈໍານວນໜຶ່ງ ລວມມູນຄ່າເສຍຫາຍທັງໝົດ 4 ຕື້ກວ່າກີບ.
ສໍາລັບບ້ານທີ່ໄດ້ຮັບຜົນກະທົບຈາກໄພພິບັດໃນຊ່ວງທ້າຍເດືອນກໍລະກົດ ຫາ ເດືອນ ສິງຫາ 2024 ທີ່ຈະໄດ້ຮັບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ລວມມີ 9 ບ້ານຄື: ບ້ານໂພນຈັນ, ເມືອງຫານ, ສີມຸງຄຸນ, ແທ່ນຄຳ, ນາປຸ່ງ, ຫ້ວຍໃຍ, ກິ່ວມ່ວງ, ທ່ານຸ່ນ ແລະ ບ້ານປາກງື່ມ, ມີ 203 ຄອບຄົວ, ຈໍານວນຄົນ 1,067 ຄົນ, ຍິງ 509 ຄົນ, ດ້ານທີ່ຢູ່ອາໄສໄດ້ຮັບຜົນກະທົບມີ 2 ບ້ານ 14 ຄອບຄົວ ໃນນີ້, ເຮືອນບໍ່ສາມາດອາໄສຢູ່ໄດ້ 3 ຄອບຄົວ ແລະ ເປ່ເພເລັກໜ້ອຍ 11 ຄອບຄົວ, ເນື້ອທີ່ນາຖືກນໍ້າເຊາະເຈື່ອນ, ຕົມ ແລະ ເສດໄມ້ທັບຖົມ 9,69 ເຮັກຕາ, ໄຮ່ເຂົ້າ 0,5 ເຮັກຕາ, ສວນ 11,7 ເຮັກຕາ, ໜອງປາ 6 ໜອງ ແລະ 1 ກະຊັງ ປ່ອຍປາ 14,000 ໂຕ, ສັດປີກເສຍຫາຍ 42 ໂຕ. ນອກ
ຈາກນັ້ນ, ກໍ່ຍັງມີເສັ້ນທາງ, ຊົນລະປະທານຈໍານວນໜຶ່ງໄດ້ຮັບ ຜົນກະທົບເຊັ່ນ: ນໍ້າເຊາະເຈື່ອນເສັ້ນທາງເສຍຫາຍມີ 2 ຈຸດ ແລະ ຝາຍໄມ້ປະຖົມປະຖານ ເປ່ເພ 6 ແຫ່ງ ປະເມີນມູນຄ່າຜົນເສຍຫາຍທັງໝົດ 1 ຕື້ກວ່າກີບ.
ເຄື່ອງທີ່ນຳມາມອບໃນຄັ້ງນີ້ປະກອບມີ: ເຂົ້າສານໜຽວ 10.3 ໂຕນ, ອຸປະກອນປຸກສ້າງເຮືອນເຊັ່ນ: ສັງກະສີ 8 ຟຸດ 174 ແຜ່ນ, ປູນຊີມັງ 4.56 ໂຕ່ນ, ເຫຼັກຟີ12, ຟີ10, ຟີ6, ເຫຼັກຕາປູ, ໄມ້ສຳເລັດຮູບ, ເສົາເບຕົງ, ເຄື່ອງນຸ່ງຮົ່ມ ແລະ ເຄື່ອງໃຊ້ໃນຄົວເຮືອນຈຳນວນໜຶ່ງ ລວມມູນຄ່າ 342 ລ້ານກວ່າກີບ.
ຂ່າວ-ພາບ: ຖວທ ເມືອງຫົງສາ