ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມ ຄະນະພັກ ຄະນຳສະຫະພັນກຳມະບານ, ກະຊວງ, ອົງການ, ນະຄອນຫຼວວຽງຈັນ, ກຳມະກອນ ແລະ ຜູ້ອອກແຮງງານລາວ ເນື່ອງໃນໂອກາດສະເຫຼີມສະຫຼອງວັນກຳມະກອນສາກົນຄົບຮອບ 137 ປີ, ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 68 ປີ, ວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 67 ປີ, ວັນສໍາຄັນຕ່າງໆຂອງຊາດ, ຂອງພັກ ແລະ ສາກົນ ຂຶ້ນໃນວັນທີ 9 ພຶດສະພານີ້ ທີ່ ສູນຮ່ວມມືສາກົນ ແລະ ຝຶກອົບຮົມ ( ICTC) ນະຄອນຫຼວງວຽງຈັນ.
ໃນພິທີ, ທ່ານ ນາງອາລີ ວົງໜໍ່ບຸນທໍາ ກຳມະການສູນກາງພັກ ປະທານຄະນະບໍລິຫານງານ ສະຫະພັນກໍາມະບານລາວ ໄດ້ຂຶ້ນລາຍງານກ່ຽວກັບສະພາບການຂອງກຳມະກອນ ແລະ ຜູ້ອອກແຮງງານໃນພາກພື້ນ, ສາກົນ ແລະ ໃນລາວ ໃນການເຄື່ອນໄຫວວຽກງານກຳມະບານ ແລະ ທິດທາງວຽກງານຈຸດສຸມໃນຕໍ່ໜ້າ, ບັນຫາຂໍ້ຄົງຄ້າງ, ວິທີແກ້ໄຂ ແລະ ອື່ນໆ. ປັດຈຸບັນໃນທົ່ວປະເທດມີ 36 ສະຫະພັນກໍາມະບານ ກະຊວງ ແລະ ອົງການ, 18 ສະຫະພັນກຳມະບານແຂວງ, ນະຄອນຫຼວງ, 145 ສະຫະພັນກຳມະບານເມືອງ, 3 ສະຫະພັນກຳມະບານນະຄອນ, ມີ 6.461 ຮາກຖານ ທຽບໃສ່ປີ 2020 ເພີ່ມຂຶ້ນ 102 ຮາກຖານ ສະເລ່ຍ 22,85 %, ຂະຫຍາຍການຈັດຕັ້ງກຳມະບານໃໝ່ໄດ້ 116 ຮາກຖານ ແລະ ຂະຫຍາຍສະມາຊິກກໍາມະບານໄດ້ 7.817 ສະຫາຍຍິງ 4.309 ສະຫາຍ ແລະ ປັດຈຸບັນມີສະມາຊິກກຳມະບານທັງໝົດ 219.113 ສະຫາຍ, ຍິງ 100.809 ສະຫາຍ.
ຫຼັງຈາກນັ້ນ, ທ່ານ ທອງລຸນ ສີສຸລິດ ໄດ້ໂອ້ລົມ ຍົກໃຫ້ເຫັນຜົນງານ ແລະ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານຂອງສະຫະພັນກຳມະບານ ແຕ່ລະຂັ້ນທີ່ຍາດໄດ້ມີຜົນງານອັນພົ້ນເດັ່ນຫຼາຍດ້ານ ແຕ່ເຖິ່ງໃດກໍ່ຕາມເພື່ອເປັນການຮັບປະກັນໃຫ້ວຽກງານຂອງກຳມະບານລາວ ມີການເຕີບໃຫຍ່ເຂັ້ມແຂ່ງຈຶ່ງຮຽກຮ້ອງມາຍັງ ສະຫະພັນກຳມະບານລາວ ແຕ່ລະຂັ້ນເອົາໃຈໃສ່ຕື່ມ 9 ບັນຫາສໍາຄັນດັ່ງນີ້: ໜຶ່ງ: ທ່ານໄດ້ຍົກໃຫ້ເຫັນ ກຳມະບານລາວ ແມ່ນອົງການຈັດຕັ້ງມະຫາຊົນ ທີ່ກວ້າງຂວາງໃນລະບົບການເມືອງ ຂອງລະ ບອບປະຊາທິປະໄຕປະຊາຊົນ ທີ່ມີພັກປະຊາຊົນປະຕິວັດລາວ ເປັນແກນນຳ, ແມ່ນຕົວແທນແຫ່ງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງສະມາຊິກກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານ ໃນທົ່ວປະເທດ; ກໍາມະບານ ແມ່ນອົງການຈັດຕັ້ງທີ່ເປັນຕົວແທນ ປົກປ້ອງຜົນປະໂຫຍດ; ສົ່ງເສີມການມີວຽກເຮັດງານທໍາ; ປ້ອງກັນຄວາມປອດໄພ ແລະ ຄວາມຍຸຕິທໍາ ໃຫ້ແກ່ຜູ້ອອກແຮງງານ; ຊຸກຍູ້, ສົ່ງເສີມ, ສ້າງກໍາມະກອນ, ສ້າງຜູ້ອອກແຮງງານ ໃຫ້ມີຄວາມຮູ້ຄວາມສາມາດ ສູງຂຶ້ນ.
ສອງ: ອົງການກຳມະບານລາວ ສ້າງຕັ້ງຂຶ້ນຕາມແນວທາງ, ແຜນນະໂຍບາຍ ຂອງພັກ; ພາຍຫຼັງສ້າງຕັ້ງພັກປະຊາຊົນລາວຂຶ້ນບໍ່ພໍເທົ່າໃດ, ປີຕໍ່ມາ ຄືໃນວັນທີ 01 ກຸມພາ 1956 ກໍ່ໄດ້ສ້າງຕັ້ງອົງການກໍາມະບານຂຶ້ນໂລດ, ນີ້ສ່ອງແສງໃຫ້ພວກເຮົາເຫັນຢ່າງຈະແຈ້ງວ່າ ພັກເຮົາ ໄດ້ຖືສໍາຄັນ ແລະ ເອົາໃຈໃສ່ ຕໍ່ທີ່ຕັ້ງ, ບົດບາດ ຂອງການຈັດຕັ້ງກໍາມະບານ, ເຊິ່ງຄຽງຄູ່ກັບພັກ ໄດ້ມີອົງການກໍາມະບານ ທີ່ຖືກສ້າງຕັ້ງຂຶ້ນ ຄືກັນກັບອົງການເສນາທິການ ແລະ ອົງການມະຫາຊົນອື່ນໆ ຂອງພັກ. ພັກ ເປັນຜູ້ສ້າງຕັ້ງກໍາມະບານ, ພັກ ຊີ້ນຳ ແລະ ອຳນວຍໃຫ້ກໍາມະບານ ເຄື່ອນໄຫວໄປຕາມແນວທາງ, ແຜນນະໂຍບາຍ ຂອງພັກ; ຊ່ວຍພັກ ປົກປັກຮັກ ສາ ແລະ ປົກປ້ອງ ຜົນປະໂຫຍດ ຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານລາວ.
ສາມ: ພັກເຮົາຮັບຮູ້ວ່າ ຊົນຊັ້ນກຳມະກອນ, ຊາວຜູ້ອອກ ແຮງງານລາວ ແມ່ນຊັ້ນຄົນ, ກຸ່ມຄົນ ທີ່ມີຄວາມຕື່ນຕົວທາງການເມືອງ ແລະ ມານະຈິດປະຕິວັດສູງ, ມີລະບຽບວີໄນ ສູງກວ່າຊົນຊັ້ນອື່ນ, ມີສະຕິຕື່ນຕົວ, ເຮັດທຸກສິ່ງຢ່າງ ເພື່ອຜົນປະໂຫຍດ ຂອງຊົນຊັ້ນ, ຂອງປະຊາຊົນຜູ້ອອກແຮງງານ ສູງກວ່າໝູ່, ທັງເປັນຊົນຊັ້ນທີ່ມີຄວາມເສຍສະຫຼະ ຜົນປະໂຫຍດສ່ວນຕົວ ເພື່ອສ່ວນລວມສູງກວ່າໝູ່. ອີງໃສ່ຄຸນລັກສະນະ ແລະ ຈຸດພິເສດສະເພາະ ຂອງຊົນຊັ້ນກໍາມະກອນ ຄືແນວນັ້ນ, ສະມາຊິກກໍາມະບານ, ຜູ້ເປັນການນຳແຕ່ລະຫາຍ ສືບຕໍ່ຝຶກຝົນ ແລະ ຮັບປະກັນການຮັກສາລັກສະນະ ແລະ ທາດແທ້ປະຕິວັດ ຂອງຊົນຊັ້ນກໍາມະກອນ ໄວ້ໃຫ້ໄດ້ຢ່າງແທ້ຈິງ.
ສີ່: ກໍາມະບານລາວ ມີອາຍຸໄດ້ 67 ປີ, ແຕ່ກ່ອນກົດລະບຽບ ຂອງສະຫະພັນກຳມະບານລາວ ແມ່ນຄືກັນກັບກົດລະບຽບຂອງພັກ. ຕະຫຼອດໄລຍະ 67 ປີ ແຫ່ງການກໍາເນີດ, ເຕີບໃຫຍ່, ຂະຫຍາຍຕົວ ຂອງສະຫະພັນກຳມະບານລາວ ມາຮອດປັດຈຸບັນ ຍາມໃດກໍ່ໄດ້ສະແດງໃຫ້ພວກເຮົາເຫັນທັດສະນະຊົນຊັ້ນ, ຄວາມຈົງຮັກພັກດີ, ຄວາມຕັ້ງຕໍ່ບໍລິສຸດ ຕໍ່ຊົນຊັ້ນ, ຕໍ່ພັກ ຕໍ່ປະເທດຊາດ ກໍ່ຄື ຄວາມເປັນຫຼັກແຫຼ່ງ ໃຫ້ແກ່ຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າ ຢ່າງໜັກແໜ້ນ ແລະ ສະເໝີຕົ້ນສະເໝີປາຍ, ກໍາມະບານ ຍັງຖືເອົາປະຊາຊົນເປັນກົກ, ເດີນຕາມເສັ້ນທາງມະຫາຊົນ, ໃກ້ສິດຕິດແທດມະຫາຊົນ, ຖືເອົາຜູ້ອອກແຮງງານ ເປັນເປົ້າໝາຍ (ຄືກັບພັກເວົ້າ); ເຮັດວຽກງານຫຍັງ ກໍ່ຕ້ອງຄຳນຶງບັນຫາດັ່ງກ່າວ, ບໍ່ລັງເລ, ບໍ່ຄອນແຄນ ຈຶ່ງສາມາດເອີ້ນວ່າ ເປັນກຳມະບານຂອງພັກ (ອົງການມະຫາຊົນ ຂອງພັກ), ສະນັ້ນ ຖັນແຖວພະນັກງານ, ລັດຖະກອນ, ສະມາຊິກກໍາມະບານໝົດທຸກຄົນ ຕ້ອງມີຄວາມພາກພູມໃຈ ແລະ ກະຕືລືລົ້ນ ໃນການເຮັດວຽກ ທີ່ຖືກມອບໝາຍ.
ຫ້າ: ຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານ ຕ້ອງກຳແໜ້ນຄັນທຸງປະຕິວັດ ຂອງພັກ, ຂອງຊົນຊັ້ນກຳມະກອນໃຫ້ໄດ້ ແລະ ເດີນຕາມພັກ, ຕາມແນວທາງຂອງພັກຢ່າງເດັດດ່ຽວ ໜ່ຽວແໜ້ນ, ຕອບຕ້ານ ແລະ ແກ້ໄຂ ປະກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນການສໍ້ລາດບັງຫຼວງ, ການເສື່ອມທາດຂາດຄຸນ, ຄວາມບໍ່ເຂັ້ມງວດກວດຂັນດ້ານລະບຽບວິໄນ, ປະກົດການບໍ່ຢາກເປັນສະມາຊິກກຳມະບານ, ບໍ່ຢາກເຄື່ອນໄຫວວຽກງານກຳມະບານ ແລະ ອື່ນໆ, ຊຶ່ງປະກົດການເຫຼົ່ານັ້ນ ລ້ວນແຕ່ບໍ່ແມ່ນທາດແທ້ ຂອງຊົນຊັ້ນກໍາມະກອນ ແຕ່ຢ່າງໃດ.
ຫົກ: ສະຫະພັນກໍາມະບານ ເປັນໜຶ່ງໃນອົງການ ໄຕຼພາຄີ ຫຼື ເວົ້າອີກຢ່າງໜຶ່ງວ່າ ພາຄີ 3 ຝ່າຍ ປະກອບໄປດ້ວຍ: ລັດຖະບານ, ສະພາການຄ້າ ແລະ ອຸດສາຫະກໍາ . ສາມອົງກອນນີ້ ຕ້ອງເຮັດວຽກຮ່ວມກັນ, ມີລະບອບປະຊຸມປຶກສາຫາລືກັນຢ່າງເປັນປະຈຳ, ມອບໃຫ້ກໍາມະບານ ເປັນເຈົ້າການ ແລະ ເປັນໃຈກາງປະສານງານ, ສະເໜີຄວາມຮຽກຮ້ອງຕ້ອງການ ຂອງກໍາມະກອນ ແລະ ຜູ້ອອກແຮງງານ ໃຫ້ຜູ້ໃຊ້ແຮງງານ ແລະ ໃຫ້ລັດຖະບານ ຢ່າງສົມເຫດສົມຜົນ ແລະ ມີຄວາມກົມກຽວ ເພື່ອຮັບປະກັນຜົນປະໂຫຍດ ຂອງທຸກຝ່າຍໃນສັງຄົມ (ອົງການແຮງງານສາກົນ ILO ໄດ້ຮັບຮອງເອົາຖະແຫຼງການ 3 ຝ່າຍ ກ່ຽວກັບບັນດາຫຼັກການ ກ່ຽວຂ້ອງກັບບໍລິສັດຂ້າມຊາດ ແລະ ນະໂຍບາຍທາງສັງຄົມ ທີ່ເຊີແນວ ໃນເດືອນ ພະຈິກ 1977 ແລະ ໄດ້ຮັບການປັບປຸງ ໃນປີ 2000 ແລະ ປີ 2006). ກົນໄກພົວພັນໄຕຼພາຄີ (3 ຝ່າຍ) ຊ່ວຍຊຸກຍູ້ການຊອກຫາທາງອອກຮ່ວມກັນ ທີ່ທຸກຝ່າຍຮັບໄດ້ ຕໍ່ກັບບັນຫາທີ່ມີຜົນປະໂຫຍດທາງສັງຄົມແຕກຕ່າງກັນ, ເປັນເຄື່ອງມືເພື່ອຮັບປະກັນວ່າ ນະໂຍບາຍຕ່າງໆ ຂອງລັດຖະບານ ສອດຄ່ອງກັບຄວາມມຸ່ງມາດປາຖະໜາ ແລະ ຜົນປະໂຫຍດລວມ ຂອງສັງຄົມ, ສອດຄ່ອງກັບຜົນປະໂຫຍດອັນຊອບທຳ ຂອງທຸກຝ່າຍ; ພວກເຮົານຳໃຊ້ກົນໄກພົວພັນ 3 ຝ່າຍໄດ້ດີເທົ່າໃດ ບໍ່ພຽງຊ່ວຍຮັກສາສະຖຽນລະພາບທາງດ້ານການເມືອງ ແຕ່ຫາກຍັງເປັນປັດໄຈຮັບປະກັນການພັດທະນາທາງດ້ານເສດຖະກິດ-ສັງຄົມ ຢ່າງຍືນຍົງ ອີກດ້ວຍ. ສະນັ້ນ ສະຫະພັນກຳມະບານ ມີບົດບາດສຳຄັນໃນການເປັນ ຂົວຕໍ່, ເປັນໃຈກາງ ປົກປ້ອງ ແລະ ຮັກສາສິດ ແລະ ຜົນປະໂຫຍດອັນຊອບທໍາ ຂອງກໍາມະກອນ ແລະ ຜູ້ອອກແຮງງານ. ໄປຄຽງຄູ່ກັນນັ້ນ ກໍ່ຕ້ອງຊຸກຍູ້ການສົ່ງ ເສີມ ແລະ ເອົາໃຈໃສ່ກໍ່ສ້າງ, ບໍາລຸງ ຖັນແຖວກຳມະກອນ ແລະ ຜູ້ອອກແຮງງານ ໃຫ້ໜັກແໜ້ນ, ເຂັ້ມແຂງ ທາງດ້ານກຳລັງກາຍ, ສະຕິປັນຍາ ແລະ ສີມືແຮງງານທີ່ມີຄຸນນະພາບຢ່າງແທ້ຈິງ ເພື່ອເປັນກຳລັງແຮງ ໃຫ້ແກ່ການຜະລິດ-ການບໍລິການ, ສາມາດຕອບສະໜອງແຮງງານ ທີ່ມີພູມປັນຍາ, ມີຄວາມຮູ້, ມີສີມືແຮງງານໃຫ້ແກ່ໂຄງການລົງທຶນຕ່າງໆ.
ເຈັດ: ເສີມຂະຫຍາຍບົດບາດ ຂອງກຳມະບານ ໃນໄລຍະໃໝ່; ພາລະບົດບາດ, ສິດ ແລະໜ້າທີ່ ຂອງອົງການຈັດຕັ້ງກຳມະບານ ຢູ່ແຕ່ລະຂັ້ນ ສູນກາງ, ຢູ່ສໍານັກງານ, ອົງການ, ຢູ່ທ້ອງຖິ່ນ-ຮາກຖານ ກົດໝາຍ ວ່າດ້ວຍກຳມະບານ ໄດ້ກຳນົດລະອຽດ ໜ້າທີ່ອັນຕົ້ນຕໍ ກໍ່ຄືປົກປ້ອງສິດຜົນປະໂຫຍດອັນຊອບທຳ ຂອງຜູ້ອອກແຮງງານ, ທັງຜູ້ອອກແຮງງານດ້ວຍຕີນມື ແລະ ຜູ້ອອກແຮງງານດ້ວຍມັນສະໝອງ,ສະເພາະກໍາມະບານຮາກຖານ ຢູ່ໂຮງຈັກ-ໂຮງງານຕ່າງໆ ຍັງຕ້ອງເພີ່ມທະວີບົດບາດ, ໜ້າທີ່ ຊ່ວຍບໍລິສັດ, ອົງກອນ ໃນການເຮັດວຽກ, ມີສະຕິເຄົາລົບກົດໝາຍ, ລະບຽບວິໄນ ການອອກແຮງງານ, ນັບຖືການຈັດຕັ້ງ, ມີນ້ຳໃຈກ້າຄິດ, ກ້າເຮັດ ແລະ ກ້າຮັບຜິດຊອບ; ມີນ້ຳໃຈດຸໝັ່ນຂະຫຍັນພຽນ, ເຮັດວຽກຢ່າງຂະຫຍັນຂັນແຂງ, ອົດທົນຮ່ຳຮຽນ ເພື່ອຍົກລະດັບຄວາມຮູ້, ຄວາມສາມາດ ແລະ ພັດທະນາສີມືແຮງງານຂອງຕົນໃຫ້ສູງຂຶ້ນເລື້ອຍໆ; ຕ້ານແນວຄິດຂີ້ຄ້ານມັກງ່າຍ, ຫຼິ້ນກິນຟຸມເຟືອຍ, ບໍ່ນັບຖືການຈັດຕັ້ງ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ, ຍົກສູງສະຕິລະວັງຕໍ່ກົນອຸບາຍມ້າງເພທຳລາຍປະເທດຊາດ, ລະບອບໃໝ່ ແລະ ການແບ່ງແຍກຄວາມມັກຄີພາຍໃນ ຂອງພວກເຮົາ.
ແປດ: ກຳມະບານ ຕ້ອງເປັນສະມາຊິກທີ່ດີ ໃນອົງການພາຄີ ຂອງຕົນ ແນວລາວສ້າງຊາດ, ຊາວໜຸ່ມ, ແມ່ຍິງ, ນັກຮົບເກົ່າ ຕ້ອງເປັນແບບຢ່າງ, ພົວພັນຮ່ວມມືກັນ ປົກປ້ອງສິດ ແລະ ຜົນປະໂຫຍດ ຂອງຊົນຊັ້ນ ກໍ່ຄື ຂອງສະມາຊິກກໍາມະບານ, ຜູ້ອອກແຮງງານ ໃຫ້ແໜ້ນແຟ້ນ ແລະ ລ່ອງຊ່ອງກົມ ກຽວກັນກວ່າເກົ່າ ໃນການຊຸກຍູ້, ສົ່ງເສີມ, ຄຸ້ມຄອງ ແຮງງານ ເພື່ອຮັບປະກັນໃຫ້ລັດຖະກອນ, ກໍາມະກອນ ແລະ ຜູ້ອອກແຮງງານ ໄດ້ຮັບການປົກປ້ອງ, ຄຸ້ມຄອງ, ພັດທະນາ ແລະ ຍົກລະດັບດ້ານຕ່າງໆ ໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ ປະກອບ ສ່ວນສໍາຄັນເຂົ້າຮ່ວມໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ, ຮ່ວມຕິດຕາມ, ກວດກາ ການເຄື່ອນໄຫວຂອງອົງການຈັດຕັ້ງລັດ, ການຈັດຕັ້ງ, ຫົວໜ່ວຍແຮງງານ, ຫົວໜ່ວຍທຸລະກິດຕ່າງໆ ແຕ່ລະອົງການພາຄີ ໂດຍສະເພາະແມ່ຍິງ ແລະ ຊາວໜຸ່ມ ມີໜ້າທີ່ປົກປ້ອງ, ຮັກສາ ສິດຜົນປະໂຫຍດ ຂອງກຸ່ມເປົ້າໝາຍສະມາຊິກຕົນ, ສະຫະພັນກຳມະບານຕ້ອງມີການປ່ຽນແປງໃໝ່ຢ່າງແຂງແຮງດ້ານຈິນຕະນາການ, ຍົກລະດັບຄຸນະພາບ ຂອງການຈັດຕັ້ງ ແລະ ປະສິດທິຜົນຂອງການເຄື່ອນໄຫວເປັນຜູ້ນຳໜ້າ, ການເບິ່ງແຍງ, ປົກປ້ອງ ແລະ ເສີມຂະຫຍາຍບົດບາດ ຂອງກຳມະກອນ, ລັດຖະກອນ ແລະ ຜູ້ອອກແຮງງານ, ຕອບສະໜອງໄດ້ຄວາມເລັ່ງທວງຂອງພາລະກິດການປະຕິວັດໃນໄລຍະໃໝ່, ສຸມໃສ່ກໍ່ ສ້າງໃຫ້ໄດ້ຖັນແຖວ ພະນັກງານກຳມະບານ ທີ່ເປັນມືອາຊີບ, ມີຄວາມໜັກແໜ້ນທາງດ້ານການເມືອງ ແລະ ວິຊາການ.
ເກົ້າ: ສືບຕໍ່ຕັ້ງໜ້າເຄື່ອນໄຫວວຽກງານພົວພັນ ກັບອົງການກໍາມະບານສາກົນ, ກຳມະບານລາວ ຕ້ອງມີການພົວພັນສອງຝ່າຍ ແລະ ຫຼາຍຝ່າຍ. ໃນຂອບສອງຝ່າຍ, ສູນກາງສະຫະພັນກໍາມະບານ ສືບຕໍ່ຍາດແຍ່ງການພົວ ພັນຮ່ວມມື ກັບກໍາມະບານປະເທດເພື່ອນມິດ ເພື່ອຖອດຖອນບົດຮຽນເຊິ່ງກັນ ແລະກັນ, ຍາດແຍ່ງເອົາການຊ່ວຍເຫຼືອ, ສະໜັບສະໜູນ ຕໍ່ວຽກງານກໍາມະ ບານ, ລວມທັງການກໍ່ສ້າງບຳລຸງຖັນແຖວພະນັກງານກຳມະບານ.
ໃນຂອບຫຼາຍຝ່າຍ, ໃນຖານະເປັນສະມາຊິກ ຂອງອົງການແຮງງານສາ ກົນ (ILO) ແລະ ກໍາມະບານອາຊຽນ ສືບຕໍ່ຍາດແຍ່ງການຮ່ວມມື, ຊ່ວຍເຫຼືອຈາກອົງການ, ເພີ່ມທະວີຄວາມສາມັກຄີກັບອົງການກໍາມະບານສາກົນ, ຕີຖອຍຄວາມເຂົ້າໃຈບໍ່ຖືກຕ້ອງ ຕໍ່ ສປປ ລາວ, ປະກອບສ່ວນສໍາຄັນເຂົ້າໃນການຕໍ່ສູ້ ເພື່ອຄວາມກ້າວໜ້າທາງສັງຄົມ ຢູ່ໃນໂລກ; ຍາດແຍ່ງການຊ່ວຍເຫຼືອເພື່ອຍົກລະດັບ ກຳມະກອນ, ຍົກລະດັບສີມືແຮງງານໃຫ້ສູງທຽບທັນກັບສາກົນ ເພື່ອສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາປະເທດ, ສາມາດຕອບສະໜອງແຮງງານທີ່ມີສີມືແຮງງານພຽງພໍ ເພື່ອຮອງຮັບກັບການເຂົ້າມາລົງທຶນຂອງຕ່າງປະເທດ