ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະທານອົງການກວດກາແຫ່ງລັດ ຕ້ອນຮັບ ເອກອັກຄະລັດຖະທູດ ແຫ່ງ ສະຫະພາບເອີຣົບ

Apr 29, 2025

ທ່ານ ຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູງກາງ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ມາກ ກາລາເຮີ (Mark Gallagher) ເອກອັກຄະລັດຖະທູດ ແຫ່ງສະຫະພາບ ເອີຣົບ ພ້ອມດ້ວຍຄະນະ ໃນວັນທີ 29 ເມສານີ້ ທີ່ຫ້ອງຮັບແຂກຄະນະກວດກາສູນກາງພັກ.
ໂອກາດດັ່ງກ່າວ, ທ່ານ ຄຳພັນ ພົມມະທັດ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະຊົມເຊີຍ ຕໍ່ທ່ານທູດ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດແຫ່ງສະຫະພາບ ເອີຣົບ ປະຈຳ ສປປ ລາວ ຄົນໃໝ່. ພ້ອມນີ້, ທ່ານຍັງໄດ້ກ່າວຕື່ມວ່າ ການພົບປະໃນຄັ້ງນີ້ແມ່ນມີຄວາມໝາຍ, ຄວາມສໍາຄັນທັງເປັນການປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນຮ່ວມມື ລະຫວ່າງ ສອງຝ່າຍ ສປປ ລາວ ແລະ ສະຫະພາບເອີຣົບ ໂດຍສະເພາະການເຄື່ອນໄຫວວຽກງານຕ້ານການສໍ້ລາດບັງຫຼວງ ຊຶ່ງອົງການກວດກາແຫ່ງລັດ (ສປປລາວ) ໄດ້ເຊັນສົນທິສັນຍາສະຫະປະຊາຊາດ ວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ຂອງສະມັດຊາໃຫຍ່ ໃນປີ 2003 ແລະ ໃຫ້ສັດຕະຍາບັນ ໃນເດືອນ 9 ປີ 2009, ສປປ ລາວ ກໍໄດ້ຮັບຮອງເອົາກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ແລະ ກົດໝາຍວ່າດ້ວຍກວດກາລັດ. ສປປ ລາວ ໄດ້ຮ່ວມຂະບວນການທົບທວນສົນທິສັນຍາ ສປຊ ວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ເລີ່ມເເຕ່ປີ 2011 ມາຮອດປັດຈຸບັນ ໂດຍປະຕິບັດຕາມຮອບວຽນຂອງການທົບທວນ ຫຼື ອັນເເຄັກ (UNCAC) ແລະ ສປປ ລາວ ກໍໄດ້ເຮັດໜ້າທີ່ ເປັນປະເທດທົບທວນ ແລະ ຖືກທົບທວນສົນທິສັນຍາ ສປຊ ໂດຍໄດ້ປະຕິບັດການປະເມີນຕົນເອງ ແລະ ປະເມີນປະເທດອື່ນ ຢ່າງເປັນເຈົ້າການ ແລະ ຕັ້ງໜ້າ. ໃນປີ 2024 ຜ່ານມາ, ສປປ ລາວໄດ້ເປັນເຈົ້າພາບຈັດກອງປະຊຸມອາຊຽນ ແລະ ໃນປີ 2023 ໄດ້ເປັນເຈົ້າພາບຈັດກອງປະຊຸມອາຊຽນ-ແພັກ ຊຶ່ງເປັນກອງປະຊຸມສະເພາະ ໃນວຽກງານຕ້ານການສໍ້ລາດບັງຫຼວງ ໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້.
ນອກນັ້ນ, ທ່ານ ຄຳພັນ ພົມມະທັດ ຍັງກ່າວຕື່ມອີກວ່າ: ສຳລັບວຽກງານຕ້ານການສໍ້ລາດບັງຫຼວງຂອງ ສປປລາວ ໄດ້ມີຄວາມພະຍາຍາມເຮັດໜ້າທີ່ຂອງຕົນໃນການກວດກາຢ່າງເປັນເຈົ້າການ ແລະ ສາມາດກວດກາພົບເຫັນຜູ້ກະທຳຜິດທີ່ລະເມີດກົດໝາຍ ແລະ ນຳມາປະຕິບັດລົງໂທດຕາມກົດໝາຍຢ່າງເຂັ້ມງວດ; ແຕ່ເຖິງຢ່າງໃດກໍຕາມ, ວຽກງານນີ້ ກໍມີຄວາມຫຍຸ້ງຍາກ, ດ້ວຍເຫດນີ້ ຍິ່ງຕ້ອງສືບຕໍ່ຮ່ຳຮຽນເອົາບົດຮຽນທີ່ດີຈາກປະເທດຕ່າງໆ ເພື່ອນຳມາຖອດຖອນບົດຮຽນ.
ຈາກນັ້ນ, ທ່ານທູດໄດ້ກ່າວສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ; ພ້ອມທັງກ່າວຢືນຢັນວ່າ ຈະຕັ້ງໜ້າສືບຕໍ່ປະກອບສ່ວນເຂົ້າໃນການພົວພັນຮ່ວມມືທີ່ດີ ລະຫວ່າງ ສອງຝ່າຍ ສປປລາວ – ສະຫະພາບເອີຣົບ ໃຫ້ນັບມື້ແໜ້ນແຟ້ນຂະຫຍາຍຕົວຍິ່ງຂຶ້ນ.
ຂ່າວ: ແສງຈັນ